ການບໍລິການຂໍ້ມູນພູມອາກາດສຳລັບກະສິກຳໃນ ສປປ ລາວ (LaCSA) ຄົບຮອບ 3 ປີ ເປັນແນວທາງໃນອະນາຄົດຂອງຂໍ້ມູນຂ່າວສານສໍາລັບການກະສິກໍາ ແລະ ອື່ນໆ

 

ຕະຫຼອດ​ໄລ​ຍະ​ເວ​ລາ 3 ປີຜ່ານມາ ຂອງການຈັດຕັ້ງປະຕິບັດ ການບໍລິການຂໍ້ມູນພູມອາກາດສຳລັບກະສິກຳໃນ ສປປ ລາວ ຫຼື LaCSA ໄດ້ກາຍເປັນຄວາມຈິງແລ້ວໃນລະບົບອຸຕຸນິຍົມກະເສດດິຈິຕອລ ຂອງ ສປປ ລາວ.

LaCSA ໄດ້ເຂົ້າເຖິງຊາວກະສິກອນຫຼາຍກວ່າ 110.000 ຄົນ ໃນຂອບເຂດທົ່ວປະເທດ, ໂດຍໂຄງການຕ່າງໆຂອງອົງການສະຫະປະຊາຊາດ ແລະ ອື່ນໆ. LaCSA ໄດ້ເຜີຍແຜ່ຜ່ານກຸ່ມຊາວກະສິກອນ  ຜ່ານທາງໂທລະໂຄ່ງ ຫຼື ໂປສເຕີຕິດໃນໂຮງຮຽນ. ລວມເຖິງການອອກອາກາດທາງໂທລະພາບປະຈໍາອາທິດ, ເຟສບຸກ, ຢູທູບ, ເວັບໄຊ໌ ແລະ ວິທະຍຸ.

ເພື່ອຂະຫຍາຍເພີ່ມການນຳໃຊ້ເຄື່ອງມືຂອງ LaCSA ໃຫ້ຖືກວິທີ, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO), ກະຊວງກະສິກຳ ແລະ ປ່າໄມ້ (MAF) ຮ່ວມກັບ ກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH), ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MONRE) ໄດ້ຜະລິດຄູ່ມືການຝຶກອົບຮົມອຸຕຸ ນິຍົມວິທະຍາ ສຳລັບພະນັກງານສົ່ງເສີມຊາວກະສິກອນໃນ ສປປ ລາວ. ໃນປັດຈຸບັນແມ່ນໄດ້ເປີດເປັນສາທາລະນະ ທາງອອນໄລນ໌ ລວມທັງເວັບໄຊ ແລະ ທາງໂທລະສັບມືຖື, ຄວາມຄາດຫວັງຈາກອົງການ FAO ທີ່ຈະນຳໃຊ້ປຶ້ມຄູ່ມືນີ້, ລວມມີທັງພາສາອັງກິດ ແລະ ພາສາລາວ, ການພັດທະນາຄູ່ຮ່ວມງານຈະສາມາດນຳໃຊ້ເຄື່ອງມືດັ່ງກ່າວໄດ້ເປັນຢ່າງອິດສະລະ. ນອກ​ນີ້, ຜູ້ຊ່ຽວຊານຈາກຕ່າງປະເທດຍັງ​ໄດ້​ນຳ​ສະ​ເໜີ ​ແອບພຣິເຄຊັນ ​ແລະ ບົດຮຽນ​ທີ່ໄດ້ຮັບຈາກນຳໃຊ້ຕົວຈິງເປັນເວລາ 3 ປີ. ​ສູນ​ກະສິກຳ​ເຂດ​ຮ້ອນສາກົນ (CIAT), ​ເຊິ່ງເປັນຜູ້ຂຽນປຶ້ມຂະໜາດນ້ອຍທີ່ມີຊື່ວ່າ “​ການສົ່ງມອບ​ບໍລິການທາງ​ດ້ານສະພາບ​ດິນ​ຟ້າ​ອາກາດ​ ເພື່ອສິ່ງທ້າທາຍ ​ແລະ ຜູ້ໃຊ້ເສັ້ນທາງສຸດທ້າຍ”.

ອີງຕາມຜົນໄດ້ຮັບ, ປະມານ 78% ຂອງຊາວກະສິກອນ ໃນບ້ານເປົ້າຫມາຍຂອງໂຄງການໄດ້ຮັບຟັງຂ່າວສະພາບອາກາດໃນ LaCSA ໂດຍຜ່ານທາງໂທລະໂຄ່ງ. ບົດກໍລະນີສຶກສາໄດ້ສະແດງໃຫ້ເຫັນວ່າ: ຜູ້ຮັບຟັງ 85% ຂອງຊາວກະສິກອນໄດ້ປ່ຽນແປງວິທີການຂອງເຂົາເຈົ້າຍ້ອນ LaCSA ເຊິ່ງຫມາຍຄວາມວ່າ: ຊາວກະສິກອນໄດ້ ນໍາໃຊ້ຝຸ່ນທີ່ເປັນນະວັດຕະກໍາໃໝ່ ຫຼື ແນວທາງການປະຕິບັດໃນການຄວບຄຸມສັດຕູພືດ ຫຼື ປ່ຽນແນວພັນພືດທີ່ຈະປູກ ຫຼື ປັບປຸງຂະບວນການຊົນລະປະທານໃຫ້ເໝາະສົມ. ສະແດງໃຫ້ເຫັນວ່າ LaCSA ສາມາດນໍາໃຊ້ເປັນຂໍ້ມູນເສີມສໍາລັບການບໍລິການເຜີຍແຜ່ໄດ້ຢ່າງງ່າຍດາຍ.

ຈາກຄຳເຫັນຂອງໄອທີ, ເວັບໄຊທ໌ ໄດ້ສືບຕໍ່ນຳສະເໜີຂ່າວປະຈໍາອາທິດ ແລະ ປະຈໍາເດືອນ ຕັ້ງແຕ່ 3 ປີກ່ອນ, ແອັບສາມາດນຳໃຊ້ໄດ້ທັງລະບົບ Android ແລະ iOS ໂດຍການນຳໃຊ້ຕຳແໜ່ງ GPS, ຊາວກະສິກອນສາມາດຮັບຄຳແນະນຳຈາກອຸຕຸນິຍົມທາງກະເສດໄດ້ໂດຍກົງ ກັບສະຖານທີ່ທີ່ພວກເຂົາຢູ່. ຫວ່າງ​ບໍ່ດົນມານີ້, ໄດ້ເພີ່ມຄຳສັ່ງເພີ່ມເຕີມ ທີ່ໃຫ້​ຄຳ​ປຶກສາ​ກ່ຽວກັບໄພ​ແຫ້ງ​ແລ້ງ ​ແລະ ​ໃຫ້​ຄຳ​ປຶກສາກ່ຽວກັບ​ໄພ​ນ້ຳ​ຖ້ວມ​ຢູ່ໃນ​ປີ​ນີ້.

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ສືບຕໍ່ເພີ່ມເຕີມຄຳແນະນຳການປູກພືດຊະນິດໃໝ່ຢ່າງສະໝ່ຳສະເໝີ; ສູນປ້ອງກັນພືດ, ກົມປູກຝັງ ໄດ້ປະກາດແຈ້ງເຕືອນໄພສັດຕູພືດ ແລະ ພະຍາດພືດໂດຍອັດຕະໂນມັດຢູ່ໃນ LaCSA.

ຢ່າງໃດກໍຕາມ LaCSA ໄດ້ກ້າວໄປອີກບາດກ້າວໜຶ່ງ ໃນ​ຖາ​ນະ​ເປັນ​ນ້ອງໃໝ່ໃນ​ລະ​ດັບ​ໂລກ​, ໃນປັດຈຸ ບັນ LaCSA ​ໄດ້​ຮັບ​ການ​ທົດ​ລອງ ​ທີ່​ເອີ້ນ​ວ່າ: “ຂໍ້​ມູນ​ພົນ​ລະ​ເມືອງ​”​ ຊຶ່ງ​ເປັນ​ເຄື່ອງ​ມື​ອອນ​ໄລ​ນທີ່ມີ​ຢູ່​ແລ້ວ ແລະ  ໄດ້ຮັບ​ອະ​ນຸ​ຍາດ​ໃຫ້ຜູ້ໃຫ້ທຶນ DONRE​, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ DAFOs ແລະ ​ຊາວ​ກະ​ສິ​ກອນສ່ວນໃຫຍ່ ​ອັບ​ໂຫຼດ​ຂໍ້​ມູນ​ກ່ຽວ​ກັບ​ວົງ​ຈອນ​ການ​ປູກ​ພືດແບບອັດຕະໂນມັດ​, ຊຶ່ງໄດ້ຖືກບໍລິຫານຈັດການໂດຍກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALaM) ຊຶ່ງເປັນຄູ່ຮ່ວມງານຫຼັກຂອງໂຄງການ SAMIS.

ຜູ້ເຂົ້າຮ່ວມ ແລະ ອົງການຈັດຕັ້ງ ທີ່ເຂົ້າຮ່ວມໄດ້ມີຄຳເຫັນຕໍ່ກອງປະຊຸມ ວ່າ: ໂຄງການທີ່ໄດ້ຮັບທຶນສະໜັບສະ ໜູນຈາກ ກອງທຶນສິ່ງແວດລ້ອມໂລກ GEF ໂຄງການ “ສ້າງຄວາມເຂັ້ມແຂງລະບົບການຕິດຕາມສະພາບອາກາດກະສິກຳ ແລະ ຂໍ້ມູນຂ່າວສານ ຕໍ່ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານໃນ ສປປ ລາວ” (ໂຄງການ SAMIS) ແມ່ນໄດ້ຈັດຕັ້ງປະຕິບັດມາເປັນເວລາເກືອບ 5 ປີ. ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ໂດຍອົງການ FAO ແລະ​ ໄດ້​ນໍາ​ພາ​ໂດຍ ກົມອຸຕຸນິຍົມ ແລະ ອຸທົກກະສາດ DMH, ຜູ້ໃຫ້ທຶນ MONRE ໃນ​ການ​ຮ່ວມ​ມື​ກັບ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ DalaAM, ກະຊວງກະສິກຳ ແລະ ປ່າໄມ້ MAF.

ຜູ້ເຂົ້າຮ່ວມວຽກງານໃນກິດຈະກໍາອື່ນໆ ປະກອບມີຢູ່ໃນຜູ້ໃຫ້ທຶນ MONRE, ກົມການປ່ຽນແປງດິນຟ້າອາກາດ ແລະ ໃນສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້, ສູນປ້ອງກັນພືດ ແລະ ພະແນກແຜນການ ແລະ ການຮ່ວມມື.

ໃນວັນທີ 22 ມີນາ 2022 ກອງ​ປະຊຸມ​ຄະນະ​ຊີ້​ນຳ​ໂຄງການ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ ແລະ ​ວັນ​ຄົບຮອບ LaCSA ໄດ້ຈັດຂຶ້ນໃນຕອນບ່າຍ, ຢູ່​ທີ່ໂຮງແຮມ​ດອນ​ຈັນພາເລດ. ໂດຍການເປັນປະທານຮ່ວມຂອງ ທ່ານ ຈັນທະເນດ ບຸບຜາ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.

ໃນທີ່ປະຊຸມ ທ່ານ ຈັນທະເນດ ບຸບຜາ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ໄດ້ຍົກໃຫ້ເຫັນວ່າ: “ຂໍ້ມູນທີ່ຜະລິດຢູ່ໃນ LaCSA ສາມາດໃຫ້ຂໍ້ມູນທີ່ມີຄວາມສຳຄັນຂອງຂະ          ແໜງກະສິກຳໄດ້ ແລະ ເຂົ້າເຖິງໄດ້ງ່າຍ ແລະ ເປັນມິດຕໍ່ກັບຜູ້ໃຊ້”.

ທ່ານ ກິ​ແກ້ວ ສິງ​ນາ​ວົງ ຮອງ​ລັດ​ຖະ​ມົນ​ຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວ​ວ່າ, “ການ​ນຳ​ໃຊ້ LaCSA ພາຍໃນຂັ້ນ​ທ້ອງ​ຖິ່ນ​ໂດຍ​ຊາວ​ກະ​ສິ​ກອນ ຈະ​ມີ​ທ່າ​ແຮງ​ເພີ່ມ​ທະ​ວີ​ການ​ຜະ​ລິດ​ພືດ​ແບບ​ຍືນ​ຍົງ ແລະ ຈະ​ສ້າງ​ຄວາມ​ສະ​ດວກສະບາຍເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ກະ​ສິ​ກຳ​ ຂອງແຜນຍຸດທະສາດພັດທະນາກະສິກຳ NSEDP”.

ສໍາລັບອົງການສະຫະປະຊາຊາດ ທ່ານນາງ Sara Sekkenes ຜູ້ປະສານງານຂອງອົງການສະຫະປະຊາຊາດໄດ້ສະເໜີວ່າ: “ຂໍ້ມູນຕ່າງໆເຊັ່ນຂໍ້ມູນທີ່ມີຢູ່ໃນ LaCSA ສາມາດປະກອບສ່ວນເຂົ້າໃນເປົ້າຫມາຍຂອງຂອບການຮ່ວມມື ການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ເພາະວ່າພວກເຂົາເຈົ້າມີທ່າແຮງທີ່ຈະປັບປຸງທາງດ້ານຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ຄວາມຢືດຢຸ່ນໃນເຂດຊົນນະບົດ”.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ