ບົດຂ່າວອຸຕຸກະເສດປະຈຳອາທິດ ຂອງ ສປປ ລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມມື ແລະ ເຮັດວຽກປະສານງານກັບບັນດາກົມ ແລະ ສູນ ຂອງກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງປະກອບມີ: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ (ສູນປ້ອງກັນພືດ) ໄດ້ຮວ່ມກັນພັດທະນາລະບົບບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ.

ກິດຈະກຳດັ່ງກາ່ວແມ່ນໄດ້ດຳເນີນພາຍໃຕ້ກິດຈະກຳໂຄງການ ຂອງ​ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ FAO (ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຕິດຕາມ ຂໍ້ມູນຂ່າວສານອຸຕຸກະເສດ ເພື່ອການປັບຕົວກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານ ໃນ ສປປລາວ SAMIS) ໂດຍການສະໜັບສະໜູນທຶນຈາກ ອົງການສິ່ງແວດລ້ອມໂລກ (GEF) ໂດຍການຊີ້ນຳດ້ານເຕັກນິກວິຊາການຈາກຫ້ອງ ການ FAO ປະຈຳລາວ ແລະ ພາກພື້ນອາຊີປາຊີຟິກ, ດ້ານເຕັກນິວິຊາການ ແມ່ນໄດ້​ຮັບ​ການສະໜັບສະໜູນໂດຍກົງ ຈາກອົງການ (ສູນ) APPC ແລະ ອົງການ ຊ໌ຽດ CIAT.

            ລະບົບການບໍລິການອຸຕຸກະເສດ ຂອງ ສປປ ລາວ ແມ່ນລະບົບເວບໄຊ໌ ແລະ ເເອັບອອນລາຍ ທີ່ສາມາດເຂົ້າເຖິງໄດ້ທຸກສະຖານທີ່ ທີ່ມີອິນເຕີເນັດ ໂດຍຜ່ານທາງໂມບາຍໂຟນ ເເອັບ ແລະ ເວັບໄຊ້ທາງຄອມພິວເຕີ້, ໃນລະບົບແມ່ນໄດ້ສັງລວມຂໍ້ມູນຈາກຫຼາຍແຫຼ່ງ ຂອງ 2 ກະ​ຊວງ ຄື: ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້. ເພື່ອປະມວນຜົນແບບຈຳລອງອັນຊັບຊ້ອນ ເພື່ອຜະລິດຂໍ້ມູນ ອຸຕຸກະເສດໃຫ້ແກ່ຊາວກະສິກອນ ໃນ ສປປ ລາວ, ເພື່ອການນຳສະເໜີຂໍ້ມູນທີ່ມີຄຸນນະພາບ ແລະ ໃຫ້ປະຊາຊົນເຂົ້າໃຈງ່າຍ ແລະ ສາມາດນຳໄປໃຊ້ໄດ້ຢ່າງມີປະສິດທິຜົນ.

          ບົດຂ່າວອຸຕຸກະເສດປະຈຳອາທິດ ກໍ່ໄດ້ຖືກພັດທະນາຂຶ້ນໃນລະບົບ ແລະ ສາມາດເຂົ້າໄປດາວໂຫຼດໃນລະບົບເວບໄຊ໌ ແລະ ແັ໌ບ, ບົດຂ່າວດັ່ງກ່າວແມ່ນສະຫຼຸບສະພາບອຸຕຸກະເສດໃນ 1 ອາທິດຜ່ານມາ ແລະ ໃຫ້ຂໍ້ມູນຄາດຄະເນອຸຕຸກະເສດໃນ 1 ອາທິດຕໍ່​ໄປ; ໃນບົດຂ່າວຈະປະກອບມີ: ຂໍ້ມູນສະພາບອາກາດ, ປະລິມານນໍ້າຝົນລວມ, ພະຍາດພຶດ, ແມງໄມ້ ແລະ ຄວາມແຫ້ງແລ້ງ, ຄໍາແນະນໍາການຄຸ້ມຄອງຂອງພຶດ, ສັດຕູພືດ ແລະ ແມງໄມ້ ເຊິ່ງມີຄວາມສ່ຽງ 3 ລະດັບເຊັ່ນ:  1. ຄວາມສ່ຽງສູງ 2. ຄວາມສ່ຽງປານກາງ 3. ຄວາມສ່ຽງຕໍ່າ.

ສໍາລັບທຸກໆເມືອງທົ່ວປະເທດ ໃນລະຫວ່າງລະດູການຜະລິດ ບົດແຈ້ງຂ່າວອຸຕຸກະສິກຳ ກໍ່ຈະມີຄຳແນະ ນຳການຄຸ້ມຄອງຈັດການການປູກຝັງ ລວມທັງຄວາມສ່ຽງໄພພິບັດທາງອຸຕຸກເສດ ແລະ ຂໍ້ມູນເຫຼົ່ານີ້ແມ່ນໄດ້ຮັບການພັດທະນາສ້າງຂຶ້ໂດຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສົມທົບກັບການສົ່ງເສີມ ດ້ານເຕັກນິກວິທະຍາສາດ ຈາກອົງການ ຊ໌ຽດ CIAT ແລະ ສຳລັບຄຳແນະນຳດ້ານການຈັດການສັດຕູພືດແມງໄມ້ແມ່ນໄດ້ສ້າງຂຶ້ນໂດຍ ຜູ້ຊ່ຽວຊານຈາກສູນປ້ອງກັນພືດ, ກົມ​ປູກ​ຝັງ.

ຕົວຢ່າງ: ໃນ 1 ອາທິດຂ້າງໜ້າ ໃນເຂດພື້ນທີ່ເມືອງ ກາສີ, ແຂວງ ວຽງຈັນ ໃຫ້ປະຊາຊົນເຝົ້້າລະຫວັງສະ ພາບອາກາດໜາວເຢັນ ແລະ ຢູ່ໃນໄລຍະເກັບກ່ຽວເກັບມ້ຽນຜົນພະລິດ, ສຳລັບພະຍາດ ແມ່ນໃຫ້ຊາວກະສິກອນເອົາໃຈໃສ່ເຝົ້າລະວັງການລະບາດຂອງ ເພ້ຍຈັກຈັ່ນຫັລງສີນ້ຳຕານ ທີ່ມີຄວາມສ່ຽງຢູ່​ໃນລະດັບປານກາງ.

ຂໍ້ມູນເພີ່ມເຕີມ:

ລະບົບຫຼັກຊາ (ການບໍລິການຂໍ້ມູນອຸຕຸກະເສດ) ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ກອງທຶນສິ່ງແວດລອ້ມໂລກ ຂອງອົງການ FAO ໂດຍຜ່ານໂຄງການ ສ້າງຄວາມເຂັ້ມແຂງລະບົບຕິດຕາມຂໍ້ມູນຂ່າວສານອຸຕຸກະເສດ ເພື່ອການປັບໂຕເຂົ້າກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານຢູ່ໃນ ສປປ ລາວ (SAMIS).

ທີ່ຢູ່ເວັບໄຊ້ຫຼັກຊາ:  www.lacsa.net  ລະບົບເອບປຼີເກເຊີນ ແອນດຼອຍ:   https://play.google.com/store/apps/details?id=com.fao.lacsa_app

ລະບົບເອບປຼີເກເຊີນ ແອບໂປ້:  https://apps.apple.com/sg/app/lacsa/id1573693442

ຂໍ້ມູນປັບປູງເປັນປະຈຳສາມາດເຂົ້າເບິ່ງໄດ້ທີ່:   https://www.facebook.com/samisdmh.

FOR VIDEO making

The video has to talk about crop reccomandation. This is lacsa leaflet with the crop recommendations produced by NAFRI, and CIAT https://www.fao.org/3/cb5888en/cb5888en.pdf

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ