ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການສ້າງລະບົບການເກັບກຳຂໍ້ມູນຟາມລ້ຽງສັດ ໂດຍຜ່ານທາງໂທລະສັບມືຖື

    IMG_86477    IMG_86422

     ເພື່ອສາມາດຄຸ້ມຄອງ, ວາງແຜນພັດທະນາ ແລະ ຄວບຄຸມການລະບາດຂອງພະຍາດຢູ່ໃນຟາມລ້ຽງສັດ ໂດຍຜ່ານລະບົບແອັບພລີເຄຊັນທາງໂທລະສັບມືຖື ເຊິ່ງເປັນການລາຍງານທີ່ແນ່ນອນ ແລະ ລາຍງານຈາກຟາມໂດຍກົງ ໄດ້ທຸກເວລາທີ່ຕ້ອງການ ແລະ ຂໍ້ມູນທີ່ໄດ້ຈາກລະບົບນີ້ມີຄວາມ ປອດໄພສູງ ທັງໃນດ້ານການປ້ອງກັນການລັກລອບຂໍ້ມູນ ແລະ ການປ່ຽນແປງຂໍ້ມູນ. ຈຸດປະສົງກໍ່ເພື່ອໃຫ້ມິຂໍ້ມູນສະຖິຕິຝູງສັດ ຈາກການລ້ຽງແບບເປັນຟາມມີຄວາມຖືກຕ້ອງ, ວ່ອງໄວ ແລະ ຊັດເຈນ ເພື່ອສະໜອງໃນການວາງແຜນພັດທະ ນາ ແນໃສ່ເຮັດໃຫ້ບັນລຸໄດ້ການຜະລິດຊີ້ນ ຮັບປະກັນດ້ານສະບຽງອາຫານ, ຜະລິດເປັນສິນຄ້າມີຄວາມປອດໄພ ເຊິ່ງກິດຈະກຳ ຫຼື ໂຄງການດັ່ງກ່າວ ຈະມີໄລຍະເວລາ 5 ປີ. ໃນປີທຳອິດຈະເລີ່ມທົດລອງກັບຟາມລ້ຽງໝູ ແລ້ວຈຶ່ງກ້າວໄປຟາມລ້ຽງສັດປະ ເພດອື່ນໆ ໃນ ສປປ ລາວ.

IMG_86533

ໃນວັນທີ 13 ພຶດສະພາ 2019 ນີ້ ກົມລ້ຽງສັດ ແລະ ການປະມົງ ຮ່ວມກັບ ບໍລິສັດເທຟຸດ ສາກົນ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ການສ້າງລະບົບການເກັບກຳຂໍ້ມູນຟາມລ້ຽງສັດ ໂດຍຜ່ານທາງໂທລະສັບມືຖືຂຶ້ນ ທີ່ຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ຕາງໜ້າກະຊວງກະສິ ກຳ ແລະ ປ່າໄມ້ ເຊັນໂດຍ ທ່ານ ປອ ສົມພັນ ຈັນເພັງໄຊ ຫົວໜ້າກົມລ້ຽງສັດ ແລະ ການປະມົງ; ຕາງ ໜ້າບໍລິສັດເທຟຸດເຊັນໂດຍ ທ່ານ ປອ ດາວຮາຕຣຸງ  ປະທານບໍລິສັດເທຟຸດສາກົນ ໂດຍມີ ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ບັນດາກົມ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

 ໂດຍ: ເຂັມມະໄລ ສົນດາວັນ.

ກວດແກ້: ປ້ອມ ພັນທະວົງ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ