ບົດຂ່າວອຸຕຸກະເສດປະຈຳເດືອນ ຂອງ ສປປ ລາວ.

 

 ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມມື ເຮັດວຽກ ແລະ ປະສານງານ ກັບບັນດາກົມ ແລະ ສູນຂອງກະຊວງກະສິກຳ ແລະ ປ່າໄມ້ ປະກອບມີ: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ (ສູນປ້ອງກັນພືດ), ໄດ້ຮວ່ມກັນພັດທະນາລະບົບ ບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ.

ກິດຈະກຳໂຄງການຂອງອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ FAO (ໂຄງການສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ  ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ SAMIS) ໂດຍການສະໜັບສະໜູນທຶນຈາກ ອົງການສິ່ງແວດລ້ອມໂລກ (GEF) ພາຍໃຕ້ການຊີ້ນຳດ້ານເຕັກນິກວິຊາການຈາກຫ້ອງການ FAO ປະຈຳລາວ ແລະ ພາກພື້ນອາຊີປາຊີຟິກ, ດ້ານເຕັກນິວິຊາການ ແມ່ນໄດ້​ຮັບ​ການສະໜັບສະໜູນໂດຍກົງ ຈາກອົງການ APPC ແລະ ອົງການ ຊ໌ຽດ CIAT.

ລະບົບອຸຕຸກະເສດ ຂອງ ສປປ ລາວ ແມ່ນລະບົບ ເວັບ ແລະ ​ແອັບ ອອນລາຍ ທີ່ສາມາດເຂົ້າເຖິງໄດ້ທຸກສະຖານທີ່ ທີ່ມີອິນເຕີເນັດໂດຍຜ່ານທາງໂມບາຍໂ​ຟນ ແອັບ ແລະ ເວັບໄຊ໌ທາງຄອມພິວເຕີ. ໃນລະບົບແມ່ນໄດ້ສັງລວມຂໍ້ມູນຈາກຫຼາຍແຫຼ່ງຂອງ 2 ພາກສ່ວນ ຄື: ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອປະມວນຜົນແບບຈຳລອງທີ່ຊັບຊ້ອນ ເພື່ອຜະລິດຂໍ້ມູນອຸຕຸກະເສດໃຫ້ແກ່ຊາວກະສິກອນ ໃນ ສປປ ລາວ. ເພື່ອການນຳສະເໜີຂໍ້ມູນທີ່ມີຄຸນນະພາບ ໃຫ້ປະຊາຊົນເຂົ້າໃຈງ່າຍ ແລະ ສາມາດນຳໄປໃຊ້ໄດ້ຢ່າງມີປະສິດທິຜົນ.

ໃນບົດຂ່າວດັ່ງກ່າວປະກອບດ້ວຍຂໍ້ມູນຫຼັກໆເຊັ່ນ: ການພະຍາກອນລະດູການລ່ວງໜ້າ 3 ເດືອນ ສໍາລັບ ອຸນຫະພູມ ແລະ ນ້ຳຝົນ, ຂໍ້ມູນກ່ຽວກັບຄ່າເກນປົກກະຕິຂອງອຸນຫະພູມ ແລະ ນ້ຳຝົນ, ການພະຍາກອນລ່ວງໜ້າ 1 ເດືອນ ຄວາມສ່ຽງໄພພິບັດທາງອຸຕຸກະເສດ ເຊັ່ນ: ຄວາມແຫ້ງແລ້ງທາງກະສິກຳ, ສັດຕູພືດ (ພະຍາດ ແລະ ແມງ ໄມ້), ສະພາບນ້ຳຖ້ວມຂັງ, ອາກາດຮ້ອນເອົ້າ, ອາກາດໜາວເຢັນ, ຄຳແນະນຳການຄູ້ມຄອງຈັດການກ່ຽວກັບການປູກພືດ ແລະ ຄຳແນະນຳກ່ຽວກັບການຈັດການຄວາມສ່ຽງການລະບາດຂອງພະຍາດ ແລະ ແມງໄມ້. ບົດພະຍາ ກອນອຸຕຸກະເສດປະຈຳເດືອນ ແມ່ນໄດ້ຖືກພັດທະນາເປັນອົງປະກອບຄຳສັ່ງໜຶ່ງໃນລະບົບ LaCSA ສຳລັບທຸກແຂວງທົ່ວປະເທດ.

ໃນທຸກໆຕົ້ນເດືອນລະບົບລັກຊາ (LACSA) ຈະຜະລິດບົດຂ່າວອຸຕຸກະເສດ ທີ່ມີເນື້ອໃນພະຍາກອນລ່ວງໜ້າ 1 ເດືອນ ແລະ 3 ເດືອນ, ນັບແຕ່ ເດືອນ ທັນວາ 2021 ຫາເດືອນ ກຸມພາ 2022 ຊີ້ໃຫ້ເຫັນວ່າ ສະພາບອຸນຫະພູມສູງກວ່າເກນປົກກະຕິປະກອບມີ: ບັນດາແຂວງທິດຕາເວັນຕົກສຽງເໜືອ (ໄຊຍະບູລີ, ບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ), ສະຫວັນນະເຂດ ແລະ ຈຳປາສັກ ແມ່ນມີທ່າອ່ຽງອຸນຫະພູມຕ່ຳກ່ວາເກນປົກກະຕິ, ຜົນພະຍາກອນນ້ຳຝົນ 3 ເດືອນຂ້າງໜ້າ ເຫັນໄດ້ວ່າຫຼາຍແຂວງຢູ່ໃນເກນປົກ ກະຕິ ຍົກເວັ້ນແຂວງ ສາລະວັນ, ເຊກອງ ແລະ ແຂວງ ອັດຕະປື ຄາດຄະເນຈະມີນ້ຳຝົນສູງກ່ວາເກນປົກກະຕິ. ຄວາມສ່ຽງກ່ຽວກັບການລະບາດແມງໄມ້ ແມ່ນໃຫ້ປະຊາຊົນໃນແຂວງ ບໍ່ແກ້ວ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງ ແລະ ແຂວງ ຫຼວງພະບາງ ເອົາໃຈໃສ່ຕິດຕາມການລະບາດຂອງແມງໄມ້ ທີ່ມີຜົນຄາດຄະເນຄວາມສ່ຽງໃນລະດັບປານກາງ. ການຄາດຄະເນຄວາມສ່ຽງໃນດ້ານການລະບາດຂອງພະຍາດພືດ ແຂວງ ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ຊຽງຂວາງ ແລະ ແຂວງ ຫົວພັນ ແມ່ນມີຄວາມສ່ຽງໃນລະດັບປານກາງ. ແຂວງຜົ້ງສາລີ ແລະ ແຂວງ ຈຳປາສັກ ສະແດງຄວາມສ່ຽງຝົນຫຼາຍເກີນປົກກະຕິອາດເຮັດນ້ຳຖ້ວມຂັງ ໃຫ້ປະຊາຊົນເຝົ້າລະວັງ. ສວ່ນຄວາມສ່ຽງອາກາດຮ້ອນເອົ້າ, ອາກາດໜາວເຢັນ ແລະ ຄວາມແຫ້ງແລ້ງກະສິກຳ ຜົນພະຍາກອນໄລຍະເດືອນທັນວາ 2021-​ເດືອນ ກຸມພາ 2022 ລະບຸບໍ່ມີຄວາມສ່ຽງ. ນອກຈາກນີ້ແລ້ວ, ບົດຂ່າວຍັງລະບຸລາຍລະອຽດກ່ຽວກັບການຄຸ້ມຄອງຈັດການ ການປູກພືດ, ພະຍາດ ແລະ ແມງໄມ້ ສຳລັບທຸກແຂວງທົ່ວປະເທດ ລາຍລະອຽດເພີ່ມເຕີມນັ້ນໃຫ້ທຸກທ່ານ ເຂົ້າໄປເບິ່ງໃນລະບົບອຸຕຸກະເສດແຫ່ງ ສປປ ລາວ ຕາມລິ້ງຂ້າງລຸ່ມນີ້:

ບົດຂ່າວອຸຕຸກະເສດປະຈໍາເດືອນ ກໍ່ໄດ້ຖືກພັດທະນາຂຶ້ນໃນລະບົບ ແລະ ສາມາດເຂົ້າໄປດາວໂຫຼດໃນລະ ບົບເວັບໄຊ໌ ແລະ ແອັບ.

ຂໍ້ມູນເພີ້ມເຕີມ:

ລະບົບຫຼັກຊາແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ໂຄງການໃຫ້ທືນໂດຍກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ຜ່ານໂຄງການ ສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ  ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ (SAMIS).

ທີ່ຢູ່ເວັບໄຊ້ຫຼັກຊາ:  www.lacsa.net

ລະບົບເອບປຼີເກເຊີນ ແອນດຼອຍ:   https://play.google.com/store/apps/details?id=com.fao.lacsa_app

ລະບົບເອບປຼີເກເຊີນ ແອບໂປ້:  https://apps.apple.com/sg/app/lacsa/id1573693442

ຂໍ້ມູນປັບປູງເປັນປະຈຳສາມາດເຂົ້າເບິ່ງໄດ້ທີ່:   https://www.facebook.com/samisdmh.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ