ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບການພົບປະຂອງທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ ແລະ ທູດກິດຕິມະສັກ ຂອງປະເທດເກົາຫຼີ

IMG_0040

             ໃນອາທິດຜ່ານມາ, ຢູ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດຕ້ອນຮັບການພົບປະຂອງ ທ່ານ ນ.ຟຣໍເລນ ຢີນບຼັນ ຣິສເລີ ເອກອັກຄະລັດຖະທູດຝຣັ່ງ ຄົນໃໝ່ ປະຈໍາລາວ. ພ້ອມນີ້, ມີບັນດາຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

             ຈຸດປະສົງໃນການພົບປະຄັ້ງນີ້ ເພື່ອລາຍງານກ່ຽວກັບການຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ຝຣັ່ງ ຄົນໃໝ່ ປະຈໍາລາວ ແລະ ປຶກສາຫາລືກ່ຽວກັບວຽກງານການຮ່ວມມືໃນໄລຍະຜ່ານມາ. ລວມທັງ, ການໃຫ້ຄວາມຊ່ວຍເຫຼືອ ແລະ ສະໜັບສະໜູນ ການຈັດຕັ້ງປະຕິບັດວຽກງານໃນຂະແໜງການກະສິກໍາ ລະຫວ່າງ ລັດຖະບານຝຣັ່ງ ແລະ ສປປ ລາວ ໃນໄລຍະຜ່ານມາ . ໂອກາດນີ້, ທັງສອງຝ່າຍ ຍັງໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການຂະຫຍາຍການຮ່ວມມື ແລະ ປຶກສາຫາລືການກະກຽມກອງປະຊຸມໂຕະມົນ ກ່ຽວກັບ ວຽກງານຂະແໜງການກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ທີ່ຈະໄດ້ຈັດຂຶ້ນໃນເດືອນຕຸລາ 2018 ນີ້ ນໍາອີກ.

         ໃນເວລາຕໍ່ມາ, ທ່ານຮອງລັດຖະມົນຕີຍັງໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານນາງຍູຮອນຊຸບ, ທູດກິດຕິມະສັກທັງເປັນປະທານສະມາຄົມວັດທະນະທໍາແຫ່ງປະເທດເກົາຫຼີ, ຈຸດປະສົງຂອງການພົບປະຄັ້ງນີ້ເພື່ອເປັນການປຶກສາຫາລືສອງຝ່າຍກ່ຽວກັບການຈະເຂົ້າມາໃຫ້ການຊ່ວຍເຫຼືອຂອງຝ່າຍເກົາຫຼີໃນດ້ານວຽກງານການສົ່ງເສີມດ້ານການປູກຝັງແລະພັດທະຊົນນະບົດຢູ່ລາວ, ໂດຍສະເພາະແມ່ນການສ້າງສູນຄົ້ນຄວ້າການປູກພືດເຂດໜາວຢູ່ເມືອງປາກຊ່ອງແຂວງຈໍາປາສັກຂອງສປປລາວເພື່ອເປັນສູນໃຫ້ຄວາມຮູ້ແລະຖ່າຍທອດເຕັກນິກແກ່ຊາວກະສິກອນເພື່ອນໍາໃຊ້ເຂົ້າໃນການພັດທະນາວຽງານການປູກຝັງຢູ່ລາວໃຫ້ມີຄວາມທັນສະໄໝສາມາດຕອບສະໜອງດ້ານຜົນຜະລິດທີ່ໄດ້ທັງປະລິມານແລະຄຸນນະພາບອອກສູ່ຕະຫຼາດພາຍໃນແລະຕ່າງໆປະເທດ.

ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ