ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ.

IMG_1537IMG_1553

            ໃນວັນທີ 12 ກໍລະກົດຜ່ານມາ, ສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ ວັນທີ 20 ກໍລະກົດ 1955 ຫາ ວັນທີ 20 ກໍລະກົດ 2017 ຂື້ນ, ທີ່ສະໂມສອນກະຊວງ ກະສິກໍາ ແລະ ປ່າໄມ້, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ນ. ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນ. ບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາສະຫາຍເລຂາ, ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງກະຊວງ, ປ້າອາວຸໂສບໍານານ ແລະ ແຂກຖືກເຊີນເຂົ້າຮ່ວມຈໍານວນ 200 ກວ່າທ່ານ.

 IMG_8867IMG_8883

ເພື່ອເຮັດໃຫ້ພິທີດັ່ງກ່າວມີເນື້ອໃນເລິກເຊິ່ງ ທ່ານ ນ. ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດເລົ່າຄືນປະຫວັດຄວາມເປັນມາ ແລະ ຂະຫຍາຍຕົວຂອງອົງການສະຫະພັນແມ່ຍິງລາວ, ລະລຶກເຖິງມູນເຊື້ອອັນພິລະອາດຫານ ຂອງເອື້ອຍນ້ອງແມ່ຍິງບັນດາເຜົ່າໃນເມື່ອກ່ອນທີ່ໄດ້ປະກອບສ່ວນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປຸກລະດົມໃຫ້ເອື້ອຍນ້ອງແມ່ຍິງສືບຕໍ່ປະຕິບັດໜ້າທີ ແລະ ເສີມຂະຫຍາຍຄຸນລັກສະນະມູນເຊື້ອຮີດຄອງປະເພນີອັນດີງາມຂອງແມ່ຍິງລາວບັນດາເຜົ່າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະໃໝ່ ແລະ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມນັ້ນ ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮຽກຮ້ອງໃຫ້ເອື້ອຍນ້ອງແມ່ຍິງທົ່ວກະຊວງກະສິກໍາ ແລະ ປ່າໄມ້ ຈົ່ງສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງລາວແຫ່ງຊາດ, ແຜນງານພັດທະນາແມ່ຍິງຂະແໜງກະສິກໍາ ແລະ ປ່າໄມ້ຕາມ 8 ແຜນງານ 16 ໂຄງການໃຫ້ບັນລຸເປົ້າໝາຍ ແລະ ສູ້ຊົນປະຕິບັດແຜນຍຸດທະສາດເພື່ອຄວາມສະເໝີພາບຍິງ-ຊາຍຂອງຂະແໜງກະສິກໍາ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ ປີ
2016 ຫາ ປີ 2025 ທີ່ວາງຄາດໝາຍສູ້ຊົນໄວ້ວ່າ “ເພີ່່ມຈໍານວນແມ່ຍິງດໍາລົງຕໍາແໜງນໍາພາ ແລະ ຕັດສິນບັນຫາຂັ້ນຕ່າງໆໃນອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນໃຫ້ໄດ້ 25 ສ່ວນຮ້ອຍຂື້ນໄປ”. ພ້ອມທັງເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກໃຫ້ປາກົດຜົນເປັນຈິງ. ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິນລະປະຂອງນ້ອງນັກຮຽນຈາກໂຮງຮຽນຊົນລະປະທານທ່າງ່ອນ ທີ່ໄດ້ມາປະກອບສ່ວນສ້າງບັນຍາກາດຄວາມເບີກບານມ່ວນ ຊື່ນໃນພິທີ ແລະ ໃນວັນດຽວກັນສະຫະພັນແມ່ຍິງກະຊວງ ກະສິກໍາ ແລະ ປ່າໄມ້ ກໍ່ໄດ້ໄປຢ້ຽມຢາມຊົມຫ້ອງວາງສະແດງມູນເຊື້ອຂອງສະຫະພັນແມ່ຍິງລາວນໍາອີກ.

ຂຽນໂດຍ: ນ. ສີອໍາມອນ ໄຊຍະລາດ

ກວດແກ້ໂດຍ: ທ່ານ ນາງ ປ້ອມ ພັນທະວົງ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ