ພິທີ ປິດຝຶກອົບຮົມ ນະໂຍບາຍດ້ານກະສິກໍາ ແລະ ພັດທະນາຊົນນະບົດ

ພິທີ ປິດຝຶກອົບຮົມ ນະໂຍບາຍດ້ານກະສິກໍາ ແລະ ພັດທະນາຊົນນະບົດ

        ການຝຶກອົບຮົມ ໃນຫົວຂໍ້: ນະໂຍບາຍກະສິກໍາ ແລະ ພັດທະນາຊົນນະບົດ ຂອງໂຄງການພັດທະນາຊົນ ນະບົດ ເຂດພາກເໜືອ ແລະ ພາກກາງ ຂອງ ສປປ ລາວ, ກົມພັດທະນາຊົນນະບົດ, ໄດ້ເລີ່ມເປີດຝຶກອົບຮົມ ມາຕັ້ງແຕ່ວັນທີ 10 ທັນວາ 2023. ຊຶ່ງມີນັກສໍາມະນາກອນທີ່ມາຈາກ ບ້ານເປົ້າໝາຍຂອງໂຄງການ ໃນ 3 ແຂວງ ຄື: ແຂວງຊຽງຂວາງ, ບໍລິ ຄໍາໄຊ ແລະ ແຂວງວຽງຈັນ, ການຝຶກອົບຮົມໃນຄັ້ງນີ້ ປະກອບມີ 7 ບົດຮຽ ຄື: ບົດຮຽນທີ 1 ນະໂຍບາຍສາມສ້າງ; ບົດຮຽນທີ 2 ການປະເມີນຜົນ ແລະ ຄຸ້ມຄອງໂຄງການ; ບົດຮຽນທີ 3: ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ຂະແໜງກະສິກໍາ; ບົດຮຽນທີ 4 ການຄຸ້ມຄອງພື້ນຖານໂຄງລ່າງ; ບົດຮຽນທີ 5 ຄວາມຮູ້ພື້ນຖານຂອງເຊມວນອຸນດົງ ສ.ເກົາຫຼີ; ບົດຮຽນທີ 6 ຄວາມເປັນຜູ້ນໍາຂອງຊຸມຊົນ ແລະ ບົດຮຍນທີ 7 ຍຸດທະສາດພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ.

ໃນວັນທີ 14 ທັນວາ 2023 ກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຈັດພິທີປິດຝຶກອົບຮົມ ນະໂຍບາຍດ້ານກະສິກໍາ ແລະ ພັດທະນາຊົນນະບົດ ໃນຫົວຂໍ້: ນະໂຍບາຍກະສິກໍາ ແລະ ພັດທະນາຊົນນະບົດ ຂອງໂຄງການພັດທະນາຊົນນະບົດ ເຂດພາກເໜືອ ແລະ ພາກກາງ ຂອງ ສປປ ລາວ ຂຶ້ນ, ທີ່ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ. ໂດຍການເປັນປະທານຮ່ວມຂອງ ທ່ານ ບົວຫົງ ຄໍາຫາ ຫົວໜ້າກົມພັດທະນາຊົນນະບົດ; ທ່ານ ດຣ ຢູນ ແຮ ຈິນ ຫົວໜ້າສະຖາບັນພັດທະນາ ຍຸດທະສາດ ສ.ເກົາຫຼີ.

ຜ່ານການຝຶກອົບຮົມໃນຄັ້ງນີ້ ສາມາດຕີລາຄາ ແລະ ສະຫຼຸບການຝຶກອົບຮົມໄດ້ດັ່ງນີ້: ການຝຶກອົບຮົມ ແມ່ນໄດ້ຈັດຕັ້ງປະຕິບັດເປັນເວລາ 5 ວັນເຕັມ (10-14 ທັນວາ 2023) ເຫັນວ່າ: ນັກສຳມານາກອນ…..ໃນຕອນທ້າຍຂອງພິທີ ກໍ່ໄດ້ມອບຂອງຂວັນ ແລະ ໃບຢັ້ງຢືນ ໃຫ້ແກ່ກູ່ມດີເດັ່ນ, ບຸກຄົນດີເດັ່ນ ແລະ ນັກສໍາມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ດ້ວຍ.

News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608
#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg
Official Website :www.maf.gov.la
#ໂທລະພາບແຫ່ງຊາດລາວຊ່ອງ1 ແລະ ຊ່ອງ 3
📺ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:
– ວັນພະຫັດ ພາກຄໍ່າ ເວລາ 17:45-18:15 ໂມງ;
– ວັນສຸກ ພາກເຊົ້າ ເວລາ 10:25-10:55 ໂມງ;
– ວັນອາທິດ ພາກເຊົ້າ ເວລາ 09:15-09:45 ໂມງ.
📺ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:
– ວັນອາທິດ ພາກເຊົ້າ ເວລາ 06:30-07:00 ໂມງ,ພາກແລງ ເວລາ 13:10-13:40 ໂມງ ແລະ
ພາກເດິກ ເວລາ 21:25-21:55 ໂມງ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ