ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະກອບສ່ວນເຂົ້າ ໃນການປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງ ພາກເໜືອ ຂອງລາວ
ກອງປະຊຸມປະຈຳປີ 2021 ຂອງແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຈາກຫຼາຍຂະແໜງການ ເພື່ອປັບປຸງວຽກງານໂພຊະນາການ ຢູ່ 4 ແຂວງພາກເໜືອຂອງລາວ, ທີ່ຈັດຂຶ້ນໃນວັນທີ 31/1 -1/2/2022, ທີ່ແຂວງອຸດົມໄຊ. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງໆອຸດົມໄຊ. ເຊິ່ງມີ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນ ຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາເລັກຊານເດີ ເຄຣັມເມີ ຫົວໜ້າຫ້ອງການຜູ້ຕາງໜ້າທະນາຄານໂລກປະຈຳລາວ ແລະ ມີຜູ້ຕາງໜ້າຈາາກບັນດາຂະແໜງແຜນການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກຳ ແລະ ປ່າໄມ້, ສາທາລະນະສຸກ ແລະ ຂະແໜງໂຍທາທິການ ແລະ ຂົນສົ່ງ ນັບແຕ່ຂັ້ນສູນກາງ, 4 ແຂວງ ແລະ 12 ເມືອງເປົ້າ ໝາຍຂອງແຜນງານເຂົ້າຮ່ວມ.
ໃນທີ່ປະຊຸມ ໄດ້ລາຍງານຜົນສຳເລັດໃນໄລຍະ ປີ 2021 ຜ່ານມາ ເຊິ່ງໄດ້ໃຫ້ຮູ້ວ່າ:
- ວຽກງານປັບປຸງຊີວິດການເປັນຢູ່:
- ສ້າງຕັ້ງກຸ່ມຊ່ວຍເຫຼືອກັນ (ກຊກ) ຈຳນວນ 971 ກຸ່ມ, ມີສະມາຊິກ 11.816 ຄົນ, ໃນນີ້ເປັນຍິງ 91%, ເປັນຊົນເຜົ່າ 60% ແລະ ຄອບຄົວທຸກຍາກ 57%;
- ສາມາດລະດົມເງິນຝາກຈາກສະມາຊິກໄດ້ 1.8 ຕື້ກີບ, ສ່ວນໂຄງການໄດ້ສະໜອງເງິນຕົ້ນທຶນ 13.6 ຕຶ້ກີບ ໃຫ້ແກ່ບ້ານເປົ້າໝາຍ;
- ສະມາຊິກຫຼາຍກວ່າ 4.854 ຄົນໄດ້ຮັບເງິນກູ້ຢືມ ຈຳນວນ 8.57 ຕື້ກີບ ເພື່ອນໍາໄປລົງທຶນໃສ່ກິດຈະກໍາສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ ກໍຄືປັບປຸງໂພຊະນາການພາຍໃນຄອບຄົວຂອງເຂົາເຈົ້າ.
- ວຽກສົ່ງເສີມໂພຊະນາການ:
- ມາຮອດປະຈຸບັນ ມີສະມາຊິກທັງໝົດ 10.010 ຄົນ ທີ່ເຂົ້າເປັນສະມາຊິກກຸ່ມເປົ້າໝາຍກຸ່ມໂພຊະນາການບ້ານ (ກພກ) ເພື່ອຮຽນຮູ້ກ່ຽວກັບໂພຊະນາການຂອງແມ່ ແລະ ເດັກ;
- ໃນປີ 2021 ໄດ້ຈັດກອງປະຊຸມຈໍານວນ 6.353 ຄັ້ງ, ມີຜູ້ເຂົ້າຮ່ວມ 250.878 ຄົນ, ໄດ້ສາຍວິດິໂອ ກ່ຽວກັບໂພຊະນາການໃຫ້ສະມາຊິກເບິ່ງ ຈຳນວນ 911 ເທື່ອເລື່ອງ;
- ທລຍ ໄດ້ສະໜອງງົບປະມານສົມທົບ ເຂົ້າໃນການແຕ່ງອາຫານໃຫ້ແກ່ແມ່ ແລະ ເດັກ ຈຳນວນ 1.06 ຕື້ກີບ; ຊຸມຊົນໄດ້ປະກອບສ່ວນວັດຖຸດິບ ເຂົ້າໃນການແຕ່ງກິນຂອງແມ່ ແລະ ເດັກ ຄິດເປັນມູນຄ່າ ປະມານ 106 ລ້ານກີບ ຫຼື ເທົ່າກັບ 18.5% ຂອງມູນຄ່າທັງໝົດ;
- ໄດ້ຜະລິດແປ້ງອາຫານບົດສຳລັບເດັກ ຈຳນວນ 4.4 ໂຕນ, ໃນນັ້ນໄດ້ນໍາເອົາໄປແຕ່ງຢູ່ເຮືອນ ຈຳນວນ 371 ກິໂລ.
- ວຽກກໍ່ສ້າງໂຄງລ່າງພື້ນຖານ:
- ໃນປີ 2021 ໄດ້ຮັບຮອງເອົາ 173 ກິດຈະກຳກໍ່ສ້າງໂຄງລ່າງພື້ນຖານ, ໂດຍ ທລຍ ຈະສະໜອງງົບປະມານ ຈຳ ນວນ 6 ຕື້ກວ່າກີບ ເພື່ອຮັບປະກັນໃຫ້ກິດຈະກໍາດັ່ງກ່າວເກີດຂຶ້ນຢ່າງເປັນຮູບປະທຳເພື່ອປັບປຸງຊີວິດການເປັນຢູ່ຂອງຄອບຄົວຢູ່ 231 ບ້ານ ທັງເປັນການປະກອບສ່ວນເພື່ອບັນລຸເປົ້າໝາຍຍຸດທະສາດແຫ່ງຊາດໂພຊະນາການຂອງລັດຖະບານເຮົາ ແຕ່ປີ 2021-2025.