ກອງປະຊຸມນະໂຍບາຍການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA)

IMG_32688

        ກະຊວງ​ແຜນການ ​ແລະ ການ​ລົງທຶນ ຮ່ວມກັບ ສະຖານທູດ ສ. ​ເກົາຫຼີ ​ແລະ ອົງການ​ກ໋ອຍກາ ປະຈຳ ສ​ປປ ລາວ ​ໄດ້​ຈັດ​ກອງ​ປະຊຸມ​ນະ​ໂຍບາຍ​ການ​ຊ່ວຍ​ເຫຼືອທາງ​ການ​ ​ເພື່ອ​ການ​ພັດທະນາ (ODA) ລະຫວ່າງ ສປປ ລາວ ​ແລະ ສ. ​ເກົາຫຼີ ຄັ້ງທີ 2 ຂຶ້ນ, ​ໃນ​ວັນ​ທີ 29 ພະຈິກ 2018 ທີ່​ຫ້​ອງປະຊຸມ​ກກະຊວງ​ແຜນການ ​ແລະ ການ​ລົງທຶນ. ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ປອ ກິ​ແກ້ວ ຈັນທະ​ບູຣີ ຮອງລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ; ທ່ານ ປອ ຊັງ ຮຸນ ຫົວໜ້າກົມ​ພັດທະນາ​ການ​ເງິນ, ກະຊວງ​ເສດຖະກິດ ​ແລະ ການ​ເງິນ ສ. ​ເກົາຫຼີ; ​ເຊິ່ງມີ​ກະຊວງ​ທີ່​ກ່ຽວຂ້ອງ ​ແລະ ​ແຂກ​ທີ່​ຖືກ​ເຊີນ​ເຂົ້າຮ່ວມທັງໝົດ 45 ທ່ານ.hermes fake watches kit replica ferrari

       IMG_32877

         ຈຸດປະສົງ​ຂອງ​ກອງ​ປະຊຸມ ​ເພື່ອ​ປຶກສາ​ຫາລື​ກ່ຽວກັບ​ນະ​ໂຍບາຍ​ການ​ຊ່ວຍ​ເຫຼືອຂອງ​ລັດຖະ ບານ ສ​.​ ເກົາຫຼີ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ທິດ​ທາງ​ການຮ່ວມມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຕໍ່ໜ້າ. ​ໃນ​ທີ່​ປະຊຸມ​ແມ່ນ​ໄດ້ຮັບຟັງ​ການ​ລາຍ​ງານຜົນ​ໄດ້ຮັບລວມຂອງ​ກອງ​ປະຊຸມ​ປຶກສາ​ຫາລື​ນະ​ໂຍບາຍ​ການ​ຊ່ວຍ​ເຫຼືອ​ທາງ​ການ​ເພື່ອ​ການ​ພັດທະນາ (ODA)  ລະຫວ່າ ສປປ ລາວ ​ແລະ ສ. ​ເກົາຫຼີ ຄັ້ງທີ 1 ​ໃນ​ປີ 2017; ທົບ​ທວນ​ນະ​ໂຍບາຍ​ການຈັດຕັ້ງປະຕິບັດ ​ໂຄງການ​ເງິນ​ກູ້​ດອກ​ເບ້ຍ​ຕໍ່າ​ຜ່ອນຜັນ (EDCF) ​ແລະ ບັນດາ​ໂຄງການ​ຊ່ວຍ​ເຫຼືອລ້າ​ຢູ່ ສປປ ລາວ; ນະ​ໂຍບາຍຮ່ວມມື​ປະຈຸ​ບັນ ​ແລະ ທິດ​ທາງ​ໃນຕໍ່ໜ້າ ລະຫວ່າງ ສປປ ລາວ ​ແລະ ສ. ​ເກົາຫຼີ.most reliable replica watch site fake bentley chrysler 300

IMG_3276  IMG_32900

        ທ່ານ ມະນີ​ວັນ ມຸກດາ ຕາງໜ້າສູນ​ຝຶກ​ອົບຮົມ​ເຕັກນິກ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ລາວ-​ເກົາຫຼີ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​​ໃຫ້ຮູ້ວ່າ: ​ໂຄງກາ​ນພັດທະນາ​ຊົນນະບົດ​ແບບ​ມີ​ສ່ວນຮ່ວມ​ແຊ​ມາ​ອຸນດົງ ​ເປັນ​ໂຄງການ​ນໜຶ່ງທີ່​ໄດ້ຮັບທຶນ​ຊ່ວຍ​ເຫຼືອລ້າ​ຈາກ​ລັດຖະບານ ສ.​ເກົາຫຼີ ຈຳ ນວນ 14.550.000 ​ໂດ​ລາ​ສະຫະລັດ ​ເຊິ່ງ​ເປົ້າໝາຍຂອງ​ໂຄງການ​ແມ່ນຫຼຸດຜ່ອນ​ຄວາມທຸກ​ຍາກ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ​ແລະ ພັດທະນາ​ຊົນນະບົດ​ໃຫ້​ຍືນ​ຍົງ; ​ໄລຍະ​ການ ຈັດຕັ້ງປະຕິບັດ​ຂອງ​ໂຄງການ​ແມ່ນ 5 ປີ (2015-2019); ​ໄດ້​ຈັດຕັ້ງປະ​ຕິ​ບັດ​ໂຄງການ​ຢູ່​ແຂວງ ວຽງຈັນ ​ມີ 17 ບ້ານ (ກິດຈະກຳ​ລ້ຽງງົວ), ​ແຂວງ ສະຫວັນ​ນະ​ເຂດ ມີ 13 ບ້ານ (ກິດຈະການປູກ​ເຂົ້າ). ນອກຈາກ​ນີ້, ຍັງ​ມີ​ໂຄງການ​ຍ່ອຍ​ເຊັ່ນ: ກິດຈະກຳ​ສ້າງ​ລາຍຮັບ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ສິ່ງ​ເອື້ອອຳນວຍ​ສາທາລະນະ​ປະ​ໂຫຍ​ດ, ສາທາລະນະ​ສຸກ, ປັບປຸງ​ລະບົບການ​ສຶກສາ, ປັບປຸງ​ສະ ພາບ​ແວດ​ລ້ອມ​ການ​ດຳລົງ​ຊີວິດ, ສ້າງ​ຄວາມ​ເຂັ້ມ​ແຂງ ​ແລະ ສ້າງ​ສະ​ຖາ​ບັນ​ຊຸມ​ຊົນ.

 

                ໂດຍ: ​ເຂັມ​ມະ​ໄລ ສົນ​ດາ​ວັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ