ກອງປະຊຸມ ຄະນະຊີ້ນໍາໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ

ກອງປະຊຸມ ຄະນະຊີ້ນໍາໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ

ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ຊຶ່ງຈັດຕັ້ງປະຕິບັດ ໂດຍກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ໄດ້ຮັບທຶນສະໜັບສະໜູນໂດຍອົງການ ຮ່ວມມືສາກົນປະເທດຢີ່ປຸ່ນ JICA. ຈຸດປະສົງຂອງໂຄງການ ເພື່ອສະໜັບສະໜູນການກະກຽມແຜນແມ່ບົດ (MP) ເພື່ອສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານ (ຂັ້ນຕອນການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດ) ເພື່ອຕອບສະ   ໜອງກັບຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ, ປະກອບສວ່ນ ເຂົ້າໃນການຊຸກຍູ້ກະສິກໍາການຄ້າ ແລະ ກະສິກໍາແບບຫັນໃສ່ຕະຫຼາດ.

ພື້ນທີ່ເປົ້າໝາຍຂອງ MP ກວມເອົາຂອບເຂດທົ່ວປະເທດ, ພື້ນທີ່ເປົ້າໝາຍສໍາລັບການສໍາຫຼວດຕ່ອງໂສ້ ຢູ່ 03 ແຂວງ ຄື: ນະຄອນຫຼວງວຽງຈັນ (ຕ່ອງໂສ້ທີ່ມີພື້ນທີ່ບໍລິໂພກ); ແຂວງຈໍາປາສັກ ແລະ ແຂວງເຊກອງ (ຕ່ອງໂສ້ພື້ນທີ່ການຜະລິດ).

ໃນວັນທີ 15 ທັນວາ 2023 ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການຂຶ້ນ, ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 9 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອທົບທວນຄືນຄວາມຄືບໜ້າ ຂອງໂຄງການ ໃນໄລຍະ 1 ແລະ 2 ໂດຍສະເພາະ ເນື້ອໃນໂຄງການທົດລອງ ແລະ ຮ່າງຂອງແຜນແມ່ບົດ.

ໃນທີ່ປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບ: ກິດຈະກໍາຂອງໂຄງການ ໃນໄລຍະທີ 1 ແລະ ໄລຍະທີ 2, ຄວາມຄືບໜ້າຂອງໂຄງການທົດລອງ (ໂຄງຮ່າງ, ຄວາມຄືບໜ້າ, ບົດຮຽນທີ່ຖອດຖອນໄດ້, ສິ່ງທີ່ຄົ້ນພົບ, ກິດຈະກໍາຈຸດສຸມ ສໍາລັບປີ 2024 ແລະ ແຜນງານສໍາລັບປີ 2024), ຂໍ້ສະເໜີແນະນໍາ ສໍາລັບການກະກຽມແຜນແມ່ບົດ FVC ຜ່ານການຈັດຕັ້ງປະຕິບັດໂຄງການທົດລອງ, ນໍາສະເໜີຮ່າງແຜນແມ່ບົດ (ແນວຄວາມຄິດ, ສິ່ງທີ່ຄົ້ນພົບ ຕັ້ງແຕ່ການເລີ່ມຈັດຕັ້ງປະຕິບັດໂຄງການທົດລອງ ຈົນເຖິງປະຈຸບັນ ທີ່ເປັນປະໂຫຍດຕໍ່ການກະກຽມແຜນແມ່ບົດໃຫ້ສົມບູນ, ແຜນວຽກໃນຕໍ່ໜ້າ ເພື່ອກະກຽມແຜນແມ່ບົດໃຫ້ສົມບູນ).

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ເນັ້ນໜັກບາງບັນຫາ ເຊັ່ນ: ເວລາໃນການກະກຽມແຜນແມ່ບົດ ສໍາລັບຮ່າງທີ 1 ແມ່ນໃຫ້ສໍາເລັດໃນເດືອນ ມັງກອນ 2024, ຮ່າງທີ 2 ແມ່ນໃຫ້ສໍາເລັດໃນເດືອນ ກຸມພາ 2024 ແລະ ໃຫ້ສໍາເລັດທັງໝົດ ໃນເດືອນ ມີນາ 2024; ສໍາລັບຮ່າງແຜນແມ່ບົດ ໃຫ້ເອົາໃຈໃສ່: 1. ຕໍ່ກັບການຂະຫຍາຍຄອບຄົວທົດລອງ ໃຫ້ເບິ່ງຕື່ມສໍາລັບພືດອາຍຸສັ້ນ (ໃຫ້ຂະຫຍາຍຕື່ມ), ໃຫ້ເລືອກເອົາຄອບຄົວ ເຮັດທົດລອງ ທີ່ມີຄວາມພ້ອມ ແລະ ຫ້າວຫັນໃນການຜະລິດ ທີ່ສາມາດເປັນຕົວແບບໄດ້; 2. ກິດຈະກໍາ ທີ່ຈະທົດລອງຕື່ມ ໃຫ້ເອົາໃຈໃສ່ເລື່ອງ ການເຮັດສັນຍາຜູກພັນ ລະຫວ່າງ ຜູ້ຜະລິດ ແລະ ຜູ້ເກັບຊື້; ການເຂົ້າເຖິງແຫຼ່ງທຶນ ລະຫວ່າງຜູ້ກູ້ຢືມ ແລະ ຜູ້ສະໜອງທຶນ; ຄວາມປອດໄພດ້ານອາຫານ (ຂະບວນການຜະລິດ ແລະ ປຸງແຕ່ງ).

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ