ການນໍາກະຊວງກະສິກຳ ແລະ ປ່າໄມ້ ລົງຕິດຕາມວຽກງານກອງທຶນ ຢູ່ແຂວງຫົວພັນ

IMG_2

        ໃນວັນນທີ12​ ພະຈິກ 2018 ທ່ານ ປອ ພວງປາຣີສັກປຣະວົງວຽງຄໍາຮອງລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ໄດ້ລົງຊຸກຍູ້​ ແລະຕິດຕາມວຽກງານກອງທຶນພັດທະນາຊີວິດການເປັນຢູ່ຂອງປະຊາຊົນຢູ່ບ້ານບວມຝາດເມືອງຮຽມແຂວງຫົວພັນ. ເຂົ້າຮ່ວມມີທ່ານເພີດມາປັນຍາຄະນະປະຈໍາພັກແຂວງ, ຄະນະໂຄສະນາອົບຮົມແຂວງຫົວພັນ, ມີຜູ້ແທນຈາກສູນກາງ, ແຂວງແລະເມືອງພ້ອມດ້ວຍພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

 IMG_4 IMG_3

     ທ່ານປ່າຊົ່ງຫວ່າງປະທານກອງທຶນບ້ານໄດ້ລາຍງານໃຫ້ຮູ້ວ້າ: ກອງທຶນດັ່ງກ່າວໄດ້ສ້າງຕັ້ງຂຶ້ນມາແຕ່ປີ 2010 ເບື້ອງຕົ້ນມີສະມາຊິກ41ຄອບຄົວ. ປັດຈຸບັນພາຍໃນບ້ານມີງົວ 562 ໂຕ, ຄວາຍ32ໂຕ,ໝູ  255 ໂຕ,ແບ້ 11 ໂຕມີສັດປີກ 1 ພັນກວ່າໂຕແລະມີໜອງປາອີກ 12 ໜອງ. ໃນນີ້ກຸ່ມສັດໃຫຍ່ມີ 32 ບັນຊີ,ມີຍອດສິນເຊຶ້ອ 184 ລ້ານກວ່າກີບ,ມີສະມາຊິກຝາກເງິນທັງໝົດ 32 ຄົນ,ມີສະມາຊິກທີ່ກູ້ຢືມເງິນ 23 ຄົນ,ມີຍອດ​ເຫຼືອ 32 ລ້ານກວ່າກີບ. ປະທານກອງທຶນໃຫ້ຮູ້ຕື່ມອີກວ່າພາຍຫຼັງກອງທຶນດັ່ງກ່າວໄດ້ເຂົ້າມາຈັດ​ຕັ້ງ​ປະຕິບັດ​ພາຍ​ໃນບ້ານ​ໄດ້ເຮັດໃຫ້ຊີວິດການເປັນຢູ່ມີການປ່ຽນແປງ, ມີຄອບຄົວທີ່ຫຼຸດພົ້ນອອກຈາກຄອບຄົວທຸກຍາກ 26 ຄອບຄົວ, ເຮັດໃຫ້ປະຊາຊົນຮູ້ຈັກການຝາກ-ການກູ້ຢືມເພີ່ມອີກ 43 ຄອບຄົວ. ນອກນັ້ນບ້ານຍັງໄດ້ຮັບເງິນຈາກກອງທຶນ 6 ລ້ານກວ່າກີບມີງົວ-ຄວາຍເພີ່ມຂຶ້ນ 437 ໂຕ.

IMG_1

         ໃນ​ຕອນທ້າຍ​ຂອງການ​ພົບ​ປະ​ໂອ້​ລົມທ່ານຮອງລັດຖະມົນຕີໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາຂອງແຂວງ, ເມືອງແລະປະຊາຊົນພາຍໃນບ້ານທີ່ໄດ້ເອົາໃຈໃສ່ເຮັດໃຫ້ກອງທຶນດັ່ງກ່າວມີບາດກ້າວຂະຫຍາຍຕົວຕິດພັນກັບວຽກງານດັ່ງກ່າວ ໄດ້ສະເໜີໃຫ້ພະແນກກະສິກຳ​ ແລະ ປ່າໄມ້ແຂວງກໍຄືຫ້ອງການກະສິກ-ປ່າໄມ້ເມືອງເອົາໃຈໃສ່ຕື່ມໃນການຊ່ວຍເຫຼືອດ້ານເຕັກນິກການປູກຫຍ້າອາຫານສັດ, ເຕັກນິກການເບິ່ງແຍງສຸຂະພາບສັດລວມທັງວິທີການໝັກຫຍ້າໄວ້ເປັນອາຫານສັດເພື່ອໃຫ້ສັດລ້ຽງຂອງປະຊາຊົນມີສຸຂະພາບແຂງແຮງແລະມີອາຫານກິນພຽງພໍ. ໂອກາດດຽວກັນນີ້ທ່ານຍັງໄດ້ມອບປຶ້ມຂຽນຈໍານວນໜຶ່ງເພື່ອປະກອບສ່ວນຊ່ວຍເຫຼືອໂຮງຮຽນພາຍໃນບ້ານດັ່ງກ່າວນໍາອີກ.

ຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ