ມອບ-ຮັບ ໂຄງການຊ່ວຍເຫຼືອລາວ ກ່ຽວກັບການປ້ອງກັນ ແລະຄວບຄຸມພະຍາດສັດຂ້າມຊາຍແດນ

IMG_4730

ເພື່ອເປັນການເພີ່ມທະວີວຽກງານການຮ່ວມມື ລະຫວ່າງ ລາວ-ຈີນ ກ່ຽວກັບການຄວບຄຸມພະຍາດສັດຂ້າມຊາຍແດນ. ໃນວັນທີ 26 ຕຸລາ ທີ່ຜ່ານມາ. ໄດ້ມີພິທີມອບ-ຮັບ ໂຄງການຊ່ວຍເຫຼືອລາວ ກ່ຽວກັບການປ້ອງກັນ ແລະຄວບຄຸມພະຍາດສັດຂ້າມຊາຍແດນ ທີບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ຫວ່າງ ຊີຮຸຍ ທີ່ປຶກສາດ້ານເສດຖະກິດ-ການຄ້າ ຂອງເອກອັກຄະລັດຖະທູດ ສປ.ຈີນ ປະຈໍາລາວ. ມີຜູ້ແທນມາຈາກຫ້ອງການ, ກົມອ້ອມຂ້າງກະຊວງ, ຜູ້ຕ່າງໜ້າບໍລິສັດຮັບເໝົາກໍ່ສ້າງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມພັນ ຈັນເພັງໄຊ ຫົວໜ້າກົມລ້ຽງສັດ ແລະການປະມົງ ໄດ້ໃຫ້ຮູ້ວ່າ: ລັດຖະບານຈີນ ໄດ້ຕົກລົງຊ່ວຍເຫຼືອດ້ານການເງິນ ແລະວິຊາການໃຫ້ແກ່ ສປປ ລາວ ເປັນມູນຄ່າ 39 ລ້ານກວ່າຢວນ ຫຼືປະມານ 6 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນໃຫ້ແກ່ໂຄງການປ້ອງກັນ ແລະຄວບຄຸມພະຍາດສັດຂ້າມຊາຍແດນ ລະຫວ່າງ ສປປ ລາວ ແລະ ສປ.ຈີນ. ຊື່ງປະກອບດ້ວຍ: ການກໍ່ສ້າງສູນເຝົ້າລະວັງ 1 ແຫ່ງຢູ່ນະຄອນຫຼວງວຽງຈັນ ແລະສະຖານີເຝົ້າລະວັງອີກ 2 ແຫ່ງ ຢູຸ່ແຂວງ ຫຼວງນໍ້າທາ ແລະ ແຂວງ ຜົ້ງສາລີ. ນອກນັ້ນ, ຍັງມີອຸປະກອນການວິໄຈພະຍາດສັດ ແລະຝຶກອົບຮົມດ້ານວິຊາການໃຫ້ແກ່ຝ່າຍລາວນໍາອີກ. ທ່ານ ສົມພັນ ຈັນເພັງໄຊ ໄດ້ໃຫ້ຮູ້ຕື່ມອີກວ່າ ໂຄງການດັ່ງກ່າວແມ່ນໃຊ້ເວລາໃນການກໍ່ສ້າງ 18 ເດືອນ ເລີ່ມແຕ່ ວັນທີ 16 ຕຸລາ 2016 ແລະສໍາເລັດໃນ ວັນທີ 29 ສິງຫາ 2018, ພາຍຫຼັງມອບແລ້ວ ຝ່າຍຈີນຈະໄດ້ສະໜັບສະໜູນຊ່ຽວຊານມາຝຶກອົບຮົມ ກ່ຽວກັບການນໍາໃຊ້ເຄື່ອງມື-ເຕັກນິກການວິໄຈ ແລະດໍາເນີນການເຝົ້າລະວັງດ້ານລະບາດວິທະຍາໃຫ້ແກ່ຝ່າຍລາວຕື່ມ.

ເພື່ອເຮັດໃຫ້ພິທີມີຄວາມໝາຍສໍາຄັນ ກໍໄດ້ມີການລົງບົດບັນທຶກມອບໂຄງການ ຕາງໜ້າຝ່າຍລາວໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ຕາງໜ້າຝ່າຍຈີນໂດຍທ່ານ ຫວ່າງ ຊີຮຸຍ ທີ່ປຶກສາດ້ານເສດຖະກິດ-ການຄ້າ ຂອງເອກອັກຄະລັດຖະທູດ ສປ.ຈີນ ປະຈໍາລາວ ພ້ອມດ້ວຍຕັດແຖບຜ້າ ແລະລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ໂຄງການດັ່ງກ່າວ. ຈາກນັ້ນ, ກໍ່ໄດ້ທ່ຽວຊົມອາຄານ, ບັນດາຫ້ອງວິໄຈ ແລະຫ້ອງເລັບ ນໍາອີກ.

ຂຽນຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ