ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການຈັດສັນພູມລຳເນົາ ແລະ ອາຊີບ
ພັກ ແລະ ລັດຖະບານໄດ້ຖືເອົາວຽກງານຈັດສັນພູມລໍາເນົາ, ບ່ອນທໍາມາຫາກິນຖາວອນ ແລະ ອາຊີບ ໝັ້ນຄົງໃຫ້ປະຊາຊົນ ເປັນນະໂຍບາຍໃຫຍ່ ແລະ ເປັນຍຸດທະສາດທີ່ສໍາຄັນຊຶ່ງໄດ້ກໍານົດໄວ້ໃນມະຕິກອງ ປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ, ເພື່ອແນ່ໃສ່ສ້າງເງື່ອນໄຂແກ່ປະຊາຊົນບັນດາເຜົ່າ ໄດ້ຮັບການຍົກລະດັບຊີວິດການ ເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ. ດັ່ງນັ້ນ, ໂດຍປະຕິບັດຕາມລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 204/ປປທ, ລົງວັນທີ 1 ສິງຫາ 2018 ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍ ການຈັດສັນພູມລໍາເນົາ ແລະ ອາຊີບ ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ການຈັດສັນພູມລໍາເນົາ ແລະ ອາຊີບ ສະບັບເລກທີ 086/ສພຊ, ລົງວັນທີ 15 ມິຖຸນາ 2018 ແລະ ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ກປ ສະບັບເລກທີ 0085/ກປ, ລົງວັນທີ 21 ມັງກອນ 2019 ວ່າດ້ວຍການອະນຸມັດຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການຈັດສັນພູມລໍາເນົາ ແລະ ອາຊີບ ຢູ່ 3 ພາກ,
ເຊິ່ງໃນວັນທີ 1 ມັງກອນ 2019 ນີ້, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ຢູ່ 6 ແຂວງ ພາກເໜືອ ແລະ 5 ແຂວງພາກໃຕ້, ສໍາລັບຢູ່ພາກໃຕ້ໄດ້ຈັດທີ່ຫ້ອງວ່າການປົກຄອງແຂວງອັດຕະປື ໃຫ້ກຽດເປັນປະທານໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ແລະ ເຜີຍແຜ່ໂດຍ ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສ່ວນຢູ່ພາກເໜືອແມ່ນຈັດຂື້ນທີ່ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ອຸດົມໄຊ ໃຫ້ກຽດເປັນປະທານຂອງ ທ່ານ ຄໍາພຽງ ຢ່າຈົງວ້າ ຮອງເຈົ້າແຂວງໆ ອຸດົມໄຊ ແລະ ທ່ານ ທອງວັນ ວິໄລເຮືອງ ຄະນະນໍາກະຊວງ ກະສິກໍາ ແລະ ປ່າໄມ້, ເຜີຍແຜ່ກົດໝາຍດັ່ງກ່າວ ໂດຍທ່ານ ກອງແກ້ວ ວົງປະເສີດ ຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ, ເຊິ່ງມີບັນດາຮອງເຈົ້າແຂວງຜູ້ຊີ້ນໍາວຽກງານ ພັດທະນາຊົນນະບົດ, ຕາງໜ້າສະມາຊິກສະພາປະຈໍາເຂດເລືອກຕັ້ງ, ສະພາປະຊາຊົນແຂວງ, ຕ່າງໜ້າຈາກກະຊວງ ອ້ອມຂ້າງ, ຫົວໜ້າ ແລະ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ພາກສ່ວນກ່ຽວຂ້ອງ ແລະ ແຂກ ຖືກເຊີນເຂົ້າຮ່ວມ.
ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບທາງດ້ານທັດສະນະ ແລະ ຄວາມເຂົ້າ ໃຈທີ່ເປັນເອກະພາບເຖິງເຈຕະນາລົມຂອງກົດໝາຍ, ເພື່ອຮັບປະກັນໃຫ້ປະຊາຊົນລາວບັນດາເຜົ່າ ທີ່ຢູ່ໃນເຂດການຈັດສັນ ພູມລຳເນົາ ແລະ ອາຊີບ ມີທີ່ຢູ່ອາໄສ, ບ່ອນທຳມາຫາກິນ ແລະ ອາຊີບໝັ້ນຄົງ ແນໃສ່ແກ້ໄຂການເຄື່ອນຍ້າຍຂອງປະຊາຊົນແບບບໍ່ຖືກຕ້ອງຕາມກົດໝາຍ, ລຶບລ້າງຄວາມທຸກຍາກ, ຍົກລະດັບຊີວິດການເປັນຢູ່, ສ້າງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສ້າງເປັນບ້ານພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງໃນກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບປະກອບມີ 12 ພາກ, 5 ໝວດ ແລະ 85 ມາດຕາ.
ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ