Lamngeun Saipadith

ພິທີມອບ-ຮັບເງິນສົມທົບທຶນປູກສ້າງສ້ອມແປງເຮືອນ

IMG_7373

ໃນວັນທີ 18 ກຸມພາ 2019 ກົມຈັດຕັ້ງ ແລະພະນັກງານ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີມອບ-ຮັບເງິນສົມທົບທຶນປຸກສ້າງສ້ອມແປງເຮືອນ ໃຫ້ແກ່ພະນັກງານປະຕິວັດອາວຸໂສບໍານານ ປະຈໍາປີ 2018 ຢູ່ຫ້ອງປະຊຸມກົມຈັດຕັ້ງ ແລະ ພະນັກງານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ມີຫົວໜ້າກົມ, ຮອງກົມ, ຫ້ອງການກະຊວງ, ພະນັກງານອາວຸໂສບໍານານ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມປອງ ສຸວັນນະເມທີ ຫົວໜ້າພະແນກນະໂຍບາຍ, ກົມຈັດຕັ້ງ ແລະພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍກູ້ຍືມເງິນເພື່ອປູກສ້າງ-ສ້ອມແປງເຮືອນ ປະຈໍາປີ 2018 ຕາມດໍາລັດ 272/ລບ, ລົງວັນທີ 16 ກັນຍາ 2015ວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ກ່ຽວກັບເງິນ, ພະນັກງານບໍານານ ສົມທົບປູກສ້າງສ້ອມແປງເຮືອນ ປະຈໍາປີ 2018 ຈາກພັກ-ລັດຖະບານ ໃຫ້ພະນັກງານອາວຸໂສບໍານານ ຂອງບັນດາກະຊວງເວົ້າລວມ, ເວົ້າສະເພາະ ກະຊວງກະສິກໍາ ແລະປ່າໄມ້ ທີີ່ໄດ້ຮັບເງິນ ຈໍານວນ 02 ທ່ານ ເປັນເງິນຈໍານວນ 60 ລ້ານກີບ ຄື: ທ່ານ ສາຍຄໍາ ພົນທະລີຫານ, ທ່ານ ອ່ຽນ ເລືອງວັນແອງ. ເພື່ອເຮັດໃຫ້ພິທີດັ່ງກ່າວມີຄວາມໝາຍຄວາມສໍາຄັນ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດມອບເງິນ ໂດຍຊ້ອງໜ້າຜູ້ເຂົ້າຮ່ວມ ແລະໄດ້ໂອ້ລົມ ຊື່ງທ່ານໄດ້ສະແດງຄວາມດີໃຈ ຕໍກັບພະນັກງານບໍານານທັງສອງທ່ານ ທີ່ໄດ້ຮັບເງິນສົມທົບທຶນໃນຄັ້ງນີ້ ແລະໃຫ້ນໍາໃຊ້ເງິນດັ່ງກ່າວແກ້ໄຂຊີວິດການເປັນຢູ່, ຍົກລະດັບຖານະຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ.

ພາບແລະຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ ແລະ ເອກອັກຄະລັດຖະທູດ ບຼູໄນ ປະຈໍາລາວ

 

IMG_7605 - Copy IMG_7621

ເພື່ອສືບຕໍ່ສາຍພົວພັນວຽກງານການຮ່ວມມືໃຫ້ນັບມື້ນັບກວ້າງຂວາງ. ໃນຕອນເຊົ້າວັນທີ 25 ກຸມພາ 2019 ຢູ່ຫ້ອງຮັບແຂກຫ້ອງການກະຊວງກະສິກໍາ ແລະປ່າໄມ້ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນ. ຟລໍຮັອງ ຊັອງບັອງ-ຣີກແລກ ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາລາວ. ພ້ອມນີ້ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງຂອງການພົບປະໃນຄັ້ງນີ້ ເພື່ອເປັນການປຶກສາຫາລືກ່ຽວກັບວຽກງານການຮ່ວມກັນໃນໄລຍະຜ່ານມາລະຫວ່າງລັດຖະບານລາວ ແລະລັດຖະບານຝຣັ່ງ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືການພັດທະນາໃນຂົງເຂດວຽກງານກະສິກໍາ ແລະປ່າໄມ້. ຜ່ານມາ ລັດຖະບານຝຣັ່ງ ໄດ້ໃຫ້ການສະໜັບສະໜູນຫຼາຍດ້ານ ດ້ວຍຮູບແບບການລົງທຶນ ແລະໃຫ້ການຊ່ວຍເຫຼືອລ້າ ໂຄງການທີ່ພົ້ນເດັ່ນ ແມ່ນໂຄງການຜະລິດກາເຟ ເຂດພູພຽງບໍລິເວນ. ໂອກາດນີ້, ທັງສອງຝ່າຍ ຍັງໄດ້ຮ່ວມກັນປຶກສາຫາລື ເພື່ອຫາວິທີການຂະຫຍາຍວຽກງານການຮ່ວມໃນຕໍ່ໜ້າເປັນຕົ້ນແມ່ນ ການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນກະສິກໍາ, ການຜະລິດກະສິກໍາ ເພື່ອໂພຊະນາການ ລວມທັງ ວຽກງານການອະນຸລັກປ່າສະຫງວນແຫ່ງຊາດ.

ໃນເວລາຕໍ່ມາ, ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາອິມ ສາເລສ ເອກອັກຄະລັດຖະທູດ ບຼູໄນ ປະຈໍາລາວ. ການພົບປະໃນຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການສະເໜີຂໍສໍາປະທານທີ່ດິນ ເຮັດການຜະລິດກະສິກໍາ ຈໍານວນ 5 ພັນເຮັກຕາ ຫາ 20 ພັນເຮັກຕາ ຢູ່ຂອບເຂດທົ່ວປະເທດຂອງລາວ ໂດຍສະເພາະແມ່ນຢູ່ໃນຂົງເຂດທົງພຽງ ໂດຍມີຈຸດປະສົງນໍາໃຊ້ເຮັດການຜະລິດກະສິກໍາສະອາດປອດສານພິດ, ລວມທັງວຽກງານການປູກຝັງ ແລະລ້ຽງສັດ ເພື່ອເປັນສິນຄ້າ. ໂອກາດນີ້, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ສະເໜີໃຫ້ມີການເຮັດແຜນ ແລະບົດບັນທຶກ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວ ຈາກທັງສອງຝ່າຍກ່ອນທີ່ຈະຈັດຕັ້ງປະຕິບັດວຽກງານຮ່ວມກັນໃນຕໍ່ໜ້າ ພ້ອມນີ້, ຍັງໄດ້ປຶກສາຫາລືຊອກຫາວິທີຄວາມເປັນໄປໄດ້ ໃນການຮ່ວມກັນພັດທະນາຂະແໜງການກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດຂອງ ສປປ.ລາວ ນໍາອີກ.

ພາບແລະຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ແຂວງຄໍາມ່ວນ ປະກາດຮັບຮອງບ້ານແບບຢ່າງດ້ານກະສິກໍາ ແລະປ່າໄມ້

IMG_7417

ໃນວັນທີ 20 ກຸມພາ 2019 ແຂວງຄໍາມ່ວນ ໄດ້ຈັດພິທີປະກາດຮັບຮອງບ້ານແບບຢ່າງດ້ານກະສິກໍາ ແລະປ່າໄມ້ ຄື: ບ້ານ ດອນຈະເລີນ, ສົບຄໍາ, ຫ້ວຍມະໄລ, ບົວມາ ແລະບ້ານ ນາຕານ ຢູ່ທີ່ຫ້ອງການກຸ່ມບ້ານ ທ່າລັ່ງ ເມືອງນາກາຍ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງໆຄໍາມ່ວນ, ທ່ານ ແສງປະເສີດ ມັດທຸຈັນ ຮອງຫົວໜ້າຫ້ອງການກະຊວງກະສິກໍາ ແລະປ່າໄມ້, ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນ, ທ່ານ ສົມພົງ ວັນໄພທອງ ເຈົ້າເມືອງໆນາກາຍ,​ ພະແນກການອ້ອມຂ້າງແຂວງ. ບັນດາຮອງເຈົ້າເມືອງ, ຫ້ອງການການອ້ອມຂ້າງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນ 5 ບ້ານເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ໃນພິທີ ທ່ານ ກ້ຽງ ສຸລິຈັນ ຕາງໜ້ານາຍບ້ານທັງ 5ບ້ານ ໄດ້ຂຶ້ນລາຍງານກ່ຽວກັບກັບສະພາບລວມຈຸດພິເສດທີ່ຕັ້ງຂອງບ້ານ ແລະ ສະພາບຄວາມເປັນມາຂໍ້ມູນດ້ານກະສິກໍາ ແລະປ່າໄມ້ ຂອງ 5 ບ້ານ. ສໍາລັບຄອບຄົວຕົວແບບກະສິກໍາ ແລະປ່າໄມ້ ມີການຜະລິດກະສິກໍາສະອາດແບບປະສົມປະສານ ແລະມີແບບແຜນການອະນຸລັກຮັກສາສະພາບແວດລ້ອມ ບັນລຸ 625 ຄອບຄົວ, ກວມເອົາ 93,64%, ມີຄອບຄົວເຂົ້າກຸ່ມການຜະລິດກະສິກໍາ ແລະປ່າໄມ້ ແລະກຸ່ມພັດທະນາອື່ນໆ ທີ່ອົງການປົກຄອງທ້ອງຖິ່ນໄດ້ສ້າງຕັ້ງຂຶ້ນ ບັນລຸ 391 ຄອບຄົວ, ກວມເອົາ 73,98%. ໃນພິທີ ທ່ານ ສົມພົງ ວັນໄພທອງ ເຈົ້າເມືອງໆນາກາຍ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນບ້ານທີ່ສໍາເລັດການຈັດສັນທີ່ດິນກະສິກໍາ ແລະປ່າໄມ້ ແລະ ມອບໃບຍ້ອງຍໍກົມກອງ-ບຸກຄົນດີເດັ່ນ ໃນຂະບວນການພິທີ ດັ່ງກ່າວ. ຕໍ່ມາທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງໆຄໍາມ່ວນ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນ ບ້ານແບບຢ່າງດ້ານກະສິກໍາ ແລະປ່າໄມ້ ພ້ອມທັງໂອ້ລົມໃຫ້ບ້ານທີ່ໄດ້ຮັບການປະກາດຄັ້ງນີ້ ເອົາໃຈໃສ່ສືບຕໍ່ມູນເຊື້ອດຸໝັ່ນຂະຫຍັນພຽນ, ສ້າງເສດຖະກິດຄອບຄົວ ໂດຍຖືເອົາວຽກງານການຜະລິດກະສິກໍາເປັນຫຼັກ ຕິດພັນກັບການຫັນປ່ຽນຮູບແບບການຜະລິດກະສິກໍາແບບໃໝ່.

ພາບແລະຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ