ພິທີມອບ-ຮັບແນວພັນເຂົ້າ ຊ່ວຍເຫຼືອຊາວນາ

IMG_2883  IMG_2885

          ເພື່ອສົ່ງເສີມໃຫ້ຊາວກະສິກອນ ສາມາດຜະລິດໄດ້ຕາມທ້າແຮງທີ່ມີຢູ່ ແລະໄດ້ຜະລິດກະສິກໍາ ໃຫ້ທັນຕາມລະດູການ. ໃນອາທ້າຍອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີມອບ-ຮັບ ເມັດພັນເຂົ້າລຸ້ນ 3 (TDK 8) ຈໍານວນ 6 ໂຕນ, ມູນຄ່າ 33 ລ້ານກີບ ໃຫ້ກຸ່ມຊາວນາ ບ້ານ ໂນນຊາຍ, ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ ເພື່ອຟື້ນຟູຫຼັງນໍ້າຖ້ວມ. ເປັນກຽດເຂົ້າຮ່ວມໂດຍທ່ານ ບຸນຂວາງ ຄໍາບຸນເຮື່ອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້. ມີການນໍາຂັ້ນເມືອງ, ພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມ.

IMG_2899

ທ່ານ ຄໍາແສນ ສົມພານດີ ຮອງຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ ເມືອງປາກງື່ມ ໄດ້ລາຍງານກ່ຽວກັບສະພາບລວມຜົນກະທົບຈາກໄພພິບັດ ທົ່ວເມືອງວ່າ: ໃນຊ່ວງລະດູຝົນຜ່ານມາ, ໄດ້ຖືກໄພພິບັດ ນໍ້າຖ້ວມເສຍຫາຍ ສ້າງຄວາມເສຍຫາຍແກ່ປະຊາຊົນເປັນຈໍານວນຫຼາຍ ຊື່ງມີເນື້ອທີ່ປູກເຂົ້າ 2 ພັນກວ່າເຮັກຕາ, ມີເນື້ອທີ່ປູກພືດ ແລະໄມ້ໃຫ້ໝາກ 523 ເຮັກຕາ. ນອກນັ້ນ, ຍັງມີໜອງປາ ແລະທົງຫຍ້າອີກຈໍານວນໜຶ່ງ. ສໍາລັບ ບ້ານ ໂນນຊາຍ ຖືກຜົນກະທົບຈາກນໍ້າຖ້ວມໃນຄັ້ງນີ້ ມີ 44 ຄອບຄົວ, ເນື້ອທີ່ນາເສຍຫາຍ 150 ເຮັກຕາ, ສວນພືດຜັກ 28 ເຮັກຕາ ແລະ ໜອງປາ ອີກຈໍານວນໜຶ່ງ ມີມູນຄ່າຄວາມເສຍຫາຍທັງໝົດ 13 ລ້ານກີບ. ພິທີມອບໃນຄັ້ງນີ້ ໃຫ້ກຽດມອບໂດຍ ທ່ານ ບຸນຂວາງ ຄໍາບຸນເຮື່ອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ຮັບໂດຍ ທ່ານ ນາຍບ້ານ ບ້ານ ໂນນຊາຍ ໂດຍສ່ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພະຍານ. ຈາກນັ້ນ ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ ທີ່ກຸ່ມຊາວນາ ກະກຽມທໍາການຜະລິດ ແລະ ເບິ່ງສວນປູກສາລີ ພາຍໃນບ້ານດັ່ງກ່າວນໍາອີກ.

 

ຂຽນຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ