ພິທີມອບຮັບໜ້າທີ່ ລະຫວ່າງ ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ຜູ້ເກົ່າ ແລະ ຜູ້ໃໝ່

20160427_120160427_3

ອີງຕາມມະຕິກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ VIII, ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່. ດັ່ງນັ້ນ, ໃນຕອນບ່າຍຂອງວັນທີ 27 ເມສາ 2016 ທີ່ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ຈັດພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຂຶ້ນ ລະຫວ່າງ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຜູ້ໃໝ່ ແລະ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຜູ້ເກົ່າ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມນີ້ ກໍ່ມີຜູ້ຕາງໜ້າຈາກສູນກາງພັກ, ອະດີດການນຳຂອງກະຊວງກະສິກຳ ແລະ ປ່າໄມ້, ບັນດາຮອງລັດຖະມົນຕີ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງພາຍໃນຂະແໜງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມ.
ໃນພິທີ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ໃຫ້ກຽດມີຄຳເຫັນ ແລະ ໂອ້ລົມ ຕໍ່ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຜູ້ເກົ່າ ແລະ ຜູ້ໃໝ່ ກໍ່ຄືພະນັກງານພາຍໃນຂະແໜງກະສິກຳ ແລະ ປ່າໄມ້ ທຸກຄົນ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງຂະແໜງການດັ່ງກ່າວ ທີ່ມີຄວາມເຕີບໃຫຍ່ຂະຫຍາຍຕົວ ຢ່າງຫຼວງຫຼາຍ ໃນໄລຍະຫຼາຍສິບປີທີ່ຜ່ານມາ ໂດຍສະເພາະໃນຫຼາຍໂຄງການ ບູລິມະສິດຂອງໂຄງການ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການບັນລຸສະຫັດສະຫວັດດ້ານການພັດທະນາ(MDGs) ແລະ ການແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນບັນດາເຜົ່າ.
ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຫວັງວ່າ ບັນດາການນຳກະຊວງ ແລະ ພະນັກງານໃນຂະແໜງກະສິກຳ ແລະ ປ່າໄມ້ ຈະພ້ອມພຽງຮຽງໜ້າກັບທ່ານລັດຖະມົນຕີ ກະຊວງ ກະສິກຳ-ປ່າໄມ້ ຜູ້ໃໝ່ ເສີມຂະຫຍາຍມູນເຊື້ອ ແລະ ໝາກຜົນ ທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນີ້, ທ່ານກໍ່ຍັງໄດ້ເນັ້ນໃນບາງຂົງເຂດວຽກງານ ທີ່ຈະຕ້ອງໄດ້ເອົາໃຈໃສ່. ໃນນັ້ນ, ກ່ຽວກັບໂຄງການ ຄ້ຳປະກັນສະບຽງອາຫານ ຖືວ່າ ສປປ ລາວ ມີທ່າແຮງບົ່ມຊ້ອນຫຼາຍ ໃນການຜະລິດເຂົ້າທີ່ມີຄຸນນະພາບ, ມີຄວາມຫຼາກຫຼາຍຂອງແນວພັນ ແລະ ມີຄວາມປອດໄພ ທາງດ້ານສະບຽງອາຫານ. ຄຽງຄູ່ກັນນັ້ນ, ກໍ່ໃຫ້ເອົາໃຈໃສ່ຕິດຕາມກວດກາຄືນ ຄຸນນະພາບຂອງສະບຽງອາຫານ ເພື່ອໃຫ້ສາມາດສົ່ງອອກໄດ້ຕາມມາດຕະຖານທີ່ກຳນົດໄວ້ຢ່າງແທ້ຈິງ; ດ້ານປ່າໄມ້ ກໍ່ໃຫ້ພະຍາຍາມຮັກສາຄວາມອຸດົມສົມບູນດັ້ງເດີມ ໄວ້ໃຫ້ໄດ້ ໂດຍສະເພາະ ປ່າສະຫງວນ ປ່າດົງດິບ ແລະ ປ່າປ້ອງກັນ ເພື່ອປົກປັກຮັກສາ ແລະ ຂະຫຍາຍພື້ນທີ່ສີຂຽວຂອງປ່າໄມ້ ໃຫ້ໄດ້ຕາມຄາດໝາຍ ທີ່ພັກ ແລະ ລັດຖະບານ ວາງອອກ. ພ້ອມກັນນັ້ນ, ກໍ່ໄດ້ເອົາໃຈໃສ່ຈັດສັນພື້ນທີ່ປ່າໄມ້ ແລະ ບ່ອນທຳການຜະລິດຄືນໃໝ່ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ, ເອົາໃຈໃສ່ຄຸ້ມຄອງການຈັດສັນແບ່ງດິນແບ່ງປ່າແບບຍືນຍົງ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນ; ສ່ວນດ້ານການລ້ຽງສັດ ແລະ ການປະມົງ ກໍ່ເປັນອີກທ່າແຮງໜຶ່ງ ທີ່ມີຜົນສຳເລັດຫຼາຍ ຈຶ່ງຕ້ອງໄດ້ເອົາໃຈໃສ່ເສີມຂະຫຍາຍ ຈາກບັນດາຕົວແບບທີ່ພວກເຮົາສາມາດເຮັດໄດ້ດີ ຕິດພັນກັບ ຮີດຄອງປະເພນີ ແລະ ແບບແຜນການດຳລົງຊີວິດຂອງປະຊາຊົນ ໃຫ້ສາມາດຜະລິດເພື່ອການສົ່ງອອກ ແລະ ສ້າງລາຍຮັບໃຫ້ແກ່ທ້ອງຖິ່ນ. ອັນສຳຄັນ ແມ່ນການເສີມຂະຫຍາຍທ່າແຮງການຜະລິດ ເພື່ອເປັນວັດຖະດິບໃຫ້ແກ່ພາກອຸດສາຫະກຳ ໂດຍສະເພາະ ອຸດສາຫະກຳປຸງແຕ່ງ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ແລະ ເພີ່ມອັດຕາສ່ວນຂອງຂະແໜງກະສິກຳ-ປ່າໄມ້ ໃນມູນຄ່າລວມຍອດຜະລິດ ຕະພັນພາຍໃນ(GDP) ຂອງປະເທດ ໃຫ້ນັບມື້ນັບສູງຂຶ້ນ.

ແຫລ່ງ: ຫ້ອງວ່າການລັດຖະບານ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ