ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດກິດຈະກໍາໂພຊະນາການຂອງ ທລຍ

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດກິດຈະກໍາໂພຊະນາການຂອງ ທລຍ

ໃນວັນທີ 28-29 ມິຖຸນາ 2022 ຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດກິດຈະກໍາໂພຊະນາການຂຶ້ນ, ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການບໍລິຫານ ທລຍ. ເຊິ່ງມີຫົວໜ້າຂະແໜງ, ພະນັກງານໂພຊະນາການຂັ້ນສູນກາງ, ຂັ້ນເມືອງ ແລະ ຂັ້ນບ້ານ ເຂົ້າຮ່ວມທັງໝົດ 55 ຄົນ, ຍິງ 30 ຄົນ.

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອທົບທວນຄືນ ຈຸດດີ, ຈຸດອ່ອນ ແລະ ສິ່ງທ້າທາຍ ຕໍ່ກັບການຈັດ ຕັ້ງປະຕິບັດກິດຈະກຳໂພຊະນາການຜ່ານມາ ຢູ່ 231 ບ້ານເປົ້າໝາຍ ໃນຊຸດທີ 1.

ພາຍຫຼັງທີ່ທ່ານປະທານກອງປະຊຸມ ໄດ້ໃຫ້ກຽດເປີດກອງປະຊຸມແລ້ວ. ຈາກນັ້ນ, ທ່ານ ແສງເພັດ ວັນນະວົງ ຫົວໜ້າຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ ໄດ້ຜ່ານບົດສະ​ຫຼຸບຫຍໍ້ ຜົນການຈັດ​ຕັ້ງ​ປະ ຕິບັດ​ກິດຈະກຳໂພຊະນາການຢູ່ບ້ານເປົ້າໝາຍ ຊຸດທີ 1, ຈາກນັ້ນ ໄດ້ແບ່ງການຄົ້ນຄວ້າ ໂດຍອີງຕາມ 10 ກຸ່ມກິດຈະກຳຍ່ອຍຂອງວຽກງານໂພຊະນາການ.

ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການ ທລຍ ໄດ້ກ່າວເນັ້ນວ່າ: “ວຽກງານໂພຊະນາການ ແມ່ນໂຕຊີ້ວັດຫຼັກຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ ຊຶ່ງມັນແມ່ນໜ້າວຽກເພື່ອສະໜັບສະໜູນການຈັດ ຕັ້ງປະຕິບັດແຜນຍຸດທະສາດໂພຊະນາການແຫ່ງຊາດ ຮອດປີ 2025 ພາຍໃຕ້ຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້. ສະນັ້ນ, ສະເໜີໃຫ້ພະນັກງານໂພຊະນາການຂັ້ນບ້ານ ແລະ ຂັ້ນເມືອງ ນໍາເອົາຈິດໃຈຜົນຂອງກອງປະຊຸມໃນຄັ້ງນີ້ ໄປຜັນຂະຫຍາຍສູ່ວຽກງານຕົວຈິງທີ່ຕົນເອງຮັບຜິດຊອບຢ່າງມີຜົນສໍາເລັດ, ໃຫ້ສືບ ຕໍ່ບຸກບືນສູ້ຊົນເອົາໃຈໃສ່ຕັ້ງໜ້າປະຕິບັດໜ້າທີ່ຂອງຕົນເອງຮັບຜິດຊອບ ເພື່ອບັນລຸເປົ້າໝາຍທີ່ວາງໄວ້”.

ພາຍຫຼັງສໍາເລັດໃນການຈັດກອງປະຊຸມດັ່ງກ່າວຢູ່ເມືອງວັງວຽງ, ຈາກນັ້ນໃນວັນທີ 1 ກໍລະກົດ 2022 ທີ່……….ໄດ້ຈັດກອງປະຊຸມຮ່ວມກັບຊ່ຽວຊານໂພສະນາການຂອງທະນາຄານໂລກມີຕາງໜ້າຈາກຂະແໜງ   ຈຳນວນ 11 ທ່ານ ລວມມີ ພະນັກງານໂພຊະນາການສູນກາງ, ຂັ້ນເມືອງ ແລະ ຂັ້ນບ້ານ  ເພື່ອນໍາເອົາຜົນຂອງກອງປະຊຸມຖອດຖອນບົດຮຽນ ຢູ່ເມືອງວັງວຽງ ໄປປຶກສາຫາລື ແລະ ຮັບຮອງຄືນອີກເທື່ອໜຶ່ງນໍາຜູ້ໃຫ້ທຶນ.  ຜົນຂອງກອງປະຊຸມ ທັງສອງລະດັບ ໄດ້ມີການຮັບຮອງເອົາການປັບປຸງ ແລະ ປ່ຽນແປງ ທາງດ້ານນິຕິກຳ, ວິທີການ, ເຄື່ອງມືສື່ສານ ແລະ ອຸປະກອນຮັບໃຊ້ຈຳນວນໜ່ຶງ ໂດຍແນໃສ່ໃຫ້ການຈັດຕັ້ງປະຕິບັດວຽກງານໂພຊະນາການ ສໍາລັບບ້ານເປົ້າໝາຍຊຸດທີ 2 ຈໍານວນ 239 ບ້ານ ທີ່ຈະຈັດຕັ້ງປະຕິບັດໃນໄວໆນີ້ ໃຫ້ມີລັກສະນະງ່າຍດາຍ, ແທດເໝາະກັບທ້ອງຖິ່ນ, ເຊື່ອມສານກັບກົນໄກຂອງຂະແໜງການລັດ ແລະ ຮັບປະກັນໃຫ້ມີການປ່ຽນແປງພຶດຕິກຳ ແລະ ຄວາມສິນເຄີຍທາງດ້ານໂພຊະນາການຂອງກຸ່ມເປົ້າໝາຍ.

ທ່ານ ນາງ ຈູນຕ່າ ຄານ ຊ່ຽວຊານດ້ານໂພຊະນາການຂອງທະນາຄານໂລກ ກ່າວວ່າ: “ຂ້າພະເຈົ້່າ ຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຟັງການລາຍງານສະພາບຄວາມເປັນຈິງ ໃນການປັບປ່ຽນບາງວຽກຈາກພະນັກງານບ້ານ ແລະ ເມືອງ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ, ຂ້າພະເຈົ້າຮັບຮູ້ວ່າພະນັກງານບ້ານ ແລະ ເມືອງ ໄດ້ເປັນຜູ້ທີ່ມີຄວາມເສຍສະຫຼະສູງ, ມີຈິດໃຈສູ້ຊົນຕໍ່ກັບການຈັດຕັ້ງປະຕິບັດໜ້າທີ່ຂອງຕົນຢູ່ພື້ນທີ່ເປົ້າໝາຍຂອງ ທລຍ ເພື່ອໃຫ້ບັນລຸເປົ້າໝາຍຕາມແຜນທີ່ວາງໄວ້, ຂໍຊົມເຊີຍພະນັກງານບ້ານ ແລະ ເມືອງທີ່ບຸກບືນສູ້ຊົນເອົາໃຈໃສ່ວຽກງານຂອງຕົນເອງ ແລະ ມີຜົນສໍາເລັດເປັນ​ຢ່າງ​ດີ”.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ