Lamngeun Saipadith

ສປປ ລາວ ເປັນຜູ້ບຸກເບີກແຜນງານການຫັນປ່ຽນລະບົບອາຫານ ແລະ ການແກ້ໄຂບັນຫາສະພາບອາກາດ

 

ກອງປະຊຸມສຳມະນາແຫ່ງຊາດ ແລະ ລິເລີ່ມຈາກຜູ້ເຂົ້າຮ່ວມຫຼາຍກວ່າ 80 ພາກສ່ວນ ເພື່ອເປີດຕົວແຜນງານການຫັນປ່ຽນລະບົບ ອາຫານທີ່ມີຄວາມຕ້ານທານຕໍ່ສະພາບອາກາດສຳລັບ ສປປ ລາວ

**ວັງວຽງ, ສປປ ລາວ – ວັນທີ 24 ມິຖຸນາ 2025** – ໃນຊ່ວງເວລາທີ່ສໍາຄັນສໍາລັບການພັດທະນາແບບຍືນຍົງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສປປ ລາວ ໄດ້ເປີດຕົວ ຢ່າງເປັນທາງການແຜນງານຫັນປ່ຽນລະບົບ ອາຫານ (Convergence Initiative), ເຊິ່ງເປັນໂຄງການລິເລີ່ມລະດັບຊາດທີ່ເຊື່ອມໂຍງການຫັນປ່ຽນລະບົບສະບຽງອາຫານເຂົ້າກັບການຮັບມືກັບການປ່ຽນແປງດິນຟ້າອາກາດ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນລາວຫຼາຍລ້ານຄົນທີ່ອາໄສກະສິກໍາເປັນອາຊີບ.

ກອງປະຊຸມລະດັບສູງ ແລະ ກອງປະຊຸມສຳມະນາລິເລີ່ມ ໄດ້ຈັດຂຶ້ນເປັນເວລາສອງວັນ ໂດຍມີຜູ້ນໍາທີ່ມີບົດບາດສຳຄັນຫຼາຍກວ່າ 80 ທ່ານ ຈາກກະຊວງຕ່າງໆຂອງພາກລັດ, ອົງການຈັດຕັ້ງສາກົນ, ບໍລິສັດເອກະຊົນ, ກຸ່ມສັງຄົມສົງເຄາະ, ມະຫາວິທະຍາໄລ, ແລະ ຊາວໜຸ່ມ ເຂົ້າຮ່ວມ – ເຊິ່ງເປັນການເຕົ້າໂຮມພາກສ່ວນທີ່ກ່ຽວຂ້ອງຈຳນວນຫຼາຍທີ່ສຸດ ນັບຕັ້ງແຕ່ການລວມຕົວຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມື່ອບໍ່ດົນມານີ້.

ສ້າງພື້ນຖານໃໝ່ໃນການເປັນຜູ້ນຳໃນພາກພື້ນ

ທ່ານ ສະເຕຟານອສ ໂຟຕິໂອ, ຜູ້ອໍານວຍການສູນປະສານງານລະບົບສະບຽງອາຫານຂອງອົງການສະຫະປະຊາຊາດ ກ່າວວ່າ: “ມື້ນີ້, ສປປ ລາວ ໄດ້ວາງຕໍາແໜ່ງຕົນເອງເປັນຜູ້ບຸກເບີກໃນການແກ້ໄຂສອງສິ່ງທ້າທາຍທີ່ຮີບດ່ວນທີ່ສຸດຂອງໂລກພ້ອມກັນ. ໂດຍການເຂົ້າຮ່ວມກັບປະເທດຕ່າງໆ ເຊັ່ນ: ບຣາຊິນ, ອິນໂດເນເຊຍ, ໄທ, ແລະ ອື່ນໆ, ໃນຖານະຜູ້ບຸກເບີກໃນແຜນງານໃນທົ່ວໂລກນີ້, ສປປ ລາວ ສະແດງໃຫ້ເຫັນວ່າວິທີແກ້ໄຂບັນຫາທີ່ທ້າທາຍສາມາດເກີດຂຶ້ນໄດ້ຈາກທຸກປະເທດທີ່ມີວິໄສທັດທີ່ກ້າຄິດ ກ່ຽວກັບອະນາຄົດ.”

ແຜນງານນີ້ເກີດຂຶ້ນໃນຊ່ວງເວລາແຫ່ງການຫັນປ່ຽນ ພາຍຫຼັງການລວມຕົວກັນຄັ້ງທຳອິດຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມຂອງ ສປປ ລາວ, ເຊິ່ງສ້າງໂອກາດທີ່ບໍ່ເຄີຍມີມາກ່ອນສໍາລັບການປະສານງານການດໍາເນີນງານທີ່ເປັນປະໂຫຍດຕໍ່ຊາວກະສິກອນ ແລະ ໃນທົ່ວໂລກ.

ຜົນກະທົບຕົວຈິງຕໍ່ຊຸມຊົນໃນຊົນນະບົດ

ທ່ານ ຮສ. ດຣ. ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ໄດ້ເນັ້ນໜັກຢ່າງຊັດເຈນໃນການຫັນປ່ຽນນີ້ວ່າ: “ນີ້ເປັນເລື່ອງກ່ຽວກັບການຮັບປະກັນວ່າຊາວກະສິກອນຂອງພວກເຮົາສາມາດຫາລ້ຽງຄອບຄົວໄດ້ ພ້ອມກັນກັບການປົກປັກຮັກສາທີ່ດິນທີ່ເປັນແຫຼ່ງລ້ຽງຊີບຂອງພວກເຮົາ. ໃນວາລະແຫ່ງຊາດ ສໍາລັບປີ 2025-2030 ຈະນໍາເອົາການປ່ຽນແປງຕົວຈິງຈາກລາຍໄດ້, ໂພຊະນາການ, ແລະ ຄວາມທົນທານຕໍ່ຊຸມຊົນໃນຊົນນະບົດໃນທົ່ວທຸກແຂວງ.”

 

ແຜນງານນີ້ມີເປົ້າໝາຍທີ່ທ້າທາຍ, ແຕ່ສາມາດບັນລຸໄດ້ຄື:

 

  • ເພີ່ມລາຍໄດ້ຂອງຄົວເຮືອນຊາວກະສິກອນໄດ້ຢ່າງຫຼວງຫຼາຍ ໂດຍຜ່ານວຽກກະສິກໍາທີ່ເປັນມິດກັບສະພາບອາກາດ ແລະ ການເຂົ້າເຖິງຕະຫຼາດທີ່ດີຂຶ້ນ.
  • ຫຼຸດຜ່ອນອັດຕາການຂາດສານອາຫານໃນເດັກນ້ອຍ ໂດຍການເສີມສ້າງລະບົບສະບຽງອາຫານທີ່ຄໍານຶງເຖິງໂພຊະນາການ.
  • ນໍາເອົາເນື້ອທີ່ດິນຫຼາຍພັນເຮັກຕາ ມາຢູ່ພາຍໃຕ້ການຄຸ້ມຄອງທີ່ດິນແບບຍືນຍົງ.
  • ສ້າງຄວາມທົນທານຕໍ່ສະພາບອາກາດ ໃຫ້ແກ່ຊຸມຊົນໃນຊົນນະບົດທີ່ດ້ອຍໂອກາດ.

ການຮັບຮູ້ ແລະ ການສະໜັບສະໜູນຈາກສາກົນ

ການຄັດເລືອກຂໍ້ສະເໜີຂອງ ສປປ ລາວ ໂດຍກອງທຶນຮ່ວມການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ (UN Joint SDG Fund) ໄດ້ຢັ້ງຢືນວິໄສທັດຍຸດທະສາດຂອງປະເທດ ແລະ ເປີດໂອກາດໃຫ້ໄດ້ຮັບການສະໜັບສະໜູນລະດັບສາກົນຢ່າງຫຼວງຫຼາຍ. ທ່ານ ບັກໂຮເດຍ ເບີຄະນອ໋ຟ, ຜູ້ປະສານງານອົງການສະຫະປະຊາຊາດປະຈໍາ ສປປ ລາວ ໄດ້ກ່າວວ່າ: “ຜົນສໍາເລັດນີ້ສະທ້ອນໃຫ້ເຫັນຄຸນນະພາບຂອງການວາງແຜນຂອງ ສປປ ລາວ ແລະ ຄວາມເຂັ້ມແຂງຂອງການພົວພັນຮ່ວມມືລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງສາກົນ. ໂຄງສ້າງກະຊວງທີ່ຖືກລວມເຂົ້າກັນນີ້ ໄດ້ສ້າງການປະສານງານທີ່ເປັນເອກະລັກ ທີ່ປະເທດອື່ນໆກໍາລັງຕິດຕາມຢ່າງໃກ້ຊິດ.”

ນະວັດຕະກຳໄປພ້ອມການເຄົາລົບປະເພນີແບບດັ້ງເດີມ

ແຜນການນີ້ໄດ້ລວມເອົາວິທີການທີ່ທັນສະໄໝເຂົ້າກັບການເຄົາລົບວິທີການກະສິກໍາແບບດັ້ງເດີມ:

  • ນະວັດຕະກຳດ້ານດິຈິຕອລ ທີ່ເຊື່ອມໂຢງກັບຊາວກະສິກອນໂດຍກົງກັບຕະຫຼາດ.
  • ເຕັກນິກກະສິກໍາທີ່ເປັນມິດກັບສະພາບອາກາດທີ່ເພີ່ມຜົນຜະລິດ ພ້ອມກັບການປົກປັກຮັກສາສິ່ງແວດລ້ອມ.
  • ນະວັດຕະກຳ ກົນໄກການເງິນ ທີ່ ເຮັດໃຫ້ກະສິກໍາແບບຍືນຍົງສາມາດເຂົ້າເຖິງໄດ້ ສໍາລັບຊາວກະສິກອນລາຍຍ່ອຍ.
  • ເຄືອຂ່າຍການແບ່ງປັນຄວາມຮູ້ ທີ່ເຊື່ອມໂຍງຊາວກະສິກອນລາວ ກັບ ການຈັດຕັ້ງປະຕິບັດທີ່ດີທີ່ສຸດ ໃນລະດັບພາກພື້ນ ແລະ ສາກົນ.

ທ່ານ ນາງ ຄະຢອງ ມີ ຄິມ, ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ປະຈໍາ ສປປ ລາວ, ໄດ້ເນັ້ນໜັກເຖິງການສະໜັບສະໜູນທີ່ຄົບຖ້ວນວ່າ: “ພວກເຮົາບໍ່ພຽງແຕ່ສະໜອງເງິນທຶນເທົ່ານັ້ນ – ອົງການຍັງສະໜອງຊ່ຽວຊານດ້ານວິຊາການ, ການສ້າງຂີດຄວາມສາມາດ, ແລະ ການເຂົ້າເຖິງເຄືອຂ່າຍຄວາມຮູ້ໃນລະດັບສາກົນ ທີ່ຈະຊ່ວຍໃຫ້ຊຸມຊົນລາວສາມາດນໍາພາການຫັນປ່ຽນຂອງຕົນເອງໄດ້.”

ເປັນແບບຢ່າງຕົວແບບໃຫ້ສາກົນ

ໃນຂະນະທີ່ຜູ້ນໍາທົ່ວໂລກກໍາລັງກະກຽມສໍາລັບກອງປະຊຸມສຸດຍອດດ້ານສະພາບອາກາດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານທີ່ສໍາຄັນໃນທ້າຍປີນີ້, ແຜນງານການຫັນປ່ຽນລະບົບສະບຽງອາຫານຂອງ ສປປ ລາວ ສະແດງຕົວຢ່າງ ຕົວຈິງທີ່ປະຕິບັດໄດ້ ສໍາລັບປະເທດກໍາລັງພັດທະນາອື່ນໆທີ່ສົນໃຈນໍາໃຊ້ ຫຼື ກໍາລັງວາງແຜນທີ່ຈະເຂົ້າຮ່ວມແຜນງານດັ່ງກ່າວ. ວິທີການນີ້ສະແດງໃຫ້ເຫັນວ່າປະເທດຕ່າງໆສາມາດນໍາໃຊ້ຄວາມເຂັ້ມແຂງທີ່ເປັນເອກະລັກຂອງຕົນ – ໃນກໍລະນີຂອງ ສປປ ລາວ, ກໍຄືກະສິກໍາພື້ນບ້ານທີ່ອຸດົມສົມບູນ ແລະ ທີ່ຕັ້ງຍຸດທະສາດໃນພາກພື້ນ – ເພື່ອສ້າງວິທີແກ້ໄຂທີ່ເໝາະສົມກັບສະພາບເງື່ອນໄຂຂອງພວກເຂົາ.

ຄວາມຄາດຫວັງໃນອະນາຄົດ

ໃນໄລຍະຫຼາຍເດືອນຂ້າງໜ້າ, ຜູ້ເຂົ້າຮ່ວມຈະພັດທະນາ “ແຜນແມ່ບົດການຫັນປ່ຽນລະບົບສະບຽງອາຫານ” ຈະເປັນຄູ່ມືການຈັດຕັ້ງປະຕິບັດໃນທົ່ວທຸກແຂວງ. ແຜນງານນີ້ບໍ່ພຽງແຕ່ເປັນການປ່ຽນແປງນະໂຍບາຍເທົ່ານັ້ນ, ແຕ່ເປັນການປັບປຸງພື້ນຖານຂອງວິທີການທີ່ ສປປ ລາວ ຈະພັດທະນາ – ເຊິ່ງຈະເອົາຊາວກະສິກອນ, ຄອບຄົວ, ແລະ ສິ່ງແວດລ້ອມເປັນໃຈກາງຂອງຄວາມກ້າວໜ້າຂອງປະເທດ.

ສຳລັບຂໍ້ມູນເພີ່ມເຕີມ, ຕິດຕໍ່:

ທ່ານ ອາລຸນໄຊ ອ່ອນຕາ, ຫົວໜ້າພະແນກຮ່ວມມືສາກົນ, ກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ສປປ ລາວ (ອີເມລ: alounxayonta@gmail.com)

* ດຣ. ຣັດທະນາ ແປ້ວ ນໍແບກ-ມຸນສ, ຜູ້ຊ່ຽວຊານອາວຸໂສດ້ານນະໂຍບາຍລະບົບກະສິກຳ-ອາຫານ ແລະ ຜູ້ຊ່ຽວຊານດ້ານການວາງແຜນການຄາດຄະເນສະພາບອາກາດ, ຫ້ອງການເປົ້າໝາຍການພັດທະນາແບບຍືນຍົງ (OSG), ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO), Rathana.PeouNorbertMunns@fao.org

* ທ່ານ ພົມມະຈັນ ໂພທິຈັນ, ທີ່ປຶກສາການມີສ່ວນຮ່ວມຫຼາຍພາກສ່ວນ, ຫ້ອງການ FAO ປະຈຳ ສປປ ລາວ (phommachanh.phothichanh@fao.org)

ກ່ຽວກັບແຜນງານການຫັນປ່ຽນລະບົບສະບຽງອາຫານ (Convergence Initiative): ເປັນໂຄງການທົ່ວໂລກທີ່ລິເລີ່ມໂດຍສູນປະສານງານລະບົບສະບຽງອາຫານຂອງອົງການສະຫະປະຊາຊາດ ເພື່ອຊ່ວຍປະເທດຕ່າງໆໃນການເຊື່ອມໂຍງການຫັນປ່ຽນລະບົບສະບຽງອາຫານເຂົ້າກັບການຮັບມືກັບການປ່ຽນແປງດິນຟ້າອາກາດ, ປະຈຸບັນມີການເຄື່ອນໄຫວຢູ່ໃນ 8+ ປະເທດທົ່ວໂລກ ແລະ ມີອີກ 17 ປະເທດທີ່ກໍາລັງຢູ່ໃນຂັ້ນຕອນ.

 

Lao PDR Pioneers A Convergence Initiative to Transform Food Systems and Combat Climate Change

National High Level and Inception Workshop Brings Together 80+ multisectoral representatives to Launch Convergence Initiative to Build Climate Resilient Food Systems Transformation for Lao PDR

Vang Vieng, Lao PDR – June 24, 2025 – In an important moment for sustainable development in Southeast Asia, Lao PDR today officially launched the Convergence Initiative, a pioneering national program that integrates food systems transformation with climate action to benefit the more than millions of Lao citizens who depend on agriculture for their livelihoods.

The two-day National High-Level Meeting and Inception Workshop brought together over 80 influential leaders representing government ministries, international development organizations, private sector companies, civil society groups, universities, and youth advocates – marking the largest multi-stakeholder gathering of its kind since the recent merging of Ministry of Agriculture and Forestry and Ministry of National Resource and Environment.

Breaking New Ground in Regional Leadership

“Today, Lao PDR positions itself as a trailblazer in addressing two of the world’s most pressing challenges simultaneously,” said Mr. Stefanos Fotiou, Director of the UN Food Systems Coordination Hub. “By joining countries like Brazil, Indonesia, Thailand, among others, as pioneers in this global initiative, Lao PDR demonstrates that innovative solutions can emerge from any nation willing to think boldly about its future.”

The initiative comes at a transformative moment following the historic merger of Lao PDR’s agriculture and environment ministries, creating unprecedented opportunities for coordinated action that benefits both farmers and the planet.

Real Impact for Rural Communities

H.E. Dr. Chanthakhone Boualaphanh, Deputy Minister of Agriculture and Environment, emphasized the human dimension of this transformation: “This is about ensuring that our farmers can feed their families while protecting the land that sustains us all. Our National Action Plan for 2025-2030 will deliver concrete improvements in income, nutrition, and resilience for rural communities across all provinces.”

The initiative targets ambitious but achievable goals:

  • Significantly increasing farmer household incomes through climate-smart agriculture and improved market access
  • Reducing childhood malnutrition rates by strengthening nutrition-sensitive food systems
  • Bringing thousands of hectares under sustainable land management practices
  • Building climate resilience for vulnerable rural communities

Global Recognition and Support

The successful selection of Lao PDR’s proposal by the UN Joint SDG Fund validates the country’s strategic vision and unlocks substantial international support. UN Resident Coordinator Mr. Bakhodir Burkhanov noted: “Financial support from the UN Joint SDG Fund is recognition of our shared commitment to a transformative agenda—seizing the momentum from recent institutional reforms to drive integrated, nationally owned efforts that build resilient, inclusive, and climate-smart food systems in Lao PDR. The Convergence Initiative’s foundation of strong partnerships and unified action ensures our work will deliver lasting benefits for communities and the environment.”

Innovation Meets Tradition

The initiative combines cutting-edge approaches with respect for traditional farming practices:

  • Digital solutions connecting farmers directly to markets
  • Climate-smart agricultural techniques that increase yields while protecting the environment
  • Innovative financing mechanisms making sustainable farming accessible to smallholder farmers
  • Knowledge sharing networks linking Lao farmers with regional and global best practices

Ms. Kyung Mee Kim, FAO Country Representative, highlighted the comprehensive support package: “We’re not just providing funding – we’re delivering technical expertise, capacity building, and access to global knowledge networks that will empower Lao communities to lead their own transformation.”

A Model for the World

As global leaders prepare for major climate and food security summits later this year, Lao PDR’s Convergence Initiative offers a practical example for other developing nations who have bene implement or planning to join the initiative. The approach demonstrates how countries can leverage their unique strengths – in Lao PDR’s case, rich agricultural traditions and strategic regional positioning – to create solutions that work for their specific contexts.

Looking Ahead

Over the coming months, participants will develop the detailed “Convergence Action Blueprint” that will guide implementation across all provinces. The initiative represents not just a policy shift, but a fundamental reimagining of how Lao PDR approaches development – one that puts farmers, families, and the environment at the center of national progress.

For more information, contact:

  • Alounxay Onta, Director, Division of International Cooperation, Department of Planning and International Cooperation, Ministry of Agriculture and Environment, Lao PDR (email: alounxayonta@gmail.com)
  • Rathana Peou Norbert-Munns, Senior Agrifood System policy expert and Climate Foresight Planning Specialist, Office of Sustainable Development Goals (OSG), Food and Agriculture Organization of the United Nations (FAO), Rathana.PeouNorbertMunns@fao.org
  • Phommachanh Phothichanh, Multi-Stakeholder Engagement Consultant, FAO Country Office, Lao PDR (phommachanh.phothichanh@fao.org)

About the Convergence Initiative: A global program launched by the UN Food Systems Coordination Hub to help countries integrate food systems transformation with climate action, currently active in 8+ countries worldwide with 17 more in the pipeline

 

ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 26 ພຶດສະພາ 2025 – ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມທົບທວນ ແລະ ວາງແຜນປະຈຳປີ ເພື່ອຈັດຕັ້ງປະຕິບັດແຜນງານການຮ່ວມມື ຄັ້ງທີ 7 (2022-2026). ການເຕົ້າໂຮມທີ່ມີຄວາມສໍາຄັນນີ້, ຊຶ່ງມີ ອົງການ FAO ແລະ ພາກລັດຖະບານທີ່ກ່ຽວຂ້ອງເປັນປະທານຮ່ວມ, ມີຈຸດປະສົງເພື່ອປະເມີນຜົນສຳເລັດຂອງປີ 2024 ແລະ ວາງຍຸດທະສາດການຈັດຕັ້ງປະຕິບັດກິດຈະກຳຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນປີ 2025 ແລະ 2026.

ແຜນງານການຮ່ວມມື ຄັ້ງທີ 7 (2022-2026) ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍຜ່ານແຜນການເຮັດວຽກປະຈໍາປີ, ຊຶ່ງໄດ້ຖືກພັດທະນາຂຶ້ນໂດຍຜ່ານຂະບວນການປຶກສາຫາລື ເພື່ອຮັບປະກັນການນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ແລະ ບັນລຸຜົນສຳເລັດ. ແຜນງານການຮ່ວມມື ເຫຼົ່ານີ້ໄດ້ຜ່ານການທົບທວນຢ່າງເຂັ້ມງວດໂດຍຜ່ານກົນໄກການທົບທວນຄືນຈາກພາກສ່ວນກ່ຽວຂ້ອງ ແລະ ການຕິດຕາມເປັນລາຍໄຕມາດ, ກາງປີ ແລະ ປະຈໍາປີ. ໃນຂະນະທີ່ການທົບທວນຄືນສອງຝ່າຍກັບຄູ່ຮ່ວມງານຈັດຕັ້ງປະຕິບັດ (IPs) ໃຫ້ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຜົນສຳເລັດ, ການທົບທວນປະຈໍາປີຮ່ວມກັນນີ້ແມ່ນໃຫ້ພາບລວມຂອງຜົນຂອງໂຄງການ, ສິ່ງທ້າທາຍ, ແລະ ໂອກາດຕ່າງໆ, ເຊິ່ງສົ່ງເສີມການຈັດຕັ້ງປະຕິບັດ ແລະ ການຮ່ວມມືທີ່ດີຂຶ້ນ.
ກອງປະຊຸມໄດ້ທົບທວນການຈັດຕັ້ງປະຕິບັດແຜນງານການຮ່ວມມື ປີ 2024 ແລະ ຄວາມຄືບໜ້າໃນການບັນລຸຜົນສໍາເລັດ,ນໍາສະເໜີຜົນການຄົ້ນພົບ ແລະ ຂໍ້ສະເໜີແນະທີ່ສໍາຄັນຈາກການທົບທວນກາງສະໄໝ (MTR) ຂອງກອບແຜນງານການຮ່ວມມື (CPF) 2022-2026 ເພື່ອນໍາພາການວາງແຜນໃນອະນາຄົດ ແລະ ເປັນຂໍ້ມູນສໍາລັບການພັດທະນາແຜນງານການຮ່ວມມື ຄັ້ງທີ 8. ການປຶກສາຫາລືຍັງໄດ້ສະຫຼຸບກິດຈະກໍາທີ່ມີຜົນກະທົບສູງສໍາລັບແຜນການເຮັດວຽກປີ 2025, ປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆ ເພື່ອກໍານົດມາດຕະການຫຼຸດຜ່ອນ, ກໍານົດໂອກາດ ແລະ ຂໍ້ປະຕິບັດທີ່ດີ, ແລະ ທົບທວນຜົນການກວດສອບ HACT ທົ່ວໄປ ແລະ ຜົນການກວດກາສະເພາະຈຸດພ້ອມບົດຮຽນທີ່ໄດ້ຮັບ, ເຊິ່ງນຳໄປສູ່ການຕົກລົງຍຸດທະສາດທີ່ເໝາະສົມເພື່ອປັບປຸງການຈັດຕັ້ງປະຕິບັດໂຄງການ.
ທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງກອງປະຊຸມ, ໂດຍກ່າວວ່າ: “ການເຕົ້າໂຮມກັນຂອງພວກເຮົາໃນມື້ນີ້ມີຄວາມສໍາຄັນຢ່າງຍິ່ງ ເພາະພວກເຮົາຈະປະເມີນຜົນສໍາເລັດຂອງປີທີ 3 ຂອງໂຄງການຮ່ວມມືທີ 7 ລະຫວ່າງລັດຖະບານລາວ ແລະ ອົງການ FAO (2022-2026)”. ທ່ານນາງຍັງໄດ້ສະແດງຄວາມຂອບໃຈຕໍ່ອົງການ FAO ສໍາລັບ “ການຮ່ວມມື ແລະ ການສະໜັບສະໜູນອັນມີຄ່າໃນການປັບປຸງຂະແໜງກະສິກໍາ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ໂພຊະນາການ, ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງໃນ ສປປ ລາວ”. ທ່ານນາງ ພາວັນ ໄດ້ເນັ້ນໜັກເຖິງຄວາມຄືບໜ້າທີ່ສໍາຄັນໃນ 3 ບູລິມະສິດຫຼັກຂອງແຜນງານການຮ່ວມມື (CPF): ຊີວິດການເປັນຢູ່ຂອງປະຊາຊົນ, ຄວາມຈະເລີນຮຸ່ງເຮືອງແບບລວມສູນ, ແລະ ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ແລະ ຄວາມທົນທານຕໍ່ໄພພິບັດ, ເຖິງວ່າຈະມີສິ່ງທ້າທາຍທາງດ້ານເສດຖະກິດທີ່ຫຍຸ້ງຍາກໃນໄລຍະຜ່ານມາ. ໃນການເບິ່ງໄປຂ້າງໜ້າ, ທ່ານນາງໄດ້ກ່າວວ່າ: “ກອງປະຊຸມໃນມື້ນີ້ຈະເປັນໂອກາດສໍາຄັນທີ່ຈະທົບທວນຜົນສໍາເລັດທີ່ຜ່ານມາ, ແລກປ່ຽນບົດຮຽນທີ່ໄດ້ຮັບ, ແລະ ກໍານົດສິ່ງທ້າທາຍທີ່ຍັງເຫຼືອ ແລະ ບູລິມະສິດສໍາລັບແຜນການເຮັດວຽກປີ 2025”.
ທ່ານນາງ ຄະຢອງ ມີ ຄິມ, ຜູ້ຕາງໜ້າອົງການ FAO ປະຈໍາ ສປປ ລາວ, ໄດ້ກ່າວຕ້ອນຮັບຜູ້ເຂົ້າຮ່ວມ, ໂດຍກ່າວວ່າ: “ເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບທ່ານເຂົ້າຮ່ວມກອງປະຊຸມທົບທວນ ແລະ ວາງແຜນປະຈໍາປີກ່ຽວກັບການຈັດຕັ້ງປະຕິບັດກອບແຜນງານການຮ່ວມມື ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ FAO, 2022-2026”. ທ່ານນາງໄດ້ຍ້ອງຍໍຊົມເຊີຍຜົນສໍາເລັດທີ່ສໍາຄັນໃນຂະແໜງກະສິກໍາໃນຊຸມປີທີ່ຜ່ານມາ, ເຊິ່ງລວມເຖິງອັດຕາການເຕີບໂຕຂອງຂະແໜງກະສິກໍາ ແລະ ປ່າໄມ້ທີ່ 4.1% ໃນປີຜ່ານມາ, ເຊິ່ງສູງກວ່າເປົ້າໝາຍລະດັບຊາດທີ່ 2.6%, ແລະ ປະກອບສ່ວນ 18.9% ຕໍ່ GDP ຂອງຊາດ. ທ່ານນາງ ຄິມ ຍັງໄດ້ຮັບຮູ້ເຖິງສິ່ງທ້າທາຍທີ່ຍັງຄົງຄ້າງເຊັ່ນ: ການຜະລິດກະສິກໍາໂດຍທົ່ວໄປແມ່ນອີງໃສ່ປັດໃຈທໍາມະຊາດ, ເຊິ່ງເຮັດໃຫ້ຜົນຜະລິດໂດຍລວມຕໍ່າ, ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ພື້ນຖານໂຄງລ່າງຊົນລະປະທານທີ່ບໍ່ມີປະສິດທິພາບ, ການຫັນປ່ຽນຈາກການກະສິກໍາເພື່ອການດໍາລົງຊີວິດໄປສູ່ການປະຕິບັດກະສິກໍາທີ່ທັນສະໄໝຊ້າ, ແລະ ການຫຼຸດລົງຂອງຄວາມອຸດົມສົມບູນຂອງດິນ. ໃນການຢັ້ງຢືນຄືນຄວາມມຸ່ງໝັ້ນຂອງ ອົງການ FAO, ທ່ານນາງກ່າວວ່າ: “ອົງການ FAO ມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານໃນການບັນລຸວາລະແຫ່ງຊາດດ້ານກະສິກໍານີ້”. ທ່ານນາງຍັງສົ່ງຂ່າວດີຂອງ ອົງການ FAO ແລະ ອົງການສະຫະປະຊາຊາດອື່ນໆສາມາດເຂົ້າເຖິງກອງທຶນຮ່ວມ SDG ຂອງສະຫະປະຊາຊາດສໍາລັບການຫັນປ່ຽນລະບົບອາຫານ, ໂດຍກ່າວວ່າ: “ພວກເຮົາຫວັງວ່າໂອກາດນີ້ຈະເປັນຈຸດເລີ່ມຕົ້ນທີ່ດີທີ່ຈະຂະຫຍາຍຄວາມພະຍາຍາມຂອງ ສປປ ລາວ ເພື່ອລະບົບອາຫານ ແລະ ກະສິກໍາທີ່ຍືນຍົງ ແລະ ມີຄວາມທົນທານຫຼາຍຂຶ້ນ”.
ຕິດຕໍ່ເພີ່ມເຕີມ:
Chasy Somwhang – National Monitoring and Evaluation Consultant
Vilaylack Khounvisith – National Communication Consultant

ອົງການ FAO ແລະ ກະຊວງກະສິກຳ-ປ່າໄມ້ ຈັບມືກັນສ້າງອະນາຄົດທີ່ສົດໃສໃຫ້ກັບຂະແໜງຊາລາວ! FAO and Ministry of Agriculture and Forestry Join Forces to Cultivate a Brighter Future for Lao Tea Sector

ນະຄອນຫຼວງວຽງຈັນ, ສປປ ລາວ – 30 ເມສາ 2025 – ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ປະຈຳ ສປປ ລາວ ໄດ້ຈັບມືຮ່ວມກັນກັບ ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມປຶກສາຫາລືຄັ້ງສຳຄັນ ເພື່ອລິເລີ່ມການສ້າງແຜນແມ່ບົດແຫ່ງຊາດສຳລັບຂະແໜງຊາລາວ ແລະ ສ້າງຕັ້ງສະມາຄົມຊາລາວຂຶ້ນ. ກອງປະຊຸມຄັ້ງປະຖົມມະເລີກໄດ້ຈັດຂຶ້ນ ທີ່ ນະຄອນຫຼວງວຽງຈັນ ໂດຍມີຜູ້ຕາງໜ້າຈາກຫຼາຍພາກສ່ວນສຳຄັນເຂົ້າຮ່ວມ ເພື່ອລະດົມຄວາມຄິດ ເພື່ອມາຊຸກຍູ້ຜັກດັນສັກກະຍະພາບຂອງຂະແໜງກະສິກຳ ທີ່ສຳຄັນນີ້.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ວັນທ່ຽງ ພົມມະສຸລິນ, ຮອງຫົວໜ້າກົມປູກຝັງ, ກະຊວງ ກປ, ແລະ ເປັນປະທານຮ່ວມໂດຍ ທ່ານ ຈັນທະລາດ ປ້ອງມາລາ, ຜູ້ຊ່ວຍຜູ້ຕາງໜ້າອົງການ FAO. ທັງສອງທ່ານໄດ້ເນັ້ນເຖິງຄວາມສຳຄັນຂອງ “ຊາ” ຕໍ່ເສດຖະກິດຂອງ ສປປ ລາວ ເພາະບໍ່ພຽງແຕ່ສ້າງລາຍຮັບໃຫ້ກັບຊາວກະສິກອນ ແຕ່ຍັງສ້າງໂອກາດຢ່າງຫຼວງຫຼາຍໃນຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ເຊິ່ງຊາວສວນຊາລາວ ມີຄວາມພູມໃຈກັບມູນເຊື້ອການປູກຊາອັນເກົ່າແກ່, ໂດຍສະເພາະແມ່ນຊາປ່າທຳມະຊາດທີ່ມີເອກະລັກ ອາຍຸຫຼາຍຮ້ອຍປີຈາກພາກເໜືອຂອງປະເທດ ເຊິ່ງມີຊື່ສຽງດ້ານຄຸນນະພາບທີ່ໂດດເດັ່ນໄປທົ່ວໂລກ. ປັດຈຸບັນ, ສປປ ລາວ ມີເນື້ອທີ່ປູກຊາປະມານ 7,800 ເຮັກຕາ ໃນ 8 ແຂວງ, ສາມາດຜະລິດຊາໄດ້ປະມານ 18,400 ໂຕນຕໍ່ປີ ແລະ ມີໂຮງງານປຸງແຕ່ງຮອງຮັບເຖິງ 28 ແຫ່ງ.

ເຖິງວ່າຊາລາວຈະມີຊື່ສຽງ ແຕ່ກໍຍັງມີສິ່ງທ້າທາຍບາງຢ່າງ ເຊັ່ນ: ການຜະລິດຍັງໃຊ້ວິທີແບບພື້ນຖານ ແລະ ການເຂົ້າເຖິງຕະຫຼາດກໍຍັງມີຂໍ້ຈຳກັດ. ດ້ວຍເຫດນີ້, ການລິເລີ່ມ ຈິ່ງໄດ້ມີຈຸດປະສົງເພື່ອປູທາງໄປສູ່ອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ. ກອງປະຊຸມ ຖືເປັນການເປີດໂຄງການຢ່າງເປັນທາງການ ເພື່ອ:

  • ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານລັດ ແລະ ຜູ້ທີ່ກ່ຽວຂ້ອງ.
  • ສ້າງແຜນແມ່ບົດຊາລາວທີ່ມີເຂນື່ອໃນຄົບຖ້ວນ ໂດຍຜ່ານການເກັບກຳຂໍ້ມູນຢ່າງລະອຽດ, ການວິເຄາະຕ່ອງໂສ້ມູນຄ່າ ແລະ ການປະເມີນທີ່ດິນທີ່ເໝາະສົມສຳລັບການຜະລິດຊາຄຸນນະພາບສູງ.
  • ສ້າງຕັ້ງ “ສະມາຄົມຊາລາວ” ໃຫ້ເປັນເວທີໃຈກາງໃນການປະສານງານ, ສົ່ງເສີມ ແລະ ຮ່ວມມືກັນພາຍໃນອຸດສາຫະກຳຊາທັງພາຍໃນ ແລະ ຕ່າງປະເທດ.

ໃນກອງປະຊຸມ, ບັນດາທ່ານທີ່ເຂົ້າຮ່ວມໄດ້ປຶກສາຫາລືກັນຢ່າງເລິກເຊິ່ງ ເພື່ອປັບປຸງແຜນການຈັດຕັ້ງປະຕິບັດໂຄງການໃຫ້ດີຍິ່ງຂຶ້ນ, ເຊິ່ງລວມມີກິດຈະກຳສຳຄັນ ເຊັ່ນ: ການຈັດກອງປະຊຸມຝຶກອົບຮົມ, ການເກັບກຳຂໍ້ມູນ, ການສຳຫຼວດທີ່ດິນ, ການສຶກສາຕ່ອງໂສ້ມູນຄ່າ ແລະ ການວາງແຜນລະອຽດເພື່ອສ້າງຕັ້ງສະມາຄົມ ແລະ ຮ່າງແຜນແມ່ບົດ.

ທ່ານ ວັນທ່ຽງ ພົມມະສຸລິນ ຈາກກະຊວງ ກປ ໄດ້ກ່າວວ່າ: “ກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນບາດກ້າວສຳຄັນ ເພື່ອກ້າວໄປສູ່ການອະນຸມັດເຫັນດີ ແລະ ສ້າງຕັ້ງ ສະມາຄົມຊາລາວ ແລະ ແຜນແມ່ບົດພັດທະນາຊາ ຢ່າງເປັນທາງການ.”

ທ່ານ ຈັນທະລາດ ປອງມາລາ ຈາກອົງການ FAO ກໍໄດ້ກ່າວເສີມອີກວ່າ: “ພວກເຮົາໝັ້ນໃຈວ່າ ຜ່ານການແລກປ່ຽນຄວາມຮູ້, ປະສົບການ ແລະ ຄວາມຕັ້ງໃຈຮ່ວມກັນ, ພວກເຮົາຈະສາມາດສ້າງຄວາມເຂົ້າໃຈອັນເລິກເຊິ່ງ ເພື່ອເຮັດໃຫ້ແຜນແມ່ບົດມີເນື່ອໃນຄົບຖ້ວນ ແລະ ສ້າງສະມາຄົມຊາລາວທີ່ເຂັ້ມແຂງ, ເໝາະສົມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນໃນເງື່ອນໄຂຂອງ ສປປ ລາວ.”

ການຮ່ວມມືຄັ້ງນີ້ລະຫວ່າງ ອົງການ FAO ແລະ ກະຊວງ ກປ ສະແດງໃຫ້ເຫັນເຖິງວິໄສທັດຮ່ວມກັນ ເພື່ອອະນາຄົດຂອງຂະແໜງຊາລາວທີ່ມີການຈັດຕັ້ງທີ່ດີ, ມີຄວາມກ້າວໜ້າ ແລະ ຍືນຍົງ ເຊິ່ງຈະຊ່ວຍຊຸກຍູ້ການເຕີບໂຕທາງເສດຖະ ກິດ, ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊົນນະບົດຂອງປະເທດເຮົາ.

ຕິດຕໍ່:

ນາງ ສະເໜອຳໄພ ພຣະໄຊຍະມົງຄຸນ – ຜູ້ປະສານງານໂຄງການ

ໂຄງການ TCP/LAO/3902 – ໂຄງການພັດທະນາແຜນແມ່ບົດຊາ

ອີເມວ: sneamphay.phrasayamongkhounh@fao.org

VIENTIANE, Lao PDR – 30 April 2025 – The Food and Agriculture Organization of the United Nations (FAO) in Lao People’s Democratic Republic, in collaboration with the Department of Agriculture of the Ministry of Agriculture and Forestry (MAF), convened a pivotal consultation meeting to initiate the development of a national Master Plan for the Lao tea sector and the establishment of a dedicated Lao Tea Association. The meeting, held in Vientiane, brought together key stakeholders committed to unlocking the full potential of this vital agricultural sector.

The consultation was chaired by Mr. Vanthieng Phommasoulin, Deputy Director General of the Department of Agriculture, MAF, and co-chaired by Mr. Chanthalath Pongmala, Assistant FAO Representative. Both emphasized the significant role of tea in Lao PDR’s economy, providing livelihoods for farmers and offering considerable opportunities for both domestic and international markets. Lao PDR’s rich tea heritage, particularly its unique, centuries-old wild tea varieties from the northern regions, is recognized globally for its distinctive quality. Currently, tea cultivation spans approximately 7,800 hectares across eight provinces, yielding around 18,400 tons, supported by 28 processing facilities.

Recognizing the existing challenges within the sector, including prevalent basic production methods and market access limitations, the initiative aims to pave the way for a more structured and prosperous future. The consultation marks the official commencement of project activities designed to:

  • Enhance the capabilities of government personnel and relevant stakeholders.
  • Formulate a comprehensive Tea Master Plan for Lao PDR through rigorous data collection, value chain analysis, and assessments of suitable land for quality tea production.
  • Establish the Lao Tea Association as a foundational institution to foster coordination, promotion, and collaborative efforts within the tea industry.

Discussions during the meeting focused on refining the project’s implementation strategy, encompassing crucial activities such as capacity-building workshops, data gathering, land surveys, value chain studies, and the detailed planning for the establishment of the association and the drafting of the master plan.

“This consultation meeting represents a significant step towards the official endorsement and establishment of both the Lao Tea Association and the Tea Development Master Plan,” affirmed Mr. Vanthieng Phommasoulin of MAF.

Mr. Chanthalath Pongmala of FAO added, “We are confident that through shared knowledge, experience, and dedication, we can generate valuable insights to strengthen the master plan and build a robust and relevant Lao Tea Association that can be effectively implemented within the Lao PDR context.”

This joint initiative by FAO and MAF underscores a shared vision for a more organized, prosperous, and sustainable future for the Lao tea sector, contributing to economic growth, poverty reduction, and rural development in the country.

Contact:

Ms. Sneamphay Phrasayamongkhounh – National Project Technical Support Officer

TCP/LAO/3902 – Tea Master Plan Development project

Email: sneamphay.phrasayamongkhounh@fao.org

 

ພິທີປູກໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແລະ ສິ່ງແວດລ້ອມໂລກ 5 ມີຖຸນາ

_MG_8555_1 - Copy

 

 

 

 

 

 

 

 

 

 

 

 

 

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຮ່ວມກັບ ກະຊວງຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ​ໄດ້​ຈັດພິທີປູກຕົ້ນໄມ້​ເນື່ອງ​ໃນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ 1 ມີ​ຖຸນາ ​ແລະ ວັນ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ໂລກ 5 ມີ​ຖຸນາຂຶ້ນ, ທີ່ສວນພຶກສາສາດຫ້ວຍ​ຍາງ-ດົງໝາກຄາຍ, ບ້ານດົງໝາກຄາຍ, ນະຄອນຫຼວງວຽງຈັນ, ໃນວັນທີ1 ມິຖຸນາ 2020 ນີ້,.ໂດຍມີ ທ່ານ ປອ. ລຽນ ທີ​ແກ້ວ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ທ່ານ ສົມ​ມາດ ພົນ​ເສນາ ລັດຖະມົນຕີ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ບັນດາ​ກົມ​ອ້ອມ​ຂ້າງຂອງ 2 ກະຊວງ, ອົງການ​ປົກຄອງ​ນະຄອນຫຼວງວຽງຈັນ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ ເຂົ້າຮ່ວມ​ຢ່າງ​ເປັນ​ຂະ​ບວນຟົດຟື້ນ.

ຈຸດ​ດປະສົງ ​​ເພື່ອ​ສ້າງ​ສວນພຶກສາສາດ ​ໃຫ້​ມີ​ຄວາມ​ອຸດົມສົມບູນ ກາຍ​ເປັນ​ພື້ນທີ່​ສີຂຽວ, ​ເປັນ​ບ່ອນ​ສຶກສາຮຽນຮູ້ ​ແລະ ​ເປັນ​ສະຖານ​ທີ່​ພັກຜ່ອນ, ​ເປັນ​ການ​ອະນຸລັກ ​ແລະ ສ້າງ​ເປັນ​ແຫຼ່ງ​ເຕົ້າ​ໂຮມຊະນິດ​ພັນ​ໄມ້ ທີ່​ມີ​ຄຸນຄ່າ ​ແລະ ຫາ​ຍາກ ​ໃນ ສປປລາວ, ປະກອບສ່ວນ​ປັບປຸງ​ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ ​ໃຫ້​ກາຍ​ເປັນ​ເຂດ​ຂຽວ ຫຼື ​ເປັນ​ປອດ​ຫາຍ​ໃຈ ຂອງ​ຊາວ​ນະຄອນຫຼວງວຽງຈັນ.

ໃນ​ປີ 2020 ກົມ​ປ່າ​ໄມ້ ກໍ່ຄື​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ກຳນົດ​ແຜນ​ການ​ປູກ​ໄມ້ທັງໝົດ​ໃນ​ທົ່ວ​ປະ​ເທດ 10.000 ​ເຮັກຕາ. ສະ​ເພາະ​, ສວນພຶກສາສາດ​ນີ້ ທາງ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້ຮັບມອບໝາຍ​ໃຫ້​ປູກ​ຕົ້ນ​ໄມ້ ​ໃນ​ເນື້ອທີ່​ 136 ​ເຮັກຕາ ຂອງ​ຈຳນວນ​ເນື້ອທີ່​ທັງໝົດ 268 ​ເຮັກຕາ, ​ໃຫ້​ສຳ​ເລັດ​ໃນ​ໄລຍະ​ເວລາ 4 ປີສຳລັບ​ປີນີ້​ແມ່ນ​ຈະ​ປູກ​ໃຫ້​ສຳ​ເລັດ 94 ​ເຮັກຕາ (ປູກ​ເປັນ​ສວນ​ບຸກ​ເບີກ​ກ້ຽງ 20 ເຮັກ ຕາ ​ແລະ ປູກ​ເປັນ​ແລວ 74 ​ເຮັກຕາ),​ໂດຍ​ການສະໜອງງົບປະມານ​ຈາກ ກອງ​ທຶນ​ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມ​ໂລກ, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ. ​ພິທີ​ໃນ​ມື້ນີ້​ໄດ້​ຮ່ວມກັນ​ປູກ​ໄມ້ ໃນ​ເນື້ອທີ່ປະມານ 3 ​ເຮັກ, ​ເຊິ່ງຊະນິດ​ພັນ​ໄມ້​ທີ່​ນຳ​ມາ​ປູກ ມີ 5 ຊະນິດ​ຄື: ​ໄມ້​ຂະ​ຍຸງ, ​ໄມ້​ດູ່, ​ໄມ້​ແຕ້​ຂ່າ, ​ໄມ້ຍາງ, ໄມ້​ແຄນ ​ແລະ ຈຳນວນ​ເບ້ຍ​ໄມ້​ທີ່​ນຳ​ມາ​ປູກ​ທັງໝົດ ປະມານ 1.200 ຕົ້ນ.

 

ການ​ປູກ​ຕົ້ນ​ໄມ້ ​ແມ່ນ​ພັນທະ ​ແລະ ໜ້າທີ່​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ

ຈົ່ງ​ຊ່ວຍ​ກັນ​ປູກ​ຕົ້ນ​ໄມ້ ​ແລະ ປົກ​ປັກຮັກສາ​ປ່າ​ໄມ້ ​ໃຫ້​ອຸດົມສົມບູນ​ຕະຫຼອດ​ໄປ

ເຖິງ​ເວລາ​ແລ້ວ ທີ່​ພວກ​ເຮົາຈະ​ຕ້ອງຮ່ວມກັນ ປົກ​ປັກຮັກສາ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ

ພາບແບະຂ່າວໂດຍ: ພະແນກໂຄສະນາແລະຂ່າວສານ

ກອງປະຊຸມວິທະຍາສາດສາກົນທີ່ປະເທດອິນເດຍ ກ່ຽວກັບການບໍລິການສະພາບພູມອາກາດໃຫ້ແກ່ວຽກກະສິກຳໃນລາວ LaCSA

20200302
ກອງປະຊຸມລະດັບສາກົນຄັ້ງທີ່ VI ກ່ຽວກັບການບໍລິການດິນຟ້າອາກາດໄດ້ໄຂຂຶ້ນຢ່າງເປັນທາງການທີ່ເມືອງປູນີ, ປະເທດອິນເດຍ, ໃນລະຫວ່າງວັນທີ 11-13 ກຸມພາ 2020. ໂດຍມີທ່ານ ວຽງໄຊ ມະນີວົງ ຜູ້ຊ່ຽວຊານດ້ານວຽກ​ງານ​ອຸ​ຕຸ​ກະ​ເສດລະດັບປະເທດຂອງລາວ ແລະ ທັງເປັນຜູ້ອຳນວຍການໂຄງການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ລະ​ບົບ​ຂໍ້​ມູນຂ່າວ​ສານ ແລະ ການ​ຕິດ​ຕາມສະພາບ​ອຸ​ຕຸ​ກະ​ເສດເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນ ແປງດິນຟ້າອາກາດແລະການຄ້ຳປະກັນສະບຽງອາຫານຂອງ ສປປ ລາວ (SAMIS) ທີ່ສະໜັບສະໜູນທຶນ​ໂດຍກອ​ງ​ທືນສິ່ງແວດລ້ອມໂລກ ແລະ ບັນດາຜູ້ແທນຈາກຫຼາຍປະເທດເຂົ້າຮ່ວມ.ໃນທີ່ປະຊຸມ ໄດ້ຮ່ວມມືກັນເຮັດວຽກການບໍລິການດ້ານສະພາບອາກາດ ແລະ ໄດ້ສົນທະນາກັນໃນຫຼາຍບັນຫາ ແນ່ໃສ່ເພື່ອປັບປຸງການບໍລິການດ້ານສະພາບອາກາດຢ່າງເໝາະສົມຕາມສະພາບການໃຫ້ມີລັກສະນະທັນສະ​ໄໝ.ເປ້ົ້າໝາຍຂອງການສຳມະນາເພື່ອສົ່ງເສີມເຮັດໃຫ້ການຕິດຕໍ່ພົວພັນແບບມີສ່ວນຮ່ວມ ລະຫວ່າງຜູ້ໃຫ້ບໍລິການຂໍ້ມູນຂ່າວສານດ້ານພູມອາກາດ, ຜູ້ຕັດສິນໃຈ ແລະ ນະໂຍບາຍພາກຊຸມຊົນ ລວມທັງການຜັນຂະຫຍາຍຂໍ້ມູນຂ່າວສານດ້ານພູມອາກາດ ເພື່ອປັບປຸງໝາກຜົນໄດ້ຮັບການພັດທະນາ.

ໃນການສຳມະນາທ່ານ ວຽງໄຊ ມະນີວົງ ໄດ້ສະເໜີ ກ່ຽວກັບລະບົບການບໍລິການສະພາບອາກາດເຂົ້າໃສ່ໃນວຽກກະສິກຳ (LaCSA), ລວມທັງນຳສະເໜີ ລາຍການຂ່າວ ພະຍາກອນອາກາດລະດູການ ປະຈຳ 6 ເດືອນ ແລະ ຕົວຢ່າງຂອງຂ່າວພະຍາກອນອາກາດປະຈຳທິດເພື່ອບໍລິການສະພາບອາກາດແກ່ຊາວກະສິກອນ.ນອກຈາກນີ້, ຍັງໄດ້ນຳສະເໜີກ່ຽວກັບໂຄງການຕົວແບບທີ່ໄດ້ຈັດຕັ້ງປະຕິບັດໃນຫຼາຍແຫ່ງ ກ່ຽວກັບການສະໜອງຂໍ້ມູນສະພາບອາກາດໃຫ້ແກ່ຊາວກະສິກອນ ໂດຍສະເພາະແມ່ນ ແຂວງຫລວງນ້ຳທາ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ແຂວງ ວຽງຈັນ. ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO)ໄດ້ໝູນໃຊ້ຫລາຍວີທີການ ເປັນຕົ້ນໂຮງຮຽນຊາວນາກໍ່ໄດ້ນຳໃຊ້ເຂົ້າໃນວີທີການດັ່ງກ່າວ. ນອກນັ້ນ, ປົດສະເຕີດ້ານສະພາບອາກາດກໍ່ໄດ້ຮັບການພັດທະ ນາຂຶ້ນໂດຍຮ່ວມມືກັບໂຄງການອາຫານໂລກ (WFP) ໃນໂຮງຮຽນຕົວແບບ 5 ແຫ່ງ.

ຜົນໄດ້ຮັບອັນພົ້ນເດັ່ນໃນໄລຍະຜ່ານມາ ເຖິງປະຈຸບັນຄືການນຳໃຊ້ລະບົບໂທລະໂຄ່ງໃນຊຸມຊົນເພື່ອການປະຊາສຳພັນຂ່າວໃຫ້ກັບໝູ່ບ້ານ 20 ແຫ່ງ ເຊິ່່ງເປັນບ້ານທົດລອງ ໂດຍມີຜູ້ໄດ້ຮັບຜົນປະໂຫຍດໂດຍປະມານ 25,295 ຄົນ ເທົ່າກັບ 67,3% ຂອງຊາວກະສິກອນທັງໝົດໃນບ້ານເປົ້າໝາຍຂອງໂຄງການ. ພ້ອມດຽວກັນນີ້, ບັນດາສື່ສັງຄົມອອນລາຍເປັນທີ່ນິຍົມຫລາຍ ແລະ ມີປະສິດທິພາບສູງ ກໍ່ຄືເຟສບຸກກໍ່ໄດ້ນຳໃຊ້ເຂົ້າໃນການໂຄສະນາຂ່າວພະຍາກອນອາກາດໃຫ້ຜູ້ຊົມຈຳນວນຫລາຍໃນນະຄອນຫຼວງວຽງຈັນລວມມີຜູ້ເຂົ້າຊົມທັງໝົດເກີນ 100,000 ຄົນສົ່ງຜົນເຮັດໃຫ້ມີຜູ້ຕິດຕາມຫນ້າເຟສບຸກປະມານ 2,714 ຄົນ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ກອງປະຊຸມລິເລີ້ມໂຄງການ ກະສິກຳ ທີ່ຊານສະຫຼາດ ປັບໂຕເຂົ້າສະພາບອາກາດ ການຜະລິດກະສິກຳເຂດເນີນສູງ ຂອງ ສປປລາວ

70344216_525249154910826_2729304390639812608_n (1)

ໃນທ້າຍອາທິດ ຜ່ານມາ ທີ່ໂຮງແຮມ ວຽງຈັນພລາຊ້າ ນະຄອນຫລວງວຽງຈັນ, ໄດ້ມີການຈັດກອງປະຊຸມລິເລີ້ມກະກຽມໂຄງການ ທາງເລືອກກະສິກຳທີ່ຊານສະຫຼາດເພື່ອປັບໂຕໃຫ້ເຂົ້າກັບສະພາບອາກາດ ສຳລັບລະບົບການຜະລິດກະສິກຳເຂດເນີນສູງ ໃນ ສປປ ລາວ. ໂດຍການເປັນປະທານຮ່ວມ ຂອງ ທ່ານ ສະຫວັນ ຫານພົມ, ຮອງຫົວໜ້າກົມແຜນການ ແລະ ການເງີນ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ. Nasar Hayat ຜູ້ຕ່າງໜ້າຈາກ ອົງການອາຫານແລະການກະເສດແຫ່ງ ສະຫະປະຊາຊາດ (FAO) ປະຈຳ ສປປ ລາວ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ໂຄງການດັ່ງກ່າວ ເປັນການຮ່ວມມືກັບກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ຊື່ງເປັນໜ່ວຍງານປະສານງານຫລັກຂອງໂຄງການ GEF. ໂຄງການດັ່ງກ່າວນີ້ ດຳເນີນກ່ຽວກັບ ການສົ່ງເສີມ ແນວທາງ ນຳໃຊ້ທີ່ດິນທີ່ຊານສະຫຼາດ ລວມທັງການປັບໂຕເຂົ້າກັບສະພາບພູມມີອາກາດຫລາຍຂື້ນ ນອກນັ້ນ, ໂຄງການນີ້ຍັງຈະນຳເອົາແນວທາງ ແລະ ວິທີການປະຕິບັດ ເຂົ້າ ໃນການວາງແຜນນຳໃຊ້ທີ່ດິນ. ຊື່ງຈະຊ່ວຍສ້າງລະບົບຕ່ອງໂສ້ມູນຄ່າສິນຄ້າທີ່ສາມາດປັບໂຕ ເຂົ້າກັບການປ່ຽນແປງສະພາບພູມມີອາກາດ, ປັບປຸງຄວາມສາມາດຂອງຊາວກະສິກອນ ແລະ ຊຸມຊົນທ້ອງຖີ່ນເຂດເນີນສູງທາງພາກເໜືອ ຂອງ ສປປ ລາວ.

ໃນທີ່ປະຊຸມ, ໄດ້ມີການນຳສະເໜີກ່ຽວກັບ ພາບລວມຂອງກິດຈະກຳໂຄງການ ແລະ ກອບການດຳເນີນງານຂອງໂຄງການ. ພ້ອມທັງ ປະກອບຄຳຄິດຄຳເຫັນຈາກພາກສ່ວນທີ່ກ່ຽວຂ້ອງ, ການລິເລີ້ມ ແລະ ຈັດຫາແຫລ່ງທຶນ, ປຶກສາຫາລື ກ່ຽວກັບການກຳນົດຂັ້ນຕອນ ແລະ ກຳນົດໝາຍສຳລັບໄລຍະເວລາຂອງໂຄງການນຳອີກ.

ພາບແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ກອງປະຊຸມໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ

  opening

ກອງປະຊຸມຂອງໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ ຄັ້ງທີ 3 ປະຈໍາປີ 2019 ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2019 ຢູ່ທີ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້. ໃຫ້ກຽດເປັນປະທານໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ນ. ຟໍຣົງ ຊອງບຼອງ-ຣີສະເລີ ເອກອັກຄະລັດຖະທູດຝຣັ່ງປະຈໍາລາວ, ທ່ານ ນາສາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະການກະເສດປະຈໍາລາວ. ມີຄະນະກໍາມະການຊີ້ນຳ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າຈາກເຄື່ອຂ່າຍຊາວກະສິກອນລາວ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ ໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໂຕະມົນ 2018 , ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 8 ແລະກະກຽມ ຄັ້ງທີ 9. ພ້ອມທັງປຶກສາຫາລືເພື່ອຊອກຫາວິທີການແກ້ໄຂ ກ່ຽວກັບບັນຫາການລະບາດຂອງໜອນ ແລະ ພະຍາດອະຫິວາໝູອະຟຣິກາ ຢູ່ໃນ ສປປລາວ, ປຶກສາຫາລືກ່ຽວກັບການສຳຫລວດຂໍ້ມູນທາງດ້ານ ສະຖິຕິກະສິກໍາ ຂອງລາວ, ຊື່ງເປັນໜ້າວຽກໜຶ່ງທີ່ສໍາຄັນ ທີ່ຈະໄດ້ປະກອບສ່ວນເຂົ້າໃນການສ້າງແຜນພັດທະນາກະສິກຳ ແລະ ປ່າໄມ້ ໄລຍະ 5 ປີຕໍ່ໜ້າ. ໂອກາດນີ້ ທ່ານ ປອ. ພວງປຣະຣິສັກ ປຣະວົງວຽງຄຳ ໄດ້ກ່າວວ່າ: ມັນມີຄວາມຈຳ ເປັນຢ່າງຮີບດ່ວນທີ່ຈະຕ້ອງມີນະໂຍບາຍ ແລະ ມາດຕະການ ການຮັບມື ເພື່ອຊ່ວຍຊາວກະສິກອນຂະໜາດນ້ອຍ ທີ່ຕໍ່ສູ້ກັບບັນຫາໄພຂົ່ມຂູ່ດ້ານຄວາມໜັ້ນຄົງທາງຊີວະນາໆພັນເຊັ່ນ: ການລະບາດຂອງໜອນ, ພະຍາດອະຫິວາໝູ ອະຟຣິກກາ ແລະ ເພື່ອຫລຸດຜ່ອນຜົນກະທົບດ້ານລົບຕໍ່ກັບການດຳລົງຊີວິດໃນເຂດຊົນນະບົດ. ກອງປະຊຸມໄດ້ດຳເນີນໄປເປັນເວລາໜຶ່ງວັນຈຶ່ງສໍາເລັດລົງ.

ພາບແລະຂ່າວ ໂດຍ ພະແນກໂຄສະນາ ແລະ ຂ່າວສານ

ສອງກະຊວງຮ່ວມກັນປູກຕົ້ນໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

 

_MG_1135On Webເພື່ອເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດຍຸດທະສາດປ່າໄມ້ ແຕ່ນີ້ ຮອດປີ 2020 ຂອງກະຊວງກະສິກຳ ແລະ ປ່າໄມ້ ກໍ່ຄືຂອງລັດຖະບານ ໃນການເພີ່ມຄວາມປົກຫຸ້ມຂອງເນື້ອທີ່ປ່າໄມ້ໃຫ້ໄດ້ 70 % ແລະ ປູກໄມ້ໃຫ້ໄດ້ 500,000 ເຮັກຕາ ຮອດປີ 2020 ໃຫ້ປະກົດຜົນເປັນຈິງ ລັດຖະບານໄດ້ກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆປີເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ພ້ອມທັງເປັນການສະເຫຼີມສະຫຼອງວັນສິ່ງ ແວດລ້ອມໂລກ ວັນທີ 5 ມິຖຸນາ ທີ່ຈະມາເຖີງນີ້. ດັງນັ້ນ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຫັນໄດ້ຄວາມສຳຄັນຂອງສອງວັນດັ່ງກ່າວ ຈິ່ງໄດ້ຈັດພິທີປູກຕົ້ນໄມ້ ທີ່ ສ່ວນພືກສາ ເຂດຫວ້ຍຢາງ-ດົງໝາກຄາຍ ໃຫ້ກຽດເຂົ້າຮ່ວມພິທີປູກຕົ້ນໄມ້ໃນຄັ້ງນີ້ມີ ພະເຖລານຸເຖລະ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນອກ ນັ້ນ ຍັງມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງມະຫາຊົນ, ບັນ ດາບໍລິສັດ, ນັກຮຽນ-ນັກສຶກສາ ລວມທັງອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ຈຸດປະສົງໃນການປູກຕົ້ນໄມ້ໃນຄັ້ງນີ້ກໍ່ເພື່ອປູກຈິດສຳນືກໃຫ້ທຸກຄົນມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້ ແລະ ຮັກສາສະພາບແວດລ້ອມໃຫ້ສວຍງາມ ເຫັນໄດ້ຄຸນປະໂຫຍດຂອງປ່າໄມ້ທີ່ມີຕໍ່ຄົນ ແລະ ສິ່ງທີ່ມີຊິວິດ ທັງເປັນ​ການ​ໂຄສະນາ​ເຜີຍ​ແຜ່ໃຫ້ມວນຊົນ ໃນການປົກປັກຮັກສາສິ່ງແວດລ້ອມ. ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ມີຈໍານວນ ທັງໝົດ 4 ພັນກວ່າຕົ້ນ ໃນນັ້ນມີ ໄມ້ດູ່ລາຍ, ໄມ້ແຕ້ຂ່າ, ໄມ້ຂະຍຸງ, ໄມ້ດູ່ເລືອດ, ໄມ້ປະດົງ, ໄມ້ຍາງ ແລະ ໄມ້ແຄນເຮືອ. ເພື່ອໃຫ້ຕົ້ນໄມ້ທຸກຕົ້ນທີ່ນຳມາປູກໃນຄັ້ງນີ້ໄດ້ເຕີບໃຫຍ່, ເປັນປ່າໄມ້ສີຂຽວ ແລະ ມີຄວາມຍືນຍົງກະຊວງກະສິກຳແລະ ປ່າໄມ້ ໃນນາມເປັນຂະແໜງການທີ່ຮັບຜິດຊອບໂດຍ ກົງຮຽກຮ້ອງມາຍັງບັນດາທ່ານຈົ່ງພ້ອມກັນປະກອບສ່ວນເຂົ້າໃນການບົວລະບັດຮັກສາຕົ້ນໄມ້, ປ້ອງກັນບໍ່ໃຫ້ໄຟ​ໄໝ້ລາມປ່າ​,ອານະໄມຕົວເມືອງ, ບໍ່​ຖີ້ມ ແລະ ບໍ່ຈູດ​ຂີ້ເຫຍື້ອຊະຊາຍ ທັງໝົດນີ້ ກໍ່ເພື່ອປະກອບສວ່ນໃນການ​ອະນຸລັກ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ເພື່ອສ້າງປະເທດລາວ ຂຽວ ສະອາດ ງາມຕາ

 

ພາບແລະ ຂ່າວໂດຍ ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ