ປະຕິທິນການປູກພືດ
ການທີ່ເຮົາຮູ້ໄລຍະເວລາການປູກພືດ ແລະ ເກັບກ່ຽວນັ້ນເປັນສິ່ງທີ່ສຳຄັນໃນການພິຈາລະນາ ເພື່ອທຳຄວາມເຂົ້າໃຈກັບຮອບວຽນການຜະລິດພືດ ແລະ ຜົນສະທ້ອນຕໍ່ກັບສະບຽງອາຫານ. ໃນປະເທດລາວ, ປະຕິທິນການປູກພືດໄດ້ຖຶກພັດທະນາໃນ 2 ລະດັບຄື: “ລະດັບເມືອງ” ເພື່ອສະໜັບສະໜູນການໃຫ້ຄຳແນະນຳ ກ່ຽວກັບຄວາມສ່ຽງດ້ານສະພາບດິນຟ້າອາກາດ ໂດຍອິງໃສ່ການພະຍາກອນ ແລະ “ລະດັບແຂວງ” ເພື່ອສະໜັບສະໜູນການໃຫ້ຄຳແນະນຳດ້ານອຸຕຸກະເສດ ໂດຍອີງໃສ່ການພະຍາກອນລະດູການ. ປະຕິທິນການປູກພືດຈະໃຫ້ຂໍ້ມູນແກ່ຜູ້ໃຊ້ ກ່ຽວກັບໄລຍະເວລາການປູກພືດໃນແຕ່ລະລະດູການ ຕາມລາຍລະອຽດໄລະຍະເດືອນທີ່ປູກ ແລະ ເກັບກ່ຽວ. ໃນໄລຍະເວລານັ້ນ ແມ່ນເປັນການບົວລະບັດຮັກສາພືດ ໂດຍການຈັດຕັ້ງປະຕິບັດຂອງຊາວກະສິກອນ. ເວລາຂອງຄວາມສ່ຽງທີ່ກ່ຽວຂ້ອງກັບສະພາບອາກາດ ໂດຍອີງໃສ່ການປະເມີນຕາມປະ ຫວັດໃນແຕ່ລະໄລຍະການຈະເລີນເຕີບໂຕ ເຊັ່ນ: ໄພນໍ້າຖ້ວນ, ພາຍຸ, ໄພແຫ້ງແລ້ງ, ແມງໄມ້ສັດຕູພືດ ແລະ ພະຍາດ, ຄວາມກົດດັນຈາກສະພາບອາກາດຮ້ອນ ແລະ ໜາວ. ຍຸດທະສາດການຕອບໂຕ້ໄດ້ຖືກກຳນົດສຳລັບແຕ່ລະຄວາມສ່ຽນດ້ານສະພາບອາກາດເພື່ອເສີມສ້າງໃນການພັດທະນາ ການໃຫ້ຄຳແນະນຳດ້ານກະສິກຳທີ່ເໝາະສົມ.
ປະຕິທິນການປູກພືດລະດັບເມືອງ: ການພັດທະນາປະຕິທິນການປູກພືດລະດັບເມືອງ ແມ່ນດຳ ເນີນການໂດຍການປຶກສາຫາລືກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໃນແຕ່ລະເມືອງ (DAFO). ເຄື່ອງມືສຳຫຼວດແມ່ນໄດ້ພັດທະນາ ແລະ ແຈກຢາຍໃຫ້ແຕ່ລະເມືອງໃນຂອບເຂດທົ່ວປະເທດ. ພືດບູລິຍະສິດທີ່ໄດ້ຄັດເລືອກສຳລັບແຕ່ລະເມືອງ ແມ່ນອີງໃສ່ພືດທີ່ຄໍ້າປະກັນດ້ານສະບຽງອາຫານ ແລະ ສ້າງລາຍຮັບ, ເຊັ່ນດຽວກັນກັບຄວາມສ່ຽງດ້ານສະພາບອາກາດ. ຜູ້ຊ່ຽວຊານດ້ານກະສິກຳຂັ້ນເມືອງ ໄດ້ຖຶກແຕ່ງຕັ້ງໃຫ້ເກັບກຳຂໍ້ມູນ ໂດຍການແນະນຳຂອງພະນັກງານສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI). ການລວບລວມ ແລະ ຈັດລະບົບຂໍ້ມູນໂດຍ NAFRI ພ້ອມກັບຄຳແນະນຳທີ່ສຳຄັນ ຈາກໂຄງການນຳໃຊ້ການພະຍາ ກອນອາກາດຕາມລະດູການ ແລະ ນະວັດຕະກໍາໃນການຈັດການຄວາມສ່ຽງດ້ານສະພາບອາກາດ ໃນຂະແໜງ ກະສິກຳໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ DeRISK SEA ແລະ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຕິດຕາມຂໍ້ມູນຂ່າວສານອຸຕຸກະເສດ ເພື່ອການປັບຕົວກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້ນປະ ກັນສະບຽງອາຫານ ໃນ ສປປ ລາວ SAMIS. ຂະບວນການປຶກສາຫາລືທີ່ຊໍ້າຊ້ອນກັນກັບພາກສ່ວນທີ່ກ່ຽວຂ້ອງແມ່ນເພື່ອຂັດຈ້ອນ ແລະ ປັບປຸງຖານຂໍ້ມູນປະຕິທິນການປູກພືດ ລວມທັງການຕອບສະໜອງຄວາມສ່ຽງດ້ານສະພາບອາກາດ ປະຕິທິນການປູກພືດແມ່ນໄດ້ພັດທະນາທັງໝົດ 18 ລະບົບການປູກພືດ.
ປະຕິທິນການປູກພືດລະດັບແຂວງ: ຄຽງຄູ່ກັນນັ້ນ, ປະຕິທິນການປູກພືດລະດັບແຂວງ ກໍ່ໄດ້ຮັບການພັດທະນາໂດຍການຈັດກອງປະຊຸມແບບມີສ່ວນຮ່ວມໃນຂອບເຂດທົ່ວປະເທດ ເຊິ່ງຈັດໂດຍກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ. ລວມທັງໝົດ 3 ກອງປະຊຸມໃນ 18 ແຂວງ ໂດຍການເຂົ້າຮ່ວມຂອງພະນັກງານ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. ສໍາລັບແຕ່ລະກອງປະຊຸມ, ໄດ້ໃຫ້ຜູ້ເຂົ້າຮ່ວມກໍານົດພືດບູລິຍະສິດຂອງແຂວງ ໂດຍນໍາໃຊ້ເງື່ອນໄຂທີ່ກ່າວມາຂ້າງເທິງ ເຊັ່ນ: ພືດທີ່ສຳຄັນຕໍ່ການຄໍ້າປະກັນສະບຽງອາຫານ ແລະ ສ້າງລາຍຮັບ ເຊັ່ນດຽວກັບຄວາມສ່ຽງດ້ານສະພາບອາກາດ ແລະ ໄດ້ຮ່ວມກັນສ້າງປະຕິທິນການປູກພືດ ປະຕິທິນການປູກພືດແມ່ນພັດທະນາທັງໝົດ 12 ລະບົບການປູກພືດ.
ໃນປັດຈຸບັນ, ປະຕິທິນການປູກພືດໄດ້ລວບລວມເຂົ້າໃນລະບົບບໍລິການຂໍ້ມູນອຸຕຸກະເສດ (LaCSA) ເພື່ອສະໜັບສະໜູນການວາງແຜນການດຳເນີນງານ ແລະ ການຕັດສິນໃຈຂອງພາກສ່ວນທີ່ກ່ຽວຂ້ອງໃນລະດັບຊາດ ແລະ ທ້ອງຖິ່ນ ແລະ ການຕັດສິນໃຈໃນການຈັດການຂອງຊາວກະສິກອນ. ການພັດທະນາປະຕິທິນການປູກພືດແມ່ນໄດ້ທຶນຈາກ ໂຄງການນຳໃຊ້ການພະຍາກອນອາກາດຕາມລະດູການ ແລະ ນະວັດຕະກໍາໃນການຈັດການຄວາມສ່ຽງດ້ານສະພາບອາກາດ ໃນຂະແໜງກະສິກຳໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ “DeRISK SEA” ການສະໜັບສະໜູນວິຊາການໂດຍ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ແລະ ກອງທືນອະນຸລັກສິ່ງແວດລ້ອມໂລກ (GEF) “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຕິດຕາມ ຂໍ້ມູນຂ່າວສານອຸຕຸກະເສດ ເພື່ອການປັບຕົວກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້ນປະກັນສະບຽງອາຫານ ໃນ ສປປລາວ” (ໂຄງການ SAMIS).