ກະຊວງກະສິກໍາ ແລະ ປ່າໄມ້ຈັດກອງປະຊຸມເຊື່ອມຊືມຄໍາສັ່ງນາຍົກລັດຖະມົນຕີ ແລະ ວຽກງານ 3 ສ້າງ
ໃນວັນທີ 03 ພຶດສະພາ 2018 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຊີ້ນຳການຈັດຕັ້ງປະຕິບັດຄຳສັ່ງນາຍົກລັດຖະມົນຕີວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດ ຕັ້ງ ແລະ ການບັນຈຸລັດຖະກອນໃໝ່, ສະບັບເລກທີ 03/ນຍ, ລົງວັນທີ 09 ກຸມພາ 2018, ສະຫຼຸບປີ 2016-2017, ທິດທາງແຜນການປີ 2018 ແລະ ຊີ້ນຳການຈັດຕັ້ງປະຕິບັດວຽກງານ 03ສ້າງ ຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ໃຫ້ກຽດເປັນປະທານໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳຮອງລັດຖະ ມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ, ຫ້ອງການ, ກົມ, ສະຖາບັນ, ພະແນກ, ສູນ ແລະໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ເຂົ້າຮ່ວມທັງໝົດ 82 ທ່ານ, ຍິງ 41 ທ່ານ.
ທ່ານ ນ. ພວງເພັດ ປູ່ວັງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ລາຍງານກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງກະຊວງກະສິກໍາ ແລະ ປ່າໄມ້ໃນໄລຍະຜ່ານມາວ່າ: ຄະນະພັກ, ຄະນະນຳແຕ່ລະຂັ້ນໄດ້ເອົາໃຈໃສ່ນຳພາການປັບປຸງພາລະບົດບາດ ເຊິ່ງໄດ້ສຳເລັດການປັບປຸງພາລະບົດໂດຍພື້ນຖານ, ທົບທວນ ແລະ ປັບປຸງຄືນໃໝ່ ໂດຍເນັ້ນໃສ່ແບ່ງຂັ້ນຄຸ້ມຄອງມະຫາພາກ ແລະຈຸລະພາກ, ມີການຄຸ້ມຄອງຕາມທິດ 03 ສ້າງ.
ທ່ານ ຄຳພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງ, ທັງເປັນຫົວໜ້າກອງເລຂາ 03 ສ້າງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ 03 ສ້າງໃນສົກປີຜ່ານມາຂອງຂະແໜງການກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຜັນຂະຫຍາຍຕາມມະຕິ ເລກທີ 25/ຄມສພ, ຄຳສັ່ງ ເລກທີ 34/ນຍ ແລະ ຄຳແນະນຳ ເລກທີ 02/ພນ. ໂດຍເລີ່ມຈາກການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຄຳແນະນຳ ແລະ ນິຕິກຳກ່ຽວກັບວຽກງານ 03 ສ້າງ, ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່ານະໂຍບາຍ 03 ສ້າງ ແມ່ນຖືກທິດ ແລະ ໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນລາວບັນດາເຜົ່າ ສາມາດຕີລາຄາໄດ້ວ່າມີຫຼາຍດ້ານທີ່ພົ້ນເດັ່ນຂຶ້ນ ເປັນຕົ້ນ: ໄດ້ຫັນປ່ຽນດ້ານຈິນຕະນາການຂອງສັງຄົມ ເພື່ອບຸກທະລຸທັງ 4 ດ້ານຂອງພັກເວົ້າລວມ, ເວົ້າສະເພາະແມ່ນໄດ້ຫັນປ່ຽນການທຳມາຫາກິນແບບດັ້ງເດີມຂອງປະຊາຊົນ ໄປສູ່ການຜະລິດເປັນສິນຄ້າ, ສ້າງລາຍຮັບເພີ່ມຂຶ້ນໃຫ້ແກ່ຄອບຄົວ, ເຮັດໃຫ້ຊີວິດການເປັນຢູ່ເຂົາເຈົ້າດີຂຶ້ນ, ປະຊາຊົນມີການຕື່ນຕົວກ້າກູ້ຢືມເງິນຈາກສະຖາບັນການເງິນໄປເຮັດການຜະລິດເປັນສິນຄ້າຫຼາຍຂຶ້ນ, ຊາວກະສິກອນໄດ້ຫັນມານຳໃຊ້ກົນຈັກເພີ່ມຂຶ້ນ, ສ້າງໄດ້ຄອບຄົວຕົວແບບດ້ານການປູກ-ການລ້ຽງນັບມື້ນັບຫຼາຍອັນໄດ້ສ້າງເງື່ອນໄຂໃຫ້ແກ່ການສ້າງຄອບຄົວກະສິກໍາ ແລະ ປ່າໄມ້ຕົວແບບ, ບ້ານແບບຢ່າງກະສິກຳ ແລະ ປ່າໄມ້ ແລະ ເມືອງກະສິກໍາ ແລະ ປ່າໄມ້ພັດທະນາຕາມທິດ 03 ສ້າງ.
ໃນຕອນທ້າຍທ່ານປະທານໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມວ່າ: ໄລຍະແຕ່ປີ 2012-2015 ເປັນໄລຍະເຮັດທົດລອງວຽກງານ 3ສ້າງ, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ຄົ້ນຄວ້າ, ປັບປຸງອອກກົດໝາຍ ແລະ ບັນດານິຕິກໍາລຸ່ມກົດໝາຍຫຼາຍສະບັບ. ຈາກນັ້ນ, ກໍ່ໄດ້ກໍານົດແບ່ງຄວາມຮັບຜິດຊອບລະຫວ່າງກະຊວງກັບພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ, ນະຄອນຫຼວງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ປະຈໍາເມືອງ, ໄດ້ໂຮມເອົາວຽກງານປ່າສະຫງວນ, ປ່າປ້ອງກັນ ແລະ ວຽກພັດທະນາຊົນນະບົດແກ້ໄຂຄວາມທຸກຍາກມາໂຮມກັນຢູ່ກະຊວງກະສິກໍາ ແລະ ປ່າໄມ້. ໃນຕໍ່ໜ້າໃຫ້ທຸກພາກສ່ວນກ່ຽວຂ້ອງແກ້ໄຂຂໍ້ຄົງຄ້າງໃນການພົວພັນປະສານງານລະຫວ່າງສູນກາງ ແລະ ທ້ອງຖີ່ນໃຫ້ມີຄວາມກົມກຽວກັນດີຂຶ້ນກວ່າເກົ່າ. ເອົາໃຈໃສ່ຊ່ວຍໜູນທາງດ້ານວິຊາການ ໃຫ້ບັນດາກົມ ແລະ ທຽບເທົ່າສືບຕໍ່ຊ່ວຍທ້ອງຖີ່ນຕາມທິດ 3 ສ້າງ. ຊ່ວຍສ້າງພະນັກງານວິຊາການ, ຈັດຝຶກອົບຮົມກັບທີ່, ຊ່ວຍດ້ານວັດຖຸ-ອຸປະກອນ ແລະ ເຕັກນິກ-ເຕັກໂນໂລຊີ ຕາມທິດຫັນເປັນທັນສະໃໝເທື່ອລະກ້າວ ແລະ ເອົາໃຈໃສ່ໃນການຕິດຕາມປະເມີນຜົນເປັນແຕ່ລະໄລຍະຢ່າງປົກະຕິ.
ໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້