ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ສຶກສາຄວາມເປັນໄປໄດ້ຂອງໂຄງການປັບປຸງຊົນລະປະທານນ້ຳຫຸມ ແລະ ນ້ຳຊ່ວງ

IMG_21699 IMG_2185

ໂຄງການຊົນລະປະທານນ້ຳຫຸມ ແລະ ນ້ຳຊ່ວງ ເປັນໂຄງການຈຸດສຸມໜຶ່ງທີ່ສຳຄັນ ແລະ ເປັນບຸລິມະສິດຂອງລັດຖະບານ ເຊິ່ງສຳເລັດການກໍ່ສ້າງ ແລະ ເລີ່ມນຳໃຊ້ມາແຕ່ປີ 1978 ມາຮອດປັດຈຸບັນມີອາຍຸການໃຊ້ຍາວນານຫລາຍກວ່າ 30 ປີ ແລະ ມີສະພາບເກົ່າແກ່ຊຸດໂຊມ, ໂຄງການດັ່ງກ່າວມີເນື້ອທີທັງຫມົດ 7.600 ເຮັກຕາ ໃນນັ້ນໂຄງການນ້ຳຫຸມກວມເອົາ 2.300 ເຮັກຕາ ແລະ ໂຄງການນ້ຳຊ່ວງກວມເອົາ 5.300 ເຮັກຕາ, ເພື່ອເປັນການຮັບປະກັນແກ່ການສະໜອງນ້ຳຂອງທັງ 2 ໂຄງການໃຫ້ໄດ້ທັງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຮັບໃຊ້​ແກ່ການພັດທະນາ ໂດຍສະເພາະການສະໜອງນ້ຳທີ່ພຽງພໍໃຫ້ແກ່ປະຊາຊົນເຂດເມືອງ ນາຊາຍທອງ, ນະຄອນຫລວງວຽງຈັນ ແລະ ເມືອງໂພນໂຮງ ແຂວງ ວຽງຈັນ, ໃຫ້ສາມາດທຳການຜະລິດກະສິກຳໄດ້ 2 ລະດູ, ທັງເພື່ອຮັບປະກັນຄວາມໝັ້ນຄົງດ້ານການ​ຜະລິດສະບຽງອາຫານໃຫ້ກາຍເປັນສິນຄ້າຮັບໃຊ້ພາຍໃນ ແລະສົ່ງອອ​ກ​ໃຫ້ໝັ້ນຄົງ ​ແລະ ຍາວນານ.

 ໃນວັນທີ 29 ກັນຍາ ຜ່ານມານີ້ ກົມຊົນລະປະທານ, ກະຊວງກະສິກຳ ແລະປ່າໄມ້ ແລະ ບໍລິສັດ  ລັດ​ວິ​ສະຫະ​ກິດ​ວິສະວະ​ກໍາ​ພະລັງງານ​ຂອງ​ຈີນ ຈໍາກັດ,ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັນ ໃນການສຶກສາຄວາມເປັນໄປໄດ້ຂອງໂຄງການປັບປຸງຊົນລະປະທານນ້ຳຫຸມ ແລະ ນ້ຳຊ່ວງຂື້ນ ທີຫ້ອງປະຊຸມກົມຊົນລະປະທານ, ຕ່າງໜ້າເຊັນ ໂດຍທ່ານ ໄມກອງ ພອນພົມມະວົງ ຫົວໜ້າກົມຊົນລະປະທານ ແລະ ທ່ານ  Lui Yunpeng ຮອງປະທານບໍລິສັດ ດັ່ງກ່າວ, ເຊິ່ງການເຊັນບົດບັນທຶກໃນຄັ້ງນີ້ໄດ້ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ທອງພັດວົງມະນີ ຮອງລັດຖະມົນຕີກະຊວງ ກະສິກຳ ແລະປ່າໄມ້, ອຳນາດການປົກຄອງຂັ້ນແຂວງ, ຂັ້ນເມືອງ, ຫົວຫນ້າຫ້ອງການ, ຫົວໜ້າກົມ, ພ້ອມຄະນະທີມງານຂອງບໍລິສັດດັ່ງກ່າວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ 30 ກວ່າທ່ານ.

ບົດ​ຂ່າວ​ໂດຍ: ນ. ສີ​ອໍາມອນ ​ໄຊ​ຍະ​ລາດ

ກວດ​ແກ້​ໂດຍ: ທ່ານ ນ​. ປ້ອມ ​ພັນທະ​ວົງ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ