ພິທີປູກໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແລະ ສິ່ງແວດລ້ອມໂລກ 5 ມີຖຸນາ
ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແລະ ສິ່ງແວດລ້ອມໂລກ 5 ມີຖຸນາຂຶ້ນ, ທີ່ສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ, ບ້ານດົງໝາກຄາຍ, ນະຄອນຫຼວງວຽງຈັນ, ໃນວັນທີ1 ມິຖຸນາ 2020 ນີ້,.ໂດຍມີ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ບັນດາກົມອ້ອມຂ້າງຂອງ 2 ກະຊວງ, ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ຈຸດດປະສົງ ເພື່ອສ້າງສວນພຶກສາສາດ ໃຫ້ມີຄວາມອຸດົມສົມບູນ ກາຍເປັນພື້ນທີ່ສີຂຽວ, ເປັນບ່ອນສຶກສາຮຽນຮູ້ ແລະ ເປັນສະຖານທີ່ພັກຜ່ອນ, ເປັນການອະນຸລັກ ແລະ ສ້າງເປັນແຫຼ່ງເຕົ້າໂຮມຊະນິດພັນໄມ້ ທີ່ມີຄຸນຄ່າ ແລະ ຫາຍາກ ໃນ ສປປລາວ, ປະກອບສ່ວນປັບປຸງຄຸນນະພາບສິ່ງແວດລ້ອມ ໃຫ້ກາຍເປັນເຂດຂຽວ ຫຼື ເປັນປອດຫາຍໃຈ ຂອງຊາວນະຄອນຫຼວງວຽງຈັນ.
ໃນປີ 2020 ກົມປ່າໄມ້ ກໍ່ຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຳນົດແຜນການປູກໄມ້ທັງໝົດໃນທົ່ວປະເທດ 10.000 ເຮັກຕາ. ສະເພາະ, ສວນພຶກສາສາດນີ້ ທາງກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບມອບໝາຍໃຫ້ປູກຕົ້ນໄມ້ ໃນເນື້ອທີ່ 136 ເຮັກຕາ ຂອງຈຳນວນເນື້ອທີ່ທັງໝົດ 268 ເຮັກຕາ, ໃຫ້ສຳເລັດໃນໄລຍະເວລາ 4 ປີສຳລັບປີນີ້ແມ່ນຈະປູກໃຫ້ສຳເລັດ 94 ເຮັກຕາ (ປູກເປັນສວນບຸກເບີກກ້ຽງ 20 ເຮັກ ຕາ ແລະ ປູກເປັນແລວ 74 ເຮັກຕາ),ໂດຍການສະໜອງງົບປະມານຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມໂລກ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ພິທີໃນມື້ນີ້ໄດ້ຮ່ວມກັນປູກໄມ້ ໃນເນື້ອທີ່ປະມານ 3 ເຮັກ, ເຊິ່ງຊະນິດພັນໄມ້ທີ່ນຳມາປູກ ມີ 5 ຊະນິດຄື: ໄມ້ຂະຍຸງ, ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ແຄນ ແລະ ຈຳນວນເບ້ຍໄມ້ທີ່ນຳມາປູກທັງໝົດ ປະມານ 1.200 ຕົ້ນ.
ການປູກຕົ້ນໄມ້ ແມ່ນພັນທະ ແລະ ໜ້າທີ່ຂອງປວງຊົນລາວທັງຊາດ
ຈົ່ງຊ່ວຍກັນປູກຕົ້ນໄມ້ ແລະ ປົກປັກຮັກສາປ່າໄມ້ ໃຫ້ອຸດົມສົມບູນຕະຫຼອດໄປ
ເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງຮ່ວມກັນ ປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ
ພາບແບະຂ່າວໂດຍ: ພະແນກໂຄສະນາແລະຂ່າວສານ