ຂ່າວ
ກອງປະຊຸມແລກປ່ຽນທາງດ້ານວິຊາການ ກະຊວງກະສິກຳ ແລະ ປ່າໄມ້ ແລະ ກິ່ງແຂວງສິບສອງພັນນາ ສປ ຈີນ
ໃນທ້າຍອາທິດຜ່ານມາ ທີ່ໂຮງແຮມ ແລນມາກ ຣີເວີໄຊ, ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມແລກປ່ຽນທາງດ້ານວິຊາການ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ກິ່ງແຂວງສິບສອງພັນນາ ສປ ຈີນ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ຝ່າຍ ສປຈີນ ນໍາໂດຍ ທ່ານ ນ. ຊຸນໝິນ ຮອງເຈົ້າກິ່ງແຂວງ ສິບສອງພັນນາ ພ້ອມດ້ວຍຄະນະ, ມີຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ຂອງກອງປະຊຸມ ໃນຄັ້ງນີ້ ເພື່ອເປັນການແລກປ່ຽນ ຂໍ້ມູນຂ່າວສານ ທາງດ້ານວິຊາການ ກ່ຽວກັບການລ້ຽງສັດ ໂດຍສະເພາະແມ່ນການລ້ຽງງົວ ລວມທັງສະພາບການນຳເຂົ້າ-ສົ່ງອອກ ປະເພດສັດລ້ຽງ ແລະ ສິນຄ້າກະສິກຳ ລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ແລະ ກິ່ງແຂວງສິບສອງພັນນາ ສປ ຈີນ. ກອງປະຊຸມ ແລກປ່ຽນທາງດ້ານວິຊາການໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ໃນການຮ່ວມມື ກັນພັດທະນາວຽກງານ ການລ້ຽງງົວ ເພື່ອສົ່ງອອກ. ໂອກາດນີ້ທັງສອງຝ່າຍ ໄດ້ລາຍງາານກ່ຽວກັບສະພາບການຄ້າຂາຍສັດ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ຊື່ງເຫັນໄດ້ວ່າໃນແຕ່ລະປີ ສປ ຈີນ ມີຄວາມຕ້ອງການ ງົວ, ຄວາຍ ປະມານ 1 ລ້ານໂຕ. ສະເພາະການສົ່ງສັດປະເພດ ງົວ, ຄວາຍ ຜ່ານ ຊາຍແດນລາວເຂົ້າໄປ ສປ ຈີນ ຜ່ານດ່ານບໍ່ເຕັນ, ບໍ່ຫານ, ເມືອງລ້າ ກິ່ງແຂວງສິບສອງພັນນາ ແມ່ນປະມານ ປີລະ 1 ແສນ ໂຕ. ໃນ 6 ເດືອນ ຕົ້ນປີ 2018 ນີ້ ມີການສົ່ງສັດ ຜ່ານດ່ານດັ່ງກ່າວ ມີງົວ 43 ພັນກວ່າໂຕ, ຄວາຍ 14 ພັນກວ່າໂຕ, ໝູ 330 ໂຕ ມີຊິ້ນສັດ ແລະ ປາ ປະມານ 2.000 ໂຕນ. ມາເຖິງປັດຈຸບັນນີ້ ເຫັນໄດ້ວ່າ ສິນຄ້າຍັງບໍ່ພຽງພໍກັບຄວາມຕ້ອງການ ຂອງ ສປ ຈີນ ເຊິ່ງຮຽກຮ້ອງເຖິງກົນໄກການຜະລິດ, ການຂົນສົ່ງ, ກວດກາ ການກັກກັນສັດ, ການຕະຫຼາດ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງຮ່ວມກັນ ເພື່ອພ້ອມກັນຊອກຫາວິທີການແກ້ໄຂ ໃນຕໍ່ໜ້າ. ໂອກາດນີ້, ຝ່າຍລາວໄດ້ສະເໜີໃຫ້ຝ່າຍ ຈີນ ສືບຕໍ່ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ, ເຄື່ອງອຸປະກອນ ເພື່ອແກ້ໄຂວຽກງານ ການກໍາຈັດການລະບາດຂອງຕັກແຕນຝູງໄມ້ປ່ອງ ຢູ່ເຂດພາກເໜືອ ຂອງ ສປປ ລາວ, ສືບຕໍ່ໃຫ້ການຮ່ວມມືດ້ານກະສິກໍາ ກັບແຂວງທີ່ ມີຊາຍແດນຕິດຈອດກັນ ລະຫວ່າງລາວ-ຈີນ ເພື່ອຜັນຂະຫຍາຍ ສາຍພົວພັນ ອັນເປັນມູນເຊື້ອ ບົນຈິດໃຈ ຄູ່ຮ່ວມມືແບບ ເພື່ອນມິດ ຍຸດທະສາດ ຮອບດ້ານ ແລະ ຍາວນານ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ແຈ້ງການ ເພີ່ມທະວີຄວາມຮັບຜິດຊອບ ຕໍ່ວຽກງານຕິດຕາມເຝົ້າລະວັງ ໄພພິບັດທາງທຳມະຊາດ ແລະ ການຕ້ານແລ້ງ-ຕ້ານຖ້ວມ
ການນໍາກະຊວງກະສິກໍາ ແລະປ່າໄມ້ ລົງຕິດຕາມຊຸກຍູ້ເຂດປະສົບໄພນໍ້າຖ້ວມ ຢູ່ແຂວງ ຄໍາມ່ວນ
ໃນຕອນເຊົ້າວັນທີ 30 ກໍລະກົດ 2018 ທ່ານ ປອ.ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໄດ້ລົງຕິດຕາມຊຸກຍູ້ເຂດປະສົບໄພທາງທໍາມະຊາດ(ນໍ້າຖ້ວມ) ຢູ່ແຂວງ ຄໍາມ່ວນ. ມີຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ, ບັນດາຫົວໜ້າກົມ-ຮອງກົມ ທີ່ກ່ຽວຂ້ອງຈາກກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍພະນັກງານອ້ອມຂ້າງພະແນກກະສິກໍາ ແລະປ່າໄມ້ແຂວງເຂົ້າຮ່ວມ.
ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 29 ກໍລະກົດ 2018 ທົ່ວແຂວງສາມາດຈັດຕັ້ງປະຕິບັດວຽກງານການຜະລິດກະສິກໍາໄດ້ແລ້ວ 79.539 ເຮັກຕາ, ເທົ່າກັບ 94,35%. ໃນນັ້ນມີ, ນາດໍາ 62 ພັນກວ່າເຮັກຕາ, ນາຫວານ ແລະນາຍອດ 14 ພັນກວ່າເຮັກຕາ, ປູກເຂົ້າເນີນສູງໄດ້ 440 ເຮັກຕາ.ການປູກພືດລະດູຝົນແຜນການສູ້ຊົນ5.300ເຮັກຕາຄາດຄະເນຜົນຜະລິດ65.300ໂຕນ. ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ສາມາດສະໜອງຊີ້ນ, ປາ ແລະໄຂ່ ໃຫ້ສັງຄົມໄດ້ທັງໝົດ 11 ພັນກວ່າໂຕນ ສະເລ່ຍປັດຈຸບັນໄດ້ 29 ກິໂລ/ຄົນ. ນອກນັ້ນ,ທ່ານ ໄດ້ລາຍງານຕື່ມອີກວ່າ ທົ່ວແຂວງມີໂຄງການຊົນລະປະທານທີ່ສາມາດສະໜອງນໍ້າໄດ້ 177 ໂຄງການ, ມີໜອງນໍ້າທໍາມະຊາດ ແລະໜອງສະທີ່ປະຊາຊົນຂຸດເອົາເອງອີກຈໍານວນໜຶ່ງ. ສໍາລັບໄພພິບັດທາງທໍາມະຊາດທີ່ເກີດຂຶ້ນພາຍໃນແຂວງເປັນຕົ້ນ: ແມ່ນສະພາບໄພນໍ້າຖ້ວມ, ນັບແຕ່ວັນທີ 23 ກໍລະກົດ 2018 ຜ່ານມາໄດ້ມີຝົນຕົກຢ່າງຕໍ່ເນື່ອງເຮັດໃຫ້ນໍ້າເຊບັ້ງໄຟ, ນໍ້າຫີນບູນ, ນໍ້າເຊນ້ອຍ ລົ້ນຝັງ ໄຫຼເຂົ້າຖ້ວມບ້ານເຮືອນ, ເນື້ອທີ່ນາ ແລະພືດສວນຂອງປະຊາຊົນ ເຊີ່ງມີເນື້ອທີ່ນາ 25 ພັນກວ່າເຮັກຕາ, ເນື້ອທີ່ສວນ 305 ເຮັກຕາ ແລະເຮັດໃຫ້ສັດລ້ຽງຕາຍຍ້ອນນໍ້າຖ້ວມອີກຈໍານວນໜຶ່ງ.
ເພື່ອແກ້ໄຂສະພາບທີ່ເສຍຫາຍດັ່ງກ່າວໃນເບື້ອງຕົ້ນ ທ່ານ ປອ.ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດມອບເງິນຊ່ວຍເຫຼືອໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ຈໍານວນ 100 ລ້ານກີບ. ຈາກນັ້ນ ໄດ້ລົງພົບປະກັບພໍ່ແມ່ປະຊາຊົນຜູ້ທີ່ຖືກຜົນກະທົບຢູ່ເຂດບ້ານ ທ່າພະ, ບ້ານ ນາແຫວ່ງ, ເມືອງ ຍົມມະລາດ ແລະ ເມືອງໜອງບົກ ພ້ອມໄດ້ມອບເຄື່ອງຊ່ວຍເຫຼືອປະກອບມີ: ນໍ້າດື່ມ, ອາຫານແຫ້ງລວມມູນຄ່າທັງໝົດ17ລ້ານກວ່າກີບ ເພື່ອບັນເທົ່າທຸກໃຫ້ແກ່ຜູ້ປະສົບໄພພິບັດທາງທໍາມະຊາດໃນຄັ້ງນີ້.
ຜ່ານການລົງຕິດຕາມເບີ່ງສະພາບພື້ນທີ່ຕົວຈິງແລ້ວຕອນເຊົ້າວັນທີ31 ກໍລະກົດ 2018 ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ໄດ້ໃຫ້ທິດຊີ້ນໍາໂດຍເນັ້ນໃສ່ຫຼາຍບັນຫາດັ່ງນີ້:(1)ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາເຂົ້າ, ພືດທີ່ນໍ້າບໍ່ຖ້ວມແລະບ່ອນທີ່ຖ້ວມແຕ່ບໍ່ເສັຽຫາຍຫຼາຍໃຫ້ດີ ໂດຍມອບໃຫ້ທຸກຂະແໜງການທີ່ກ່ຽວຂ້ອງທ້ອງຖີ່ນເປັນເຈົ້າການ.(2)ສະກັດກັ້ນພະຍຸພະຍາດສັດທີ່ຈະເກີດຂຶ້ນຫຼັງນໍ້າແຫ້ງ ພ້ອມນໍາພາປະຊາຊົນຫາວິທີແກ້ໄຂດ້ານອາຫານສັດ ໃຫ້ສັດມີອາຫານກິນຢ່າງພຽງພໍ.(3)ເກັບກໍາຂໍ້ມູນນໍ້າ,ຂໍ້ມູນນໍ້າຝົນ,ຜົນເສຍຫາຍດ້ານຊົນລະປະທານ ແລະ ຜົນກະທົບຈາກການປ່ອຍນໍ້າຂອງເຂື່ອນ.(4) ກວດກາຄືນດ້ານແນວພັນເຂົ້າ, ແນວພັນພືດ ເພື່ອເຮັດການຜະລິດທົດແທນຄືນ ຫຼັງຈາກນໍ້າແຫ້ງເຂົ້າສູ້ສະພາບປົກກະຕິ
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ.
ແຈ້ງການລະດົມທຶນ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ພາກໃຕ້ຂອງ ສປປ ລາວ
ເຜີຍແຜ່ແນະນຳການຜັນຂະຫຍາຍຈັດຕັ້ງປະຕິບັດດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ
ໃນລະຫວ່າງວັນທີ 16-17 ກໍລະກົດນີ້, ກະຊວງກະສິກຳແລະ ປ່າໄມ້ໄດ້ຈັດກອງປະຊຸມເຜີຍແຜ່ແນະນຳການຜັນຂະຫຍາຍ ຈັດຕັ້ງປະຕິບັດ ດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂື້ນທີ່ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້, ມີທ່ານລັດຖະມົນຕີຮອງ ລັດຖະມົນຕີຈາກກະຊວງອ້ອມຂ້າງ, ຫົວຫນ້າຮອງຫົວຫນ້າອົງການ ແລະ ທຽບເທົ່າ, ອໍານາດການປົກຄອງຂັ້ນແຂວງຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການເຜີຍແຜ່ ເຊື່ອມຊຶມດັ່ງ ກ່າວນີ້ກໍ່ເພື່ອໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນຮັບຮູ້ ເຂົ້າໃຈເປັນເອກະພາບ ພ້ອມທັງຈັດຕັ້ງຜັນ ຂະຫຍາຍໃຫ້ມີບ່ອນອີງສໍາລັບການປັບປຸງມາດຕະຖານຂອງບັນດາທ້ອງຖິ່ນ ແລະ ຮາກຖານເພື່ອກະກຽມໃຫ້ແກ່ການດໍາເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກ, ໃນກອງປະຊຸມຄັ້ງນີ້ບັນຜູ້ແທນໄດ້ຮັບຟັງການສະເໜີຄູ່ມືການຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ ເລກທີ 348/ລບ ແລະ ບົດແນະນໍາ ເລກທີ 0830/ກປ ກ່ຽວກັບມາດ ຕະຖານພົ້ນທຸກ ແລະ ມາດຕະຖານ ການພັດທະນາ, ເນື້ອໃນ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂັ້ນຄອບຄົວ ແລະ ຂັ້ນບ້ານ, ເນື້ອໃນມາດຕະ ຖານບ້ານໃຫຍ່ເປັນຕົວເມືອງນ້ອຍ ໃນຊົນນະບົດ ແລະ ມາດຕະຖານພົ້ນທຸກ ແລະ ເຂັ້ມແຂງຮອບດ້ານ. ຊຶ່ງບັນດາຜູ້ແທນກໍ່ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດ ເຫັນຮ່ວມກັນເພື່ອນໍາໄປເປັນຂໍ້ມູນໃນການປັບປຸງມາດຕະຖານຂອງຂະແໜງການຂອງຕົນໃຫ້ສອດຄ່ອງກັບດໍາລັດ ແລະ ບົດແນະນໍາສະບັບນີ້.
ເພື່ອເຮັດໃຫ້ວາລະກອງປະຊຸມມີຄວາມໝາຍຄວາມສໍາຄັນ, ໃນຕອນບ່າຍຂອງວັນທີ 17 ກໍລະກົດ ທ່ານລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ຕາງໜ້າໃນທີ່ປະຊຸມຍັງໄດ້ຮັບກຽດກ່າວຕ້ອນຮັບ ແລະ ລາຍງານໝາກຜົນສໍາເລັດໃນວຽກງານພັດທະ ນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຕາມທິດ 3 ສ້າງ ໃນໄລຍະ 2 ປີ ຜ່ານມາຕໍ່ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະຕີ ແຫ່ງ ສປປ ລາວ, ໃນໂອກາດດຽວກັນກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາກອງປະຊຸມເຊິ່ງທ່ານກໍ່ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ພ້ອມທັງໄດ້ສະເໜີບາງທັດສະນະທີ່ເປັນການແລກປ່ຽນຕໍ່ທີ່ປະຊຸມໃນຫລາຍດ້ານເຊັ່ນ: ກ່ຽວກັບກະສິກໍາ-ຊົນນະບົດ ແລະ ຊົນນະບົດໃຫມ່, ການເອົາປະເທດຊາດອອກຈາກສະຖານະພາບແຫ່ງການເປັນປະເທດດ້ອຍພັດ ທະນາກັບການພັດ ທະນາຊົນນະບົດເພື່ອລຶບລ້າງຄວາມທຸກຍາກ, ດ້ານນະໂຍບາຍຂອງພັກເຮົາຕໍ່ກັບການພັດທະນາຊົນນະບົດ, ນອກນີ້ ທ່ານຍັງໄດ້ຊີ້ນໍາ ໃຫ້ທຸກພາກສ່ວນໃຫ້ສືບຕໍ່ຜັນຂະຫຍາຍໂດຍມອບໃຫ້ຂະແໜງການ, ອົງການຂັ້ນສູນກາງປັບປຸງມາດຕະຖານຂອງ ຂະແໜງການ, ອົງການຂອງຕົນໃຫ້ສອດຄ່ອງກັບດໍາລັດສະບັບນີ້, ພ້ອມທັງໃຫ້ມີການກວດກາຄາດໝາຍການສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາທີ່ກໍານົດໄວ້ໃນຄໍາສັ່ງເລກທີ 34/ນຍ, ໂດຍຄາດ ໝາຍຮອດປີ 2020 ຕ້ອງສ້າງແຂວງເປັນຫົວໜ່ວຍຍຸດທະສາດຢ່າງໜ້ອຍໃຫ້ໄດ້ 5-10 ແຂວງ, ສ້າງເມືອງເປັນຫົວ ໜ່ວຍເຂັ້ມ ແຂງຮອບດ້ານ ຢ່າງໜ້ອຍ 2-5 ເມືອງ, ສ້າງບ້ານພັດທະນາໃຫ້ໄດ້ 2 ສ່ວນ 3 ຂອງຈໍານວນບ້ານໃນແຕ່ລະເມືອງ, ເມືອງກໍ່ຕ້ອງ ສູ້ຊົນສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 1-2 ແຫ່ງທົ່ວປະເທດບໍ່ໃຫ້ຫຼຸດ 213 ແຫ່ງ, ສໍາລັບ ກະຊວງກະສິກໍາ ແລະ ປ່າໄມ້ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານ ແລະ ເປັນອົງການປະສານງານກັບບັນດາກະຊວງ-ອົງການທຽບເທົ່າຂັ້ນ ສູນກາງ ແລະ ອົງການປົກຄອງທ້ອງຖິ່ນໃນການຈັດຕັ້ງປະຕິບັດ ດໍາລັດສະບັບນີ້ຕ້ອງໄດ້ຊຸກຍູ້ ແລະ ຊ່ວຍທ້ອງຖິ່ນ ໃນການສ້າງ ພະນັກງານ, ຝຶກອົບຮົມ, ຈັດຕັ້ງຕິດຕາມກວດກາຕີລາຄາ ແລະ ປະເມີນຜົນ, ອອກຄູ່ມືແນະ, ອອກ ຄໍາແນະນໍາໃຫ້ທ້ອງຖິ່ນສ້າງ ແຜນພັດທະນາກວມລວມ.
ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ
ເປີດຂະບວນການປັກຫຼັກໝາຍເຂດສະຫງວນທີ່ດິນກະສິກໍາ
ເພື່ອປະຕິບັດຄາດໝາຍການຈັດສັນຄຸ້ມຄອງເນື້ອທີ່ດິນກະສິກໍາຢູ່ນະຄອນຫຼວງວຽງຈັນ ໃຫ້ໄດ້ 90% ຂອງເນື້ອທີ່ທັງໝົດ. ໃນອາທິດຜ່ານມາ, ພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຂະບວນການປັກຫຼັກໝາຍເຂດສະຫງວນທີ່ດິນກະສິກໍາ ແລະ ການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະຫຼຸດຜ່ອນແຮງງານຊາວນາ ຢູ່ບ້ານຖິ່ນແທ່ນ, ເມືອງຫາດຊາຍຟອງ. ໃຫ້ກຽດເປັນປະທານໂດຍທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ. ມີຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ເຈົ້າເມືອງ-ຮອງເຈົ້າເມືອງອ້ອມຂ້າງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ປອ. ຫຼ້າສາຍ ນວນທະສິງ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໂຄງການກໍານົດ ແລະປັກຫຼັກໝາຍເຂດສະຫງວນເນື້ອທີ່ການຜະລິດກະສິກໍາ ຢູ່ເມືອງ ຫາດຊາຍຟອງ ແມ່ນໜຶ່ງໃນໂຄງການສົ່ງເສີມວິຊາການ ປະຈໍາປີ 2018 ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ກະຊວງກະສິກໍາ ແລະປ່າໄມ້ ຊື່່ງມີຈຸດປະສົງເພື່ອກໍານົດ ແລະປັກຫຼັກໝາຍເຂດສະຫງວນເນື້ອທີ່ການຜະລິດກະສິກໍາ ໃຫ້ໄດ້ປະມານ 5 ພັນກວ່າເຮັກຕາ ຢູ່ 33 ບ້ານ ຂອງເມືອງຫາດຊາຍຟອງ ແລະ ປະມານ 1 ພັນກວ່າເຮັກຕາ ຂອງເມືອງໄຊທານີ ແລະ ສ້າງແຜນທີ່ເຂດສະຫງວນທີ່ດິນກະສິກໍາ ພ້ອມທັງເຮັດບົດບັນທຶກການປັກຫຼັກໝາຍ ແລະລະບຽບການຄຸ້ມຄອງທີ່ດິນກະສິກໍາຢູ່ຂັ້ນບ້ານ. ນອກນັ້ນ, ແຕ່ນີ້ ຮອດປີ 2020 ນະຄອນຫຼວງວຽງຈັນ ຈະສຸມໃສ່ປັກຫຼັກໝາຍເຂດສະຫງວນເນື້ອທີ່ດິນກະສິກໍາ ໃຫ້ບັນລຸ 73 ພັນກວ່າເຮັກຕາ ແລະ ທີ່ດິນປ່າໄມ້ 150.000 ກວ່າເຮັກຕາ.
ເພື່ອເຮັດໃຫ້ພິທີມີຄວາມໝາຍສໍາຄັນ, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ພ້ອມດ້ວຍແຂກທີ່ເຂົ້າຮ່ວມໄດ້ໃຫ້ກຽດປັກຫຼັກໝາຍເຂດສະຫງວນເນື້ອທີ່ການຜະລິດກະສິກໍາ. ໃນພິທີດັ່ງກ່າວ ໄດ້ມີການສາທິດການນໍາໃຊ້ເຄື່ອງກົນຈັກ ປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ໂດຍກຸ່ມ ບໍລິສັດ ອິນຊີທອງ ມໍເຕີ ຈໍາກັດ. ຈາກນັ້ນ, ທ່ານ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຂຶ້ນຂັບລົດດໍານາ ເພື່ອຊຸກຍູ້ປຸກລະດົມຂະບວນການຫັນມາໃຊ້ ກົນຈັກດເຂົ້າສູ່ການຜະລິດກະສິກໍາໃຫ້ຫຼາາຍຂຶ້ນ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ.
ການນໍາກະຊວງກະສິກໍາ ແລະ ປ່າໄມ້ ຕ້ອນຮັບຄະນະຜູ້ແທນ ຈາກ ສປ. ຈີນ
ເພື່ອສືບຕໍ່ວຽກງານສາຍພົວພັນການຮ່ວມມືອັນດີງາມລະຫວ່າງ 2 ພັກ 2 ລັດ ກໍຄືປະຊາຊົນ 2 ຊາດ ລາວ ແລະ ຈີນ. ໃນອາທິດຜ່ານມາ, ທ່ານ ປອ. ພວງປະຣິສັກ ປຣະວົງວຽກງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ ນ. ຮົ້ວລີ ເຊິນ (Huali Sun) ປະທານບໍລິສັດ ລົງທຶນດ້ານການຄົ້ນຄວ້າວິໄຈ ຈາກ ສປ. ຈີນ. ພ້ອມນີ້, ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງການເຂົ້າພົບໃນຄັ້ງນີ້, ເພື່ອເປັນການປຶກສາຫາລື ກ່ຽວກັບນະໂຍບາຍການລົງທຶນ ຢູ່ໃນ ສປປ ລາວ. ຜ່ານການສໍາຫຼວດໃນເບື້ອງຕົ້ນເຫັນວ່າປະເທດລາວ ເປັນປະເທດທີ່ມີຄວາມອຸດົມສົມບູນທາງດ້ານທໍາມະຊາດ. ຊື່ງ ບໍລິສັດ ດັ່ງກ່າວມີຄວາມສົນໃຈທີ່ຈະເຂົ້າມາລົງທຶນ ໃນໂຄງການປູກມອນ-ລ້ຽງມ້ອນ ຢູ່ແຂວງຊຽງຂວາງ. ໂອກາດນີ້, ທັງສອງຝ່າຍ ໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບຄວາມເປັນໄປໄດ້ ຂອງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ລວມທັງ ນະໂຍບາຍ, ລະບຽບຫຼັກການດ້ານການລົງທຶນ ຢູ່ໃນຢູ່ ສປປ ລາວ ນໍາອີກ.
ແລະໃນໂອກາດຕໍ່ມາ, ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບການພົບປະ ຂອງຄະນະຜູ້ແທນສະຫະພັນ ສະຫະກອນ ສິນເຊື່ອ ສ.ເກົາຫຼີ ນໍາໂດຍທ່ານ ບາງ ເຊອົງ ໂຫ (Bang Seong Ho) ຜູ້ບໍລິຫານຄະນະຮ່ວມມືສາກົນ. ຈຸດປະສົງການພົບປະຄັ້ງນີ້. ເພື່ອເປັນການປຶກສາຫາລື ແລະ ປະເມີນຜົນຂອງການສໍາຫຼວດ ຮູບແບບ ແຜນການຝຶກອົບຮົມວຽກງານສະຫະກອນ ຢູ່ໃນ ສປປ.ລາວ. ຊື່ງ ສ.ເກົາຫຼີ ມີແຜນທີ່ຈະໃຫ້ການຊ່ວຍເຫຼືອດ້ານວຽກງານດັ່ງກ່າວ ແລະຈະຈັດຝຶກອົບຮົມ ໃນຕົ້ນເດືອນ 10/2018 ທີ່ຈະມາເຖິງນີ້ ການຝຶກອົບຮົມໃນເບື້ອງຕົ້ນແມ່ນພະນັກງານວິຊາການຂອງຂະແໜງ ສະຫະກອນ ຂອງລາວ. ພ້ອມນັ້ນ, ທ່ານ ບາງ ເຊອົງ ໂຫ ໄດ້ເລົ່າເຖິ່ງປະຫວັດຄວາມເປັນມາ ລວມທັງການຕໍ່ສູ້ ເພື່ອສ້າງຕັ້ງ ວຽກງານສະຫະກອນ ຢູ່ ສ.ເກົາຫຼີ ໃນໄລຍະຜ່ານມາ ແລະ ສາມາດປະສົບຜົນສໍາເລັດໄດ້ໃນວຽກງານດັ່ງກ່າວນໍາອີກ. ໂອກາດນີ້, ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການພົບປະຫາລື ໃນຄັ້ງນີ້. ພ້ອມທັງ, ສະເໜີໃຫ້ສືບຕໍ່ຈັດຕັ້ງປະຕິບັດແຜນງານດັ່ງກ່າວ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້, ວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະ ການໃສ່ຝຸ່ນປັບປຸງດິນນາ ປະຈຳປີ 2018.
ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ຮ່ວມກັບສຶກສາ ແລະ ກິລາແຂວງ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກຂັ້ນແຂວງ ພ້ອມດ້ວຍອົງການປົກຄອງເມືອງ ຈຳພອນ ແລະ ຈຸດສຸມກຸ່ມບ້ານຄຳປ່າແໜ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້, ວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະ ການໃສ່ຝຸ່ນປັບປຸງດິນນາ ປະຈຳປີ 2018 ຂຶ້ນ ທີ່ບ້ານ ຄຳປ່າ ແໜ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ. ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງໆສະຫວັນນະເຂດ, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຄຶກຄື້ນ. Continue reading
ກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີປູກຕົ້ນໄມ້ 4.400 ເບ້ຍ ທີ່ສູນຄົ້ນຄວ້າປ່າໄມ້ ນໍ້າຊວງ
ເພື່ອເປັນການສ້າງຂະບວນການປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 38 ປີ (1 ມິຖຸນາ 1980-1 ມິຖຸນາ 2018) ໃຫ້ເປັນຂະບວນຟົດຟື້ນ ເພື່ອແນ່ໃສ່ບັນລຸເປົ້າໝາຍໃຫ້ມີປ່າປົກຫຸ້ມ 70 ສ່ວນຮ້ອຍ ແລະ ປູກໄມ້ໃຫ້ໄດ້ 500.000 ເຮັກຕາ ໃນປີ 2020 ຕາມຍຸດທະສາດພັດທະນາປ່າໄມ້ຂອງລັດຖະບານ ກໍຄືຕາມທິດການພັດທະນາສີຂຽວ ແລະ ຍືນຍົງ. ໃນວັນທີ 31 ພຶດສະພາ ຜ່ານມານີ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີປູກຕົ້ນໄມ້ຂື້ນທີ່ສູນຄົ້ນຄວ້າປ່າໄມ້ ນໍ້າຊວງ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ບັນດາຮອງລັດຖະມົນຕີ, ຮອງເຈົ້າເມືອງ, ອຳນາດການປົກຄອງທ້ອງຖິ່ນ, ນັກທຸລະກິດ, ອົງການຈັດຕັ້ງສາກົນ, ຊາວໜຸ່ມ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ເບ້ຍໄມ້ທີ່ນໍາມາປູກໃນຄັ້ງນີ້ມີທັງໝົດ 4.400 ເບ້ຍ, ຊຶ່ງແມ່ນໄມ້ພື້ນເມືອງທີ່ມີຄ່າຂອງລາວເຮົາເຊັ່ນ: ໄມ້ຂະຍຸງ, ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ແຄນ ແລະ ໄມ້ຍາງ ເບ້ຍໄມ້ດັ່ງກ່າວໄດ້ປູກໃນເຂດຄຸ້ມຄອງຂອງສູນຄົ້ນຄວ້າປ່າໄມ້ນໍ້າຊວງໃນເນື້ອທີ່ປະມານ 4 ເຮັກຕາ, ໂດຍມີຈຸດປະສົງແນໃສ່ປູກເພື່ອໃຫ້ກາຍເປັນປ່າ ແລະ ເປັນແຫລ່ງຕົ້ນໄມ້ພໍ່ພັນແມ່ພັນສະໜອງແກ່ນໄມ້ໃຫ້ແກ່ການປູກໄມ້ໃນອານາຄົດ.
ໃນພິທີທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລາຍງານກ່ຽວກັບສະພາບການເຄື່ອນໄຫວ ແລະ ຜົນງານການປູກໄມ້ໃນໄລຍະຜ່ານມາວ່າ: ຜ່ານການເຄື່ອນໄຫວວຽກງານປູກໄມ້ຕົວຈິງໃນໄລຍະທີ່ຜ່ານມາ ໄດ້ເຮັດໃຫ້ເນື້ອທີ່ໄມ້ປູກເພີ່ມຂຶ້ນຈາກ 452 ເຮັກຕາ ໃນປີ 1978 ມາເປັນ 1.384 ເຮັກຕາ ໃນປີ 1985 ເພີ່ມຂຶ້ນປະມານ 3 ເທົ່າ ເມື່ອທຽບກັບຕົວເລກການປູກໄມ້ກ່ອນການກຳນົດວັນປູກຕົ້ນໄມ້ແຫ່ງຊາດ ແລະ ຈາກນັ້ນມາ ດ້ວຍການນຳພາຢ່າງໃກ້ຊິດຂອງການນຳພັກ-ລັດຂັ້ນຕ່າງໆ ບວກກັບຄວາມຕື່ນຕົວຂອງປະຊາຊົນບັນດາເຜົ່າ ແລະ ການເປີດກວ້າງການລົງທຶນ ໄດ້ເຮັດໃຫ້ເນື້ອທີ່ການປູກໄມ້ ນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ມາເຖິງປີ 2018 ພວກເຮົາມີເນື້ອທີ່ປູກໄມ້ທັງໝົດໃນທົ່ວປະເທດ ເຖິງ 478.557 ເຮັກຕາ ຫລື ເທົ່າກັບ 95,7 ສ່ວນຮ້ອຍ ຂອງແຜນການປູກໄມ້ຮອດປີ 2020 ຂອງລັດຖະບານ, ອັນພົ້ນເດັ່ນ ແມ່ນຂະບວນການປູກໄມ້ເປັນສິນຄ້າເຊັ່ນ: ໄມ້ສັກ, ໄມ້ວິກ, ໄມ້ເກດສະໜາ ແລະ ຢາງພາລາ ຂອງຊາວກະສິກອນ ຂອງພະນັກງານ, ທະຫານ, ຕຳຫລວດ, ກໍຄືນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.
ໃນໂອກາດດັ່ງກ່າວນີ້, ທ່ານ ປອ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍການນໍາກະຊວງກະສິກໍາ ແລະ ປ່າໄມ້ກໍ່ໄດ້ຮ່ວມການປູກຕົ້ນໄມ້, ຈາກນັ້ນກໍ່ໄດ້ໄປຢ້ຽມຢາມ ແລະ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງສູນຄົ້ນຄວ້າປ່າໄມ້ທ່ຽວຊົມແຫຼ່ງຕົ້ນໄມ້ພໍ່ແມ່ພັນ, ສວນປູກຫວາຍ ແລະ ຟາມລ້ຽມໝູ UDA ທີ່ ບ້ານໃໝ່ ເມືອງ ໂພນໂຮງ ແຂວງວຽງຈັນ ນໍາອີກ.
ພາບ ແລະ ຂ່າວໂດຍ: ພະແນກ ຂ່າວສານກະສິກໍາ ແລະ ປ່າໄມ້
ຝຶກອົບຮົມວິທີການປະເມີນສະພາບພົ້ນທຸກ ແລະ ພັດທະນາ ຕາມດໍາລັດ 348/ລບ
ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII 2016-2020 ແລະ ການຈັດຕັ້ງປະຕິບັດ 3 ເສົາຄໍ້າ ຂອງກະຊວງກະສິກໍາ ແລະ ປ່າໄມ້, 4 ແຜນງານ ແລະ 10 ແຜນດໍາເນີນງານຂອງຂົງເຂດກະສິກໍາ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ, ໃນວັນທີ 30 ພຶດສະພາ 2018 ນີ້, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມວິທີການປະເມີນສະພາບພົ້ນທຸກ ແລະ ພັດທະນາ ຕາມດໍາລັດ 348/ລບ ແລະ ບົດແນະນໍາເລກທີ 0830/ກປ ຂື້ນ, ທີ່ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫຼີ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມ, ສະຖາບັນ ອ້ອມຂ້າງກະຊວງເຂົ້າຮ່ວມ.
ຈຸດປະສົງຂອງການເປີດຊຸດຝຶກອົບຮົມໃນຄັ້ງນີ້ເພື່ອເປັນການແນະນໍາເຄື່ອງມືວິທີເກັບກໍາຂໍ້ມູນ, ປະເມີນມາດຕະຖານການພົ້ນທຸກ ແລະ ການພັດທະນາແລ້ວມາທົດລອງປະຕິບັດຕົວຈິງ, ປະເມີນໄດ້ເຖິງຄວາມເໝາະສົມກ່ອນມີການເຜີຍແຜ່ ແລະ ນໍາໃຊ້ໃນຂອບເຂດທົ່ວປະເທດ. ໂດຍເນື້ອໃນການຝຶກອົບຮົມໃນຄັ້ງນີ້ແບ່ງອອກເປັນ 3 ພາກຄື: ພາກທິດສະດີ ແລະ ພາກນິຕິກໍາ, ພາກປະຕິບັດຕົວຈິງກ່ຽວກັບການສໍາພາດ ແລະ ການປ້ອນຂໍ້ມູນໃສ່ແບບຟອມ ແລະ ພາກສະໜາມລົງທົດສອບເກັບກໍາຂໍ້ມູນຕົວຈິງທີ່ແຂວງໄຊຍະບູລີ ຊຸດຝຶກອົບຮົມດັ່ງກ່າວໄດ້ດໍາເນີນໄປເປັນເວລາ 3 ວັນ, ເລີ່ມແຕ່ວັນທີ 30 ພຶດສະພາ ຫາວັນທີ 1 ມິຖຸນາ 2018.
ໃນໂອກາດດຽວກັນນີ້ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ 2018 ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເປັນກຽດປູກຕົ້ນໄມ້ທີ່ ສູນຝຶກອົບຮົມດັ່ງກ່າວນໍາອີກ.
ພາບ ແລະ ຂ່າວໂດຍ: ແພກຂ່າວສານກະສິກໍາ ແລະ ປ່າໄມ້