ຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ລົງກວດກາປະເມີນຄືນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ໜ່ວຍພັກຮາກຖານ ກອງທຶນຫຼຸດຜ່ອນຄວາມທຸກຍາກ

 

     ໃນວັນທີ 18 ກຸມພາ 2022, ຄະນະຕິດຕາມ, ກວດກາ ການປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງກວດກາປະເມີນຄືນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ໜ່ວຍພັກຮາກຖານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ນໍາພາໂດຍທ່ານ ສົມພອນ ແກ້ວຫາວົງ ກໍາມະການພັກກະຊວງ, ຮອງປະທານກວດກາພັກ ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຄະນະ. ຊຶ່ງມີເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ໜ່ວຍພັກຮາກຖານກອງທຶນຫຼຸດຜ່ອນຄວາມທຸກຍາກ ເຂົ້າຮ່ວມທັງໝົດ 19 ສະຫາຍ (ຍິງ 05 ສະຫາຍ).

ທ່ານ ພັດນະຄອນ ຄັນທະມີໄຊ ເລຂາໜ່ວຍພັກຮາກຖານ ທລຍ ໄດ້ລາຍງານຫຍໍ້ກ່ຽວກັບ: ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຂອງໜ່ວຍພັກຮາກຖານ ທລຍ ວ່າ: ໜ່ວຍພັກຮາກຖານ ທລຍ ໄດ້ປະຕິບັດຕາມຂັ້ນຕອນ ແລະ ມາດຖານການປະເມີນ 05 ເນື້ອໃນ ທີ່ໄດ້ກໍານົດໃນຄໍາສັ່ງ ຂອງກົມການເມືອງສູນກາງພັກ, ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018. ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018. ກ່ຽວກັບການປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍໄດ້ອອກມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ, ສ້າງແຜນ ແລະ ສະຫຼຸບການປະເມີນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021.

(ໜ່ວຍພັກຮາກຖານ ທລຍ ຂໍຢັ້ງຢືນວ່າ:) ໜ່ວຍພັກຮາກຖານກອງທຶນຫຼຸດຜ່ອນຄວາມທຸກຍາກ ແມ່ນມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນໍາພາ, ແລະ ການປະຕິບັດໜ້າທີ່ການເມືອງ ດັ່ງທີ່ໄດ້ສະຫຼຸບລາຍງານໄປແລ້ວນັ້ນ ໂດຍອີງໃສ່ຜົນງານທີ່ພົ້ນເດັ່ນໃນການປະກອບສ່ວນເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ໃນນັ້ນ  ສໍາລັບ 06 ແຂວງເປົ້າໝາຍ ຄື: ແຂວງ ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງ ອັດຕະປື ໂດຍໄດ້ຮັບທຶນສົມທົບຂອງລັດຖະບານຈໍານວນ 13 ຕື້ກີບ ແລະ ທຶນສະໜັບສະໜູນບໍລິຫານໂຄງການຈາກອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ ມູນຄ່າ 3 ແສນໂດລາສະຫະລັດ ໄດ້ຈັດຕັ້ງປະຕິບັດໂຄງການຍ່ອຍທັງໝົດ 236 ໂຄງການ, ຢູ່ 23 ເມືອງ ຂອງ 6 ແຂວງດັ່ງກ່າວ.  ມາຮອດປະຈຸບັນນີ້ ການຈັດຕັ້ງປະຕິບັດໂຄງການຍ່ອຍເຫຼົ່ານັ້ນ ແມ່ນສໍາເລັດ 100%.

ນອກນັ້ນ, ທລຍ ຍັງໄດ້ຈັດຕັ້ງປະຕິບັດວຽກງານຢູ່ 12 ເມືອງ ຂອງ 4 ແຂວງ ຄື: ແຂວງ ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ແຂວງ ອຸດົມໄຊ, ໃນໄລຍະປີ 2020-2024 ໂດຍສຸມໃສ່ວຽກງານປັບປຸງຊີວິດການເປັນຢູ່ ເຊື່ອມສານໂພຊະນາການ ໂດຍທຶນສະໜັບສະໜູນຈາກທະນາຄານໂລກ ມູນຄ່າ 22.5 ລ້ານໂດລາສະຫະລັດ. ອີງຕາມການລົງມາຕິດຕາມປະເມີນການເຮັດວຽກ ຂອງຄະນະຊ່ຽວຊານຈາກທະນາຄານໂລກ ໃນທ້າຍປີ 2021 ເຫັນໄດ້ວ່າ:ການຈັດຕັ້ງປະຕິບັດວຽກງານຂອງ ທລຍ ແມ່ນຈັດຕັ້ງປະຕິບັດໄດ້ດີ ຊຶ່ງສິ່ງທີ່ພົ້ນເດັ່ນ ແມ່ນສາມາດປ່ອຍທຶນໝູນວຽນໃຫ້ຊາວບ້ານກູ້ຢືມ ເພື່ອນໍາໃຊ້ເຂົ້າໃນການປູກ-ການລ້ຽງ ສ້າງລາຍຮັບໃຫ້ແກ່ຄອບຄົວ ມູນຄ່າ 13 ຕື້ກີບ ແລະ ສະໜັບສະໜູນທຶນໃນການເຮັດອາຫານເສີມ ໃຫ້ແກ່ເດັກນ້ອຍອາຍຸ 6-23 ເດືອນ ແລະ ແມ່ຍິງຖືພາ ມູນຄ່າ 1 ຕື້ກວ່າກີບ. ພ້ອມກັນນັ້ນ, ການບໍລິຫານຈັດການຂອງ ທລຍ ພາຍໃຕ້ການຊີ້ນໍານໍາພາຈາກລັດຖະບານ ກໍຄືກະຊວງກະສິກໍາ ແລະ ປ່າໄມ້ ແລະ ການປະສານງານກັບຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ ແມ່ນເຮັດໄດ້ດີ.

ຈາກນັ້ນ ຄະນະຕິດຕາມ, ກວດກາ ການປະເມີນຜົນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ກໍ່ໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຂອງໜ່ວຍພັກຮາກຖານ ທລຍ. ໃນຕອນທ້າຍ, ທ່ານ ສົມພອນ ແກ້ວຫາວົງ ກໍາມະການພັກກະຊວງ, ຮອງປະທານກວດກາພັກ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວມີຄໍາເຫັນ ແລະ ຊົມເຊີຍຕໍ່ຜົນງານທີ່ໜ່ວຍພັກພັກຮາກຖານ ທລຍ ຍາດມາໄດ້ ແລະ ໂດຍອີງຕາມ 5 ມາດຖານຂອງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຫັນວ່າ ໜ່ວຍພັກຮາກຖານ ທລຍ ສາມາດບັນລຸຕາມ 5 ມາດຖານດັ່ງກ່າວ ແລະ ມີຄະແນນລວມ ຂອງແຕ່ລະມາດຖານ ຢູ່ໃນເກນທີ່ສາມາດສະເໜີຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ຄົ້ນຄວ້າພິຈາລະນາເປັນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ