ການນຳໃຊ້ຂໍ້ມູນພູມອາກາດ ສ້າງແຜນທີ່ ການປະເມີນປະລິມານຜົນຜະລິດພືດ ໃນອານາຄົດ ຂອງ ສປປ ລາວ

ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮ່ວມມືກັບກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສ້າງຂໍ້ມູນພູມອາກາດໃນອານາຄົດ ເພື່ອນຳໃຊ້ເຂົ້າໃນການສ້າງແຜນທີ່ແບ່ງເຂດລະບົບນິເວດກະສິກຳ ຫຼື ການປະເມີນປະລິມານຜົນຜະລິດພືດ  ຂອງ ສປປ ລາວ ຂຶ້ນ.

ກິດຈະກຳດັ່ງກາ່ວແມ່ນໄດ້ດຳເນີນພາຍໃຕ້ກິດຈະກຳ ຂອງອົງການອາຫານ ແລະ ການກະເສດ (FAO), ໂຄງການສ້າງຄວາມເຂັ້ມແຂງລະບົບຕິດຕາມຂໍ້ມູນຂ່າວສານອຸຕຸກະເສດ ເພື່ອການປັບໂຕເຂົ້າກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານຢູ່ໃນ ສປປ ລາວ (SAMIS). ໂດຍການສະໜັບສະໜູນທຶນຈາກ ອົງການສິ່ງແວດລ້ອມໂລກ (GEF) ພາຍໃຕ້ການຊີ້ນຳດ້ານເຕັກນິກວິຊາການ ຈາກຫ້ອງການ FAO ປະຈຳລາວ ແລະ ພາກພື້ນອາຊີປາຊີຟິກ, ດ້ານເຕັກນິວິຊາການ ແມ່ນໄດ້ຮັບການສະໜັບສະໜູນໂດຍກົງ ຈາກສູນຂໍ້ມູນຂ່າວສານທາງພູມມີສາດ, ສະຖານບັນເຕັກໂນໂລຊີແຫ່ງອາຊີ (AIT), ປະເທດໄທ.

ຂໍ້ມູນພູມອາກາດດັ່ງກ່າວນີ້ແມ່ນສ້າງຂຶ້ນ ດ້ວຍວິທີວິເຄາະດ້ານສະຖິຕິ ໂດຍສົມທຽບຂໍ້ມູນພູມອາກາດຈາກສະຖານນີອຸຕຸນິຍົມວິທະຍາ 19 ສະຖານີ ໃນຂອບເຂດທົົ່ວປະເທດ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ກັບ ແບບຈຳລອງພູມອາກາດໂລກ (Global Climate model “GCM”) ເພື່ອໃຫ້ມີຄວາມລະອຽດ ແລະ ຄອບຄຸມພື້ນທີ່ທົ່ວປະເທດ ເຊິ່ງຜົນໄດ້ຮັບຈະປະກອບມີ 5 ປັດໃຈດ້ານພູມອາກາດຄື: ອຸນຫະພູມສູງສຸດ, ອຸນຫະພູມຕ່ຳສຸດຄວາມຊຸ່ມ,​ ປະລິມານນໍ້າຝົນ ແລະ ແສງແດດ ຂອງ 3 ຮູບແບບ ໃນການປ່ອຍອາຍເຮືອນແກ້ວໃນອານາຄົດ (RCP: Representative Concentration Pathways) ຄື: RCP2.6, RCP4.5 ແລະ RCP8.5 ທີ່ມີຄວາມລະອຽດຂອງຂໍ້ມູນແມ່ນ 5 ກິໂລແມັດ. ຂໍ້ມູນພູມອາກາດດັ່ງກ່າວນີ້ ແມ່ນມີຄວາມສຳຄັນຫຼາຍໃນການສ້າງແຜນທີ່ ການປະເມີນປະລິມານຜົນຜະລິດພືດ ຂອງ ສປປ ລາວ ໃນ 3 ຮູບແບບການປ່ອຍທາດອາຍເຮືອນແກ້ວໃນອານາຄົດ.

ໃນອານາຄົດແມ່ນສາມາດເຂົ້າເຖິງໄດ້ໂດຍຜ່ານທາງໂມບາຍໂຟນ, ຂໍ້ມູນແຜນທີ່ທີ່ສາ້ງຂຶ້ນນີ້ ເປັນຂໍ້ມູນພື້ນ ຖານທີ່ມີຄວາມຈຳເປັນ ແລະ ສຳຄັນຫຼາຍ ໃຫ້ແກ່ການກຳນົດນະໂຍບາຍແຜນພັດທະນາເສດຖະກິດ-ສັງຄົມ ຂອງພາກລັດ ແລະ ຜູ້ປະກອບການ/ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອນຳໃຊ້ພື້ນທີ່ເຂົ້າໃນການຜະລິດພືດທີ່ແທດເໝາະ ກັບສະພາບການປ່ຽນແປງດິນຟ້າອາກາດ, ມີປະສິດທິພາບສູງ ແລະ ສາມາດນຳໃຊ້ທີ່ດິນກະສິກຳໄດ້ຢ່າງຍືນຍົງ. ນອກຈາກນັ້ນ, ຂໍ້ມູນແຜນທີ່ດັ່ງກ່າວນີ້ ຈະເປັນເຄື່ອງມືທີ່ສຳຄັນໃຫ້ແກ່ການສ້າງນະໂຍບາຍຕ່າງໆ ທີ່ຕິດພັນກັບການສົ່ງເສີມ ແລະ ພັດທະນາຂະແໜງກະສິກຳ ແລະ ປ່າໄມ້ ຂອງໂຄງການ ຊາມີສ ໄລຍະທີ 2 ເຊິ່ງຈະໄດ້ຈັດຕັ້ງປະຕິບັດໃນອານາຄົດອັນໃກ້ນີ້ ພາຍໃຕ້ການສະໜັບສະໜູນດ້ານງົບປະມານຈາກ GCF.

ເຊິ່ງຂໍ້ມູນແຜນທີ່ດັ່ງກ່າວ ສາມາດເຂົ້າເບິ່ງ ແລະ ດາວໂຫຼດເອົາຂໍ້ມູນໄດ້ທີ່ ເ​ວັບໄຊ໌ ລະບົບການຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS).

ຂໍ້ມູນເພີ້ມເຕີມ:

ລະບົບການຄຸ້ມຄອງຊັບພະຍາກອນດິນ ແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ໂດຍຜ່ານໂຄງການ ສ້າງຄວາມເຂັ້ມແຂງລະບົບຕິດຕາມຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕເຂົ້າກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານຢູ່ໃນ ສປປ ລາວ (SAMIS).

ທີ່ຢູ່ເວັບໄຊ້ລະບົບການຄຸ້ມຄອງຊັບພະຍາກອນດິນ: https://lrims-dalam.net/?thematic=aez

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ