ສໍາມະນາວິຊາການປ້ອງກັນພືດ ກ່ຽວກັບການຄວບຄຸມສັດຕູພືດ ແບບປອດສານພິດ ທີ່ທັນສະໄໝ

200920183   200920184

ໃນທ້າຍອາທິດຜ່ານມາ, ກົມປູກຝັງ, ກະຊວງກະສິກໍາ ແລະປ່າໄມ້ ແລະ ສະຖາບັນປ້ອງກັນພືດ, ສະຖາບັນການສຶກສາວິທະຍາສາດດ້ານກະສິກໍາ ແຫ່ງ ສປ.ຈີນ. ໄດ້ຈັດກອງປະຊຸມສໍາມະນາວິຊາການປ້ອງກັນພືດ ກ່ຽວກັບການຄວບຄມສັດຕູພືດແບບປອດສານພິດທີ່ທັນສະໄໝ ຂຶ້ນຢູ່ໂຮງແຮມລ້ານຊ້າງ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ, ທ່ານ ຢາງເຄິ ເຊັງ ຮອງຫົວໜ້າສະຖາບັນປ້ອງກັນພືດ, ສະຖາບັນການສຶກສາວິທະຍາສາດດ້ານກະສິກໍາ ແຫ່ງ ສປ. ຈີນ. ມີຜູ້ເຂົ້າຮ່ວມມາຈາກ ຄະນະກະເສດສາດນາບົງ, ວິ ທະຍາໄລເຕັກນິກກະສິກໍາແຂວງວຽງຈັນ, ດົງຄໍາຊ້າງ ແລະເຈົ້າໜ້າທີ່ຈາກດ່ານກັກກັນພືດເຂົ້າຮ່ວມຢ່າງພ້ອມພຽງ.

           ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ໄດ້ມີຄໍາເຫັນວ່າ: ກອງປະຊຸມສໍາມະນາຄັ້ງນີ້ ເປັນຄັ້ງທຳອິດ ທີ່ມີຄວາມໝາຍ ຄວາມສຳຄັນຢ່າງຍິ່ງໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນພືດຂອງ ສປປ.ລາວ. ຈຸດປະສົງກອງປະຊຸມສໍາມະນາຄັ້ງນີ້ ເພື່ອເປັນການຖອດຖອນບົດຮຽນ ແລະປະສົບການກ່ຽວກັບການປ້ອງກັນພືດ ແລະຄວບຄຸມສັດຕູພືດ ພ້ອມທັງຊອກວິທີການ, ມາດຕະການປ້ອງກັນ ແລະຄວບຄຸມສັດຕູພືດແບບປອດສານສານພິດ (ຫຼືສີຂຽວ) ໃຫ້ມີປະສິດທິພາບ ເປັນມິດຕໍ່ສິ່ງແວດລ້ອມ ເປັນທີ່ຍອມຮັບທາງດ້ານວິຊາການໃນພາກພື້ນ ແລະສາກົນ. ນອກນັ້ນໄດ້ລາຍງານຕື່ມວ່າ: ໄລຍະຜ່ານມາ, ວຽກງານປ້ອງກັນພືດ ຂອງ ສປປ ລາວ ໄດ້ຮັບການສະໜັບສະໜູນ ຊ່ວຍເຫຼືອດ້ານທຶນຮອນ, ເຕັກນິກວິຊາການດ້ານການປ້ອງກັນພືດ ຈາກ ສປ.ຈີນ ເຊັ່ນ: ວຽກງານການຄວບຄຸມຕັກແຕນຝຸງໄມ້ປ່ອງ ໃນ 5 ແຂວງພາກເໜືອຂອງລາວ, ໂຄງການຈັດການສັດຕູພືດແບບວິທະຍາໃນນາເຂົ້າ ແລະສວນສາລີ, ການຝຶກອົບຮົມສະເພາະດ້ານປ້ອງກັນ ແລະກັກກັນພືດ ຢູ່ ສປ.ຈີນ ລວມທັງໂຄງການອື່ນໆທີ່ກໍາລັງຈັດຕັ້ງປະຕິບັດໃນປັດຈຸບັນນໍາອີກ. ໂອກາດດັ່ງກ່າວນີ້, ຍັງໄດ້ສະເໜີໃຫ້ທີ່ປະຊຸມຈົ່ງເອົາໃຈໃສ່ຄົ້ນຄວ້າ, ປຶກສາຫາລື ແລະແລກປ່ຽນບົດຮຽນ ນໍາກັນ ເພື່ອນໍາເອົາຄວາມຮູ້ ແລະບົດຮຽນດັ່ງກ່າວໄປພັດທະນາ ນໍາໃຊ້ເຂົ້າໃນວຽກງານຕົນເອງຮັບຜິດຊອບ ໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ.

200920181

ຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ