ທລຍ ເມືອງສໍາພັນ ສໍາເລັດການຝືກ​ອົບ​ຮົມ​ວຽກ​ງານ​ສວນ​ຄົວ​ໂພ​ຊະ​ນາ​ການ​ ໃຫ້​ແກ່​ຄອບ​ຄົວ​ຕົວ​ແບບ ​ຢູ່​ບ້ານເປົ້າໝາຍ ຊຸດທີ 1

ທລຍ ເມືອງສໍາພັນ ສໍາເລັດການຝືກ​ອົບ​ຮົມ​ວຽກ​ງານ​ສວນ​ຄົວ​ໂພ​ຊະ​ນາ​ການ​ ໃຫ້​ແກ່​ຄອບ​ຄົວ​ຕົວ​ແບບ ​ຢູ່​ບ້ານເປົ້າໝາຍ ຊຸດທີ 1

ໃນລະຫວ່າງວັນທີ 4-5 ພະ​ຈິກ 2022 ໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈໍາເມືອງສຳ​ພັນ, ແຂວງຜົ້ງສາລີ ໄດ້ຈັດຝຶກອົບຮົມວຽກ​ງານສວນຄົວໂພຊະນາການ ​ໃຫ້​ແກ່​ຄອບ​ຄົວ​ຕົວ​ແບບ ຢູ່​ໃນ​ບ້ານ​ເປົ້າ​ໝາຍ​ຊຸດ​ທີ 1 ໂດຍການເປັນຄູຝຶກຂອງເຄືອຂ່າຍຊາວກະສິກອນ ແລະ ກຸ່ມບໍລິການດ້ານກະສິກຳ (CLICK) 2 ທ່ານ ແລະ ນັກສໍາມະນາກອນຈາກຄອບ​ຄົວ​ຕົວ​ແບບ​ຈາກ 15 ບ້ານ​ເປົ້າ​ໝາຍຊຸດ​ທີ 1 ແລະ ການເຂົ້າຮ່ວມສັງເກດການ​ຂອງ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້ ເມືອງ 2 ທ່ານ, ທ​ລຍ ເມືອງ 2 ທ່ານ ແລະ ພະນັງານ  ທ​ລຍ ບ້ານ 3  ທ່ານ.

ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຄອບຄົວສວນຄົວຕົວແບບ ໃນ 15 ບ້ານເປົ້າໝາຍ ໃຫ້ມີຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດທຸກໜ້າວຽກຂອງການເຮັດສວນຄົວເພື່ອສົ່ງເສີມໂພຊະນາການ ພ້ອມທັງ​ປືກ​ສາ​ຫາ​ລື​ບັນຫາ​ຕ່າງໆ​ທີ່​ພົບ​ເຫັນ​​ໃນການ​ປູກພືດ​ສວນ​ຄົວໃນ​ໄລ​ຍະ​ຜ່ານ​ມາ ແລະ ​ຊອກ​ຫາ​ວິ​ທີ​ທາງ​ແກ້​ໄຂ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກຄື: ພາກທິດສະດີ ແລະ ພາກຄົ້ນຄວ້າ. ພາກທິດສະດີ ໄດ້ແນະ​ນຳ​ວິ​ທີ​ການ​ປູກພຶດ​ສວ​ນ​ຄົວໃນ​ລະ​ດູ​ແລ້ງ, ນຳສະເໜີການເປັນຄູຝຶກໃຫ້ແກ່ຄອບຄົວຕົວແບບ​​ສວນ​ຄົວ ​ເພື່ອ​ໄປ​ຝືກ​ອົບ​ຮົ​ມ​ໃຫ້​ແກ່​ສະ​ມາ​ຊີກ​ພາຍ​ໃນ​ບ້ານ ຕໍ່ໄປ. ຫຼັງຈາກນັ້ນ ແມ່ນໄດ້​ແບ່ງ​ອອ​ກ​ເປັນ 2 ກຸ່ມ​ຄົ້ນ​ຄວ້າ: ກຸ່ມທີ 1 ແມ່ນປະ​ເມີນ​ໄດ້ທົບທວນຄືນກ່ຽວກັບ 18 ຊະໜິດຂອງແນວພັນພືດ ທີ່ໄດ້ສົ່ງເສີມໃນໄລຍະຜ່ານມາ ວ່າມີຂໍ້ດີ, ຂໍ້ຫຍຸ້ງຍາກ ແນວໃດ ແລະ ພືດຊະນິດໃດທີ່ເໝາະສົມຄວນຈະສົ່ງເສີມຕໍ່ ຊຶ່ງຄັດ​ເລືອກ​ໄດ້ 17 ຊະ​ນິດພືດທີຈະສົ່ງເສີມໃນຕໍ່ໜ້າ ຄື: ໝາກມອນ, ກະ​ຖີນ, ຕຳ​ນີນ, ອີ່​ຮູ, ສົມ​ພໍ​ດີ, ມັນ​ດາງ, ບົວ​ຫິ​ມະ, ໝາກ​ງາ, ຖົ່ວ​ຂຽວ, ໝາກ​ອຶ, ຖົ່ວ​ຂົ້ວ, ຖົ່ວ​ພູ, ຜັກ​ບົ້ງ, ຜັກ​ກາດ​ຊອມ, ຜັກ​ຫົມ, ຜັກ​ປັງ. ກຸ່ມທີ 2 ໄດ້ມີການສ້າງ​ແຜນ​ການ​ຝືກ​ອົບ​ຮົມ​ສວນ​ຄົວ​ລະ​ດູ​ແລ້ງ.

ຜ່ານການ​ຝືກ​ອົບ​ຮົມເປັນເວລາ 2 ວັນ ນັກ​ສຳ​ມະ​ນ​າ​ກອນ ໄດ້​ຮຽນ​ຮູ້ເນື້ອ​ໃນ ແລະ ຂະ​ບວນ​​ການ​ເຮັດ​ສວນ​ຄົວ, ປະ​ເມີນ​ຈຸດດີ, ຈຸດອ່ອນ ແລະ ສະຖານທີ່​​ເຮັດ​ສວນ​ຄົວ, ການ​ສ້າງ​ແຜນ​ການ​ສົ່ງ​ເສີມ​ສວນ​ຄົວ​ລະ​ດູ​ແລ້ງ ພ້ອມທັງສາມາດນໍາເອົາບົດຮຽນດັ່ງກ່າວໄປຖ່າຍຖອດໃຫ້ແກ່ຊຸມຊົນບ້ານຂອງຕົນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ