ກອງປະຊຸມທາບທາມຄໍາເຫັນໃສ່ຮ່າງດໍາລັດວ່າດ້ວຍແນວພັນພືດ
ໃນທ້າຍອາທິດຜ່ານມາ, ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ຮ່າງດໍາລັດວ່າດ້ວຍແນວພັນພືດ ຢູ່ຫ້ອງປະຊຸມສູນປ້ອງກັນພືດ. ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອເປັນການຈັດຕັ້ງ ນະໂຍບາຍການຜະລິດກະສິກໍາ ເພື່ອຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະການຜະລິດກະສິກໍາເປັນສິນຄ້າ ໃຫ້ຮັບປະກັນໄດ້ທາງດ້ານປະລິມານ ແລະຄຸນນະພາບ, ທັງເປັນການຄຸ້ມຄອງ ແລະພັດທະນາແນວພັນພືດ ຊື່ງມີບົດບາດສໍາຄັນໃນການຍົກສູງຜະລິດຕະພາບ ແລະຄຸນນະພາບຂອງສິນຄ້າ ທັງປະກອບສ່ວນເຮັດໃຫ້ຊາວກະສິກອນມີລາຍຮັບສູງຂຶ້ນຕື່ມອີກ. ທ່ານ ບຸນຈັນ ກົມບຸນຍະສິດ ຮອງຫົວໜ້າກົມປູກຝັງ ທັງເປັນຫົວໜ້າກອງເລຂາຮ່າງດໍາລັດວ່າດ້ວຍແນວພັນພືດ ໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງ ແລະລະດັບຄາດໝາຍ ຂອງຮ່າງດໍາລັດ ຊື່ງປະກອບມີເນື້ອໃນທັງໝົດ 14 ໝວດ, ມີ 65ມາດຕາ. ພ້ອມນີ້, ບັນດາຄະນະກອງເລຂາຮ່າງດໍາລັດດັ່ງກ່າວ ໄດ້ຂຶ້ນຜ່ານເນື້ອໃນແຕ່ລະໝວດ ແລະ ແຕ່ລະ ມາດຕາ ຂອງຮ່າງດໍາລັດດັ່ງກ່າວ. ໂອກາດນີ້, ຄະນະຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ເພື່ອແນໃສ່ປັບປຸງຮ່າງດໍາລັດດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ.
ກອງປະຊຸມຄັ້ງນີ້, ໃຫ້ກຽດເປັນປະທານໂດຍທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ໂດຍມີບັນດາຫົວໜ້າກົມ-ຮອງກົມ, ຜູ້ຕາງໜ້າຈາກກະຊວງອ້ອມຂ້າງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເພື່ອເຮັດໃຫ້ການທາບທາມ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ປະທານກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ຕໍ່ກອງປະຊຸມທີ່ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ. ພ້ອມທັງ, ສະເໜີໃຫ້ ຄະນະກອງເລຂາ ແລະພາກສ່ວນກ່ຽວຂ້ອງ ກວດກາຄືນດ້ານເນື້ອໃນຂອງຮ່າງດໍາລັດສະບັບນີ້ເປັນຕົ້ນແມ່ນ ບັນດາເນື້ອໃນ ຂອງແຕ່ລະໝວດ, ແຕ່ລະມາດຕາ ໃຫ້ລະອຽດ, ສົມບູນ ເພື່ອເຮັດໃຫ້ຮ່າງດໍາລັດດັ່ງກ່າວໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂຽນຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ