ຄວາມສ່ຽງອຸຕຸກະເສດ ອາກາດຮ້ອນເອົ້າ ແລະ ໜາວເຢັນ ກັບວິທີການໃຫ້ຄຳແນະນຳການລ້ຽງສັດ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມມືເຮັດວຽກປະສານງານກັບ ກະຊວງກະສິກຳ ແລະ ປ່າໄມ້ ເປັນຕົ້ນ: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ (ສູນປ້ອງກັນພືດ), ໄດ້ຮວ່ມກັນພັດທະນາລະບົບບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ ພາຍໃຕ້ການສະໜັບສະໜູນທຶນ ແລະ ເຕັກນິກຈາກ ອົງການ ອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ.
ລະບົບອຸຕຸກະເສດ ຂອງ ສປປ ລາວ ແມ່ນລະບົບ ເວັບໄຊ໌ ແລະ ເເອັບອອນລາຍ ທີ່ສາມາດເຂົ້າເຖິງໄດ້ທຸກສະຖານທີ່ໆມີອິນເຕີເນັດ ໂດຍຜ່ານທາງໂມບາຍໂຟນ ແລະ ຄອມພິວເຕີ. ການບໍລິການຂໍ້ມູນອຸຕຸກະສິກຳ ແມ່ນອົງປະກອບຫຼັກອັນໜຶ່ງ ຂອງລະບົບ ທີ່ປະກອບດ້ວຍ: ບົດຂ່າວອຸຕຸກະເສດ (ປະຈຳອາທິດ ແລະ ປະຈຳເດືອນ), ດັດສະນີອຸຕຸກະເສດ, ແຜນທີ່ຄວາມ ສ່ຽງສະພາບແຫ້ງແລ້ງ ແລະ ອາກາດຮ້ອນເອົ້າ. ບັນດາຄວາມສ່ຽງອຸກະເສດທັງໝົດມີ 6 ດັດສະນີ ຄື: ອຸນຫະພູມສະສົມໃນປີ ຫຼື GDD, ນ້ຳຝົນ, ໄພແຫ້ງແລ້ງ, ອາດກາດຮ້ອນເອົ້າ, ອາກາດໜາວເຢັນ ແລະ ສັດລ້ຽງກັບອາກາດຮ້ອນເອົ້າ.
ມາດຖານການກຳນົດຄ່າດັດສະນີຄວາມສ່ຽງອາກາດຮ້ອນເອົ້າ ແມ່ນຈະນຳໃຊ້ຄຳສັ່ງປະມວນຜົນທີ່ເອີ້ນວ່າ: ຄຳສັ່ງຊຸດປະມວນຜົນການກະຈາຍ ທາງສະຖິຕິຂອງອຸນຫະພູມສູງສຸດລາຍວັນ (Daily TMAX Climatology Distribution Function) ເຊິ່ງອຸນຫະພູມສູງສຸດຈະເປັນຕົວປ້ອນການປະມວນຜົນ ແລະ ມາດຖານການກຳນົດຄ່າດັດສະນີຄວາມສ່ຽງອາ ກາດໜາວເຢັນ ແມ່ນຈະນຳໃຊ້ຄຳສັ່ງປະມວນຜົນທີ່ເອີ້ນວ່າ: ອຸນຫະພູມຕ່ຳສຸດ (Daily TMIN Climatology Distribution Function) ເຊິ່ງອຸນຫະພູມຕ່ຳສຸດຈະເປັນຕົວປ້ອນປະມວນຜົນ ໂດຍນຳໃຊ້ຄ່າມາດຖານທາງສະຖິຕິ (Standard Deviation or sd) ຈັດຄ່າດັດສະນີອອກເປັນຄວາມສ່ຽງ 3 ລະດັບ ຄື: ຄວາມສ່ຽງລະດັບຕ່ຳ, ຄວາມສ່ຽງລະດັບປານກາງ ແລະ ຄວາມສ່ຽງລະດັບສູງ.
ຈາກການປະມວນຜົນແບບຈຳລອງຢູ່ເບື້ອງຫຼັງໃນລະບົບຫຼັກຊາ, ຫຼັງຈາກນັ້ນ ກໍ່ຈະໄດ້ຄ່າດັດສະນີ ຄວາມສ່ຽງຄາດຄະເນ 7 ວັນລວ່ງໜ້າ ທີ່ສະແດງເປັນແຜນວາດທີ່ເຂົ້າໃຈງ່າຍ ເພື່ອເປັນການເຕືອນລະດັບຄວາມສ່ຽງໃຫ້ ແກ່ຊາວກະສິກອນ ແລະ ເຈົ້າໜ້າທີ່ກະສິກຳ ໃຫ້ມີການກຽມພ້ອມວາງແຜນລ່ວງໜ້າ ເພື່ອຮັບມືກັບສະພາບຄວາມສ່ຽງດັ່ງກ່າວ ເຮັດໃຫ້ເກີດຜົນເສຍ ຫາຍໜ້ອຍທີ່ສຸດແກ່ສັດລ້ຽງ ຂອງຊາວກະສິກອນ.
ສຳລັບການໃຫ້ຄຳແນະນຳໃນສະພາບຄວາມສ່ຽງສະພາບອາກາດ ແກ່ວຽກງານການລ້ຽງສັດ ແມ່ນໄດ້ພັດທະນາເປັນ ຕາຕະລາງທາງເລືອກ ການໃຫ້ຄຳແນະນຳຕາມແຕ່ລະສະພາບອາກາດ ໂດຍໄດ້ຮັບການພັດທະນາ ຈາກສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ພາຍໃຕ້ການສະໜັບສະໜູນດ້ານວິຊາການ ໂດຍສະຖາບັນຄົ້ນຄ້ວາກະສິກຳເຂດ ຮອ້ນ (CIAT) ແລ້ວບັນດາຄຳແນະນຳດັ່ງກ່າວ ແມ່ນໄດ້ຖືກນຳໄປໃຊ້ໃນລະບົບບໍລິການອຸຕຸກະເສດຂອງປະເທດລາວ (ລະບົບຫຼັກຊາ) ທີ່ປະກົດເຫັນໃນບົດຂ່າວອຸຕຸກະເສດປະຈຳອາທິດ ແລະ ປະຈຳເດືອນ ເຊັ່ນ: ບົດຂ່າວພະຍາກອນອຸຕຸກະເສດປະຈຳ ເດືອນ ອອກຄັ້ງວັນທີ 1/1/2022 ແຂວງ ຊຽງຂວາງ, ທີ່ມີຄວາມສ່ຽງຕໍ່ສະພາບອຸນຫະພູມຕ່ຳ ສຳລັບໄລຍະເດືອນມັງກອນ ເພື່ອປົກປ້ອງສັດ ຈາກອຸນຫະພູມທີ່ຫຼຸດລົງຢ່າງກະທັນຫັນ ຕ້ອງໃຫ້ສັດລ້ຽງໄດ້ຢູ່ໃນບໍລິເວນທີ່ມີສິ່ງປົກຄຸມ ຫຼື ມີຫລັງຄາໃນ ເວລາກາງຄືນ. ສັດທີ່ເຈັບປ່ວຍຄວນໄດ້ຮັບການປົກຄຸມຈາກຜ້າແພ ຫຼື ເປົາເພື່ອປົກປ້ອງເຂົາຈາກອາກາດໜາວເຢັນ. ສັດ ຄວນໄດ້ຮັບອາຫານພຽງພໍ ແລະ ດື່ມນ້ຳທີ່ອຸ່ນ ພ້ອມທັງໄດ້ຮັບການສັກຢາປ້ອງກັນເປັນປົກກະຕິ.
ຂໍ້ມູນເພີ້ມເຕີມ:
ລະບົບຫຼັກຊາແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ໂຄງການໃຫ້ທືນໂດຍກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ຜ່ານໂຄງການ ສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ (SAMIS).
ທີ່ຢູ່ເວັບໄຊ້ຫຼັກຊາ: www.lacsa.net
ລະບົບເອບປຼີເກເຊີນແອນດຼອຍ: https://play.google.com/store/apps/details?id=com.fao.lacsa_app
ລະບົບເອບປຼີເກເຊີນ ແອບໂປ້: https://apps.apple.com/sg/app/lacsa/id1573693442
ຂໍ້ມູນປັບປູງເປັນປະຈຳສາມາດເຂົ້າເບິ່ງໄດ້ທີ່: https://www.facebook.com/samisdmh.