Uncategorized
[English below] ຜົນສຳເລັດກອງປະຊຸມປະຈຳປີ 2024 ແລະ ຜ່ານທິດທາງແຜນການເຄື່ອນໄຫວປີ 2025 ຂອງສະມາ ຄົມຊາວກະສິກອນລາວ/Successful of the Annual Meeting 2024 and Work Plan 2025 of Lao Farmer Association. LFA Office, February 12, 2025
ຜົນສຳເລັດກອງປະຊຸມປະຈຳປີ 2024 ແລະ ຜ່ານທິດທາງແຜນການເຄື່ອນໄຫວປີ 2025 ຂອງສະມາ ຄົມຊາວກະສິກອນລາວ

ສະມາຄົມຊາວກະສິກອນລາວ (LFA) ໄດ້ຈັດກອງປະຊຸມປະຈຳປີຂອງຕົນຂຶ້ນໃນວັນທີ 11-12 ກຸມພາ 2025, ທີ່ຫ້ອງ ການ LFA, ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳມູນ ໄຊມະນີ ປະທານສະມາຄົມກະສິ ກອນລາວ; ທ່ານ ສຸວັນທອງ ນາມວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ. ຊຶ່ງກິດຈະກຳດັ່ງກ່າວໄດ້ຮັບທຶນສະ ໜັບສະໜູນຈາກໂຄງການ AGREEN ແລະ ມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ ລວມທັງສະມາຊິກອົງການຈັດຕັ້ງຊາວກະສິກອນ ແລະ ຄູ່ຮ່ວມງານຂອງລັດຖະບານ. ກອງປະຊຸມເພື່ອແນໃສ່ລາຍງານຄືນບັນດາຜົນງານທີ່ບັນລຸໄດ້ໃນປີ 2024, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງໂຄງການ ທີ່ຍັງຄົງຄ້າງຢູ່ພາຍໃນແຕ່ລະເຄືອຂ່າຍສິນຄ້າ (ComNET) ແລະ ວາງແຜນງານປີ 2025. Continue reading
ເຂົ້າໜຶ່ງກໍາກັບຄວາມຫວັງອັນຍິ່ງໃຫຍ່
ເຂົ້າໜຶ່ງກໍາກັບຄວາມຫວັງອັນຍິ່ງໃຫຍ່
ໂຄງການ “ເສີມສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຢູ່ແຂວງອັດຕະປື” (ຫຼື ໂຄງການ Climate REAL) ເປັນໂຄງການທີ່ຈັດຕັ້ງປະຕິບັດໂດຍ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ເຊິ່ງໄດ້ຮັບການສະໜັບສະໜູນທາງດ້ານທຶນຮອນຈາກ ອົງການຮ່ວມມືສາກົນເກົາຫຼີ (KOICA) ເຊິ່ງເປັນໜຶ່ງໃນອົງປະກອບຂອງແຜນງານການເສີມສ້າງຄວາມເຂັ້ມແຂງເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ແບບປະສົມປະສານ ໃນແຂວງອັດຕະປື, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຜູ້ໄດ້ຮັບຜົນປະໂຫຍດຫ້າທ່ານໄດ້ແລກປ່ຽນປະສົບການໃນທາງທີ່ດີຈາກການເຂົ້າຮ່ວມໂຄງການ.

ທ່ານຄໍາມູນກວດກາເຂົ້າທີ່ໄດ້ຮັບການຄັດແຍກຈາກເຄື່ອງຄັດແຍກເຂົ້າທີ່ໄດ້ຮັບຈາກໂຄງການ Climate REAL. ©FAO/Bounmee Maokhamphiou
ໃນຂະນະທີ່ເຂົ້າທີ່ເກັບກ່ຽວໄດ້ໃໝ່ພວມຖືກຄັດແຍກໂດຍເຄື່ອງຄັດແຍກເຂົ້າ, ທ່ານ ຄຳມູນ ເຮືອງສຸວັນທາ ໄດ້ສັງເກດເຫັນການປ່ຽນແປງທີ່ພົ້ນເດັ່ນທາງດ້ານຄຸນນະພາບ ແລະ ປະລິມານຂອງເຂົ້າທີ່ທ່ານເອງສາມາດຜະລິດໄດ້. ທ່ານ ຄໍາມູນ ອາຍຸ 58 ປີ ມີອາຊີບເຮັດໄຮ່ນາມາຕະຫຼອດຊີວິດ – ເລີ່ມແຕ່ຕອນທ່ານອາຍຸຍັງນ້ອຍ ທີ່ໄດ້ຊ່ວຍພໍ່ແມ່ຂອງທ່ານເຮັດນາ – ແຕ່ຄັ້ງນີ້ແມ່ນລະດູການທຳອິດທີ່ທ່ານໄດ້ຮັບຜົນຜະລິດທີ່ດີ.
ເປັນເວລາຫຼາຍທົດສະວັດແລ້ວ, ທ່ານ ຄຳມູນ ໄດ້ຮັບຜົນຜະລິດທີ່ຕໍ່າ ແລະ ການສະໜອງຄວາມຕ້ອງການຕ່າງໆໃຫ້ແກ່ຄອບຄົວຂອງທ່ານທີ່ມີ 6 ຄົນນັ້ນໄດ້ກາຍເປັນຄວາມຫຍຸ້ງຍາກຫຼາຍຂຶ້ນ. ການຜະລິດຜົນລະປູກໄດ້ຮັບຜົນກະທົບຈາກຫຼາຍປັດໃຈລວມກັນ ລວມທັງ ໄພຂົ່ມຂູ່ຈາກການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ, ການເຮັດນາແບບປະຖົມປະຖານ, ສັດຕູພືດ ແລະ ພະຍາດຕ່າງໆ. ຊາວກະສິກອນໃນຊຸມຊົນມີຊັບພະຍາກອນ ຫຼື ຍຸດທະສາດທີ່ຈໍາກັດເພື່ອຕອບໂຕ້ກັບບັນຫາເຫຼົ່ານີ້ ແລະ ໄດ້ອີງໃສ່ການເຮັດນາແບບດັ້ງເດີມ.

ທ່ານຄໍາມູນໄປທົ່ງນາຂອງລາວພ້ອມກັບຈົກ. ©FAO/Saykham Manilasith
“ດ້ວຍຄວາມພະຍາຍາມທັງໝົດທີ່ຂ້າພະເຈົ້າໄດ້ສຸມໃສ່, ຂ້າພະເຈົ້າຍັງໄດ້ຮັບຜົນຜະລິດຕໍ່າ. ຖ້າຂ້າພະເຈົ້າໃຊ້ຄວາມພະຍາຍາມຫຼຸດລົງພຽງໜ້ອຍໜຶ່ງ, ຂ້າພະເຈົ້າກໍຈະໄດ້ຮັບຜົນຜະລິດທີ່ຕໍ່າກວ່າເກົ່າຫຼາຍ.”
ເດືອນກຸມພາ 2023 ເປັນການເລີ່ມຕົ້ນເສັ້ນທາງໃໝ່ຂອງ ທ່ານ ຄຳມູນ. ເນື່ອງຈາກຄວາມມັກໃນການເຮັດນາ ແລະ ຄວາມກະຕືລືລົ້ນທີ່ຈະຊອກຫາຄວາມຮູ້ ແລະ ທັກສະໃໝ່ເພື່ອປັບປຸງການຜະລິດຜົນລະປູກ, ທ່ານໄດ້ຮັບການສະເໜີຊື່ຈາກອຳນາດການປົກຄອງທ້ອງຖິ່ນໃຫ້ເຂົ້າຮ່ວມກິດຈະກໍາຂອງໂຄງການ Climate REAL. ການມີສ່ວນຮ່ວມໃນເບື້ອງຕົ້ນກັບໂຄງການ ລວມມີການຝຶກອົບຮົມການຜະລິດເມັດພັນເຂົ້າໂດຍຜ່ານໂຮງຮຽນຊາວນາ ແລະ ການທັດສະນະສຶກສາເພື່ອຢ້ຽມຢາມຊາວກະສິກອນທີ່ປະສົບຜົນສຳເລັດຢູ່ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ.

ກິດຈະກໍາລົງປຶກສາຫາລື ແລະ ເກັບກໍາຂໍ້ມູນຂັ້ນບ້ານພາຍໃຕ້ໂຄງການ Climate REAL. ©FAO/Vornthalom Chanthavong
ທ່ານ ຄຳມູນ ເປັນຄົນທີ່ຮຽນຮູ້ໄດ້ໄວ ແລະ ສາມາດຈື່ສູດສ່ວນປະສົມຕ່າງໆໃນການເຮັດສະໝຸນໄພຂັບໄຂ່ ສັດຕູພືດ ຈາກວັດສະດຸທີ່ຫາໄດ້ໃນທ້ອງຖິ່ນ ແລະ ເຕັກນິກສະເພາະຂອງຂັ້ນຕອນການປູກເຂົ້າ ໄດ້ຢ່າງຂຶ້ນໃຈ ພ້ອມທັງການຈັດການສັດຕູພືດ ແລະ ພະຍາດ. ທ່ານຍັງສາມາດອະທິບາຍໃຫ້ເຫດຜົນເຖິງການນໍາໃຊ້ເຕັກນິກຕ່າງໆໄດ້ເປັນຢ່າງດີ.

ປະຊາຊົນແຂວງອັດຕະປືກໍາລັງກຽມປັກດໍານາ. ©FAO/Vilaysack Xayyavong

ທ່ານຄໍາມູນໄປທົ່ງນາຂອງລາວພ້ອມກັບຈົກ. ©FAO/Saykham Manilasith
“ຂ້າພະເຈົ້າຍອມຮັບວ່າ ແຕ່ກ່ອນຂ້າພະເຈົ້າບໍ່ເຄີຍຮູ້ວ່າ ປຸ໋ຍແມ່ນຫຍັງ? ປຸ໋ຍມີບົດບາດສຳຄັນຕໍ່ການຈະເລີນເຕີບໂຕຂອງຕົ້ນເຂົ້າແນວໃດ? ບໍ່ຮູ້ວ່າຕ້ອງໃຊ້ປຸ໋ຍສູດໃດ ຕອນໃດ ໃສ່ຫຼາຍເທົ່າໃດ ຕົ້ນເຂົ້າຈຶ່ງໃຫ້ຜົນຜະລິດທີ່ດີ. ຈົນວ່າຂ້າພະເຈົ້າໄດ້ເຂົ້າຮ່ວມໂຄງການ. ປັດຈຸບັນ, ຂ້າພະເຈົ້າໄດ້ຮຽນຮູ້ແລ້ວວ່າ ປຸ໋ຍແຕ່ລະສູດໃຫ້ທາດອາຫານທີ່ຕົ້ນເຂົ້າຕ້ອງການໃນແຕ່ລະໄລຍະທີ່ແຕກຕ່າງກັນ ພ້ອມທັງຮຽນຮູ້ວິທີການໃສ່ປຸ໋ຍ ແບບທັງຮຽນທັງເຮັດໄປພ້ອມ ທີ່ອີງຕາມ ອາຍຸຂອງເຂົ້າ, ເນື້ອທີ່ ຂອງທົ່ງນາ ແລະ ລະດັບຄວາມອຸດົມສົມບູນຂອງດິນນາ.”
ຈຸດທີ່ສຳຄັນແມ່ນພາຍຫຼັງເຂົ້າຮ່ວມໂຄງການ, ທ່ານຮູ້ວິທີປ້ອງກັນ ແລະ ຮັບມືກັບແມງໄມ້ ແລະ ພະຍາດຕ່າງໆ ເຊັ່ນ: ຕັກກະແຕນ ແລະ ພະຍາດທີ່ມານໍາເມັດແນວພັນ, ແລະ ທ່ານຍັງເຂົ້າໃຈວ່າການນຳໃຊ້ປຸ໋ຍທີ່ເໝາະສົມຊ່ວຍໃຫ້ໄດ້ຮັບຜົນຜະລິດເຂົ້າທີ່ສູງສົມຄວນ.
ໜຶ່ງໃນບົດຮຽນທີ່ສໍາຄັນທີ່ສຸດແມ່ນຄວາມສໍາຄັນຂອງການຄັດເລືອກແນວພັນເພື່ອປັບປຸງຄຸນນະພາບຂອງຜົນຜະລິດ. ເຕັກນິກໃນການຄັດເລືອກແນວພັນແມ່ນຕ້ອງໄດ້ປະຕິບັດໃນທຸກລະດູການປູກເຂົ້າ ເພື່ອຫຼຸດຜ່ອນພະຍາດທີ່ອາດເກີດຈາກເມັດແນວພັນ, ເຊິ່ງສາມາດເຮັດໃຫ້ເກີດບັນຫາຮ້າຍແຮງຕ່າງໆໃນຂະບວນການປູກເຂົ້າ.

ຮູບພາບທົ່ງນາໃນເຂດຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ Climate REAL. ©FAO/Vornthalom Chanthavong
ພາຍໃນສອງ-ສາມເດືອນເທົ່ານັ້ນ, ທ່ານ ຄຳມູນ ກໍສາມາດນໍາເອົາຄວາມຮູ້ຂອງທ່ານໄປລົງປະຕິບັດຕົວຈິງໄດ້ ໃນຊ່ວງທີ່ເຂົ້າຮ່ວມການຝຶກອົບຮົມການຜະລິດເມັດພັນເຂົ້າລຸ້ນ 3. ທ່ານໄດ້ຮັບແນວພັນເຂົ້າລຸ້ນ 2 ຈຳນວນ 9 ກິໂລ ຈາກໂຄງການເພື່ອຜະລິດເມັດພັນລຸ້ນ 3 ໃນລະດູຝົນ ແຕ່ເດືອນມິຖຸນາ ຫາ ເດືອນພະຈິກ 2023 ແລະ ໄດ້ຕັດສິນໃຈເຮັດການທົດລອງດ້ວຍຕົວເອງ ແບບທັງຮຽນທັງເຮັດ ເພື່ອປຽບທຽບຜົນໄດ້ຮັບຂອງການປູກເຂົ້າແບບປະຖົມປະຖານໂດຍການໃຊ້ແນວພັນພື້ນເມືອງຂອງຕົນເອງ ແລະ ການນໍາໃຊ້ເຕັກນິກທີ່ໄດ້ຮຽນຮູ້ຈາກໂຄງການ ໂດຍການໃຊ້ແນວພັນເຂົ້າທີ່ໂຄງການໄດ້ມອບໃຫ້. ທ່ານສັງເກດເຫັນຄວາມແຕກຕ່າງອັນພົ້ນເດັ່ນລະຫວ່າງສອງການທົດລອງ. ທ່ານຮູ້ສຶກດີໃຈຕໍ່ຜົນໄດ້ຮັບ ແລະ ລາຍງານວ່າເຂົ້າທີ່ປູກດ້ວຍເຕັກນິກທີ່ໂຄງການໄດ້ແນະນຳໃຫ້ໄດ້ຜະລິດໃບທີ່ໃຫຍ່ກວ່າ ແລະ ມີສີຂຽວກວ່າ, ເມັດເຕັມດີ ແລະ ຮວງເຂົ້າກໍງາມ ແລະ ໃຫຍ່ກວ່າ.
ບໍ່ພຽງແຕ່ມີຄຸນນະພາບທີ່ດີຂຶ້ນເທົ່ານັ້ນ, ແຕ່ເຕັກນິກຂອງໂຄງການຍັງເຮັດໃຫ້ໄດ້ປະລິມານທີ່ເພີ່ມຂຶ້ນ. ແນວພັນເຂົ້າລຸ້ນ 2 ຈໍານວນ 9 ກິໂລ ຈາກແຫຼ່ງທີ່ເຊື່ອຖືໄດ້ ຜະລິດເຂົ້າລຸ້ນ 3 ໄດ້ ຈໍານວນ 480 ກິໂລ, ໃນລາຄາ 12,000 ກີບຕໍ່ກິໂລ, ສາມາດຂາຍໄດ້ປະມານ 6 ລ້ານກວ່າກີບ. ກົງກັນຂ້າມ, ແນວພັນພື້ນເມືອງ ແລະ ເຕັກນິກການປູກຂອງທ່ານເອງໄດ້ຮັບຜົນຜະລິດທີ່ຕໍ່າ ແລະ ສາມາດຂາຍໄດ້ໃນລາຄາພຽງແຕ່ 7,000 ກີບຕໍ່ກິໂລເທົ່ານັ້ນ.
ນີ້ແມ່ນຄັ້ງທຳອິດທີ່ທ່ານ ຄຳມູນ ໄດ້ເຂົ້າຮ່ວມໂຄງການ ຄື ໂຄງການ Climate REAL. ເຖິງແມ່ນວ່າ ການລົງທຶນໃນເບື້ອງຕົ້ນແມ່ນສູງ, ແຕ່ຜົນໄດ້ຮັບກໍຍິ່ງສູງກວ່າ. ບັນດາກຸ່ມຊາວນາໃນເຂດດັ່ງກ່າວ ລວມທັງ ທ່ານເອງ ມີຄວາມປຶ້ມປິຕິ ຕໍ່ໂຄງການ ໃນການລົງທຶນໃສ່ເຄື່ອງຈັກແຍກແນວພັນເຂົ້າ, ເຊິ່ງເຮັດໃຫ້ຕົ້ນທຶນໃນຂະບວນການນີ້ຫຼຸດລົງ. ການລົງທຶນເບື້ອງຕົ້ນນີ້ໄດ້ເຮັດໃຫ້ຜູ້ໄດ້ຮັບຜົນປະໂຫຍດໂດຍກົງມີຄວາມໝັ້ນໃຈໃນການມີສ່ວນຮ່ວມທາງດ້ານການເງິນກັບກິດຈະກໍາຕ່າງໆຂອງໂຄງການ ແລະ ຍັງສະແດງໃຫ້ເຫັນທ່າແຮງສໍາລັບການລົງທຶນຂອງຕົນເອງໃນອະນາຄົດ.

ປະຊາຊົນໃນເຂດເປົ້າໝາຍຂອງໂຄງການ Climate REAL ແລະ ພະນັກງານໂຄງການສໍາຫຼວດຄຸນນະພາບຂອງການປູກເຂົ້າ ©FAO/Vornthalom Chanthavong
ຍ້ອນໝາກຜົນອັນພົ້ນເດັ່ນ, ທ່ານ ຄຳມູນ ຈຶ່ງໄດ້ຮັບການເຊື້ອເຊີນໃຫ້ເຂົ້າຮ່ວມກອງປະຊຸມ ແລະ ງານຕ່າງໆ ຢ່າງຕໍ່ເນື່ອງ. ທ່ານໄດ້ແລກປ່ຽນຄວາມຮູ້ກັບຄອບຄົວ ແລະ ຊຸມຊົນໃນວົງກວ້າງ ລວມທັງ ຊາວກະສິກອນທ້ອງຖິ່ນຜູ້ທີ່ຍັງບໍ່ທັນເຂົ້າຮ່ວມໂຄງການໂດຍກົງ ແລະ ຊາວກະສິກອນໃນເມືອງເປົ້າໝາຍອື່ນໆຂອງໂຄງການ.
ສິ່ງນີ້ເຮັດໃຫ້ຊຸມຊົນການປູກເຂົ້າຂອງແຂວງອັດຕະປືມີຄວາມຫວັງທີ່ສູງຂຶ້ນ. ນອກຈາກການວາງແຜນ ແລະ ກະກຽມສໍາລັບລະດູການປູກເຂົ້າໃນປີຕໍ່ໄປແລ້ວ, ທ່ານ ຄຳມູນ ຍັງໄດ້ເລີ່ມສ້າງແຜນເພື່ອອະນາຄົດຂອງຫຼານຊາຍຂອງທ່ານ. ໂດຍສ່ວນຕົວແລ້ວ, ທ່ານເຊື່ອວ່າ ການຮຽນຮູ້ ແລະ ການພັດທະນາທັກສະແມ່ນບໍ່ມີມື້ສິ້ນສຸດ ແລະ ຊາວກະສິກອນທ້ອງຖິ່ນສາມາດໄດ້ຮັບຜົນປະໂຫຍດຈາກການສະໜັບສະໜູນຢ່າງຕໍ່ເນື່ອງ. ການຈັດຕັ້ງປະຕິບັດຂອງໂຄງການສາມາດຊ່ວຍປະຊາຊົນພາຍໃນແຂວງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໃນໄລຍະ 5 ຫາ 10 ປີຕໍ່ໜ້າ. ປະຊາຊົນຈະສາມາດຜະລິດເຂົ້າໄດ້ພຽງພໍ ບໍ່ສະເພາະໃຫ້ແຕ່ຄອບຄົວຂອງພວກເຂົາເອງເທົ່ານັ້ນ, ແຕ່ຍັງສາມາດຂາຍໄດ້ອີກດ້ວຍ. ທ່າແຮງໃນການຫາລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ເທື່ອລະກ້າວແມ່ນສາມາດບັນລຸຜົນໄດ້.
News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608
#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg
Official Website :www.maf.gov.la
#ລາຍການກະສິກຳ ແລະ ປ່າໄມ້
ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:
– ວັນພະຫັດ ພາກຄໍ່າ ເວລາ 17:30-18:00 ໂມງ;
– ວັນສຸກ ພາກບ່າຍ ເວລາ 14:25-14:55 ໂມງ;
– ວັນອາທິດ ພາກເຊົ້າ ເວລາ 10:00-10:30 ໂມງ.
ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 3:
– ວັນອາທິດ ພາກເຊົ້າ ເວລາ 6:30-07:00 ໂມງ;
ພາກບ່າຍ ເວລາ 13:10-13:40 ໂມງ;
ພາກເດິກ ເວລາ 20:45-21:15 ໂມງ
ຈຸດປະສົງເພື່ອປະກອບຄຳເຫັນໃສ່ບົດສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມເບື້ອງຕົ້ນ ສຳລັບ ໂຄງການ ຄຸ້ມຄອງ ແລະ ຫຼຸດຜ່ອນໄພນໍ້າຖ້ວມ ແລະ ແຫ້ງແລ້ງ ຖ້າຫາກທ່ານໃດມີຄຳເຫັນກະລຸນສົ່ງຄຳເຫັນຂອງທ່ານມາຍັງເບີ: ທ່ານ ນາງ ສຸກສາຄອນ ຊ່ຽວຊານສິ່ງແວດລ້ອມ ໂທ 020 58667070 Email: Soukshl7@gmail.com
ກອງປະຊຸມສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ
ກອງປະຊຸມສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ
ກອງປະຊຸມສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໄດ້ຈັດຂຶ້ນ, ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໃນວັນທີ 6 ກຸມພາ 2023. ໂດຍການເປັນປະທານຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ເຊິ່ງມີຫົວໜ້າ-ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ, ຂະແໜງປ່າໄມ້, ຂະແໜງກວດກາປ່າໄມ້; ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ເພື່ອເປັນການທົບທວນຄືນວຽກງານປ່າໄມ້ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ, ຊອກຫາບັນຫາ, ຂໍ້ຫຍຸ້ງຍາກທີ່ພົບພໍ້ ແລະ ກໍານົດທິດທາງປັບປຸງແກ້ໄຂໃນຊຸມປີຕໍ່ໜ້າ ເພືີ່ອພັດທະນາວຽກງານ ຂະແໜງການປ່າໄມ້ໃຫ້ມີຜົນສໍາເລັດ, ພ້ອມດຽວກັນນັ້ນ, ກໍ່ເປັນການຜັນຂະຫຍາຍໜ້າທີ່ການເມືອງຂອງພັກ ແລະ ລັດຖະບານ ວາງອອກ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະ ກິດ-ການເງິນ (2021-2023) ກໍ່ຄື: ການຜະລິດເພືີ່ອທົດແທນການນໍາເຂົ້າຈາກຕ່າງປະເທດ ແລະ ການສົ່ງເສີມຜະລິດເປັນສິນຄ້າສົ່ງອອກ.
ໃນທີ່ປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ: ການສະຫຼຸບຕີລາຄາຮອບດ້ານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມໃນຊູມປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍປ່າໄມຸ້, ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ; ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ແລະ ຄໍາສັ່ງເລກທີ 05/ນຍ ໂດຍສະເພາະວຽກງານກວດກາ ແລະ ດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້, ປະກອບຄໍາເຫັນກ່ຽວກັບ ວຽກງານຄຸ້ມຄອງປົກປັກຮັກສາ, ພັດທະນາ ແລະ ນໍາໃຊຸ້ປ່າໄມຸ້ ແລະ ທີ່ດິນປ່າໄມ້ (1. ສະພາບການປ່ຽນແປງປ່າໄມ້ ແລະ ທີ່ດິນປ່າໄມ້; 2. ການສົ່ງເສີມປູກໄມ້ ເພື່ອເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ; 3. ການຊຸກຍູ້ສົ່ງເສີມຕ່ອງໂສ້ການຜະລິດຂອງບັນດາໂຮງງານອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ).
ນອກຈາກນີ້, ບັນດາແຂວງກໍ່ໄດ້ປະກອບຄຳເຫັນກ່ຽວກັບ: ບົດຮຽນທີ່ດີກ່ຽວກັບ ການສົໍ່ງເສີມການທ່ອງທ່ຽວທຳ ມະຊາດຢູ່ນໍ້າກັດຢໍລະປາ; ການແກ້ໄຂບັນຫາຂໍ້ຫຍຸຸ້ງຍາກ ໃນການສົ່ງເສີມການທ່ອງທ່ຽວທໍາມະຊາດ ໂດຍສະເພາະ ການມີສ່ວນຮ່ວມ ແລະ ເປັນເຈົົ້າການ ຂອງພາກສ່ວນກ່ຽວຂ້ອງຢູ່ປ່າສະຫງວນນໍ້າກ່ານ; ການສົ່ງເສີມການປູກໄມ້ໃນເຂດປ່າຜະລິດ; ມາດຕະການແກ້ໄຂບັນຫາການບຸກລຸກທີ່ດິນປ່າໄມ້ ໃນ 3 ປະເພດປ່າ; ມາດຕະການແກ້ໄຂບັນຫາການລັກລອບ ຕັດໄມ້ໃນ 3 ປະເພດປ່າ ໂດຍສະເພາະໃນເຂດປ່າສະຫງວນ; ບັນຫາການດໍາເນີນຄະດີຕໍ່ຜູ້ລັກລອບຕັດໄມ້. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໄດ້ມີການສົນທະນາ ແລະ ແລກປ່ຽນຄໍາຄິດຄຳເຫັນຢ່າງກົງໄປກົງມາ ເພື່ອນໍາໄປແກ້ໄຂບັນຫາຂໍ້ຄົງ ຄ້າງ ແລະ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງປັກປັກຮັກສາປ່າໄມ້ ທີ່ມີຢູ່ໃນປະຈຸບັນ ຈໍານວນ 14,7 ລ້ານເຮັກຕາ ບໍ່ໃຫ້ຖືກທໍາລາຍ ແລະ ເຊື່ອມໂຊມ; ຄຸ້ມຄອງປົກປັກຮັກສາທີ່ດິນປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົົ່ວປະເທດ ຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ກ່າວປິດກອງປະຊຸມ ເຊິ່ງທ່ານໄດ້ກ່າວວ່າ: ເພືີ່ອບັນລຸຂໍ້ຄົງຄ້າງ ແລະ ເປົົ້າໝາຍລວມ ໃນການຄຸ້ມຄອງປົກປັກຮັກສາຊັບພະຍາກອນປ່າໄມ້ ບໍ່ໃຫ້ຖືກທໍາລາຍ, ຟື້ນຟູບູລະນະ ແລະ ພັດທະນາປ່າໄມ້ ທີີ່ເສືີ່ອມໂຊມໃຫ້ມີຄວາມອຸດົມສົມບູນ ເປັນແຫຼ່ງສະສົມສິນເຊືີ່ອກາກບອນ, ບໍລິການທ່ອງທ່ຽວ ແລະ ສະໜອງວັດຖຸດິບໃຫ້ແກ່ອຸດສາຫະກໍາປຸງແຕ່ງໄມ້ ທີີ່ມີການນໍາໃຊ້ເຕັກນິກເຕັກໂນໂລຊີ ແລະ ນະວັດຕະກໍາ ທີີ່ທັນສະໄໝ ປະກອບສ່ວນຢ່າງແຂງແຮງ ເຂົົ້າໃນການສ້າງລາຍຮັບ ກໍ່ຄືການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ. ທຸກພາກສ່ວນຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິໜ້າທີ່ ຄວາມຮັບຜິດຊອບຂອງຕົນ ໃຫ້ປະສົບຜົນສຳເລັດຕາມການມອບໝາຍ.
ເຕັກນິກການປູກພືດຜັກສວນຄົວ
ເຕັກນິກການປູກພືດຜັກສວນຄົວ




![[English below] ຜົນສຳເລັດກອງປະຊຸມປະຈຳປີ 2024 ແລະ ຜ່ານທິດທາງແຜນການເຄື່ອນໄຫວປີ 2025 ຂອງສະມາ ຄົມຊາວກະສິກອນລາວ/Successful of the Annual Meeting 2024 and Work Plan 2025 of Lao Farmer Association. LFA Office, February 12, 2025](https://www.maf.gov.la/wp-content/uploads/2025/02/MG_3962-150x150.jpg)








