ກອງປະຊຸມ ສະຫຼຸບປິດການຊ່ວຍເຫຼືອໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂອງອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ

ກອງ​ປະ​ຊຸມ ສະຫຼຸບ​ປິດ​ການ​ຊ່ວຍ​ເຫຼືອ​ໂຄງ​ການ ກອງ​ທຶນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຂອງ​ອົງ​ການ​ເພື່ອ​ການ​ພັດ​ທະ​ນາ ແລະ ຮ່ວມ​ມື ຂອງ​ປະ​ເທດ​ສະ​ວິດ​ເຊີ​ແລນ

ໃນ​ວັນ​ທີ 16 ມິ​ຖຸ​ນາ ທ​ລຍ, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ໄດ້​ຈັດ​ກອງ​ປະ​ຊຸມສະຫຼຸບ​ປິດ​ການ​ຊ່ວຍ​ເຫຼືອ​ໂຄງ​ການ ທ​ລຍ ຂອງ​ອົງ​ການ SDC ຂຶ້ນ, ທີ່​ກົມ​ພັດ​ທະ​ນາ​ຊົນ​ນະ​ບົດ. ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສີ​ປະ​ໄພ ໄຊ​ສົງ​ຄາມ ຫົວ​ໜ້າ​ຫ້ອງ​ການ​ກະ​ຊວງ, ທ່ານ ຄ​ຣິ​ສ​ຕຽນ ເອງ​ເລີ ຮອງ​ຫົວ​ໜ້າອົງ​ການ SDC ປະ​ຈຳ ສ​ປ​ປ ລາວ. ເຊິ່ງ​ມີ ທ່ານ ພັດ​ນະ​ຄອນ ຄັນ​ທະ​ມີ​ໄຊ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ ທ​ລຍ; ທ່ານ ນ. ອໍ​ເຣ​ລີ ໄລ໌​ເຮ​ຕິ ຫົວ​ໜ້າ​ແຜນ​ງານ​ດ້ານ​ການ​ຄຸ້ມ​ຄອງ ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ປະ​ຊາ​ຊົນ; ທ່ານ ນ. ນິດ​ສາ ວົງ​ພະ​ນະ​ຄອນ ຜູ້​ຮັບ​ຜິດ​ຊອບ​ແຜນ​ງານ​ອາ​ວຸ​ໂສ​ດ້ານ​ການ​ຄຸ້ມ​ຄອງ; ທ່ານ ເບັນ​ຈາ​ມິນ ເບີກ​ຮາດ ຜູ້​ຊ່ຽວ​ຊານ​ອາ​ວຸ​ໂສ ດ້ານ​ການ​ພັດ​ທະ​ນາ​ສັງ​ຄົມ; ຫົວ​ໜ້າ​ຄະ​ນະ​ທີມ​ງານ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ, ທີມ​ງານ​ຊ່ຽວ​ຊານ​ຂອງ​ທະ​ນາ​ຄານ​ໂລກ; ພາກ​ສ່ວນ​ທີ່​ກ່ຽວ​ຂ​້ອງ ແລະ ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ​ທັງ​ໝົດ 23 ທ່ານ, ຍິງ 06 ທ່ານ. ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ເພື່ອເປັນການສະຫຼຸບຜົນງານການຊ່ວຍເຫຼືອຂອງ SDC ທີ່ໄດ້ສະໜັບສະໜູນ ທ​ລຍ ໃນໄລຍະ 13 ປີຜ່ານມາ (2012-2022).


ໃນ​ທີ່​ປະ​ຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ ຜົນ​ໄດ້​ຮັບ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ທ​ລຍ ທີ່​ສະ​ໜັບ​ສະ​ໜູນ​ໂດຍ​ອົງ​ການ SDC ຊຶ່ງອົງການ​ເພື່ອ​ການພັດທະນາ ແລະ ຮ່ວມມືຂອງປະ​ເທດສະວິດເຊີ​ແລນ (SDC) ເປັນຄູ່ຮ່ວມງານດ້ານການພັດທະນາຫຼັກ ທີ່ໄດ້ໃຫ້ການສະໜັບສະໜູນແກ່ ກອງ​ທຶນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ (ທລຍ) ທາງດ້ານການເງິນ ແລະ ດ້ານເຕັກນິກວິຊາການ ເປັນເວລາຫລາຍກວ່າ 10 ປີ ນັບຕັ້ງແຕ່ປີ 2009 ເຖີງປີ 2022, ອົງການ SDC ໄດ້ໃຫ້ການສະໜັບສະໜູນທຶນຊ່ວຍເຫຼືອລ້າ ຫຼາຍກວ່າ 40 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະ ຕິບັດໂຄງການ ທລຍ ໂດຍຜ່ານການສົ່ງເສີມ, ການວາງແຜນແບບມີສ່ວນຮ່ວມແຕ່ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການຄັດເລືອກບຸລິມະສິດຄວາມຕ້ອງການຂອງຊຸມຊົນ ໂດຍການມີສ່ວນຮ່ວມຂອງແມ່ຍິງ ແລະ ຊົນເຜົ່າ. ໂດຍສະເພາະແມ່ນການສະໜັບສະໜູນການພັດທະນາໂຄງລ່າງພື້ນຖານ ທັງ   ໝົດ 1.544 ໂຄງ ການຍ່ອຍ ໃນແຕ່ຂະແໜງການຕ່າງໆ ເປັນຕົ້ນແມ່ນ: ສາທາລະນະສຸກ, ສືກສາທິການ ແລະ ກິລາ, ໂຍທາທິການ ແລະ ຂົນສົ່ງ ແລະ ກະສີກຳ ແລະ ປ່າໄມ້. ນອກນັ້ນ, ຍັງສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ແລະ ອໍານາດການປົກຄອງທ້ອງຖີ່ນ, ການປ້ອງກັນຜົນກະທົບທາງສັງຄົມ ແລະ ສີງແວດລ້ອມ ແລະ ການຄຸ້ມຄອງຄວາມສ່ຽງໄພ ພິບັດ. ທັງໝົດຂອງກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດນັ້ນ ລ້ວນແລ້ວແຕ່ແນໃສ່ຮັບປະກັນໃຫ້ຜູ້ທີ່ທຸກຍາກ ໄດ້ຮັບຜົນປະໂຫຍດສູງສຸດ.

ນອກຈາກນີ້, ໄລຍະທີ່ປະເທດລາວ ໄດ້ປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທ້າຍປີ 2021 SDC ກໍໄດ້ໃຫ້ທຶນສະໜັບສະໜູນ ຈຳນວນ 500.000 ໂດລາສະຫະລັດ ເພື່ອສະໜັບສະໜູນລັດຖະ ບານລາວ ໃນການຫຼຸດຜ່ອນຄວາມສ່ຽງການແຜ່ລະບາດຂອງພະຍາດ ໂຄວິດ-19 ລົງສູ່ເຂດຊົນນະບົດ ໂດຍໄດ້ຈັດຕັ້ງປະຕິບັດກິດຈະກຳ ຢູ່ 900 ບ້ານ, 35 ເມືອງ ຂອງ 10 ແຂວງ ເພື່ອສ້າງຈິດສໍານຶກໃຫ້ກັບຊຸມຊົນຢູ່ບ້ານເປົ້າໝາຍເຫຼົ່ານັ້ນ ກ່ຽວກັບການປ້ອງກັນຕົນເອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ການແຜ່ລະບາດຂອງພະຍາດການຕິດຕໍ່ອື່ນໆ. ນອກຈາກນັ້ນ, ໃນປີ 2021 ອົງການ SDC ຍັງໄດ້ໃຫ້ທຶນສະໜັບສະ    ໜູນ ຈຳນວນ 395.200 ໂດລາສະຫາລັດ ສຳລັບເປັນຄ່າບໍລິຫານ ແລະ ຕິດຕາມວຽກງານການກໍ່ສ້າງ 53 ໂຄງການຍ່ອຍ ຢູ່ 6 ແຂວງ ຄື: ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ພາຍໃຕ້ທຶນສົມທົບຂອງລັດທະບານ ຂອງ ທລຍ 3.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ