ສປປ ລາວເປີດໂຮງງານປຸງແຕ່ງຄຸນນະພາບຊີ້ນແຫ່ງທໍາອິດ

13322070_511595692377549_2985278765335611175_n13393929_511595695710882_8095198020745013181_n

ສປປ ລາວເປີດໂຮງງານປຸງແຕ່ງຄຸນນະພາບຊີ້ນແຫ່ງທໍາອິດຫວັງຫລຸດຜ່ອນການນໍາເຂົ້າ ແລະ ຮັບປະກັນເຮັດໃຫ້ຄົນລາວໄດ້ຮັບປະທານອາຫານມີຄຸນນະພາບຄືກັບເອີລົບ ແລະ ອາເມລິກາເປີດໂຮງງານປຸງແຕ່ງຊີ້ນສົດລາວແຫ່ງທໍາອິດໃນ ສປປ ລາວຕັ້ງເປົ້າເບື້ອງຕົ້ນສະໜອງພາຍໃນ ແລະ ຫລຸດຜ່ອນການນໍ້າເຂົ້າຜະລິດຕະພັນຊີ້ນສໍາເລັດຮູບຈາກຕ່າງປະເທດ ຂະນະທີ່ ທ່ານ ໄຊພອນ ພຸດທະວົງ ປະທານບໍລິສັດເອັກພີການຄ້າລາວ-ຈີນຢືນຢັນວ່າ: ຈະນໍາໃຊ້ວັດຖຸດິບພາຍໃນ 100% ປ້ອນໂຮງງານແຫ່ງນີ້ເພື່ອສ້າງໂອກາດເຮັດໃຫ້ປະຊາຊົນມີລາຍຮັບ ແລະ ກະຈາຍຄວາມຮູ້ຢ່າງທົ່ວເຖິງ.

ພິທີເປີດເປີດໂຮງງານປຸງແຕ່ງຊີ້ນສົດລາວໄດ້ມີຂຶ້ນໃນວັນທີ 7 ມິຖຸນາ 2016 ທີ່ເຂດນໍ້າຊວງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຊີຢາຣໂຕ ເປແຕຣ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຂອງປະເທດຮົງກາລີ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ.


ໂຮງງານແຫ່ງດັ່ງກ່າວເລີ່ມຕົ້ນກໍ່ສ້າງແຕ່ປີຜ່ານມາ ປັດຈຸບັນນີ້ໄດ້ສໍາເລັດ 100% ໂດຍມີມູນກໍ່ສ້າງເກືອບ 2 ລ້ານໂດລາສະຫະລັດ ເຊິ່ງມີຈຸດປະສົງຜະລິດ ແລະ ປຸງແຕ່ອາຫານປະເພດຊີ້ນຫລາຍຊະນິດ ພິເສດແມ່ນໃສ້ກອກທີ່ນໍາໃຊ້ສູດປຸງແຕ່ຈາກເອີລົບພາຍໃຕ້ມາດຕະຖານສາກົນ, ຄວາມສາມາດການຜະລິດຂອງໂຮງງານແມ່ນຈະໜອງໝູປະມານ 50 ໂຕ/ມື້ ແລະ ງົວ 5 ໂຕ/ມື້ເພື່ອເຂົ້າໄປປຸງແຕ່ງເປັນອາຫານສໍາເລັດຮູບຕ່າງໆ. ພາຍຫລັງປຸງແຕ່ງສໍາເລັດຈາກໂຮງງານແມ່ນຈະໄດ້ແຈກ ແລະ ສົ່ງຕາມຮ້ານອາຫານ, ຮ້ານຂາຍເຄື່ອງ, ອົງການ, ຫ້ອງການ ແລະ ອື່ນໆໂດຍຕັ້ງລາຄາໃສ້ກອກໄວ້ປະມານ 60 ພັນກີບ/ກິໂລ.
ທ່ານ ໄຊພອນ ພຸດທະວົງ ປະທານບໍລິສັດເອັກພີການຄ້າລາວ-ຈີນບອກວ່າຕົນເອງໄດ້ໄປຮຽນຢູ່ປະເທດອາເມລິກາ ແລະ ເອີລົບມາແລ້ວກ່ຽວກັບວິທີການ ແລະ ຂະບວນການປຸງແຕ່ງອາຫານທີ່ມີຄຸນນະພາບລະດັບສົນ ສະນັ້ນມື້ນີ້ເປັນໂອກາດດີໄດ້ນໍາເອົາຄວາມຮູ້ແທ້ໆມາໝູນໃຊ້ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບປະທານໃສ້ກອກ ແລະ ອາຫານເອີລົບບໍ່ຕ່າງຫຍັງກັບປະເທດເຂົາເຈົ້າ.
ໂຄງການສ້າງໂຮງງານປຸງແຕ່ງຊີ້ນດັ່ງກ່າວພາຍໃຕ້ການຮ່ວມມືລະຫວ່າງລັດຖະບານລາວ-ຮົງກາລີເພື່ອຍົກສູງຜະລິດຕະພັນອາຫານ, ວຽກງານໂພສະນາການ ແລະ ຄວາມປອດໄພດ້ານອາຫານ ເຊິ່ງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານລາວ.
ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຮົງກາລີທີ່ໃຫ້ການຊ່ວຍເຫລືອທາງດ້ານວິຊາການກໍຄືການສະໜັບສະໜູນເງິນກູ້ແບບມີເງື່ອນໄຂໄລຍະທີ 1 ເປັນມູນຄ່າ 8 ລ້ານກວ່າໂດລາສະຫະລັດໃນຈັດຕັ້ງໂຄງການພັດທະນາດ້ານການລ້ຽງສັດ ການປະມົງ ແລະ ເງິນກູ້, ໄລຍະ 2 ຈໍານວນ 30 ລ້ານໂດລາສະຫະລັດເພື່ອຍົກສູງຄຸນນະພາບຄວາມປອດໄພຂອງຜະລິດຕະພັນສັດໃຫ້ແກ່ ສປປ ລາວ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ