ແຜນທີ່ ຄວາມປົກຫຸ້ມທີ່ດິນກະສິກຳ ສະບັບທໍາອິດ ຂອງ ສປປ ລາວ

ແຜນທີ່ການປົກຫຸ້ມພື້້ນທີ່ປູກພືດກະສິກຳ ສະບັບທໍາອິດຂອງກະຊວງກະສິກຳ ແລະ ປ່າໄມ້  ແມ່ນຖືກພັດທະນາ ແລະ ສ້າງຂຶ້ນໂດຍການຮ່ວມມືກັນ ລະຫວ່າງ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກຳ (ຄພດກ) ແລະ ອົງການອາຫານ ແລະ ການກະ​ເສດແຫ່ງສະ​ຫະ​ປະ​ຊາຊາດ (FAO) ພ້ອມດ້ວຍຄະນະທີມງານສະເພາະດ້ານທີ່ກ່ຽວຂ້ອງ (ທີມງານຊ່ຽວຊານ) ດ້ວຍການນໍາໃຊ້ເຄ່ືອງມືອຸປະກອນ​ທີ່ທັນສະ​ໄໝ ແລະ ຂໍ້ມູນທາງວິທະຍາສາດທີ່ມີຄວາມຊັດເຈນສູງ ເຂົ້າໃນຂະບວນການເຮັດວຽກໃນຂັ້ນຕອນຕ່າງໆ. ແຜນທີ່ດັ່ງກ່າວແມ່ນຖືກສ້າງຂຶ້ນນມາ ບົນພື້ນຖານ ການຕອບສະໜອງຄວາມຕ້ອງການຫຼາຍໆດ້ານຂອງສັງຄົມ (ການຄຸ້ມຄອງ, ການຄົ້ນຄວ້າ, ການກໍານົດ-ການອອກນະໂຍບາຍດ້ານກະສິກຳ), ການພັດທະນາດ້ານເສດຖະກິດ-ສັງຄົມ, ການປົກປັກຮັກສາ – ​ການອະນຸລັກສິ່ງແວດລ້ອມຂອງລັດຖະບານ ແລະ ຮາກຖານການຜະລິດໃນປະຈຸບັນ ແລະ ອານາຄົດ.   ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກຳ ໂດຍສູນສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກຳ (ສດກ) ແລະ ຄະນະທີມງານຊ່ຽວຊານ ຂອງໂຄງການຊາມິສ ພາຍໃຕ້ອົງປະກອບທີ່ 2 ວ່າດ້ວຍ’’ລະບົບການຄຸ້ມຄອງຂໍ້ມູນ-ຂ່າວສານດ້ານຊັບພະຍາກອນດິນ (LRIMS)” ໄດ້ຜະລິດຊຸດແຜນທີ່ຄວາມປົກຫຸ້ມທີ່ດິນກະສິກໍາ ສະບັບທໍາອິດໃນ ສປປ ລາວ ຂື້ນ (ແຜນທີ່ດັ່ງກ່າວແມ່ນໄດ້ສ້າງຂື້ນດ້ວຍລະ​ບົບໂປ​ແກຼມປັນຍາປະ​ດິດ). ສຳລັບເຕັກນິກ ທາງປັນຍາປະ​ດິດ ແມ່ນການເຝິກໃຫ້ລະ​ບົບຄອມພິວເຕີ​ຮຽນຮູ້ກ່ຽວ​ກັບບາງສິ່ງ ໃນກໍ​ລະ​ນີ​ນີ້ແມ່ນສີຂອງພືດປົກ ຫຸ້ມ. ທີມຊ່ຽວຊານຈາກກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກຳ ໄດ້ປັບສູນການຄິດໄລ່ປະ​ມວນຜ​ົນທີ່​ມີ​ຊື່​ວ່າ: Random Forest ໃຫ້ສາ​ມາດຈຳແນກສີພື້ນທີ່ການປົກຫຸ້ມຂອງການປູກ​ພືດໃນລາວ ແທນທີ່ການຈຳແນກ ປ່າໄມ້ຕາມສູດ ຊຸດເຄື່ອງມື​ໄດ້ນຳໃຊ້ຈຸດທົດສອບໃຫ້ລະ​ບົບຫຼາຍກ່​ວາ 1000 ຈຸດ ຈາກທົ່ວປະ​ເທດລາວ.

 

ແຜນທີ່ຊະນິດດັ່ງກ່າວນີ້ ແມ່ນສະແດງໃຫ້ເຫັນພາບໂດຍລວມຂອງການນໍາໃຊ້ທີ່ດິນກະສິກຳໃນປະຈຸບັນ ໂດຍໄດ້ລວມເອົາບັນດາລະບົບການຜະລິດຕົ້ນຕໍຂອງ ສປປ ລາວ ເຊັ່ນ: ພື້ນທີ່ເຮັດນາ; ປູກພືດປະຈໍາປີ; ດິນກະສິກຳເຂດເນີນສູງ (ການຜະລິດແບບໝູນວຽນເຂດເນີນສູງ); ປູກສາລີ; ມັນຕົ້ນ; ອອ້ຍ; ສວນປູກຊາ; ສວນປູກກາເຟ; ສວນປູກໄມ້ໃຫ້ໝາກ ແລະ ສວນປູກຝັງອື່ນໆເຂົ້າໄວ້ດ້ວຍກັນ ຊຶ່ງໄດ້ສ້າງສໍາເລັດ ໃນປີ 2019 ຊຸຸດແຜນທີ່ຄວາມປົກຫຸ້ມການປູກພືດກະສິກຳນີ້ ມີຄວາມເໝາະສົມ ແລະ ສາມາດນໍາໃຊ້ເຂົ້າໃນຫຼາຍວຽກງານເຊັ່ນ: ການປະເມີນ ແລະ ຄາດຄະເນການນໍາ​ໃຊ້ດິນກະສິກຳ, ຕິດຕາມການປ່ຽນ​ແປງຂອງສະພາບແວດລ້ອມ ແລະ ໄ​ພພິບັດ​ທາງທໍາມະຊາດ, ວາງແຜນການພັດທະນາ ແລະ ນະໂຍບາຍດ້ານກະສິກຳ, ດ້ານເສດຖະກິດ-ສັງຄົມ ແລະ ອື່ນໆ. ປະຈຸບັນຂໍ້ມູນດັ່ງກ່າວ ສາມາດເຂົ້າເຖີງໄດ້ໂດຍຜ່ານຊ່ອງທາງຕ່າງໆ ເຊັ່ນ: website ຂອງ ອົງການ ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (FAO), ກົມ​ຄຸ້ມ​ຄ້ອງ ແລະ ພັດ​ທະ​ນາ​ທີ່​ດິນ​ກະ​ສິ​ກຳ, Lao44 ແລະ LaoFAB.

ຂໍ້ສະຫຼູບກ່ຽວກັບແຜນທີ່  ແລະ ຂອບເຂດການໍາໃຊ້

ຂອບໃຈ!

ປ​ື້ມແມ່ນມີຢູ່ທ​ີ່ ເວັບແພກຂອງ ແຊມມິດ

https://www.fao.org/documents/card/en/c/CA9960EN/

ປື້ມແຜນທີ່ແມ່ນຢູ່ໃນໄລ​ຍະກະ​ກຽມ.

ພາບຂ້າງລຸ່ມນີ້ແມ່ນສະ​ແດງໃຫ້ເຫັນສູດ Random Forest ເຮັດວຽກແນວໃດ.

ນີ້ແມ່ນວິ​ດີ​ໂອ​ກ່ຽວກັບ Random Forest

https://www.youtube.com/watch?v=v6VJ2RO66Ag

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ