ລັດຖະບານລາວ ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ FAO ຮ່ວມກັນແກ້ໄຂບັນຫາເຊື້ອຈຸລະຊີບຕ້ານຕໍ່ຢາຕ້ານເຊື້ອ

   

ຢາຕ້ານເຊື້ອຈຸລະຊີບແມ່ນຢາທີ່ສໍາຄັນ ທີ່ໃຊ້ເພື່ອຕໍ່ສູ້ກັບພະຍາດຮ້າຍແຮງຫຼາຍຊະນິດ ແລະ ປິ່ນປົວການຕິດເຊື້ອໃນຄົນ, ສັດ ແລະ ພືດ. ໃນຊຸມປີຜ່ານມານີ້, ຢາຕ້ານເຊື້ອໄດ້ຖືກນໍາໃຊ້ໂດຍບໍ່ຈໍາເປັນ, ຖືກນໍາໄປໃຊ້ຫຼາຍເກີນໄປ, ຖືກນໍາໃຊ້ໃນທາງທີ່ຜິດ, ບໍ່ໄດ້ໃຊ້ຕາມກໍານົດເວ​ລາ ແລະ ປະລິມານທີ່ແນະນໍາໃຫ້ ແລະ ຍັງຖືກນໍາໃຊ້ ເພື່ອສົ່ງເສີມການຈະເລີນເຕີບໂຕໃນການລ້ຽງສັດ. ການກະທໍາທີ່ເປັນອັນຕະລາຍເຫຼົ່ານີ້ໄດ້ນໍາໄປສູ່ການພັດທະນາການຕ້ານຕໍ່ຢາຕ້ານເຊື້ອ (AMR).

ເຊື້ອຈຸລະຊີບຕ້ານຕໍ່ຢາ ສາມາດແຜ່ລາມຜ່ານລະບົບຕ່ອງໂສ້ອາຫານ ແລະ ສິ່ງແວດລ້ອມ ແລະ ສາມາດຕິດຕໍ່ໃສ່ຄົນເຮົາໄດ້. ສໍາລັບເຊື້ອຈຸລະຊີບທີ່ທົນທານເຫຼົ່ານີ້, ຢາຕ້ານເຊື້ອຈະບໍ່ເຮັດວຽກເພື່ອປິ່ນປົວການຕິດເຊື້ອ ຫຼື ພະຍາດຢູ່ໃນຄົນ ຫຼື ສັດໄດ້ອີກ. ດ້ວຍເຫດນັ້ນ, ຍ້ອນການຕ້ານຕໍ່ຢາຕ້ານເຊື້ອດັ່ງກ່າວນີ້ ຈຶ່ງນໍາໄປສູ່ຄວາມລົ້ມເຫຼວຂອງການປິ່ນປົວ, ຄ່າໃຊ້ຈ່າຍທີ່ສູງຂຶ້ນໃນການປິ່ນປົວ, ເວລາການຟື້ນຕົວຂອງຄົນເຈັບຍາວກວ່າ ແລະ ໃນກໍລະນີຮ້າຍແຮງຄົນອາດຈະເສຍຊີວິດໄດ້.

ເພື່ອຮັບປະກັນເຮັດໃຫ້ປະຊາຊົນຮັບຮູ້ໄພຂົ່ມຂູ່ທີ່ເກີດຈາກເຊື້ອຈຸລະຊີບຕ້ານຕໍ່ຢາ ແລະ ຜົນສະທ້ອນຕ່າງໆໃນອະນາຄົດ, ໃນເດືອນພຶດສະ ພາ 2015, ແຜນປະຕິບັດງານທົ່ວໂລກ ເພື່ອຮັບມືກັບບັນຫາຂອງເຊື້ອຈຸລະຊີບຕ້ານຕໍ່ຢາ ໄດ້ຖືກຮັບຮອງຢູ່ໃນກອງປະຊຸມສຸຂະພາບໂລກ, ເຊິ່ງສະໜັບສະໜູນໂດຍ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ແລະ ອົງການສຸຂະພາບສັດສາກົນ (OIE). ຈຸດປະສົງທໍາອິດຂອງແຜນການແມ່ນ ‘ເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບ: ການຕ້ານຕໍ່ຢາຕ້ານເຊື້ອໂດຍຜ່ານການສື່ສານ, ການສຶກສາ ແລະ ການເຝິກອົບຮົມທີ່ມີປະສິດທິພາບ’. ໂດຍການຮ່ວມມືດັ່ງກ່າວນີ້, ສັບປະດາສາກົນການປູກຈິດສໍານຶກໃນການນໍາໃຊ້ຢາຕ້ານເຊື້ອຈຸລະຊີບໂລກ (WAAW) ໄດ້ມີການສະເຫຼີມສະຫຼອງຂຶ້ນໃນລະຫວ່າງ ວັນທີ 18 ຫາ 24 ພະຈິກ ຂອງທຸກໆປີ, ນັບແຕ່ປີ 2015 ເປັນຕົ້ນມາ.

ກິດຈະກໍາສັບປະດາສາກົນການປູກຈິດສໍານຶກ ໃນການນໍາໃຊ້ຢາຕ້ານເຊື້ອຈຸລະຊີບໂລກນີ້ ເພື່ອເພີ່ມຄວາມຮູ້ກ່ຽວກັບການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບທົ່ວໂລກ ແລະ ຊຸກຍູ້ການປະຕິບັດທີ່ດີທີ່ສຸດ ລະຫວ່າງປະຊາຊົນທົ່ວໄປ, ພະນັກງານສາທາລະນະສຸກ, ຊາວກະສິກອນ, ຜູ້ຊ່ຽວຊານດ້ານສຸຂະພາບສັດ ແລະ ຜູ້ສ້າງນະໂຍບາຍຕ່າງໆ ເພື່ອຫຼີກເວັ້ນການປະກົດຕົວ ແລະ ການແຜ່ລະບາດຂອງເຊື້ອຕ້ານຕໍ່ຢາຕ້ານເຊື້ອ. ປີນີ້, ຫົວຂໍ້ຂອງສັບປະດາສາກົນການປູກຈິດສໍານຶກ ໃນການນໍາໃຊ້ຢາຕ້ານເຊື້ອຈຸລະຊີບໂລກ 2021 ແມ່ນ “ຂະຫຍາຍການເຜີຍແຜ່ຄວາມຮັບຮູ້, ຢຸດການຕໍ່ຕ້ານ”.

ຢູ່ ສປປ ລາວ, ກິດຈະກໍາ ສັບປະດາສາກົນການປູກຈິດສໍານຶກໃນການນໍາໃຊ້ຢາຕ້ານເຊື້ອຈຸລະຊີບໂລກ 2021 ໄດ້ຮັບການສະ   ໜັບສະໜູນຈາກຫຼາຍພາກສ່ວນຄື: ກະຊວງກະສິກຳ ແລະ ປ່າໄມ້, ກະຊວງສາທາລະນະສຸກ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO), ອົງການສຸຂະພາບໂລກ (WHO) ແລະ ຄູ່ຮ່ວມງານອື່ນໆເຊັ່ນ: UK AID ແລະ ກອງທຶນ Fleming Fund. ພາກສ່ວນເອກະຊົນ, ລວມທັງອຸດສາຫະກໍາການຢາ, ຮ້ານຂາຍຢາ ແລະ ຊາວກະສິກອນ, ຍັງໄດ້ເຂົ້າຮ່ວມໃນກິດຈະກໍາ ສັບປະດາສາກົນການປູກຈິດສໍານຶກ ໃນການນໍາໃຊ້ຢາຕ້ານເຊື້ອຈຸລະຊີບໂລກປີນີ້ ເຊິ່ງເປັນວິທີການສະແດງການສະໜັບສະໜູນຂອງພວກເຂົາເພື່ອແກ້ໄຂບັນຫາ ເຊື້ອຈຸລະຊີບຕ້ານຕໍ່ຢາ.

ອົງການ FAO ສະໜັບສະໜູນ ສປປ ລາວ ເພື່ອພັດທະນາຍຸດທະສາດ ເຊື້ອຈຸລະຊີບຕ້ານຕໍ່ຢາແຫ່ງຊາດ ທີ່ພົວພັນເອົາຫຼາຍຂະ ແໜງການ ແລະ ແຜນປະຕິບັດງານແຫ່ງຊາດ ກ່ຽວກັບ: ເຊື້ອຈຸລະຊີບຕ້ານຕໍ່ຢາ ເພື່ອຫຼຸດຜ່ອນໄພຂົ່ມຂູ່ຂອງເຊື້ອຈຸລະຊີບຕ້ານຕໍ່ຢາ ໃນຂະແໜງກະສິກຳ, ການລ້ຽງສັດ, ການປະມົງ ແລະ ການຜະລິດສະບຽງອາຫານ. ສິ່ງນີ້ລວມມີການຄວບຄຸມການໃຊ້ຢາຕ້ານເຊື້ອທີ່ມີຄວາມຮັບຜິດຊອບ (AMU) ແລະ ການກວດຫາ ແລະ ປ້ອງກັນ ເຊື້ອຈຸລະຊີບຕ້ານຕໍ່ຢາ. ດ້ວຍຄວາມຊໍານານກ່ຽວກັບ ເຊື້ອຈຸລະຊີບຕ້ານຕໍ່ຢາ, ອົງການ FAO ກໍາລັງເຮັດວຽກຮ່ວມກັບກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້, ເພື່ອແນະນໍາການນໍາໃຊ້ທີ່ຮອບຄອບ ແລະ ການປະຕິບັດທີ່ດີທີ່ສຸດ. ດັ່ງທີ່ທ່ານ ນາຊາຣ໌ ຮາຢັດ, ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ເຊື້ອຈຸລະຊີບຕ້ານຕໍ່ຢາ ສາມາດຄຸ້ມຄອງ ແລະ ສະກັດກັ້ນໄດ້. ມັນເປັນເລື່ອງຂອງການປູກຈິດສໍານຶກວ່າ: “ເຈົ້າຮູ້ບໍ່”. ຂ້າພະເຈົ້າເຊື່ອໝັ້ນແທ້ວ່າ ປະຊາຊົນລາວທຸກຄົນພ້ອມທີ່ຈະປະກອບສ່ວນເພື່ອສະກັດກັ້ນ ເຊື້ອຈຸລະຊີບຕ້ານຕໍ່ຢາ, ເມື່ອພວກເຂົາຮູ້ຈັກວິທີການປະຕິບັດ”.

ເມື່ອບໍ່ດົນມານີ້ ອົງການ FAO ໄດ້ຜະລິດອຸປະກອນສື່ສານທີ່ກ່ຽວຂ້ອງ ກັບຄວາມສ່ຽງຕໍ່ການຕ້ານຕໍ່ຢາຕ້ານເຊື້ອຂອງເຊື້ອຈຸລະຊີບ ທີ່ມີມູນຄ່າ 250 ລ້ານກີບ ເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການປູກຈິດສໍານຶກກ່ຽວກັບການຕ້ານຕໍ່ຢາຕ້ານເຊື້ອ. ອົງການເພື່ອການພັດທະນາສາກົນແຫ່ງສະຫະລາຊະອານາຈັກອັງກິດ ໂດຍຜ່ານກອງທຶນ Fleming Fund ໄດ້ສະໜັບສະໜູນການຜະລິດ ແລະ ການມອບອຸປະກອນສື່ສານດັ່ງກ່າວ ໃຫ້ແກ່ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້, ໃນວັນສຸກ ທີ 10 ທັນວາ 2021.

ອຸປະກອນດັ່ງກ່າວປະກອບມີ: ອຸປະກອນສົ່ງເສີມ ແລະ ການສຶກສາຄື: ເສື້ອໂປໂລ, ໝວກ, ກະເປົ໋າ, ຊຸດໂປສເຕີ້ປູກຈິດສຳນຶກ ແລະ ປື້ມບັນທຶກ ຂໍ້ຕົກລົງວ່າດ້ວຍການນຳໃຊ້ຢາຕ້ານເຊື້ອໃນຂະແໜງສັດ ແລະ ການລ້ຽງສັດນ້ຳ. ເພື່ອໃຊ້ໃນການສະໜັບສະໜູນບັນດາການເຄື່ອນໄຫວ ສ້າງຄວາມຮັບຮູ້ທີ່ຈະດຳເນີນໃນທົ່ວປະເທດ ຮອດທ້າຍປີ 2021. ໃນໂອກາດນີ້, ທ່ານ ປອ. ພຸດ ອິນທະວົງ, ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້, ໄດ້ສະແດງຄວາມຂອບໃຈມາຍັງອົງການ UKAID ແລະ FAO ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອລັດຖະບານ ສປປ ລາວ ໃນການແກ້ໄຂກ່ຽວກັບເຊື້ອຈຸລະຊີບຕ້ານຕໍ່ຢາຢູ່ໃນຂະແໜງການລ້ຽງສັດ.

ຂໍ້ມູນເພີ່ມຕື່ມ:

Bounmee Maokhamphiou, Antimicrobial Resistance Outreach Specialist – Bounmee.Maokhamphiou@fao.org

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ