ພິທີເປີດ ຝຶກອົບຮົມເຕັກນິກການສ້າງນິຕິກໍາ

IMG_32555  IMG_3249

        ເພື່ອສືບຕໍ່ຈັດຕັ້ງປະຕິບັດການບໍາລຸງ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ຂອງຜູ້ຮັບຜິດຊອບວຽກງານນິຕິກໍາໃນກະຊວງກະສິກໍາ ແລະ ປ່າໄມ້. ໃນວັນທີ 27 ພະຈິກ 2018 ກົມນະໂຍບາຍ ແລະນິຕິກໍາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີເປີດ ຝຶກອົບຮົມເຕັກນິກການສ້າງນິຕິກໍາ ໃຫ້ຜູ້ຮັບຜິດຊອບວຽກງານນິຕິກໍາ ຂອງຫ້ອງການ, ບັນດາກົມ ແລະສະຖາບັນອ້ອມຂ້າງກະຊວງ. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ມີນັກວິທະຍາກອນຈາກ ກະຊວງຍຸຕິທໍາ ພ້ອມດ້ວຍນັກສຳມະນາກອນ ອ້ອມຂ້າງກະຊວງເຂົ້າຮ່ວມ 50 ກວ່າທ່ານ.

     IMG_32611

       ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ທີ່ເປັນເອກະພາບພາຍໃນຂະແໜງການຕໍ່ກັບການສ້າງນິຕິກໍາໃນລະດັບຂັ້ນກະຊວງ, ຂັ້ນກົມ ກໍ່ຄືບັນດານິຕິກໍາ ເພື່ອພິຈາລະນາຈາກ ທ່ານ ລັດຖະມົນຕີ, ແລກປ່ຽນບົດຮຽນ ແລະເພີ່ມຄວາມຮູ້ຄວາມສາມາດໃຫ້ແກ່ບັນດາທ່ານ ຜູ້ທີ່ຮັບຜິດຊອບວຽກງານນິຕິກໍາ ຂອງຫ້ອງການ, ບັນດາກົມ ແລະສະຖາບັນອ້ອມຂ້າງກະຊວງ. ຫົວຂໍ້ທີ່ຝຶກອົບຮົມປະກອບມີ: ເຕັກນິກການສ້າງ ແລະປັບປຸງນິຕິກໍາ, ນິຕິກໍາໃຕ້ກົດໝາຍ( ລັດຖະບັນຍັດ, ດໍາລັດ, ຄໍາສັ່ງ, ຂໍ້ຕົກລົງ ແລະຄໍາແນະນໍາ) ລວມທັງວຽກງານປະເມີນຜົນກະທົບຂອງນິຕິກໍາ ແລະວຽກງານຈົດໝາຍເຫດທາງລັດຖະການ. ໂອກາດນີ້, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດໂອ້ລົມດັ່ງນີ້: ເນື່ອງຈາກຄວາມຮຽກຮ້ອງຕ້ອງການຕໍ່ວຽກງານການສ້າງນິຕິກໍາ ໃນຂະແໜງການກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ຍັງມີຫຼາຍ ໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນເຂົ້າໃນການຮຽນຮູ້, ຕັ້ງໃຈສຶກສາ, ຄົ້ນຄວ້າຮໍ່າຮຽນ ຈາກຜົນການຝຶກອົບຮົມ, ຍົກສູງຄວາມຮັບຜິດຊອບ ພ້ອມທັງແລກປ່ຽນບົດຮຽນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຊຸດຝຶກອົບຮົມ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ສໍາລັບພິທີຝຶກອົບຮົມ ແມ່ນຈະໄດ້ດໍາເນີນໄປຈົນເຖິງ ວັນທີ 30 ພະຈິກ 2018 ຈຶ່ງຈະສໍາເລັດ.

 

ຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

 

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ