ການອະນຸລັກແຂ້ນໍ້າຈືດ ຢູ່ທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ ບັນລຸຜົນສໍາເລັດຢ່າງສູງ/Croc conservation milestone achieved at the Xe Champhone Ramsar Wetland Complex

ການອະນຸລັກແຂ້ນໍ້າຈືດ ຢູ່ທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ ບັນລຸຜົນສໍາເລັດຢ່າງສູງ

ໃນວັນ​ທີ 25 ພຶດສະພາ​ນີ້, ນັກວິທະຍາສາດ​ຈາກ​ອົງການ​ອະນຸລັກ​ສັດປ່າ​ (WCS) ປະຈໍາ ສປປ ລາວ ພ້ອມດ້ວຍ​ຄູ່​ຮ່ວມງານ ຈາກພາກລັດ ຊຶ່ງ​ລວມ​ທັງ​ກົມ​ປ່າ​ໄມ​້, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ແລະ ​ຄະນະ​ອະນຸລັກ​ຊີວະນາໆພັນຂັ້່ນບ້ານ​ ບ້ານນາ​ຕ້າຍ​ ໄດ້​ລົງຕິດຕາມກວດກາຊີວະນາໆພັນ ແລະ ເກັບໄຂ່​​ແຂ້ນໍ້າຈືດ​ ຢູ່​ທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ. ແຂ້ນໍ້າຈືດແມ່ນສັດທີ່ໃກ້ຈະສູນພັນ ເຊິ່ງມີຈໍານວນໜ້ອຍກວ່າ 1,000 ໂຕ ຢູ່ໃນຖິ່ນທີ່ຢູ່ອາໄສທໍາມະຊາດ. ໃນນັ້ນ ພົບວ່າ ມີໜ້ອຍກວ່າ 5% ຂອງຈໍານວນໄຂ່ທີ່່ຖືກວາງຕາມທໍາມະຊາດ ສາມາດມີຊີວິດຢູ່ລອດຈົນເຕີບໃຫຍ່ເຕັມທີ່. ຢູ່ເຂດຣາມຊາເຊຈໍາພອນ ທີມງານອະນຸລັກ ໄດ້ເກັບໄຂ່ຈາກຮັງທໍາມະຊາດ 2-3 ແຫ່ງໃນແຕ່ລະປີ ແລະ ຊ່ວຍເບາະລ້ຽງໂຕອ່ອນເປັນເວລາ 2 ປີ ຈົນລູກແຂ້ມີຄວາມຍາວເກືອບ 1 ແມັດ ແລ້ວປ່ອຍລົງຄືນສູ່ທໍາມະຊາດ ຈົນສາມາດເຮັດໃຫ້ປະຊາກອນແຂ້ຢູ່ ດິນບໍລິເວນນໍ້າຣາມຊາເຊຈໍາພອນ ສາມາດຟື້ນຟູຈໍານວນໄດ້ດີຂຶ້ນ ແລະ ໄວກວ່າເກົ່າ. ໂຄງການນີ້ໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ ຈາກຊຸມຊົນທ້ອງຖິ່ນ ໃນການຫ້າມລ່າແຂ້ຍ້ອນປະເພນີ ແລະ ຄວາມເຊື່ອໃນທ້ອງຖິ່ນ ແລະ ກໍບໍ່ເຄີຍມີປະຫວັດການລາຍງານບັນຫາຄວາມຂັດແຍ່ງໃດໆກ່ຽວກັບສັດຂີ້ອາຍຊະນິດພັນນີ້.

ການເກັບໄຂ່ແຂ້ໃນຄັ້ງນີ້ມີຄວາມສໍາຄັນເປັນພິເສດເນື່ອງຈາກວ່າ ແມ່ແຂ້ໄດ້ຖືກລະບຸ ແລະ ຢັ້ງຢືນວ່າເປັນແຂ້ໂຕທີ່ຖືກ ນໍາມາເບາະລ້ຽງ ແລະ ປ່ອຍຄືນສູ່ທໍາມະຊາດ ໂດຍອົງການອະນຸລັກສັດປ່າ ພ້ອມດ້ວຍຄູ່  ​ຮ່ວມງານພາກລັດ ແລະ ​ຄະນະ​ອະນຸລັກ​ຊີວະນາໆພັນຂັ້່ນບ້ານ ເມື່ອ 8 ປີກ່ອນ, ເຊິ່ງຖືວ່າເປັນກໍລະນີທໍາອິດທີ່ຖືກບັນທຶກວ່າ: ແຂ້ນໍ້າຈືດທີ່ຜ່ານການເບາະລ້ຽງ ໄດ້ປະສົບຜົນສໍາເລັດໃນການສ້າງຮັງ ແລະອອກແມ່ແຜ່ລຸກຢູ່ໃນທໍາມະຊາດ. ພາຍຫຼັງທີ່ແຂ້ໄດ້ຮັບການຟັກໂຕ,ນັກວິທະຍາສາດໄດ້ຕັດເກັດສະເພາະຢູ່ຫາງຂອງພວກມັນ ເຊິ່ງຂະບວນການທີ່ເອີ້ນວ່າ ການສ້າງເຄື່ອງໝາຍ. ແມ່ແຂ້ໂຕນີ້ ຖືກລະບຸດ້ວຍໝາຍເລກ 36 ແລະ ຂໍ້ມູນບັນທຶກສະແດງໃຫ້ເຫັນວ່າ ແມ່ແຂ້ໂຕນີ້ໄດ້ແຕກເບາະອອກຈາກໄຂ່ ຢູ່ສະຖານທີ່ຟັກໄຂ່ຂອງບ້ານຕານສູມ ໃນວັນທີ 11 ສິງຫາ 2012 ແລະ ໄດ້ຖືກປ່ອຍຄືນສູ່ທໍາມະຊາດ ໃນປີ 2014. ໃນຊ່ວງນໍ້າຖ້ວມຕາມລະດູການທີ່ເກີດຂຶ້ນໃນແຕ່ລະປີ ແມ່ແຂ້ໂຕນີ້ໄດ້ເດີນທາງໄປບຶງ /ທີ່ຢູ່ຫ່າງຈາກສະຖານທີ່ປ່ອຍແຂ້ໃນເບື້ອງຕົ້ນເປັນຫຼາຍກິໂລແມັດ ເຊິ່ງເປັນການຄົ້ນພົບທີ່ສໍາຄັນອີກຢ່າງໜຶ່ງເຖິງຄວາມຫຍຸ້ງຍາກ ແລະ ຄວາມສັບຊ້ອນ ໃນການຕິດຕາມສັດຊະນິດພັນນີ້ວ່າໄດ້ຂະຫຍາຍອານາເຂດກ້ວາງອອກໄປທົ່ວພູມີທັດ.

“ນີ້ແມ່ນມື້ທີ່ໜ້າຕື່ນເຕັ້ນຫຼາຍສໍາລັບການອະນຸລັກແຂ້ນໍ້າຈືດໃນທົ່ວອາຊີຕາເວັນອອກສ່ຽງໃຕ້, ເພາະເຫດການນີ້ໄດ້ພິສູດວ່າ ວິທີການຟັກໄຂ່ນີ້ແມ່ນເຄື່ອງມືທີ່ປະສົບຜົນສໍາເລັດໃນການຟື້ນຊ່ວຍຟື້ນຟູຊະນິດພັນສັດທີ່ໃກ້ຈະສູນພັນນີ້”, ກ່າວໂດຍທ່ານ ຊາມູແອລ໌ ເລັສລີ, ຜູ້ຊີ້ນໍາດ້ານວິຊາການສໍາລັບເຂດພູມີທັດແຂວງສະຫວັນນະເຂດ ຂອງ WCS ເຊິ່ງໄດ້ເຂົ້າຮ່ວມການສໍາຫຼວດຮັງໄຂ່ແຂ້ ທີ່ນຳພາໂດຍ ທ່ານ ດຣ. ສະຕີບ ພຣັທ໌ (ຊ່ຽວຊານສັດເລືອຄານປະຈໍາພາກພື້ນ WCS) ແລະ ທ່ານນາງ ສຸນັນທາ ບຸດສະກິດຕິລາດ (ວິຊາການດ້ານຊີວະນາໆພັນແຂວງສະຫວັນນະເຂດ WCS).

ທີ່ດິນບໍລິເວນນໍ້າເຊຈຳພອນ ເປັນບ່ອນຢູ່ອາໄສຂອງປະຊາກອນແຂ້ນໍ້າຈືດທີ່ຍັງເຫຼືອຢູ່ແຫ່ງສຸດທ້າຍຂອງ ສປປ ລາວ ເຊິ່ງນໍາໄປສູ່ການສ້າງຕັ້ງເຂດດັ່ງກ່າວເປັນ “ທີ່ດິນບໍລິເວນນໍ້າທີ່ມີຄວາມສຳຄັນລະດັບສາກົນ” ພາຍໃຕ້ສົນທິສັນຍາຣາມຊາ. ໃນຂະນະທີ່ຄວາມເຊື່ອຖືຕາມປະເພນີໃນທ້ອງຖິ່ນ ໄດ້ສະໜອງການປົກປ້ອງທີ່ເຂັ້ມແຂງໃຫ້ແກ່ແຂ້ເຫຼົ່ານີ້ຈາກການຖືກລ່າ, ການທໍາລາຍຖິ່ນທີ່ຢູ່ອາໄສຢ່າງຕໍ່ເນື່ອງພາຍໃນ ແລະ ແອ້ອມແອ້ມເຂດຣາມຊາ ເຮັດໃຫ້ປະຊາກອນແຂ້ມີຄວາມສ່ຽງຫຼາຍ. ມີພຽງແຕ່ 3 ໃນ 30 ໜ່ວຍຂອງ ໄຂ່ແມ່ແຂ້ເລກທີ #36 ຖືກພົບວ່າມີຄວາມອຸດົມສົມບູນ, ເຊິ່ງສາເຫດອາດສາມາດເຊື່ອມໂຍງກັບການຖາງປ່າຂະໜາດໃຫຍ່ໃກ້ກັບບຶງດັ່ງກ່າວໃນໄລຍະຜ່ານມາ ທີ່ອາດຈະເປັນການຂັບໄລ່ແຂ້ໂຕຜູ້ອອກໄປຈາກເຂດນັ້ນ. ແຕ່ຖືວ່າໂຊກດີທີ່ຮັງອື່ນໆແມ່ນຍັງມີອັດຕາສ່ວນຂອງໄຂ່ທີ່ອຸດົມສົມບູນທີ່ສູງກວ່າ. ອົງການ WCS ກໍາລັງເຮັດວຽກເພື່ອຮັບປະກັນການປົກປ້ອງສັດປ່າ ແລະ ຖິ່ນທີ່ຢູ່ອາໄສທຳ

ມະຊາດ ພ້ອມສະກັດກັ້ນການທໍາລາຍທີ່ຖິ່ນຢູ່ອາໄສທີ່ສໍາຄັນ ໂດຍຄຽງຄູ່ກັບການເຮັດວຽກຮ່ວມກັບຊຸມຊົນທ້ອງຖິ່ນ ໃນການປັບປຸງການວາງແຜນການນໍາໃຊ້ຊັບພະຍາກອນແບບຍືນຍົງຫຼາຍຂຶ້ນ ແລະ ປັບປຸງຊີວິດການເປັນຢູ່ ທີ່ຕິດພັນກັບການຄຸ້ມຄອງທີ່ດິນບໍລິເວນນໍ້າແບບຍືນຍົງ ໂດຍຜ່ານການສະໜອງທຶນໂດຍ ມູນນິທິ Margret A. Cargill Foundation ແລະ EU/AFD ທີ່ພາຍໃຕ້ໂຄງການ “ການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ (#ECILL)”.

Croc conservation milestone achieved at the Xe Champhone Ramsar Wetland Complex

On May 25, Scientists from the Wildlife Conservation Society, together with their government partners and members of the Ban Natay Village Conservation Team conducted field biodiversity monitoring and collected eggs from the nest of a Siamese crocodile in the Greater Xe Champhone Wetlands in Savannakhet Province. Siamese crocodiles are critically endangered, with less than 1,000 individuals in the wild. In natural populations far less than 5% of eggs laid will be able to survive to adulthood. By collecting eggs from a few nests each year and then raising hatchlings for 2 years until they are nearly 1 meter in length, the Xe Champhone population can has a much better and faster chance to recover. This program is fully supported by local communities who have long prohibited any hunting of the crocodiles due to traditional beliefs and have never reported any issues with the shy species.

This collection was especially important as the mother was identified as an individual raised and released by WCS 8 years earlier, making this the first documented case of a head-started Siamese crocodile successfully nesting in the wild. After crocodiles hatch, scientists notch particular scales in their tails, a process called scute marking. This mother crocodile was identified as number 36, and records show she hatched in the Ban Tansoum community-run head-starting facility in August 11, 2012 and released into the wild in 2014. During the seasonal floods which occur each year she made her way to an oxbow lake several Kilometers away from her original release site, another promising finding that this elusive and difficult to track species is expanding across the landscape.

“This was a very exciting day for Siamese crocodile conservation across SE Asia as it proves that the head-starting model is a successful tool in the recovery of this critically endangered species” said Samuel Leslie, Technical Director for the Savannakhet Landscape who joined the nest survey expedition that was led by WCS regional herpetology specialist Dr. Steve Platt and Savannakhet Biodiversity Officer Sounatha Boutxakittilath.

The Xe Champhone Wetlands are home to Lao PDR’s last remaining breeding populations of Siamese crocodiles, a fact which lead to the site being declared a “Wetland of International Importance” under the Ramsar Convention. While local spiritual beliefs provide strong protections to these crocodiles from hunting, ongoing habitat destruction inside and adjacent to the Ramsar Site puts this population at great risk. Only 3 out of 30 of Crocodile #36’s eggs were found to be fertile, which could be tied to recent large land clearings next to this oxbow lake, that may have driven male crocodiles away. Luckily other nests have held a higher percentage of fertile eggs. WCS is working to secure protections against the destruction of critical habitats while also working to provide local communities with improved planning for more sustainable resource use, and alternative livelihoods that support sustainable wetlands management through funding by the Margret A. Cargill Foundation and the EU/AFD Co-financed ‘Ecosystem Conservation through Integrated Landscape Management (#ECILL).

News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
Official Website :www.maf.gov.la
ໂທລະພາບແຫ່ງຊາດລາວຊ່ອງ1 ແລະ ຊ່ອງ 3
ຕິດຕໍ່ເອົາຂ່າວ ແລະ ລົງໂຄສະນາ ໄດ້ທີ່ເບີ 021 410154 ຕາມໂມງລັດຖະການ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ