ການຜະລິດພືດໃນອານາຄົດ ຂອງ ສປປ ລາວ (Telling story about the future of crops in Laos PDR)

ໃນໄລ​ຍະເດືອນນີ້້ ກົມຄຸ້ມຄອງ ແລະ ພັດທະ​ນາທີ່ດິນກະ​ສິກຳ (DALAM) ໂດຍໄດ້ຮັບການສະ​ໜັບສະ​ໜູນຈາກອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO), ອົງການສິ່ງແວລ້ອມໂລກ (GEF).  ໂຄງການສ້າງຄວາມເຂັ້ມແຂງລະ​ບົບຕິດຕາມ ແລະ ຂໍ້​ມູນຂ່າວສານອຸ​ຕຸ​ກະ​ເສດ (ຊາມິສ) ແມ່ນຈະ​ໄດ້ເປີດການນຳໃຊ້ລະ​ບົບຄຸ້ມຄອງຂໍ້​ມູນຂ່າວສານຊັບພະ​ຍາກອນດິນ (LRIMS) ຢ່າງ​ເປັນ​ທາງ​ການ​ໃນ​ໄວໆ​ນີ້.

ຫຼາຍຄົນອາດຄິດວ່າລະ​ບົບ LRIMS ແມ່ນເປັນພຽງແຕ່ແຜນທີ່ເທົ່ານັ້ນ ແຕ່ໃນຄວາມເປັນຈິງແລ້ວ  ກົມຄູ້ມຄອງ ແລະ ພັດທະນາທີ່ດິນກະ​ສິກຳ ແລະ ສະ​ຖາບັນຄົ້ນຄ​ວ້າກະ​ສິກກຳ, ປ່າໄມ້ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໄດ້ພັດທະ​ນາລະ​ບົບທີ່ດີຂຶ້ນ ເຊິ່ງຊ່ວຍໃນການປະ​ສົມປະສານແນວຄວາມຄິດ ແລະ ຂໍ້​ມູນເຕັກນິກ ໃນການວາງແຜນວຽກງານກະ​ສິກຳ. ບົດຮຽນໃນໄລ​ຍະຜ່ານມາເຫັນໄດ້ວ່າ: ການເຂົ້າເຖິງ ແລະ ການນຳໃຊ້ຂໍ້​ມູນທີ່ສ້າງຂຶ້ນໂດຍລັດຖະບານ ແລະ ພາກສ່ວນອື່ນໆ ແມ່ນຂ້ອນຂ້າງຍາກ, ນີ້ມັນສະ​ແດງໃຫ້ເຫັນວ່າ: ພື້ນຖານສຳລັບການພັດທະ ນາ ແລະ ການ​ສະ​ໜອງ​ເຄື່ອງ​ມື​ຕ່າງໆ ​ໃນການເຊື່ອມໂຍງກັນລະຫວ່າງສູນຂໍ້ມູນດ້ວຍ​ກັນ ຂ້ອນ​ຂ້າງ​ມີ​ຈຳ​ກັດ.

ການນຳໃຊ້ສະຖານະການຂອງຜົນຜະລິດພືດໃນອານາຄົດ, ໄດ້ມີການສ້າງແຜນທີ່ 2 ເລື່ອງຂຶ້ນ ຄື: ໜຶ່ງສຳ ລັບສາ​ລີໃນອານາຄົດ ແລະ ອີກອັນໜຶ່ງສຳລັບອານາຄົດຂອງມັນຕົ້ນ. ແຜນທີ່ເຫຼົ່ານີ້ຈະ​ຊ່ວຍໃຫ້ຜູ້ກຳນົດນະ​ໂຍ​ບາຍ ແລະ ນັກວາງແຜນ.

ການສ້າງແຜນທີ່ເລື່ອງໄດ້ຖືກນຳໃຊ້​ເພື່ອກຳນົດເລື່ອງກ່ຽວກັບພືດບູ​ລິ​ມະ​ສິດສະເພາະໃດໜຶ່ງ ເປັນ​ການ​​ຈຳ​ລອງ​ຮູບ​ແບບ​ຂອງ​ພືດ ໂດຍອີງໃສ່ການປ່ຽນແປງຂອງດິນ ແລະ ການປ່ຽນແປງຂອງສະພາບພູມອາກາດ.

ການ​ສ້າງ​ແຜນ​ທີ່​ເລື່ອງ​ກຳ​ນົດ​ການ​ຜະ​ລິດ​ພືດ ປະ​ກອບ​ດ້ວຍ​ຂໍ້​ມູນ​ທີ່ຫຼາກຫຼາຍ ແລະ ແຕກ​ຕ່າງ​ກັນ ລະ​ຫວ່າງ​ປະ​ຈຸ​ບັນ ແລະ ອາ​ນາ​ຄົດ ຫຼື ເປັນ​ພືດ​ເສດ​ຖະ​ກິດ. ນອກນັ້ນ, ຍັງ​ເປັນ​ການ​ພັດ​ທະ​ນາຂອງ​ຕ່ອງ​ໂສ້​ມູນ​ຄ່າ​ເພີ່ມ​ຂອງ​ພືດ​ບາງ​ຊະ​ນິດ.

ແຜນທີ່ໆໄດ້ເຮັດມາຮອດປະ​ຈຸ​ບັນນີ້ແມ່ນສຳລັບ ສາລີກັບມັນຕົ້ນ. ຊຶ່ງສະ​ຖາບັນຄົ້ນຄ້​ວາກະ​ສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ກົມຄຸ້​ມຄອງ ແລະ ພັດທະ​ນາດິນກະ​ສິກຳ ແມ່ນໄດ້ຍື່ນປະ​ຫວັດແຜນທີ່ນີ້ເພື່ອປຶກ​ສາຫາລືນຳ ກົມນະ​ໂຍ​ບາຍ ແລະ ນິ​ຕິ​ກຳ. ກົມດັ່ງກ່າວແມ່ນຈະ​ໄດ້ທົດລອງນຳໃຊ້ປະ​ຫັວດແຜນທີ່ນີ້ ກັບບັນດາແຂວງທີ່ປູກພືດດັ່ງກ່າວນີ້. ບັນດານັກຊ່ຽວຊານ (ນັກວິຊາການ ຈາກພາກລັດ ແລະ ເອ​ກະ​ຊົນ) ຈາກບັນດາແຂວງດັ່ງກ່າວ ຈະ​ສົມທົບກັບບັນດາຊ່ຽວຊານດ້ານເຕັກນິກຢູ່ສູນກາງ ເພື່ອປັບປຸງ, ໃຫ້ຄຳຄິດເຫັນ ຫຼື ປັບແກ້ ປະ​ຫວັດແຜນທີ່ດັ່ງກ່າວ. ເນື່ອງຈາກການລະ​ບ​າດຂອງພະ​ຍາດໂຄ​ວິດ-19, ການລົງພື້ນທີ່ຕົວຈິງໄດ້ເລື່ອນໄປ ແລະ ອາດຈະ​ໄດ້ຈັດຕັ້ງປະ​ຕິ​ບັດໃນໄວໆນີ້.

ປະ​ຈຸ​ບັນນີ້້ ສະ​ຖາບັນຄົ້ນຄ້​ວາກະ​ສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ  ກົມຄຸ້​ມຄອງ ແລະ ພັດທະ​ນາດິນກະ​ສິກຳ ແມ່ນໄດ້ເລີ່ມສ້າງປະ​ຫວັດແຜນທີ່ສຳລັບ ກ້ວຍ ແລະ ກາເຟ.

This month, the Department of Agricultural Land Management (DALAM), with the support of the FAO/GEF project Strengthening Agro-climatic Monitoring and Information System (SAMIS), will make the Land Resources Information Management System (LRMIS) public.

One might think that the LRMIS is only about maps. Instead, DALAM and NAFRI went onward to develop a better system that help about an harmonized thinking on the agricultural planning. Often, in the past, it is quite difficult to access and use the data produced by the government or by other entities. This was due to either poor of data platform nor linkage among data hub.

Using scenarios of crop productivity in the future, two storymaps have been produced, one for the future of maize, and one for the future of cassava. These storymaps will help policy makers and planners .

Story mapping gives a way of thinking about a specific issue from the perspective of multiple stakeholders. This is facilitated by defining so called “user stories” that describe the experience of viling in a certain scenarios. In conjunction with SAMIS data, story maps are used here to define the story of certain priority crops. This means we try to make a scenario depending on certain soil and climate change modifications.

This is supported by GIS and crop experts, that help preparing the data. The story maps contains different information. First, the experts obtain the problems that a certain crops will likely have, then maps of difference between the crops today and tomorrow. This allow to see where a certain crop will not be economically sustainable in the future.  Also, the barrier for a further development of the value chain of a certain crop.

The story maps produced so far relates to cassava and maize. NAFRI and DALAM will now submit the storymap for discussion to the Department of Policy and Legal Affairs (DoPLA). The Department will pilot the storymaps in provinces where the two crops are growth. The experts (civil society, private sector, government technicians) of these location will interact with technical experts from central offices to improve, comment, or modify the storymaps. Due to covid, the field missions were postponed and will be done at soonest.

At the moment, the work are started at DALAM and NAFRI for banana and coffee. The work is guided and supervised by the Utrecht of Utrecht in Netherlands

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ