ພິທີປິດຝຶກອົບຮົມຫົວຂໍ້: ການສ້າງຄວາມເຂັ້ມແຂງ ຄະນະພັດທະນາກອງທຶນບ້ານໃນຮູບແບບແຊມາອຶລກຶມໂກ ຄັ້ງທີ 1
ພິທີປິດຝຶກອົບຮົມຫົວຂໍ້: ການສ້າງຄວາມເຂັ້ມແຂງ ຄະນະພັດທະນາກອງທຶນບ້ານໃນຮູບແບບແຊມາອຶລກຶມໂກ ຄັ້ງທີ 1
ໂຄງການສ້າງແຜນກິດຈະກຳພັດທະນາຊົນນະບົດ ເພື່ອສ້າງລາຍຮັບໃຫ້ຊົນນະບົດ ຢູ່ແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ, ຊຶ່ງໄດ້ຮັບການສະໜັບສະໜຸນຈາກລັດຖະບານ ສ.ເກົາຫຼີ ໂດຍຜ່ານອົງການຮ່ວມມືສາກົນ ສ. ເກົາຫຼີ (KOICA), ຜົນສໍາເລັດຂອງໂຄງການໄລຍະທີ່ໜຶ່ງ ສາມາດຫຼຸດຜ່ອນຄວາມທຸກຍາກ ໃຫ້ແກ່ຊຸມຊົນໄດ້ຢ່າງແທ້ຈິງ.
ໃນວັນທີ 03 ກຸມພາ 2023 ທີ່ສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຈັດພິທີປິດຝຶກອົບຮົມໃນຫົວຂໍ້: ການສ້າງຄວາມເຂັ້ມແຂງ ຄະນະພັດທະນາກອງທຶນບ້ານໃນຮູບແບບແຊມາອຶລກຶມໂກ ຄັ້ງທີ 1 ຂຶ້ນ. ໂດຍການເຂົ້າຮ່ວມຂອງທ່ານ ວົງສະຫັວນ ວົງໄກສອນ ຫົວໜ້າສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ, ທ່ານ ພາກ ຊານມິນ ຮອງຫົວໜ້າ ສະຖາບັນພັດທະນາ ຍຸດທະສາດ ສ.ເກົາຫຼີ, ທ່ານ ຊິມ ຫົວໜ້າພະແນກຮ່ວມມືສາກົນ ສ.ເກົາຫຼີ. ຊຶ່ງການຝຶກອົບຮົມໃນຄັ້ງນີ້ ມີນັກສຳມະນາກອນມາຈາກບ້ານເປົ້າໝາຍຂອງໂຄງການໃນ 3 ແຂວງພາກເໜືອ ແລະ ພາກກາງ ຄື: ແຂວງຊຽງຂວາງ, ບໍລິຄຳໄຊ ແລະ ແຂວງວຽງຈັນ.
ຫົວຂໍ້ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ປະກອບມີ 12 ເນື້ອໃນເອກະສານ 2 ກໍລະນີສຶກສາ ແລະ 3 ພາກປະຕິບັດ ຄື: ການແນະນໍາກ່ຽວກັບໂຄງການ ແລະ ບົດບາດ ຂອງກອງທຶນພັດທະນາບ້ານ; ການພັດທະນາແບບມີສ່ວນຮ່ວມ; ຄວາມເປັນມາ ແລະ ຫຼັກການຂອງແຊມາອຶລກຶມໂກ; ບົດບາດ ແລະ ໜ້າທີ່ຂອງຜູ້ນໍາກຸ່ມອອມຊັບ ແຊມາອຶລກຶມໂກ; ກໍລະນີສຶກສາຄວາມສໍາເລັດຂອງແຊມາອຶລກຶມໂກ; ທົບທວນກົດລະບຽບວ່າດ້ວຍດອກເບ້ຍເງິນຝາກ, ຫຼັກການ ແລະ ຮູບແບບການອອມ; ເຄື່ອງມື ແບບຟອມຂອງການອອມຂອງກຸ່ມອອມຊັບ; ຮູບແບບ ແລະ ຫຼັກການກູ້ເງິນ; ລະບົບບັນຊີ (ບັນຊີທົ່ວໄປ,ທະນາຄານ, ເງິນສົດ,ເງິນຝາກ ແລະ ເງິນກູ້); ບົດລາຍງານການບັນຊີ (ເງິນຝາກ ,ເງິນກູ້ ແລະ ອື່ນໆ); ກໍລະນີສຶກສາກ່ຽວກັບການຝາກເງິນ ແລະ ເງິນກູ້ຢືມ ຂອງບ້ານ ດົງຂາວ ແຊມາອຶລກຶມໂກ; ການປະຕິບັດການຝາກເງິນ ແລະ ການກູ້ຢືມ; ກໍລະນີສຶກສາຄວາມສໍາເລັດຂອງແຊມາອຶລກຶມໂກ; ກໍລະນີສຶກສາກ່ຽວກັບການຝາກເງິນ ແລະ ເງິນກູ້ຢືມ ຂອງບ້ານ ດົງຂາວ ແຊມາອຶລກຶມໂກ; ການສ້າງແຜນກິດຈະກໍາ; ການນໍາສະເໜີແຜນກິດຈະກໍາແຕ່ລະກຸ່ມ ແລະ ການໃຫ້ຄໍາແນະນໍາບົດສະເໜີແຕ່ລະກຸ່ມ.
ໃນພິທີປິດຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ມີການມອບໃບຍ້ອງຍໍໃຫ້ແກ່ກຸ່ມດີເດັ່ນ ແລະ ນັກສຳມະນາກອນດີເດັ່ນ. ນອກນີ້, ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ແກ່ນັກສຳມະນາກອນ ທີ່ເຂົ້າຮ່ວມການຝຶກອົບຮົມໃນຄັງນີ້ ຈຳນວນ 34 ທ່ານ, ຍິງ 18 ທ່ານ.