ພິທີເປີດປ້າຍວັງສະຫງວນອ່າງນ້ຳຊວງ

IMG_1785

          ໃນວັນທີ 31 ຕຸລາ 2018 ນີ້ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເປີດປ້າຍວັງສະຫງວນອ່າງນ້ຳຊວງຂຶ້ນ ທີ່ບ້ານ ແຈ້ງສະຫວ່າງ, ເມືອງ ໂພນໂຮງ, ແຂວງ ວຽງຈັນ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທອງ ຊາພັກດີ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ,ທ່ານ ອາກິໂຕະ ຊາໂຕະ ຮອງອົງການ ​ເຊັບ​ເດຼັກ (SEAFDEC), ທ່ານ ຕາກູໂຣະ ຊີບູໂນະ ຮອງອົງການປະມົງນ້ຳຈືດ, ພ້ອມດ້ວຍອຳນາດການປົກຄອງບ້ານ, ປະຊາຊົນບ້ານແຈ້ງສະຫວ່າງ, ທະ ຫານ, ຕຳຫຼວດ ​ແລະປະຊາຊົນ 15 ບ້ານອ້ອມຂ້າງເຂົ້າຮ່ວມ.

          ໂຄງການຄຸ້ມຄອງຊັບພະຍາກອນປະມົງ ແມ່ນໂຄງການໜຶ່ງທີ່ໄດ້ເລີ່ມສຳຫຼວດເກັບກຳຂໍ້ມູນໃນເດືອນ ມີນາ 2016 ເພື່ອຊອກຫາພື້ນທີ່ ທີ່ເໝາະສົມ ລະຫວ່າງ 2 ອ່າງຄື: ນ້ຳຫຸມ ແລະນ້ຳຊວງ, ຊຶ່ງຜ່ານການສຳຫຼວດ ໄດ້ເຫັນດີຄັດເລືອກເອົາອ່າງນ້ຳຊວງທີ່ຂຶ້ນກັບ 2 ເມືອງຄື: ​ເມືອງ ໂພນໂຮງ, ​ແຂວງ ວຽງຈັນ ແລະ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ພາຍຫຼັງທີ່ໄດ້ເປີດກອງປະຊຸມວາງແຜນຮ່ວມກັນ ລະຫວ່າງ ສູນກາງ (ກົມ), ນະຄອນຫຼວງ, ແຂວງວຽງຈັນ ແລະ 2 ເມືອງທີ່ເປັນທີ່ຕັ້ງຂອງໂຄງການໃນເດືອນພຶດສະພາ ປີ 2016, ໂດຍກຳນົດເວລາຂອງໂຄງການ​ແມ່ນ 3 ປີ (ເດືອນພຶດສະພາ 2016 ​ເຖິງ​ເດືອນເມສາ ປີ 2019), ສ່ວນລກິດຈະກຳຂອງໂຄງການແມ່ນປະກອບມີ: ຈັດກອງປະຊຸມສ້າງຕັ້ງຄະນະກໍາມະການຄຸ້ມຄອງອ່າງຂຶ້ນ 2 ຄະນະ (ແຕ່ສຳລັບນ້ຳຊວງຕອນລຸ່ມ ມີຄະນະກຳມະການ ທີ່ສ້າງຕັ້ງໂດຍ MRC), ຈັດກອງປະຊຸມຮ່າງກົດລະບຽບ (ນ້ຳຊວງຕອນເທິງ), ກອງປະຊຸມຜ່ານກົດລະບຽບຮ່ວມກັນ (2 ນ້ຳຊວງ), ພ້ອມທັງ ຈັດຝຶກອົບຮົມການຄຸ້ມຄອງປະມົງທີ່ດີໃຫ້ແກ່ພະນັກງານ 2 ແຂວງ ແລະ 2 ເມືອງ, ຈັດຝຶກອົບຮົມການປະສົມພັນປາ ແລະ ຟັກໄຂ່ປາ ໂດຍນຳໃຊ້ເຄື່ອງຟັກໄຂ່ແບບເຄື່ອນທີ່, ຄະນະກຳມະການໄດ້ທົດລອງປະສົມພັນ ​ໂດຍນຳໃຊ້ເຄື່ອງຟັກໄຂ່ແບບເຄື່ອນທີ່ 2 ເທື່ອ ແລະປະກອບເຄື່ອງປະສົມພັນປາ, ປັກຫຼັກໝາຍວັງສະຫງວນ 2 ວັງ ແລະ ປັກປ້າຍນ້ອຍໃສ່ວັງສະຫງວນຕາມລະດູການ.ນອກນັ້ນ, ຍັງຈັດກິດຈະກໍາເກັບກຳຂໍ້ມູນເສດດ້ານຖະກິດ ຂອງຄອບຄົວຊາວປະມົງໃນສອງອ່າງ ແລະ ສົ່ງໃຫ້ວິຊາ​ການ​ຂອງໂຄງການວິເຄາະວິໄຈຂໍ້ມູນດັ່ງກ່າວ.

                                                ໂດຍ: ​ພະແນກໂຄສະນາ ແລະ ຂ່າວສານ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ