ມອບ-ຮັບ ແນວພັນຖົ່ວດິນ ແລະ ຝຸ່ນປຸ໋ຍອິນຊີ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

IMG_4650

       ເພື່ອເປັນການຍົກລະດັບມາດຕະຖານການຜະລິດກະສິກໍາທີ່ດີ ແລະການຫັນເປັນອຸດສາຫະກໍາທີ່ທັນສະໄໝ, ນໍາໃຊ້ເຕັກໂນໂລຊີ ແລະນະວັດຕະກໍາໃໝ່ ທີ່ເໝາະສົມ ຊ່ວຍຂັບເຄື່ອນຂະບວນການຜະລິດ. ໃນວັນທີ 24 ຕຸລາ 2018 ນີ້ ໄດ້ມີພິທີມອບ-ຮັບ ແນວພັນຖົ່ວດິນ ຈໍານວນ 20 ໂຕນ ແລະຝຸ່ນປຸ໋ຍອິນຊີ ຈໍານວນ 200 ຊຸດ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງ ທຸລະຄົມ, ​ແຂວງ ວຽງຈັນ ລະຫວ່າງ ສະມາຄົມສົ່ງເສີມ ແລະພັດທະນາກະສິກໍາລາວ ກັບ ກຸ່ມຜະລິດກະສິກໍາ ຢູ່ວັດກາງ ບ້ານ ລິງຊັນ, ເມືອງ ທຸລະຄົມ, ​ແຂວງ ວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທອງວັນ ວິໄລເຮືອງ ການນໍາກະຊວງ ກະສິກໍາ ແລະປ່າໄມ້. ມີຮອງຫົວໜ້າຫ້ອງການກະຊວງ, ຂັ້ນກົມ,​ ພະແນກກະສິກໍາ ແລະ ປ່າໄມ້ແຂວງ-ເມືອງ, ປະທານສະມາຄົມພັດທະນາກະສິກໍາລາວ ພ້ອມດ້ວຍຊາວກະສິກອນ ກຸ່ມຜະລິດກະສິກໍາ ບ້ານ ລິງຊັນ ເຂົ້າຮ່ວມຢ່າງພ້ອມພຽງ.

           ຈຸດປະສົງຂອງການມອບ-ຮັບໃນຄັ້ງນີ້ ເພື່ອເປັນການສ້າງຄວາມເຂັ້ມແຂງຂອງອົງການຈັດຕັ້ງສັງຄົມ, ບັນດາສະມາຊິກກຸ່ມຜະລິດ ດ້ວຍການສົ່ງເສີມ ແລະສະໜັບສະໜູນໃນການພັດທະນາຂີດຄວາມສາມາດຂອງອົງກອນໃຫ້ກ້າວໜ້າ, ທັນສະໄໝກ້າວທັນໂລກປັດຈຸບັນ ແລະມີຄວາມພ້ອມຕໍ່ການປ່ຽນແປງທີ່ອາດເກີດຂຶ້ນໃນອະນາຄົດໄດ້ຢ່າງທັນການ, ພ້ອມທັງ ສ້າງຄວາມເຂັ້ມແຂງໃຫ້ກຸ່ມຜະລິດ ໂດຍຖືເອົາຫຼັກວິທີການດໍາລົງຊີວິດແບບດັ່ງເດີມຂອງປະຊາຊົນ ເປັນພື້ນຖານເພື່ອກ້າວສູ່ອຸດສາຫະກໍາຂອງຊຸມຊົນ. ທ່ານ ສົມປອງ ວິໄລສານ ປະທານສະມາຄົມສົ່ງເສີມ ແລະພັດທະນາກະສິກໍາລາວ ລາຍງານໃຫ້ຮູ້ວ່າ: ພາຍຫຼັງ ມອບ-ຮັບ ແນວພັນຖົ່ວດິນ ແລະຝຸ່ນປຸ໋ຍອິນຊີ ໃຫ້ແກ່ກຸ່ມຜະລິດແລ້ວ ທາງສະມາຄົມຈະໄດ້ສົ່ງວິຊາການລົງຕິດຕາມໃກ້ຊິດ ເພື່ອໃຫ້ຄວາມຮູ້ດ້ານເຕັກນິກວິຊາການ, ວິທີການປູກ, ການດູແລຮັກສາ ໃຫ້ແກ່ກຸ່ມຜະລິດດັ່ງກ່າວ. ພ້ອມນີ້, ຍັງຮັບປະກັນເລື່ອງການຮັບຊື້ສິນຄ້າຈາກກຸ່ມຜູ້ຜະລິດ ພາຍຫຼັງເກັບກ່ຽວຜົນຜະລິດໃນລາຄາທີ່ແນ່ນອນ ຕາມທີ່ໄດ້ກໍານົດກັນໄວ້. ເພື່ອເຮັດໃຫ້ພິທີມີຄວາມໝາຍສໍາຄັນທ່ານ ປະທານສະມາຄົມສົ່ງເສີມ ແລະພັດທະນາກະສິກໍາລາວ ໄດ້ຂຶ້ນມອບແນວພັນຖົ່ວດິນ ແລະຝຸ່ນປຸ໋ຍອິນຊີ ຮັບໂດຍ ທ່ານ ເສດໄຊ ວິໄລໄຟ ເຈົ້າເມືອງໆທຸລະຄົມ ໂດຍການເຂົ້າຮ່ວມເປັນສັກຂີພະຍານ ຂອງທ່ານ ທອງວັນ ວິໄລເຮືອງ ການນໍາກະຊວງ ກະສິກໍາ ແລະປ່າໄມ້ ພ້ອມດ້ວຍແຂກທີ່ເຂົ້າຮ່ວມ. ໂອກາດນີ້, ຍັງໄດ້ລົງພື້ນທີ່ເພື່ອເບິ່ງການສາທິດການໄຖດິນ- ຍົກຮ່ອງປູກ ຂອງບໍລິສັດ ມາລິສັກ ການກະເສດ ນໍາອີກ.

 

 

ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ