ລັດຖະມົນຕີກະຊວງ ກປ ລົງຕິດຕາມຊຸກຍູ້ວຽກງານ ແລະ ມອບເຄື່ຶອງຊ່ວຍເຫຼຶອ ທີ່ບ້ານ ຈຸດສຸມ ເມືອງ ບໍ່ແຕນ ແຂວງ ໄຊຍະບູລີ.

 IMG_68844 IMG_68522

   ໃນວັນທີ 26 ທັນວາ 2018 ຜ່ານມານີ້, ທ່ານປອລຽນທີແກ້ວລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ພ້ອມດ້ວຍການນໍາກະຊວງ, ຫົວໜ້າກົມແລະຮອງກົມ, ຮອງຫົວໜ້າຫ້ອງການ, ສະຖາບັນ, ຫົວໜ້າພະແນກກປແຂວງໄຊຍະບູລີ, ຫ້ອງການກະສິກໍາແລະປ່າໄມ້ເມືອງບໍ່ແຕນແລະພະນັກງານວິຊາການໄດ້ເດີນທາງໄປຢ້ຽມຢາມ ແລະ ຕິດຕາມວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຢູ່ທີ່ບ້ານນໍ້າພຽງເມືອງບໍ່ແຕນ ແຂວງໄຊຍະບູລີ, ເຊິ່ງເປັນບ້ານໜຶ່ງທີ່ນອນໃນ 4 ບ້ານຈຸດສຸມຈັດສັນພູມລໍາເນົາແລະອາຊີບໝັ້ນຄົງຂອງລັດຖະບານທີ່ຈະຕ້ອງເຮັດໃຫ້ສໍາເລັດໃນປີ 2020, ບ້ານນໍ້າພຽງເປັນບ້ານທີ່ຂື້ນກັບກຸ່ມບ້ານພັດທະ ນານາບໍ່ນ້ອຍແລະເປັນບ້ານຕິດກັບເຂດຊາຍແດນລາວ-ໄທ ແລະ ຕິດກັບເຂດປ່າປ້ອງກັນແຫ່ງຊາດ, ໂດຍບ້ານດັ່ງ ກ່າວໄດ້ປະກາດແຕ່ງຕັ້ງເປັນຢ່າງທາງການໃນວັນທີ 1 ກຸມພາ 2017 ເພື່ອຊ່ວຍປົກປັກຮັກສາຊາຍແດນໃຫ້ກໍາລັງ ປ້ອງກັນຊາດປ້ອງກັນຄວາມສະຫງົບໂດຍສະເພາະແມ່ນກອງພັນ 413 ກອງຮ້ອຍຊາຍແດນ.

IMG_69088

 

IMG_69200

   ໃນໂອກາດ ການໄປຢ້ຽມ ຢາມ ແລະ ຕິດຕາມຄວາມຄືບໜ້າຄັ້ງນີ້ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບຟັງການລາຍງານສະພາບຄວາມຄຶບໜ້າ ຂອງການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານດັ່ງກ່າວໂດຍການ ລາຍງານຂອງ ທ່ານ ສົມພົງ ສີສຸວົງ ເລຂາພັກບ້ານ ນາຍບ້ານບ້ານນໍ້າພຽງ. ຈາກນັ້ນໃນນາມຕາງໜ້າຄະນະພັກ, ຄະນະ ນໍາກະຊວງກະສິກໍາ ແລະ ປ່າໄມ້ແລະພະນັກງານທຸກຄົນ ທ່ານລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ໄດ້ມອບເຄື່ອງຊ່ວຍເຫຼືອເຊິ່ງປະກອບດ້ວຍ ເຄື່ອງສຽງ, ເຄື່ອງນຸ່ງກັນໜາວເດັກນ້ອຍ, ເຄື່ອງກິລາ, ອຸປະກອນການຮຽນ ແລະ ເຄື່ອງບໍລິໂພກ ໃຫ້ກັບບ້ານນໍ້າພຽງລວມມູນຄ່າ 11.835.000 ກີບແລະເງິນເພື່ອສ້າງກອງທຶນອີກຈໍານວນ 58.500.000 ກີບ ຕາງໜ້າຮັບ ໂດຍຄະນະບ້ານ ບ້ານ ນໍ້າພຽງ, ຈາກນັ້ນກໍ່ໄດ້ສືບຕໍ່ມອບເຄື່ອງຊ່ວຍເຫຼືອເພື່ອເປັນ ຂັວນກໍາລັງໃຈໃຫ້ອ້າຍນ້ອງທະຫານກອງພັນ 413, ທະຫານຊາຍແດນ 519, ແລະກອງບັນຊາການທະຫານເມືອງບໍ່ແຕນ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນແລະສະເຫຼີມສະຫຼອງ ວັນສ້າງຕັ້ງ ກອງທັບຄົບຮອບ 70 ປີ 20 ມັງກອນ1949 ຫາ 20 ມັງກອນ 2019 ໃຫ້ເປັນບວນຟົດຟື້ນ.ໂດຍໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກ ຈໍານວນໜຶ່ງລວມມູນຄ່າ 12.050.000 ກີບ ຕາງໜ້າຮັບໂດຍທ່ານພັນໂທພູເງິນຈັນທະຄູນຫົວໜ້າກອງບັນຊາການ ທະຫານເມືອງບໍ່ແຕນ ໂດຍມີອໍານາດປົກຄອງແຂວງ, ເມືອງພ້ອມດ້ວຍພໍ່ແມ່ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມ. ໂອກາດດຽວກັນນີ້ທ່ານ ລັດຖະມົນຕີກະຊວງ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະໄດ້ລົງພົບປະກັບປະຊາຊົນພາຍໃນບ້ານດັ່ງກ່າວພ້ອມທັງລົງສໍາຫຼວດເບິ່ງແບບແຜນການດໍາລົງຊີວິດຂອງປະຊາຊົນນໍາອີກ.

        IMG_69388 IMG_6878

IMG_69400

 

ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ