ງານວາງສະແດງຕົ້ນໄມ້ ແລະ ເບ້ຍໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ

IMG_85144

      ເພື່ອສືບຕໍ່ປະຕິບັດນະໂຍບາຍຂອງພັກ ແລະ ແຜນຍຸດທະສາດ ໃນການພັດທະນາຕາມທິດສີຂຽວ ແລະ ຍືນຍົງຂອງລັດຖະບານ ໂດຍສະເພາະຍຸດທະສາດຮອດປີ 2020. ໃນຕອນບ່າຍວັນທີ 25 ພຶດສະພາ 2018 ນີ້ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບນະຄອນຫຼວງວຽງຈັນ ໄດ້ຈັດງານວາງສະແດງເບ້ຍໄມ້ຂຶ້ນ ຢູ່ເດີ່ນພະທາດຫຼວງ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ພ້ອມນີ້ຍັງມີ ຮອງລັດຖະມົນຕີ, ແຂກຖືກເຊີນ ຈາກບັນດາກະຊວງ, ອົງການທຽບເທົ່າ, ຫົວໜ້າກົມ-ຮອງກົມ ອ້ອມຂ້າງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງເປັນຂະບວນຟົ້ດຟື້ນ.

IMG_85888

     ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຂຶ້ນລາຍງານວ່າ: ຈຸດປະສົງ ແມ່ນເພື່ອເປັນການສ້າງຂະບວນການ ແລະ ປູກຈິດສຳນຶກ ໃຫ້ແກ່ສັງຄົມ ໂດຍສະເພາະແມ່ນ ເຍົາວະຊົນ ແລະ ອະນຸຊົນລຸ້ນຫຼັງ ໃຫ້ຮູ້ຈັກຄຸນປະໂຫຍດຂອງປ່າໄມ້ ເປັນຕົ້ນແມ່ນວຽກງານການປູກໄມ້, ໃຫ້ຮູ້ຈັກຫວງແຫນ, ອະນຸລັກ ພ້ອມທັງ ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຊື່ງເປັນຊັບສົມບັດຂອງຊາດ ແລະເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 38 ປີ ໂດຍຕິດພັນກັບການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ. ນອກນັ້ນ, ຍັງເປັນການຊຸກຍູ້ດ້ານທຸລະກິດກ້າເບ້ຍໄມ້ ໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ. ສໍາລັບງານວາງສະແດງເບ້ຍໄມ້ຄັ້ງນີ້ ມີຜູ້ເຂົ້າຮ່ວມທັງພາກລັດ, ບັນດາບໍລິສັດ ຫ້າງຮ້ານ, ຜູ້ປະກອບການ ທັງໝົດ 78 ພາກສ່ວນ, ເບ້ຍໄມ້ທີ່ນໍາມາວາງສະແດງ 30 ຊະນິດ ຊື່ງເປັນປະເພດໄມ້ພື້ນເມືອງເຊັ່ນ: ໄມ້ຂະຍຸງ, ໄມ້ຄໍາພີ້, ໄມ້ດູ່ລາຍ, ໄມ້ດູ່, ໄມ້ແຕ້ຂ່າ,​ໄມ້ຍາງ ໄມ້ແຄນເຮືອ, ໄມ້ແຄນຂະຍອມ, ສີໄຄຕົ້ນ, ຈໍາປີປ່າ, ສະຝາງ, ໄມ້ຕິ້ວເປັນຕົ້ນ. ນອກນັ້ນ, ຍັງມີ ປະເພດໄມ້ໃຫ້ໝາກ,​ໄມ້ປະດັບ, ຜະລິດຕະພັນໄມ້ ລວມທັງຜະລິດຕະພັນກະສິກໍາ ນໍາອີກ. ເພື່ອເຮັດໃຫ້ງານດັ່ງກ່າວມີຄວາມໝາຍສໍາຄັນ ຄະນະປະທານ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມ ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ເປີດງານ ພ້ອມທັງ ທ່ຽວຊົມການວາງສະແດງເບ້ຍໄມ້ ແລະ ສິນຄ້າຕ່າງໆ ພາຍໃນງານນໍາອີກ.

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ​ຂ່າວສານ​ກະສິກໍາ ​ແລະ ປ່າ​ໄມ້

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ