ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຢູ່ ສປປ ລາວ ພາຍໃຕ້ໂຄງການພັດທະນາກະສິກໍາ ແລະ ການເຊື່ອມໂຍງດ້ານການຕະຫຼາດຢູ່ອາຊຽນ
ໃນວັນທີ 12 ພະຈິກ 2018 ທີ່ໂຮງແຮມວຽງຈັນພລາຊາ, ນະຄອນຫຼວງວຽງຈັນ, ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບສູນຄົ້ນຄວ້າກະສິກໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ໄດ້ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການພາຍໃຕ້ການພັດທະ ນາກະສີກໍາ ແລະ ເຊື່ອມໂຍງດ້ານການ ຕະຫຼາດຢູ່ອາຊຽນຂື້ນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນຈັນ ກົມບຸນຍະສິດ ຮອງຫົວໜ້າກົມ ປູກຝັງ ກະຊວງ ກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຜູ້ຕາງໜ້າ ຈາກກອງທຶນພັດທະນາກະສິກໍາ, ສະຖາບັນຄົ້ນຄວ້ານະໂຍບາຍອາຫານສາກົນ ແລະ ຈາກສູນຄົ້ນຄວ້າ ກະສິກໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໃນກອງປະຊຸມດັ່ງກ່າວນີ້ມີຜູ້ເຂົ້າຮ່ວມ ຈາກພາກສ່ວນ ທີ່ກ່ຽວຂ້ອງອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ຂະແໜງການທີ່ກ່ຽວຂ້ອງເປັນຕົ້ນ ມະຫາວິທະ ຍາໄລແຫ່ງຊາດທັງໝົດ 20 ທ່ານ.
ຈຸດປະສົງຂອງກອງປະຊຸມເພື່ອປຶກສາຫາລືແຜນ ຈັດຕັ້ງປະຕິບັດ ການສຶກສາຕ່ອງໂສ້ການຜະລິດພືດເປັນສິນຄ້າໃນອາຊຽນ, ໂຄງການເຊິ່ງນໍາສະເໜີໂດຍຜູ້ຕາງໜ້າ, ເຊິ່ງ ໂຄງການດັ່ງກ່າວແມ່ນມີແຜນຈັດຕັ້ງປະຕິບັດເລີ່ມແຕ່ ເດືອນມິຖຸນາ 2017 ຫາເດືອນ ທັນວາ 2020 ໂດຍໄດ້ຮັບການສະໜັບສະໜຸນຈາກກອງທຶນສາກົນພັດທະນາກະສິກໍາ, ສະຖາບັນຄົ້ນຄວ້ານະໂຍບາຍ ອາຫານສາກົນ ແລະ ສູນຄົ້ນຄວ້າກະສິກໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງແຕ່ລະປີຈະມີການ ສຶກສາພືດເສດຖະກິດແຕ່ລະປະເພດຕາມການຊີ້ນໍາຂອງຄະນະຊີ້ນໍາໂຄງການ. ເຊິ່ງກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມຍັງໄດ້ຮ່ວມກັນປຶກສາຫາລື ແລະ ປະກອບຄໍາເຫັນໃສ່ແຜນການສຶກສາຄົ້ນຄວ້າຕ່ອງ ໂສ້ສາລີ ຢູ່ ສປປ ລາວ ຂອງໂຄງການນໍາອີກ.
ພາບ ແລະ ຂ່າວໂດຍ:ພະແນກໂຄສະນາ ແລະ ຂ່າວສານ