ຂ່າວ
ກອງປະຊຸມສະໄໝສາມັນ ຄັ້ງທີ XVI ຂອງສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນໍ້າ ນ້ຳເທີນ 2
ໃນວັນທີ 7 ມັງກອນ 2019 ນີ້ ທີ່ຫ້ອງການປົກຄອງເມືອງຄຳເກີດ ແຂວງ ບໍລິຄຳໄຊ, ສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາເຂດແຫຼ່ງນໍ້າ ນ້ຳເທີນ 2 (ອຄປ.ທ2) ໄດ້ຈັດກອງປະຊຸມສະໄໝສາມັນ ຄັ້ງທີ XVI ຂຶ້ນ. ໂດຍການເປັນປະທານຂອງທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທັງເປັນປະທານສະ ພາບໍລິຫານ ອຄປ.ທ2, ເຊິ່ງມີທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ຮອງປະ ທານສະພາບໍລິຫານ ອຄປ.ທ2; ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງໆບໍລິຄຳໄຊ, ຮອງປະທານສະພາບໍລິຫານ ອ ຄປ.ທ2, ທ່ານເຈົ້າເມືອງໆຄຳເກີດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 29 ທ່ານ.
ໃນທີ່ປະຊຸມໄດ້ຮັບຟັງ, ພິຈາລະນາ ແລະ ຮັບຮອງເອົາຮ່າງບົດສະຫຼຸບລາຍງານ ຜົນການຈັດ ຕັ້ງປະຕິບັດແຜນການ-ງົບປະມານ ປະຈຳປີ 2018; ຮ່າງແຜນການ ປະຈຳປີ 2019-2020; ບົດລາຍງານຂອງຄະນະກວດກາເອກະລາດຄື: ຄະນະຊ່ຽວຊານທີ່ປຶກສາ (POE), ຄະນະກວດກາເອກະ ລາດຂອງອົງການ IMA, ການກວດສອບບັນຊີປະຈຳປີ 2016 ແລະ 2017, ການຄັດເລືອກພະນັກງານ, ສະເໜີຜົນງານຂອງກຸ່ມຊ່ຽວຊານ. ຫຼງຈາກນັ້ນ, ກໍ່ໄດ້ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານໄດ້ເນັ້ນໜັກບາງບັນຫາເຊັ່ນ: ໃນປີ 2019-2020 ນີ້ຕາມແຜນຈະຕ້ອງໄດ້ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃນ 50 ບ້ານ ໂດຍໃຫ້ທ້ອງຖິ່ນ ແລະ ປະຊາຊົນເປັນເຈົ້າ ສິ່ງສຳຄັນຈັດຕັ້ງປະຕິບັດແຜນການໃຫ້ສຳເລັດ ຕ້ອງກຳນົດມາດຕະການໃຫ້ລະອຽດ ໂດຍສະເພາະແມ່ນການປັບປຸງຊີວິດການເປັນຢູ່ ແລະ ການປູກຈິດສຳນຶກໃຫ້ອະນຸຊົນລຸ້ນຫຼັງຮູ້ຈັກປົກປັກຮັກສາຊັບພະຍາກອນທຳມະຊາດ, ຖອດຖອນບົດຮຽນນຳພາກສ່ວນອື່ນ, ສົ່ງທີມງານລົງສົມທົບກັບເມືອງ, ເລັ່ງສ້າງປ່າສະຫງວນແຫ່ງຊາດນາກາຍ-ນໍ້າເທີນ ເປັນອຸທິຍານ ແຫ່ງຊາດ ໂດຍມອບໃຫ້ກົມປ່າໄມ້ຄົ້ນຄ້ວາ ແລະ ສ້າງດຳລັດ ໃນການຄຸ້ມຄອງບໍລິຫານຢ່າງເປັນລະບົບ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ຂະບວນການແຂ່ງຂັນກິລາຊິງຂັນປະທານສູນກາງແນວລາວສ້າງຊາດ
ເພື່ອເປັນການສະເຫຼີມສະຫຼອງ ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບຄົບຮອບ 70 ປີ (20 ມັງກອນ 1949 ຫາ 20 ມັງກອນ 2019) ໃຫ້ເປັນຂະບວນຟົດຟື້ນ, ໃນວັນທີ 4 ມັງກອນ 2019 ນີ້, ສູນກາງຊາວ ໜຸ່ມປະຊາຊົນປະຕິວັດໄດ້ຮ່ວມກັບບໍລິສັດດວງພະສຸກກໍ່ສ້າງ ຈັດຂະບວນການແຂ່ງຂັນກິລາຂື້ນຢູ່ທີສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວເພື່ອຊິງຂັນປະທານສູນກາງແນວລາວສ້າງຊາດ, ເຊິ່ງການແຂ່ງຂັນດັ່ງກ່າວປະກອບມີ 4 ປະເພດ ກິລາໄດ້ແກ່: ກິລາເປ່ຕັງ, ກິລາດອກປີກໄກ່, ກິລາແລ່ນໄຖ່ ແລະ ກິລາດຶງເຊືອກ, ໂດຍມີນັກກິລາ 200 ກວ່າຄົນເຂົ້າຮ່ວມໂດຍມາຈາກ 8 ພາກສ່ວນຄື: ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນນັກຮົບເກົ່າແຫ່ງຊາດ, ສູນກາງສະຫະພັນແມ່ຍິງລາວ, ສູນກາງສະຫະພັນກໍາມະບານລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກໍາມະ ບານປ້ອງກັນປະເທດ, ກໍາມະບານກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດດວງພະສຸກກໍ່ສ້າງ.
ຜ່ານການ ແຂ່ງຂັນປາກົດວ່າປະເພດກິລາເປ່ຕັງລາງວັນຊະນະເລີດປະເພດທີມຊາຍແມ່ນສະຫະພັນນັກຮົບເກົ່າແຫ່ງຊາດ ແລະ ປະ ເພດທີມຍິງແມ່ນສູນກາງສະຫະພັນແມ່ຍິງລາວ, ກິລາຕີດອກປີກໄກ່ປະເພດທີມຊາຍລາງວັນຊະນະເລີດແມ່ນກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ປະເພດທີມຍິງແມ່ນສູນກາງ ສະຫະພັນນັກຮົບເກົ່າ, ກິລາແລ່ນໄຖປະເພດຊາຍ ລາງວັນ ຊະນະເລີດແມ່ນກໍາ ມະບານກະຊວງປ້ອງກັນປະເທດປະເພດຍິງແມ່ນສູນກາງສະຫະພັນນັກຮົບເກົ່າແຫ່ງຊາດ ແລະ ກິລາດຶງເຊືອກປະສົມຍິງ-ຊາຍ ລາງວັນຊະນະເລີດແມ່ນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວເຊິ່ງ
ໃຫ້ກຽດ ມອບຮັບ ລາງວັນ ຊະນະເລີດຄັ້ງນີ້ໂດຍ ທ່ານ ໄຊສົມພອນ ພົມວິຫານ ກົມການເມືອງສູນກາງພັກປະທານສູນກາງແນວ ລາວສ້າງຊາດ, ລາງວັນຮອງຊະນະເລີດອັນດັບ 2 ມອບໂດຍທ່ານ ຄໍາຫຼ້າ ດວງຜາສຸກ ປະທານບໍລິສັດດວງພະສຸກ ກໍ່ສ້າງຈໍາກັດ ແລະ ລາງວັນຮອງຊະນະເລີດອັນດັບ 3 ມອບໂດຍ ທ່ານ ພົນຈັດຕະວາ ຄໍາຫອມ ແສງບົວລົມ ຮອງປະທານສະຫະ ພັນນັກຮົບເກົ່າແຫ່ງຊາດລາວ, ການແຂ່ງຂັນຄັ້ງນີ້ກໍາມະບານ ກະຊວງກະສິກໍາ ແລະ ປ່າໄມ້ ນອກຈາກຍາດມາໄດ້ລາງວັນຊະນະເລີດດອກປີກໄກ່ປະເພດ ທີມຊາຍແລ້ວຍັງສາມາດຍາດໄດ້ຮອງຊະນະເລີດອັນດັບ 2 ກິລາເປ່ຕັງປະເພດທີມຊາຍ ແລະ ຮອງຊະນະເລີດອັນດັບ 3 ກິລາແລ່ນ ໄຖ່ປະເພດຍິງນໍາອີກ.
ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ
ລັດຖະມົນຕີກະຊວງ ກປ ລົງຕິດຕາມຊຸກຍູ້ວຽກງານ ແລະ ມອບເຄື່ຶອງຊ່ວຍເຫຼຶອ ທີ່ບ້ານ ຈຸດສຸມ ເມືອງ ບໍ່ແຕນ ແຂວງ ໄຊຍະບູລີ.
ໃນວັນທີ 26 ທັນວາ 2018 ຜ່ານມານີ້, ທ່ານປອລຽນທີແກ້ວລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ພ້ອມດ້ວຍການນໍາກະຊວງ, ຫົວໜ້າກົມແລະຮອງກົມ, ຮອງຫົວໜ້າຫ້ອງການ, ສະຖາບັນ, ຫົວໜ້າພະແນກກປແຂວງໄຊຍະບູລີ, ຫ້ອງການກະສິກໍາແລະປ່າໄມ້ເມືອງບໍ່ແຕນແລະພະນັກງານວິຊາການໄດ້ເດີນທາງໄປຢ້ຽມຢາມ ແລະ ຕິດຕາມວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຢູ່ທີ່ບ້ານນໍ້າພຽງເມືອງບໍ່ແຕນ ແຂວງໄຊຍະບູລີ, ເຊິ່ງເປັນບ້ານໜຶ່ງທີ່ນອນໃນ 4 ບ້ານຈຸດສຸມຈັດສັນພູມລໍາເນົາແລະອາຊີບໝັ້ນຄົງຂອງລັດຖະບານທີ່ຈະຕ້ອງເຮັດໃຫ້ສໍາເລັດໃນປີ 2020, ບ້ານນໍ້າພຽງເປັນບ້ານທີ່ຂື້ນກັບກຸ່ມບ້ານພັດທະ ນານາບໍ່ນ້ອຍແລະເປັນບ້ານຕິດກັບເຂດຊາຍແດນລາວ-ໄທ ແລະ ຕິດກັບເຂດປ່າປ້ອງກັນແຫ່ງຊາດ, ໂດຍບ້ານດັ່ງ ກ່າວໄດ້ປະກາດແຕ່ງຕັ້ງເປັນຢ່າງທາງການໃນວັນທີ 1 ກຸມພາ 2017 ເພື່ອຊ່ວຍປົກປັກຮັກສາຊາຍແດນໃຫ້ກໍາລັງ ປ້ອງກັນຊາດປ້ອງກັນຄວາມສະຫງົບໂດຍສະເພາະແມ່ນກອງພັນ 413 ກອງຮ້ອຍຊາຍແດນ.
ໃນໂອກາດ ການໄປຢ້ຽມ ຢາມ ແລະ ຕິດຕາມຄວາມຄືບໜ້າຄັ້ງນີ້ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບຟັງການລາຍງານສະພາບຄວາມຄຶບໜ້າ ຂອງການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານດັ່ງກ່າວໂດຍການ ລາຍງານຂອງ ທ່ານ ສົມພົງ ສີສຸວົງ ເລຂາພັກບ້ານ ນາຍບ້ານບ້ານນໍ້າພຽງ. ຈາກນັ້ນໃນນາມຕາງໜ້າຄະນະພັກ, ຄະນະ ນໍາກະຊວງກະສິກໍາ ແລະ ປ່າໄມ້ແລະພະນັກງານທຸກຄົນ ທ່ານລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ໄດ້ມອບເຄື່ອງຊ່ວຍເຫຼືອເຊິ່ງປະກອບດ້ວຍ ເຄື່ອງສຽງ, ເຄື່ອງນຸ່ງກັນໜາວເດັກນ້ອຍ, ເຄື່ອງກິລາ, ອຸປະກອນການຮຽນ ແລະ ເຄື່ອງບໍລິໂພກ ໃຫ້ກັບບ້ານນໍ້າພຽງລວມມູນຄ່າ 11.835.000 ກີບແລະເງິນເພື່ອສ້າງກອງທຶນອີກຈໍານວນ 58.500.000 ກີບ ຕາງໜ້າຮັບ ໂດຍຄະນະບ້ານ ບ້ານ ນໍ້າພຽງ, ຈາກນັ້ນກໍ່ໄດ້ສືບຕໍ່ມອບເຄື່ອງຊ່ວຍເຫຼືອເພື່ອເປັນ ຂັວນກໍາລັງໃຈໃຫ້ອ້າຍນ້ອງທະຫານກອງພັນ 413, ທະຫານຊາຍແດນ 519, ແລະກອງບັນຊາການທະຫານເມືອງບໍ່ແຕນ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນແລະສະເຫຼີມສະຫຼອງ ວັນສ້າງຕັ້ງ ກອງທັບຄົບຮອບ 70 ປີ 20 ມັງກອນ1949 ຫາ 20 ມັງກອນ 2019 ໃຫ້ເປັນບວນຟົດຟື້ນ.ໂດຍໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກ ຈໍານວນໜຶ່ງລວມມູນຄ່າ 12.050.000 ກີບ ຕາງໜ້າຮັບໂດຍທ່ານພັນໂທພູເງິນຈັນທະຄູນຫົວໜ້າກອງບັນຊາການ ທະຫານເມືອງບໍ່ແຕນ ໂດຍມີອໍານາດປົກຄອງແຂວງ, ເມືອງພ້ອມດ້ວຍພໍ່ແມ່ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມ. ໂອກາດດຽວກັນນີ້ທ່ານ ລັດຖະມົນຕີກະຊວງ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະໄດ້ລົງພົບປະກັບປະຊາຊົນພາຍໃນບ້ານດັ່ງກ່າວພ້ອມທັງລົງສໍາຫຼວດເບິ່ງແບບແຜນການດໍາລົງຊີວິດຂອງປະຊາຊົນນໍາອີກ.
ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ
5 ບ້ານ ຂອງເມືອງບົວລະພາ ແຂວງຄຳມ່ວນ ຮັບຮອງເປັນບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້
ເພື່ອພັດທະນາວຽກງານກະສິກຳ ແລະ ປ່າໄມ້ ໃຫ້ມີຜົນສຳເລັດຕາມແນວທາງ ແລະ ນະໂຍບາຍຂອງພັກ-ລັດ ກໍ່ຄື ການປະຕິບັດ ແຜນງານຄ້ຳປະກັນດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ຂອງກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງອອກໃຫ້ປະກົດຜົນເປັນຈິງ. ໃນວັນທີ 20 ທັນວາ 2018 ທີ່ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ມີພິທີປະກາດຮັບຮອງບ້ານແບບຢ່າງທາງດ້ານກະສິກຳ ແລະ ປ່າໄມ້ ພັດທະນາຂຶ້ນ. ໂດຍການເປັນປະທານ ຂອງ ທ່ານ ອຸໃດ ສຸດາພອນ ເຈົ້າແຂວງຄຳມ່ວນ, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ , ທ່ານ ເຈົ້າເມືອງບົວລະພາ, ບັນດາຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. ມີບັນດາຫົວໜ້າພະແນກການອອ້ມຂ້າງແຂວງ, ພ້ອມດ້ວຍພະນັກງານທີ່ກຽ້ວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພອ້ມພຽງ. ຈຸດປະສົງເພື່ອປະກາດບ້ານແບບຢ່າງທາງດ້ານກະ ສິກຳ ແລະ ປ່າໄມ້ ພັດທະນາ ເຊິ່ງໃນການປະກາດຄັ້ງນີ້ ມີ 5 ບ້ານ ຄື: ບ້ານ ນາເປງ, ບ້ານນາພະນັງ, ບ້ານ ຕະຫຼອງ, ບ້ານທົ່ງຂາມ ແລະ ບ້ານຫຼັງຄັງ ຂອງເມືອງບົວລະພາ ແຂວງຄຳມ່ວນ. Continue reading
ພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເພື່ອເປັນການຂໍ່ານັບຮັບຕ້ອນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/01/1949-20/01/2019) ຢ່າງເປັນຂະບວນຟົດຟື້ນ. ໃນທ້າຍອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ທີ່ສະໂມສອນກະຊວງ. ໃຫ້ກຽດປາຖະກະຖາໃນຄັ້ງນີ້ໂດຍ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມກໍ່ສ້າງຮາກຖານການເມືອງກອງທັບ, ກະຊວງປ້ອງກັນປະເທດ. ໂດຍການເຂົ້າຮ່ວມຂອງທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້. ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການກະຊວງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ. Continue reading
ພິທີເປີດ ຝຶກອົບຮົມເຕັກນິກການສ້າງນິຕິກໍາ
ເພື່ອສືບຕໍ່ຈັດຕັ້ງປະຕິບັດການບໍາລຸງ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ຂອງຜູ້ຮັບຜິດຊອບວຽກງານນິຕິກໍາໃນກະຊວງກະສິກໍາ ແລະ ປ່າໄມ້. ໃນວັນທີ 27 ພະຈິກ 2018 ກົມນະໂຍບາຍ ແລະນິຕິກໍາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີເປີດ ຝຶກອົບຮົມເຕັກນິກການສ້າງນິຕິກໍາ ໃຫ້ຜູ້ຮັບຜິດຊອບວຽກງານນິຕິກໍາ ຂອງຫ້ອງການ, ບັນດາກົມ ແລະສະຖາບັນອ້ອມຂ້າງກະຊວງ. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ມີນັກວິທະຍາກອນຈາກ ກະຊວງຍຸຕິທໍາ ພ້ອມດ້ວຍນັກສຳມະນາກອນ ອ້ອມຂ້າງກະຊວງເຂົ້າຮ່ວມ 50 ກວ່າທ່ານ. Continue reading
ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບ ຄະນະຜູ້ແທນ ຈາກ ສປ.ຈີນ
ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນວຽກງານການຮ່ວມມື ລາວ-ຈີນ ໃຫ້ນັບມື້ນັບກວ້າງຂວາງກວ່າເກົ່າ ໃນທ້າຍອາທິດຜ່ານມາ, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຖາງ ເຫວີຍຜິງ ຮອງຫົວໜ້າສູນສາກົນເພື່ອຫຼຸດຜ່ອນຄວາມທຸກຍາກ ສປ ຈີນ. ພ້ອມນີ້ ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ. Continue reading
ກອງປະຊຸມນະໂຍບາຍການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA)
ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ສະຖານທູດ ສ. ເກົາຫຼີ ແລະ ອົງການກ໋ອຍກາ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມນະໂຍບາຍການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄັ້ງທີ 2 ຂຶ້ນ, ໃນວັນທີ 29 ພະຈິກ 2018 ທີ່ຫ້ອງປະຊຸມກກະຊວງແຜນການ ແລະ ການລົງທຶນ. ໂດຍການເປັນປະທານຂອງທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ທ່ານ ປອ ຊັງ ຮຸນ ຫົວໜ້າກົມພັດທະນາການເງິນ, ກະຊວງເສດຖະກິດ ແລະ ການເງິນ ສ. ເກົາຫຼີ; ເຊິ່ງມີກະຊວງທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ 45 ທ່ານ.hermes fake watches kit replica ferrari Continue reading
ພິທີເປີດ ຝຶກອົບຮົມເຕັກນິກການສ້າງນິຕິກໍາ
ເພື່ອສືບຕໍ່ຈັດຕັ້ງປະຕິບັດການບໍາລຸງ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ຂອງຜູ້ຮັບຜິດຊອບວຽກງານນິຕິກໍາໃນກະຊວງກະສິກໍາ ແລະ ປ່າໄມ້. ໃນວັນທີ 27 ພະຈິກ 2018 ກົມນະໂຍບາຍ ແລະນິຕິກໍາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີເປີດ ຝຶກອົບຮົມເຕັກນິກການສ້າງນິຕິກໍາ ໃຫ້ຜູ້ຮັບຜິດຊອບວຽກງານນິຕິກໍາ ຂອງຫ້ອງການ, ບັນດາກົມ ແລະສະຖາບັນອ້ອມຂ້າງກະຊວງ. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ມີນັກວິທະຍາກອນຈາກ ກະຊວງຍຸຕິທໍາ ພ້ອມດ້ວຍນັກສຳມະນາກອນ ອ້ອມຂ້າງກະຊວງເຂົ້າຮ່ວມ 50 ກວ່າທ່ານ. Continue reading
ພິທີວາງສີລາລຶກໂຄງການຮ່ວມມືການຄົ້ນຄວ້າ ແລະ ຜະລິດດ້ານກະສິກຳ ລາວ-ຈີນ
ໃນວັນທີ 25 ພະຈິກ 2018 ສູນຄົ້ນຄວ້າເຂົ້ານາພອກ, ສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ ແລະພັດທະນາຊົນນະບົດຮ່ວມກັບສະຖາບັນວິທະຍາສາດກະສິກຳແຂວງຫູໜານ ແລະບໍລິສັດຊວນເຢ ໄດ້ຈັດພິທີວາງສີລາລຶກໂຄງການຮ່ວມມືຄົ້ນຄວ້າ ແລະຜະລິດດ້ານກະສິກຳລາວ-ຈີນຂຶ້ນທີ່ສູນຄົ້ນຄວ້າເຂົ້ານາພອກ. ໃຫ້ກຽດເຂົ້າຮ່ວມໂດຍທ່ານປອລຽນທີແກ້ວກຳມະການສູນກາງພັກ, ເລຂາພັກກະຊວງ, ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້; ທ່ານຕູ້ເຈຍຫາວກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫູໜານ; ທ່ານ ເຈ່ຍຈ້າຍຕຸ່ງ ເອກອັກຄະລັດຖະທູດສປຈີນປະຈຳສປປລາວ; ທ່ານຮອງລັດຖະມົນຕີ, ທ່ານຫົວໜ້າ-ຮອງຫົວໜ້າຫ້ອງ ການ, ກົມ, ສະຖາບັນ; ຜູ້ແທນຝ່າຍຈີນ ແລະຝ່າຍລາວເຂົ້າຮ່ວມຢ່າງພ້ອມພຽງ. Continue reading