ກອງປະຊຸມວິທະຍາສາດສາກົນທີ່ປະເທດອິນເດຍ ກ່ຽວກັບການບໍລິການສະພາບພູມອາກາດໃຫ້ແກ່ວຽກກະສິກຳໃນລາວ LaCSA
ກອງປະຊຸມລະດັບສາກົນຄັ້ງທີ່ VI ກ່ຽວກັບການບໍລິການດິນຟ້າອາກາດໄດ້ໄຂຂຶ້ນຢ່າງເປັນທາງການທີ່ເມືອງປູນີ, ປະເທດອິນເດຍ, ໃນລະຫວ່າງວັນທີ 11-13 ກຸມພາ 2020. ໂດຍມີທ່ານ ວຽງໄຊ ມະນີວົງ ຜູ້ຊ່ຽວຊານດ້ານວຽກງານອຸຕຸກະເສດລະດັບປະເທດຂອງລາວ ແລະ ທັງເປັນຜູ້ອຳນວຍການໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນ ແປງດິນຟ້າອາກາດແລະການຄ້ຳປະກັນສະບຽງອາຫານຂອງ ສປປ ລາວ (SAMIS) ທີ່ສະໜັບສະໜູນທຶນໂດຍກອງທືນສິ່ງແວດລ້ອມໂລກ ແລະ ບັນດາຜູ້ແທນຈາກຫຼາຍປະເທດເຂົ້າຮ່ວມ.ໃນທີ່ປະຊຸມ ໄດ້ຮ່ວມມືກັນເຮັດວຽກການບໍລິການດ້ານສະພາບອາກາດ ແລະ ໄດ້ສົນທະນາກັນໃນຫຼາຍບັນຫາ ແນ່ໃສ່ເພື່ອປັບປຸງການບໍລິການດ້ານສະພາບອາກາດຢ່າງເໝາະສົມຕາມສະພາບການໃຫ້ມີລັກສະນະທັນສະໄໝ.ເປ້ົ້າໝາຍຂອງການສຳມະນາເພື່ອສົ່ງເສີມເຮັດໃຫ້ການຕິດຕໍ່ພົວພັນແບບມີສ່ວນຮ່ວມ ລະຫວ່າງຜູ້ໃຫ້ບໍລິການຂໍ້ມູນຂ່າວສານດ້ານພູມອາກາດ, ຜູ້ຕັດສິນໃຈ ແລະ ນະໂຍບາຍພາກຊຸມຊົນ ລວມທັງການຜັນຂະຫຍາຍຂໍ້ມູນຂ່າວສານດ້ານພູມອາກາດ ເພື່ອປັບປຸງໝາກຜົນໄດ້ຮັບການພັດທະນາ.
ໃນການສຳມະນາທ່ານ ວຽງໄຊ ມະນີວົງ ໄດ້ສະເໜີ ກ່ຽວກັບລະບົບການບໍລິການສະພາບອາກາດເຂົ້າໃສ່ໃນວຽກກະສິກຳ (LaCSA), ລວມທັງນຳສະເໜີ ລາຍການຂ່າວ ພະຍາກອນອາກາດລະດູການ ປະຈຳ 6 ເດືອນ ແລະ ຕົວຢ່າງຂອງຂ່າວພະຍາກອນອາກາດປະຈຳທິດເພື່ອບໍລິການສະພາບອາກາດແກ່ຊາວກະສິກອນ.ນອກຈາກນີ້, ຍັງໄດ້ນຳສະເໜີກ່ຽວກັບໂຄງການຕົວແບບທີ່ໄດ້ຈັດຕັ້ງປະຕິບັດໃນຫຼາຍແຫ່ງ ກ່ຽວກັບການສະໜອງຂໍ້ມູນສະພາບອາກາດໃຫ້ແກ່ຊາວກະສິກອນ ໂດຍສະເພາະແມ່ນ ແຂວງຫລວງນ້ຳທາ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ແຂວງ ວຽງຈັນ. ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO)ໄດ້ໝູນໃຊ້ຫລາຍວີທີການ ເປັນຕົ້ນໂຮງຮຽນຊາວນາກໍ່ໄດ້ນຳໃຊ້ເຂົ້າໃນວີທີການດັ່ງກ່າວ. ນອກນັ້ນ, ປົດສະເຕີດ້ານສະພາບອາກາດກໍ່ໄດ້ຮັບການພັດທະ ນາຂຶ້ນໂດຍຮ່ວມມືກັບໂຄງການອາຫານໂລກ (WFP) ໃນໂຮງຮຽນຕົວແບບ 5 ແຫ່ງ.
ຜົນໄດ້ຮັບອັນພົ້ນເດັ່ນໃນໄລຍະຜ່ານມາ ເຖິງປະຈຸບັນຄືການນຳໃຊ້ລະບົບໂທລະໂຄ່ງໃນຊຸມຊົນເພື່ອການປະຊາສຳພັນຂ່າວໃຫ້ກັບໝູ່ບ້ານ 20 ແຫ່ງ ເຊິ່່ງເປັນບ້ານທົດລອງ ໂດຍມີຜູ້ໄດ້ຮັບຜົນປະໂຫຍດໂດຍປະມານ 25,295 ຄົນ ເທົ່າກັບ 67,3% ຂອງຊາວກະສິກອນທັງໝົດໃນບ້ານເປົ້າໝາຍຂອງໂຄງການ. ພ້ອມດຽວກັນນີ້, ບັນດາສື່ສັງຄົມອອນລາຍເປັນທີ່ນິຍົມຫລາຍ ແລະ ມີປະສິດທິພາບສູງ ກໍ່ຄືເຟສບຸກກໍ່ໄດ້ນຳໃຊ້ເຂົ້າໃນການໂຄສະນາຂ່າວພະຍາກອນອາກາດໃຫ້ຜູ້ຊົມຈຳນວນຫລາຍໃນນະຄອນຫຼວງວຽງຈັນລວມມີຜູ້ເຂົ້າຊົມທັງໝົດເກີນ 100,000 ຄົນສົ່ງຜົນເຮັດໃຫ້ມີຜູ້ຕິດຕາມຫນ້າເຟສບຸກປະມານ 2,714 ຄົນ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ