5 ບ້ານ ຂອງເມືອງບົວລະພາ ແຂວງຄຳມ່ວນ ຮັບຮອງເປັນບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້

48407912_605467796538955_5807989012006174720_n55 48423722_2425221504157950_5716917786727415808_n77

           ເພື່ອພັດທະນາວຽກງານກະສິກຳ ແລະ ປ່າໄມ້ ໃຫ້ມີຜົນສຳເລັດຕາມແນວທາງ ແລະ ນະໂຍບາຍຂອງພັກ-ລັດ ກໍ່ຄື ການປະຕິບັດ ແຜນງານຄ້ຳປະກັນດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ຂອງກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງອອກໃຫ້ປະກົດຜົນເປັນຈິງ. ໃນວັນທີ 20 ທັນວາ 2018 ທີ່ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ມີພິທີປະກາດຮັບຮອງບ້ານແບບຢ່າງທາງດ້ານກະສິກຳ ແລະ ປ່າໄມ້ ພັດທະນາຂຶ້ນ. ໂດຍການເປັນປະທານ ຂອງ ທ່ານ ອຸໃດ ສຸດາພອນ ເຈົ້າແຂວງຄຳມ່ວນ, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ , ທ່ານ ເຈົ້າເມືອງບົວລະພາ, ບັນດາຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. ມີບັນດາຫົວໜ້າພະແນກການອອ້ມຂ້າງແຂວງ, ພ້ອມດ້ວຍພະນັກງານທີ່ກຽ້ວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພອ້ມພຽງ. ຈຸດປະສົງເພື່ອປະກາດບ້ານແບບຢ່າງທາງດ້ານກະ ສິກຳ ແລະ ປ່າໄມ້ ພັດທະນາ ເຊິ່ງໃນການປະກາດຄັ້ງນີ້ ມີ 5 ບ້ານ ຄື: ບ້ານ ນາເປງ, ບ້ານນາພະນັງ, ບ້ານ ຕະຫຼອງ, ບ້ານທົ່ງຂາມ ແລະ ບ້ານຫຼັງຄັງ ຂອງເມືອງບົວລະພາ ແຂວງຄຳມ່ວນ.

   49180791_2207185116210769_2049454601471524864_n88 48418883_275833886430101_4928303864957894656_n66

     ໃນພິທີ ບັນດາແຂກທີ່ເຂົ້າຮ່ວມໄດ້ຮັບຊົມການສະ ແດງການເດີນຂະບວນຂອງບັນດາບ້ານທີ່ຖືກຮັບຮອງ ພ້ອມທັງຮັບຊົມການສາທິດການລາດຕະເວນຂັ້ນບ້ານໃນເຂດສະ ຫງວນ ຫີນໜາມໜໍ່​ ແລະ ບັນດາບົດຟ້ອນຕ່າງໆທີ່ຄະນະຈັດງານນຳມາສະແດງໃນງານດັ່ງກ່າວ. ຈາກນັ້ນ ທ່ານ ເຈົ້າເມືອງບົວລະພາກໍ່ໄດ້ ຂຶ້ນກ່າວເປີດພິທີ ພ້ອມທັງກ່າວຕ້ອນຮັບບັນດາແຂກທີ່ເຂົ້າຮ່ວມ ໃນໂອກາດດັ່ງກ່າວຕາງໜ້ານາຍບ້ານ 5 ບ້ານທີ່ຖືກຮັບຮອງ ເປັນບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນກ່າວຜົນຂອງການຈັດຕັ້ງປະຕິບັດເປັນຕົ້ນ: ການສະຫຼູບຕິລາຄາຈາກ ການ ເກັບກຳ ສັງລວມຂໍ້ມູນຂອງບັນດາບ້ານ ບວກກັບມູນເຊື້ອດຸໝັ່ນຂະຫຍັນພຽນຂອງປະຊາຊົນພາຍໃນບ້ານ, ບັນດາພື້ນຖານໂຄງລ່າງ ທາງດ້ານກະສິກຳ ແລະ ລາຍຮັບຂອງປະຊາຊົນ ແມ່ນບໍ່ໃຫ້ຫຼຸດຕາມມາດຕະຖານຄອບຄົວກະສິກຳ ສະບັບເລກທີ 0837/ກປ ໄດ້ກຳນົດ. ເພື່ອເຮັດໃຫ້ ພິທີມີຄວາມໝາຍຄວາມສຳຄັນນັ້ນ ທ່ານ ເຈົ້າເມືອງບົວລະພາໄດ້ມອບໃບຢັ້ງຢືນບ້ານທີ່ສຳເລັດການຈັດສັນທີ່ດິນກະ ສິກຳ ແລະ ປ່າໄມ້ ແລະ ໃນເວລາຕໍ່ມາ ທ່ານ ເຈົ້າແຂວງຄຳມ່ວນກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້ ໂດຍ ການຂຶ້ນຮັບຂອງນາຍບ້ານ 5 ບ້ານ. ເພື່ອຢັ້ງຢືນເຖີງຜົນການຮັບຮອງເປັນບ້ານແບບຢ່າງດ້ານກະສິກຳ ແລະ ປ່າໄມ້ນັ້ນ ທ່ານ ເຈົ້າ ແຂວງ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ເປັນກຽດ ຕັດແຖບຜ້າ ເປີດປ້າຍບ້ານກະສິກຳ ແລະ ປ່າໄມ້ ພ້ອມທັງລັ່ນຄ້ອງ 9 ບາດແລະ ຈາກນັ້ນກໍ່ໄດ້ລົງຢຽ້ມຢາມຄອບຄົວຕົວແບບ ທີ່ທຳການຜະລິດກະສິກຳເປັນສິນຄ້າອີກດ້ວຍ.

ໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ