ກອງປະຊຸມ ສະຫຼຸບ ແລະ ປິດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຢູ່ແຂວງສະຫວັນນະເຂດ ແຕ່ປີ 2003-2021

ໃນວັນທີ 9 ພຶດສະພາ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແຂວງສະຫວັນນະເຂດ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສະຫຼຸບ ແລະ ປິດໂຄງການ ທລຍ ແຂວງສະຫວັນນະເຂດ ເຊິ່ງຈັດຕັ້ງປະຕິບັດມາແຕ່ປີ 2003-2021 ຂຶ້ນ, ທີ່ສະໂມສອນ ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳຈັນ ສີດາວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ທ່ານ ພັດນະຄອນ ຄັນ ທະມີໄຊ ຜູ້ອຳນວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ, ມີບັນດາທ່ານຫົວໜ້າພະແນກ, ຄະນະພະແນກການທີ່ກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ທ່ານຮອງເຈົ້າເມືອງ ແລະ ຄະນະຫ້ອງການກະສິກໍາ ແລະ ປ່າໄມ້ 5 ເມືອງເປົ້າໝາຍ ທລຍ (ເຊໂປນ, ນອງ, ພີນ, ທ່າປາງທອງ ແລະ ອາດສະພອນ), ທີມງານ ທລຍ ສູນກາງ, ຫົວໜ້າໂຄງການ ທລຍ ແຂວງສະຫວັນນະເຂດ ພ້ອມດ້ວຍທີມງານ ທລຍ ແຂວງ ແລະ ເມືອງ,  ຜູ້ຕາງໜ້າທະນາຄານສົ່ງເສີມກະສິກໍາ ແລະ ອົງການຈັດຕັ້ງສາກົນທີ່ເຄື່ອນໄຫວໃນເຂດເມືອງເປົ້າໝາຍ ເຂົ້າຮ່ວມທັງໝົດ 39 ທ່ານ, ຍິງ 8 ທ່ານ.

ໃນບັ້ນກອງປະຊຸມສະຫຼຸບ ແລະ ປິດໂຄງການໃນເທື່ອນີ້, ທ່ານ ຄອນໄຊ ອິນທິລາດ ຜູ້ປະສານງານ ທລຍ ແຂວງສະຫວັນນະເຂດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ທລຍ ພາຍໃນແຂວງສະຫວັນນະເຂດ ແຕ່ປີ 2003-2021 ຊຶ່ງໃນ 18 ປີຜ່ານມາ ໄດ້ປະຕິບັດໂຄງການຍ່ອຍທັງໝົດ 1.175 ໂຄງການ ໃນມູນຄ່າ 209,41 ຕື້ກວ່າກີບ, ໃນນັ້ນ ຊຸມຊົນປະກອບສ່ວນ  15,843 ຕື້ກວ່າກີບ; ປະກອບມີການກໍ່ສ້າງດ້ານພື້ນຖານໂຄງລ່າງ 1.051 ໂຄງການ, ວຽກງານທາງດ້ານການສ້າງຄວາມອາດສາມາດໃຫ້ແກ່ຊຸມຊົນ ແລະ ອົງການປົກຄອງທ້ອງຖີ່ນ 124 ໂຄງການຍ່ອຍ ມູນຄ່າ 3.757 ຕື້ກວ່າກີບ, ຊຸມຊົນປະກອບສ່ວນ 1.760.000 ກີບ.

ນອກນັ້ນ ທລຍ ສະຫວັນນະເຂດ ຍັງໄດ້ສະໜັບສະໜູນ ກຸ່ມບູລະນະສ້ອມແປງທາງດ້ວຍຊຸມຊົນ (RMG) 22 ກຸ່ມ ມີສະມາຊິກ ເປັນແມ່ຍິງ ຄອບຄົວທຸກຍາກ ທັງໝົດ 111 ຄົນ, ໂດຍຈັດຕັ້ງປະຕິບັດ 20 ໂຄງການ ໃນ 22 ບ້ານ ຂອງ 5 ເມືອງເປົ້າໝາຍ ລວມໄລຍະເສັ້ນທາງ 99,24 ກມ, ນຳໃຊ້ງົບປະມານທັງໝົດ 685.071.000 ກີບ.

ພິເສດຍັງໄດ້ເຮັດທົດລອງການຈັດຕັ້ງປະຕິບັດວຽກງານ ປັບປຸງຊີວິດການເປັນຢູ່ ເຊື່ອມສານໂພຊະນາການ ຢູ່ 3 ເມືອງ ຄື: ເຊໂປນ, ນອງ ແລະ ທ່າປາງທອງ ຊື່ງກວມເອົາ 73 ບ້ານ, ລວມທຶນຊ່ວຍເຫຼືອທັງໝົດ 5,218 ຕື້ກ່ວາກີບ, ສ້າງກຸ່ມຊ່ວຍເຫຼືອຊື່ງກັນ ແລະ ກັນ 442 ກຸ່ມ, ມີສະມາຊິກ 4.953 ຄົນ.

ຫຼັງຈາກການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ທລຍ ພາຍໃນແຂວງແລ້ວ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບຜົນສໍາເລັດອັນລໍ້າຄ່າຂອງການປະກອບສ່ວນການແກ້ໄຂຄວາມທຸກຍາກ ແລະ ການພັດທະນາຊົນນະບົດ ພາຍໃນແຂວງສະຫວັນນະເຂດ ຕະຫຼອດໄລຍະ 18 ປີຜ່ານມາ ຊຶ່ງເຫັນວ່າເປັນໂຄງການທີ່ດີ, ມີຄວາມສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ປະກອບສ່ວນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ຢ່າງຫຼວງຫຼາຍ ເປັນຕົ້ນ ດ້ານຄົມມະນາຄົມ ເຮັດໃຫ້ຫຼາຍບ້ານມີເສັ້ນທາງໄປມາຫາສຸ່ກັນສະດວກສະບາຍຂື້ນຫຼາຍ ຖ້າທຽບໃສ່ໃນເມື່ອກ່ອນ; ດ້ານກະສິກຳ ແລະ ປ່າໄມ້ ຫຼາຍໆບ້ານແມ່ນໄດ້ຮັບການຝຶກອົບຮົມທາງດ້ານເຕັກນິກວິຊາຊີບ ແລະ ໄດ້ຮັບການສະໜັບສະໜູນ ຊົນລະປະທານ ເພື່ອຮັບໃຊ້ການຜະລິດກະສິກຳຈໍານວນໜຶ່ງ; ດ້ານການສຶກສາ ແມ່ນໄດ້ສ້າງໂຮງຮຽນປະຖົມໃນຫຼາຍບ້ານ ຊື່ງເປັນໂຮງຮຽນທີ່ຖາວອນ ແລະ ໄດ້ຕາມມາດຖານ ເຮັດໃຫ້ອັດຕາການເຂົ້າຮຽນຂອງເດັກໃນເກນອາຍຸແມ່ນເພີ້ມຂື້ນ; ດ້ານສາທາລະນະສຸກ ກໍ່ໄດ້ມີການກໍ່ສ້າງສຸກສາລາ ແລະ ນ້ຳສະອາດ ແມ່ນໄດ້ມີການຂະຫຍາຍຢ່າງທົ່ວເຖິງໃນຫຼາຍໆບ້ານ ແລະ ດ້ານພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ມີການຂະຫຍາຍຕາຂ່າຍໄຟຟ້າແຮງຕໍ່າ ຊຶ່ງໄດ້ເຮັດໃຫ້ຫຼາຍບ້ານມີການຊົມໃຊ້ໄຟຟ້າ ເຮັດໃຫ້ຊີວິດການເປັນຢູ່ດີຂື້ນເທື່ອລະກ້າວ; ພ້ອມນັ້ນ ກໍ່ຍັງໄດ້ມີການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ອົງການປົກຄອງບ້ານ ເຮັດໃຫ້ເຂົາເຈົ້າສາມາດວາງແຜນພັດທະນາບ້ານ, ກຸ່ມບ້ານ ແລະ ສາມາດຄຸ້ມຄອງບໍລິຫານຈັດຕັ້ງປະຕິບັດໂຄງການດ້ວຍຕົວເອງ.

ພິເສດຜູ້ແທນຈາກແຕ່ລະເມືອງ ແລະ ພະແນກການ ຍັງໄດ້ມີການສະເໜີໃຫ້ລັດຖະບານ ກໍຄືກອງທຶນຫຼຸດຜ່ອນຄວາມ ທຸກຍາກ ຊ່ວຍຄົ້ນຄວ້າຈັດຫາແຫຼ່ງທຶນ ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກ ໂດຍສະເພາະ ດ້ານພື້ນຖານໂຄງລ່າງຂັ້ນບ້ານ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເນື່ອງຈາກວ່າ: ຍັງມີຫຼາຍບ້ານທີ່ບໍ່ທັນສາມາດບັນລຸມາດຕະຖານບ້ານພົ້ນທຸກ ຕາມດໍາລັດ 348/ລບ.

ໃນກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງຄໍາເຫັນຂອງ ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການ ທລຍ ກ່ຽວກັບພາລະບົດບາດຂອງ ທລຍ ໂດຍສັງເຂບ ໃນການປະຕິບັດໜ້າທີ່ໆ ພັກ-ລັດ ມອບໝາຍໃຫ້ ໃນວຽກງານແກ້ໄຂຄວາມທຸກຍາກ ເພື່ອໃຫ້ຊຸມຊົນມີເງື່ອນໄຂ ເຂົ້າເຖິງພື້ນຖານໂຄງລ່າງອັນຈໍາເປັນ ຄຽງຄູ່ກັບການສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງທ້ອງຖິ່ນ ແລະ ຊຸມຊົນໃນເຂດຊົນນະບົດ, ຊຶ່ງ ທລຍ ໄດ້ເປັນສ່ວນນຶ່ງທີ່ປະກອບສ່ວນເຂົ້າໃນການວາງແຜນພັດທະນາບ້ານ ແລະ ປະຕິບັດຕາມທິດສາມສ້າງຂອງລັດຖະບານ ໂດຍສະເພາະໃຫ້ຊຸມຊົນມີສ່ວນຮ່ວມທຸກຂະບວນການຈັດຕັ້ງປະຕິບັດວຽກງານການພັດທະນາ. ພ້ອມນີ້ ທ່ານຍັງໄດ້ສະເໜີມາຍັງພະແນກການຂັ້ນແຂວງ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ແລະ ຊຸມຊົນພາຍໃນບ້ານເປົ້າໝາຍ ໃຫ້ເອົາໃຈໃສ່ ປົກປັກຮັກສາ ແລະ ຄຸ້ມຄອງນໍາໃຊ້ ບັນດາໂຄງການຍ່ອຍ ໃຫ້ມີຄວາມຍືນຍົງຕໍ່ໆໄປ ເຖິງວ່າ ທລຍ ໄດ້ສິ້ນສຸດການຊ່ວຍເຫຼືອແລ້ວກໍ່ຕາມ. ພິເສດ ໃຫ້ເອົາໃຈໃສ່ ສືບຕໍ່ຄຸ້ມຄອງກອງທຶນບ້ານ ທີ່ ທລຍ ໄດ້ໃຫ້ການຊ່ວຍ ເຫຼືອຜ່ານ ໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິ ແລະ ໃຫ້ໄດ້ຮັບຜົນດີຍິ່ງໆຂື້ນ.

ໃນຕອນທ້າຍຂອງປະຊຸມ ທ່ານ ຄຳຈັນ ສີດາວົງ  ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ປະທານກອງປະຊຸມ ກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມ ຄື:

  • ຂໍໃຫ້ບັນດາພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງກັບແຕ່ລະປະເພດກິດຈະກຳ ສືບຕໍ່ຊຸກຍູ້ ຕິດຕາມ ແລະ ຄຸ້ມຄອງນໍາໃຊ້ໂຄງການ ໃຫ້ເກີດຜົນປະໂຫຍດ ແລະ ມີປະສິດທິຜົນສູງສຸດ.
  • ເຖິງວ່າ ການພັດທະນາໄລຍະຜ່ານມາ ສາມາດແກ້ໄຂຄວາມທຸກຍາກ ໄດ້ຫຼາຍສົມຄວນ, ແຕ່ຖ້າທຽບໃສ່ມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ໃນໄລຍະໃໝ່ ຕາມດໍາລັດ 348/ລບ ເຫັນວ່າ ຍັງມີຫຼາຍບ້ານ ຢູ່ພາຍໃນແຂວງ ບໍ່ທັນສາມາດບັນລຸມາດຕະຖານພົ້ນທຸກໄດ້ເທື່ອ, ໂດຍສະເພາະແມ່ນ ບັນດາບ້ານຢູ່ເຂດຈຸດສຸມພັດທະນາຊົນນະ ບົດຢູ່ເມືອງຕ່າງໆ. ດັ່ງນັ້ນ ຈຶ່ງສະເໜີມາຍັງ ກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນສູນກາງ ໄດ້ຊ່ວຍຄົ້ນຄວ້າ ຈັດຫາທຶນຮອນມາສືບຕໍ່ຈັດຕັ້ງປະຕິບັດໂຄງການ ເພື່ອແກ້ໄຂດ້ານພື້ນຖານໂຄງລ່າງ ກໍ່ຄືກິດຈະກຳການປັບປຸງຊີວິດການເປັນຢູ່ ໃນບັນດາຈຸດສຸມດັ່ງກ່າວຕື່ມອີກ.
ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ