ຄະນະຊ່ຽວຊານທະນາຄານໂລກ ລົງເຄື່ອນໄຫວວຽກງານ ຢູ່ເມືອງກະລຶມ

ຄະນະຊ່ຽວຊານທະນາຄານໂລກ ລົງເຄື່ອນໄຫວວຽກງານ ຢູ່ເມືອງກະລຶມ

ໃນລະຫວ່າງ ວັນທີ 07 – 09 ມິຖຸນາ 2022 ຜ່ານມານີ້, ທ່ານ ນາງ ຊູຊານ ເຊັນ ຫົວໜ້າຝ່າຍບໍລິຫານວຽກງານພັດທະນາສັງຄົມ ແລະ ການມີສ່ວນຮ່ວມ, ທ່ານ ເບັນຈາມິນ ເບິກຮາດ ຜູ້ຊ່ຽວຊານອາວູໂຊ ດ້ານການພັດທະນາສັງຄົມ ແລະ ຫົວໜ້າທິມງານຈັດຕັ້ງປະຕິບັດໂຄງການ ພ້ອມດ້ວຍຄະນະຊ່ຽວຊານຈາກທະນາຄານໂລກ, ທ່ານ ພັດທະຄອນ ຄັນທະມີໄຊ ຜູ້ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານ ຢູ່ເມືອງກະລຶມ, ແຂວງເຊກອງ ຊື່ງກ່ອນທີ່ຈະລົງຢ້ຽມຢາມຢູ່ເມືອງກະລຶມ ຄະນະດັ່ງກ່າວ ໄດ້ເຂົ້າພົບ ທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆເຊກອງ ເພື່ອສະເໜີຈຸດປະສົງ ແລະ ແຜນການເຄື່ອນໄຫວວຽກງານຢູ່ທ້ອງຖີ່ນໃນຄັ້ງນີ້ ໂດຍສະເພາະແມ່ນການເກັບກໍາຂໍ້ມູນ ເພື່ອກະກຽມໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວ ​ເຂົ້າກັບການປ່ຽນແປງດິນຟ້າອາກາດ ຫຼື CLEAR.

   

ຫຼັງຈາກນັ້ນ, ຄະນະຊ່ຽວຊານຂອງທະນາຄານໂລກ ກໍໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງກະ ລຶມ, ແຂວງເຊກອງ ໂດຍໃຫ້ກຽດເຂົ້າຮ່ວມຕ້ອນຮັບໂດຍ ທ່ານ ຄຳປະເສີດ ດອຍບົວລະພາ ຮອງເຈົ້າເມືອງໆກະລຶມ, ຜູ້ຊີ້ນໍາຂົງເຂດເສດຖະກິດ; ທ່ານ ບຸນສຳ ສີສັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ພ້ອມດ້ວຍຄະນະ.

ການລົງເຄື່ອນໄຫວເຮັດວຽກງານໃນຄັ້ງນີ້ ໄດ້ຢ້ຽມຢາມ ບັນດາໂຄງການ ທີ່ ທລຍ ໄດ້ໃຫ້ການສະໜັບສະໜູນ ໃນໄລຍະ ຜ່ານມາ ແລະ ພົບປະພໍ່ແມ່ປະຊາຊົນ ຢູ່ 3 ບ້ານ ຄື: ບ້ານລິງ, ບ້ານຈິງ ແລະ ບ້ານຕີນຕຶມ. ພ້ອມນັ້ນ ກໍ່ໄດ້ເກັບກໍາຂໍ້ມູນຕົວຈິງ ເພື່ອກະກຽມໂຄງການ CLEAR.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ