ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບຜູ້ຕາງໜ້າຈາກ ບໍລິສັດຢຸນນານ

IMG_9597     IMG_9602

          ໃນວັນທີ 19 ກັນຍາ 2018 ນີ້, ຢູ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດຕ້ອນຮັບການພົບປະຂອງ ທ່ານ ລູໄຂຊີ ຮອງປະທານ ບໍລິສັດ ຢຸນນານວັດສະດຸ ຂາອອກ-ຂາເຂົ້າ ຈໍາກັດ ພ້ອມດ້ວຍຄະນະ. ພ້ອມນີ້, ມີຫົວໜ້າຫ້ອງການກະຊວງ, ກົມກ່ຽວຂ້ອງອ້ອມຂ້າງກະຊວງເຂົ້າຮ່ວມ.

      ໃນການພົບປະຄັ້ງນີ້, ທ່ານ ລູໄຂຊີ ຮອງປະທານ ບໍລິສັດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງບໍລິສັດໃນໄລຍະຜ່ານມາ ຊື່ງບໍລິສັດ ຢຸນນານວັດສະດຸ ຂາອອກ-ຂາເຂົ້າ ຈໍາກັດ ເປັນຜູ້ຕາງໜ້າລັດຖະບານ ສປ.ຈີນ. ໃນປີ 2010 ໄດ້ລົງມືກໍ່ສ້າງ ສູນສາທິດ ແລະບໍລິການເຕັກນິກກະສິກໍາຮ່ວມມືລາວ-ຈີນ ຢູ່ເມືອງໄຊ, ແຂວງ ອຸດົມໄຊ ແລະ ໄດ້ສໍາເລັດ ໃນປີ 2011 ພ້ອມທັງຮ່ວມມືດ້ານວິຊາການຮ່ວມກັນ. ນອກນັ້ນ, ທັງສອງຝ່າຍໄດ້ ປຶກສາຫາລືກ່ຽວກັບວຽກງານຮ່ວມມືໃນຕໍ່ໜ້າເຊັ່ນ: ໂຄງການຮ່ວມມືກໍ່ສ້າງລະບົບກວດກາກັກກັນພືດ-ສັດ ແລະ ຜະລິດຕະພັນພືດ-ສັດ ຊື່ງໂຄງການດັ່ງກ່າວມີໜ້າທີ່ຢັ້ງຢືນມາດຕະຖານກະສິກໍາຢູ່ລາວ ຕາມມາດຕະຖານການຜະລິດກະສິກໍາ ຂອງ ຈີນ ເພື່ອປ້ອງກັນດ້ານລາຄາ, ຄວາມປອດໄພຂອງສິນຄ້າ ຂອງລາວ ທີ່ຈະສົ່ງອອກໄປ ສປ. ຈີນ ຫຼືບັນດາປະເທດອ້ອມຂ້າງ ແລະ ສະຫະພາບເອີຣົບ (EU) ໃຫ້ມີຄວາມສະດວກ, ລວມທັງຫາລືວິທີການພັດທະນາວຽກງານຮ່ວມມື ລະຫວ່າງ ບໍລິສັດ ກັບ ສູນສາທິດ ແລະ ບໍລິການເຕັກນິກກະສິກໍາຮ່ວມມືລາວ-ຈີນ ໃຫ້ພະນັກງານສູນເປັນວິຊາການຜິດດ່ຽງໃຫ້ມີລາຍຮັບ, ມີຄວາມຍືນຍົງໃນການພັດທະນາ ໃນຕໍ່ໜ້າ.

ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ