ທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ຕິດຕາມການກໍາຈັດ ຕັກແຕນຝຸງໄມ້ປ່ອງ ຢູ່ແຂວງຫົວພັນ

IMG_9937     IMG_9935

           ໃນທ້າຍອາທິດຜ່ານມາ, ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ ການກໍາຈັດຕັກແຕນຝຸງໄມ້ປ່ອງ ຢູ່ເມືອງຮ້ຽມ, ແຂວງຫົວພັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ລາຄອນ ວົງລາສີ ຮອງເຈົ້າເມືອງ-ເມືອງຮ້ຽມ. ເຂົ້າຮ່ວມມີ ທ່ານ ບຸນຄໍາ ສີດາວົງ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຫົວພັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຮ້ຽມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

       IMG_9967      IMG_9965       IMG_9952

          ທ່ານ ບຸນສັກ ຖິ່ນນະຄອນ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ ເມືອງຮ້ຽມ ໄດ້ລາຍງານສະພາບການກໍາຈັດຕັກແຕນຝຸງໄມ້ປ່ອງວ່າ: ຜ່ານການສໍາຫຼວດຕົວຈິງທົ່ວເມືອງ ມີຈຸດວາງໄຂ່ຂອງຕັກແຕນ 30 ຈຸດ, ເນື້ອທີ່ 85,2 ເຮັກຕາ ໃນ 9 ບ້ານ, ໄດ້ລົງຊຸກຍູ້ປຸກລະດົມ ແລະ ນໍາພາປະຊາຊົນຢູ່ແຕ່ລະບ້ານ ຊອກຂຸດໄຂ່ຕັກແຕນ ໄດ້ຈໍານວນ 51 ກິໂລ ພ້ອມທັງເກັບຊື້ນໍາປະຊາຊົນໃນລາຄາ 1 ກິໂລ/50.000 ກີບ. ປັດຈຸບັນ, ພື້ນທີ່ມີການເບາະເປັນຕົວອ່ອນແລ້ວພົບເຫັນ 6 ຈຸດ, ເນື້ອທີ່ລະບາດປະມານ 85 ເຮັກຕາ ຊື່ງເປັນເຂດປ່າໄມ້ປ່ອງ ແລະ ໄດ້ລົງສີດຢາ 2 ຈຸດ ມີເນື້ອທີ່ 15,5 ເຮັກຕາ, ເຫຼືອອີກ 4 ຈຸດ ຈະສືບຕໍ່ສີດໃນຕໍ່ໜ້າ. ດ້ານຂໍ້ຫຍຸ້ງຍາກໃນການປາບຕັກແຕນຝຸງໄມ້ປ່ອງນີ້ ແມ່ນງົບປະມານຍັງບໍ່ທັນພຽງພໍຕາມແຜນການ ແລະ ຂາດພາຫະນະ ຮັບໃຊ້ໃນການລົງສີດຢາ. ໃນທີ່ປະຊຸມ ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ, ຖອດກອນບົດຮຽນ ແລະຮັບຟັງຄໍາສະເໜີຂອງວິຊາການກ່ຽວຂ້ອງ..

          ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ທິດຊີ້ນໍາໃຫ້ພະແນກກະສິກໍາ ແລະປ່າໄມ້ ແຂວງ ຕ້ອງໄດ້ເອົາໃຈໃສ່ລົງຕິດຕາມຢ່າງໃກ້ຊິດ ເພື່ອເກັບກໍາຂໍ້ມູນພື້ນທີ່ທີ່ມີການລະບາດຢ່າງລະອຽດ ພ້ອມທັງຫາວິທີກໍາຈັດຊ່ວຍປະຊາຊົນໃນເຂດທີ່ມີການລະບາດນັ້ນ, ພ້ອມທັງ ສະເໜີໃຫ້ມີການຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງເມືອງຕໍ່ເມືອງ ເພື່ອຫາວິທີກໍາຈັດຮ່ວມກັນ ຕິດພັນກັບການໂຄສະນາອົບຮົມໃຫ້ປະຊາຊົນໃນເຂດບ້ານດັ່ງກ່າວເປັນເຈົ້າການຮ່ວມກັນໃຫ້ຫຼາຍກວ່າເກົ່າ.

        ໃນເວລາຕໍ່ມາ, ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ພ້ອມດ້ວຍຄະນະໄດ້ສືບຕໍ່ລົງຊຸກຍູ້ຕິດຕາມການກໍາຈັດຕັກແຕນຝຸງໄມ້ປ່ອງ ຢູ່ເມືອງຊ່ອນ. ໂອກາດນີ້,​ ທ່ານ ຄໍາພຽນ ໄຊສົມພັນ ຮອງເຈົ້າເມືອງ-ເມືອງຊ່ອນ ໄດ້ລາຍງານສະພາບການກໍາຈັດຕັກແຕນຝຸງໄມ້ປ່ອງວ່າ: ເມືອງໄດ້ນໍາພາປະຊາຊົນຂຸດໄຂຕັກແຕນໃນຈໍານວນ 18 ຈຸດ 9 ບ້ານ, ໃນນັ້ນຂຸດຕົວຈິງໄດ້ 8 ຈຸດ ໃນ 5 ບ້ານ ກວມເນື້ອທີ່ 25 ເຮັກຕາ ໄດ້ໄຂ່ທັງໝົດ 95 ກິໂລ ພ້ອມທັງເກັບຊື້ນໍາປະຊາຊົນ ແລະທໍາລາຍຖິ້ມ. ການປຸກລະດົມເກັບໄຂ່ປີນີ້ ມີແຮງງານປະຊາຊົນເຂົ້າຮ່ວມ 376 ຄົນ. ນອນນີ້, ໄດ້ຊີດຢາທໍາລາຍໄລຍະແຕກເປັນຕົວອ່ອນໄດ້ 4 ບ້ານ, ມີ 9 ຈຸດ ເນື້ອທີ່ 34 ເຮັກຕາ. ໂອກາດນີ້ ຄະນະດັງກ່າວໄດ້ລົງຢ້ຽມຢາມພື້ນທີ່ການປູກໝາກແໜ່ງ ແລະ ປູກກາເຟ ຂອງປະຊາຊົນ ພາຍໃນເມືອງນໍາອີກ.

ພາບ-ຂ່າວ: ພະແນກຂ່າວສານ ກປ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ